ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ອັດຕະປື ມອບ-ຮັບ​ ເລຂາພັກແຂວງ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ລະຫວ່າງ ສະຫາຍ ພົທ ວັນທອງ ກອງມະນີ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ແລະ ສະຫາຍ ບຸນເຖິງ ດວງສະຫວັນ ກໍາມະການສູນ​ກາງພັກ ເລຂາຄະນະບໍລິຫານງານພັກ ແຂວງອັດຕະປື ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ່ 22 ມັງກອນ 2026ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະ​ມົນ​ຕີ, ພ້ອມດ້ວຍພາກ​ສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ.
ອດຕະປ ມອບ-ຮບ​ ເລຂາພກແຂວງ ລະຫວາງ ຜເກາ ແລະ ຜໃໝ - image 1
 

ໃນພິທີ, ສະຫາຍ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານບັນດານິຕິກໍາຕ່າງໆ ເປັນຕົ້ນ ຄຳສັ່ງຂອງກົມການເມືອງສູນກາງພັກ, ສະບັບເລກທີ 05/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການຍົກຍ້າຍ ພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ໂດຍຍົກຍ້າຍ ສະຫາຍ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອັດຕະປື ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ກະຊວງປ້ອງກັນຄວາມສະຫງົບ, ຜ່ານມະຕິກົມການເມືອງສູນກາງພັກ, ສະບັບເລກທີ 14/ກມສພ, ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ເລຂາຄະນະບໍລິຫານງານພັກແຂວງອັດຕະປື ໂດຍແຕ່ງຕັ້ງ ສະຫາຍ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກ, ເປັນເລຂາພັກແຂວງ ອັດຕະປື ຜູ້ ໃໝ່.

ໃນພິທີ, ໄດ້ຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 821/ນຍ ລົງວັນທີ 23 ທັນວາ 2025 ວ່າດ້ວຍການແຕ່ງຕັ້ງ ທ່ານ ທະນູໄຊ ບັນຊາລິດ ເປັນປະທານຄະນະກໍາມະການປົກຄອງແຂວງອັດຕະປື, ຜ່ານຂໍ້ຕົກລົງ ຄະນະກໍາມະການປົກຄອງແຂວງ ສະບັບເລກທີ 30/ປຄປຂ ລົງວັນທີ 16 ມັງກອນ 2026 ວ່າດ້ວຍການແຕ່ງຕັ້ງ ທ່ານ ສຸລິວົງ ອະໄພວົງ ແລະ ທ່ານ ສີໄລ ສີສະແຫວງສຸກ ທັງສອງ ເປັນຮອງປະທານຄະນະກໍາມະການປົກຄອງແຂວງອັດຕະປື.

ອດຕະປ ມອບ-ຮບ​ ເລຂາພກແຂວງ ລະຫວາງ ຜເກາ ແລະ ຜໃໝ - image 2
 

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ເນັ້ນນັກໃຫ້ບັນດາສະຫາຍການນຳທຸກຂັ້ນຂອງແຂວງອັດຕະປື ເປັນເອກະພາບນຳຂັ້ນເທິງ ຕໍ່ກັບການສັບປ່ຽນພະນັກງານການນຳຂັ້ນສູງຂອງແຂວງ ກໍຄືຂອງພັກ, ສືບຕໍ່ປົກປັກຮັກສາ ແລະ ເສີມສ້າງຄວາມສາມັກຄີພາຍໃນພັກ, ເອົາໃຈໃສ່ນໍາພາ-ຊີ້ນໍາວຽກພັກ-ພະນັກງານໃຫ້ດີ, ເພີ່ມທະວີວຽກງານກວດກາໃຫ້ເຂັ້ມແຂງ ແລະ ແກ້ໄຂຜົນການກວດກາ, ຕ້ານການເຊື້ອມຄຸນປ່ຽນທາດ, ຕ້ານການສໍ້ລາດບັງຫຼວງຂອງພະນັກງານໃຫ້ເຂັ້ມງວດ ໄປພ້ອມກັບການເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້ເຂົ້າໃຈແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ສືບຕໍ່ເອົາໃຈໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງອັດຕະປື ສະໄໝປັດຈຸບັນ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດບົນຈິດໃຈສືບຕໍ່ສ້າງການຫັນປ່ຽນໃໝ່ ຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ບັນຫາໄພເງິນເຟີ້, ຄ່າຄອງຊີບສູງ, ການເໜັງຕີງແຮງຂອງອັດຕາແລກປ່ຽນ ທີ່ສົ່ງຜົນກະທົບເຖິງແນວຄິດ, ຈິດໃຈ ແລະ ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ໂດຍສະເພາະບຸກທະລຸການສ້າງເສັ້ນທາງເຊື້ອມຈອດພາຍໃນແຂວງ, ຕ່າງແຂວງ, ຕ່າງປະເທດໃຫ້ສະດອກສາບາຍ, ບຸກທະລຸການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ແລະ ພັດທະນາແຫຼ່ງທ່ອງທ່ຽວພາຍໃນແຂວງໃຫ້ສໍາເລັດຕາມແຜນການ, ສືບຕໍ່ຍູ້ແຮງການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ແຂງແຮງກວ່າເກົ່າ ເປັນຕົ້ນແມ່ນສຸມໃສ່ຊຸກຍູ້ສົ່ງເສີມຂະບວນການຜະລິດເປັນສິນຄ້າ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງແຂງແຮງ, ກວ້າງຂວາງ ແລະ ມີຄຸນນະພາບສູງຂຶ້ນ ເພື່ອທົດແທນການນຳເຂົ້າ ແລະ ສົ່ງອອກຫຼາຍຂຶ້ນຕື່ມ, ສ້າງພື້ນຖານລາຍຮັບທີ່ໝັ້ນຄົງ ແລະ ຍາວນານຂອງແຂວງ, ໂດຍຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ຊຸກຍູ້ສົ່ງເສີມການຜະລິດ ທີ່ເປັນໜໍ່ແໜງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການກວ້າງຂວາງ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ອັນສໍາຄັນແມ່ນຕ້ອງຊຸກຍູ້ໃຫ້ປະຊາຊົນເປັນເຈົ້າຕົນເອງໃນການພັດທະນາຊີວິດການເປັນຢູ່ ແລະ ຍົກລະດັບແບບແຜນດໍາລົງຊີວິດທີ່ກ້າວໜ້າກວ່າເກົ່າ ເພື່ອເຮັດໃຫ້ຄອບຄົວຫຼຸດພົ້ນອອກຈາກຄວາມທຸກຍາກ, ເອົາໃຈໃສ່ເພີ່ມທະວີ ແລະ ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ສືບຕໍ່ເອົາໃຈໃສ່ຊີ້ນຳວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະຫງົບປອດໄພ,ສືບຕໍ່ປັບປຸງກົງຈັກການຈັດຕັ້ງໃຫ້ເຂັ້ມແຂງ, ໜັກແໜ້ນ ຕາມທິດກະທັດຮັດ, ມີປະສິດທິພາບ, ຕິດພັນກັບການກະກຽມດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V.

(ຂ່າວ: ວີເດັນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ການນຳແຂວງວຽງຈັນ ອວຍພອນ ນາຍ ແລະ ພົນມະຫານ ຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ.

ວັນທີ 22 ມັງກອນຜ່ານມານີ້, ທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງພາຍໃນແຂວງ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ເພື່ອອວຍພອນ ນາຍ ແລະ ພົນທະຫານຢູ່ວິທະຍາຄານນາຍທະຫານບົກວິທະຍາຄານກົມມະດຳ ເນື່ອງໃນໂອກາດ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (ວັນທີ 20 ມັງກອນ ປີ 1949 - 20 ມັງກອນ 2026) ໂດຍການໃຫ້ກຽດຕ້ອນຮັບຂອງທ່ານ ພົນຈັດຕະວາ ບົວໄລ ສີລັກສາ ຫົວໜ້າການ ເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ພ້ອມດ້ວຍ ຄະນະ.
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ຫົວໜ້າ ອອປສ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ອອປສ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ຄຕພ ເຜີຍແຜ່ເອກະສານການເລືອກຕັ້ງ ສສຊ, ສສຂ

ໃນວັນທີ 23 ທັນວາ ນີ້ ຢູ່ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ມີການຈັດພິທີປາຖະກະຖາເອກະສານກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີV ແລະ ເຜີຍແຜ່ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026).ໃຫ້ກຽດເປັນປະທານ ແລະ ເຜີຍແຜ່ໂດຍສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍໃນຄະນະບໍລິຫານງານພັກ, ຄະນະກົມ, ພະນັກງານບຳນານ ແລະ ພະນັກງານຂອງ ຄຕພ ເຂົ້າຮ່ວມ.
ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຊາວໜຸ່ມ ຄອສພ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX

ຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ (ຄອພສ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ IX ແລະ ປະກາດການຈັດຕັ້ງຄະນະບໍລິຫານງານຊາວໜຸ່ມ ຄອສພ ສະໄໝທີ V ຂຶ້ນໃນວັນທີ 22 ມັງກອນນີ້ ທີ່ ຄອສພ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າ ຄອສພ ຜູ້ຊີ້ນໍາ 3 ອົງການຈັດຕັ້ງມະຫາຊົນ ແລະ ເປັນປະທານຂອງສະຫາຍ ພູວຽງ ພົງສະຫວັດດີ ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ, ມີຄະນະເລຂາຊາວໜຸ່ມ ຄອສພ, ຊາວໜຸ່ມຮາກຖານ-ໜ່ວຍຊາວໜຸ່ມ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ກອງບັນຊາການທະຫານເມືອງ ໄຊຍະບູລີ ສະຫຼຸບວຽກງານຮອບດ້ານ

ໃນວັນທີ 22 ມັງກອນ 2026ນີ້, ກອງບັນຊາການທະຫານເມືອງ ໄຊຍະບູລີໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2025 ແລະ ທິດທາງແຜນການປີ 2026ຂຶ້ນ ທີ່ຫ້ອງປະຊຸມກອງບັນຊາການດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຈັນເພັງ ອູ່ທອງຄຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.
ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ສາລະວັນ ສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ

ວັນທີ 21 ມັງກອນຜ່ານມານີ້, ສະຫະພັນກຳມາບານ ແຂວງສາລະວັນ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດ 70 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຫະພັນກຳມະບານລາວ ພາຍໃຕ້ຮົ່ມທຸງໄຊ ປະຕິວັດ ຂອງພັກ ປະຊາຊົນ ປະຕິວັດລາວ ພາຍໃຕ້ຫົວຂໍ້ “ການພັດທະນາວຽກງານກຳມະບານໃນໄລຍະໃໝ່” ຊຶ່ງຈັດຂຶ້ນທີ່ຫ້ອງປະຊຸມພະແນກອຸດສາຫະກຳ ແລະ ການຄ້າ ແຂວງ; ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນໍາການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີທ່ານ ຈິດຕະກອນ ສາຍສະໝຸດ ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ, ມີພາກສ່ວນກ່ຽວຂ້ອງ ອ້ອມຂ້າງແຂວງເຂົ້າຮ່ວມ.
ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ໄຊສົມບູນ ຊຸກຍູ້ກະກຽມເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີV

ຄະນະກຳມະການເລືອກຕັ້ງລະດັບຊາດຮ່ວມກັບຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ຈັດກອງປະຊຸມຕິດຕາມ ແລະ ຊຸກຍູ້ກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ມັງກອນຜ່ານມາ ທີ່ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງທ່ານພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ ອະນຸກຳມະການປຸກລະດົມຂະບວນການ, ມີທ່ານ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານກໍາມະການຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ, ເມືອງທີ່ກ່ຽວຂ້ອງເຂົ້າຮ່ວມ.
ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ການເລືອກຕັ້ງ ສສຊ ແລະ ສສຂ ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງ

ມະຕິກົມການເມືອງສູນກາງພັກ ໄດ້ເນັ້ນໜັກວ່າ ອົງຄະນະພັກທຸກຂັ້ນຕ້ອງກຳແໜ້ນ, ເຊື່ອມຊຶມ ແລະ ນໍາພາ-ຊີ້ນໍາການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາ ຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ຕ້ອງໃຫ້ບັນລຸຜົນສໍາເລັດຕາມ 5 ຈຸດປະສົງລະດັບຄາດ ໝາຍ.
ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ລັດຖະມົນຕີກະຊວງການເງິນເນັ້ນໃຫ້ຂະແໜງສ່ວຍສາອາກອນຄຸ້ມຄອງການເງິນເປັນທັນສະໄໝ

ໃນໂອກາດທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກລັດຖະມົນຕີກະຊວງການເງິນເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ່ວຍສາອາກອນທົ່ວປະເທດປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ໃນວັນທີ 22 ມັງກອນນີ້ ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ພັນທຸລັກ ວ່າການຫົວໜ້າກົມສ່ວຍສາອາກອນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກະຊວງການຕ່າງປະເທດປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນ

ກະຊວງການຕ່າງປະເທດປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນ

ໃນວັນທີ22ມັງກອນ 2026ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC),ໄດ້ຈັດພິທີປະດັບຫຼຽນໄຊແຮງງານ, ຫຼຽນກາ ແລະ ໃບຍ້ອງຍໍ ໃຫ້ແກ່ບຸກຄົນດີເດັ່ນທີ່ໄດ້ປະກອບສ່ວນເຂົ້າໃນວຽກງານຊາຍແດນ ລາວ-ຫວຽດນາມ ແລະ ຊາຍແດນ ລາວ-ມຽນມາ,ໂດຍໃຫ້ກຽດເປັນປະທານ ຂອງ ທ່ານ ທອງສະຫວັນ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ;ມີການນຳຈາກກະຊວງກ່ຽວຂ້ອງ, ການນຳແຂວງຊາຍແດນຈຳນວນ12ແຂວງພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສູນກາງເຂົ້າຮ່ວມ
ເພີ່ມເຕີມ