![]() |
ສະຫາຍ ພົນໂທ ວັນທອງ ກອງມະນີ ໄດ້ຍົກໃຫ້ເຫັນຕະຫຼອດໄລຍະ 50 ປີ ແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ໄດ້ເຮັດໃຫ້ໂສມໜ້າຂອງປະເທດຊາດ ມີການປ່ຽນແປງຢ່າງໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນ, ໂດຍແມ່ນພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນໍາພາ ແລະ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງມາສູ່ປະຊາຊົນບັນດາເຜົ່າ, ໂດຍຜ່ານການຕໍ່ສູ້ຕ້ານກັບຈັກກະພັດຜູ້ຮຸກຮານຢ່າງດຸເດືອດຂ້ຽວຂາດ ແລະ ຫຍຸ້ງຍາກສັບສົນ ຈົນສາມາດຍາດໄດ້ໄຊຊະຊະເປັນກ້າວໆມາ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງເປັນທາງການໃນວັນທີ 2 ທັນວາ ປີ 1975, ນັບແຕ່ນັ້ນມາ ປະເທດຂອງພວກເຮົາ ກໍມີເອກະລາດຢ່າງສົມບູນ, ປະຊາຊົນມີສິດເປັນເຈົ້າປະເທດຊາດຢ່າງແທ້ຈິງ, ໄດ້ກາຍເປັນພື້ນຖານດ້ານສັງຄົມ, ການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ປະເທດຊາດ ອັນໜັກແໜ້ນ ທີ່ຮັບປະກັນລະບອບໃໝ່ຂອງພວກເຮົາ ໃຫ້ຍືນຍົງຄົງຕົວສາມາດຜ່ານຜ່າອຸປະສັກ, ສິ່ງທ້າທາຍທົດສອບຕ່າງໆ ແລະ ສືບຕໍ່ກ້າວຂຶ້ນຕາມເສັ້ນທາງທີ່ພັກວາງອອກ. ພ້ອມກັນນັ້ນ, ກໍໄດ້ຍົກໃຫັເຫັນຊີວິດ ແລະ ການເຄື່ອນໄຫວ ຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍຊີ້ທິດເຍືອງທາງແຫ່ງການກ້າວເດີນໄປສູ່ໄຊຊະນະຂອງການປະຕິວັດລາວ, ປະທານໄກສອນ ພົມວິຫານ ແມ່ນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສິດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.
ການຈັດຕັ້ງປາຖະກະຖາ 2 ວັນສໍາຄັນດັ່ງກ່າວ, ແມ່ນເພື່ອເປັນການທົບທວນຄືນມູນເຊື້ອການຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ ຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ແລະ ເພື່ອຈາລຶກຄຸນງາມຄວາມດີ, ແວ່ນແຍງອັນໃສແຈ້ງ ແລະ ແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ກໍຄືແບບແຜນດໍາລົງຊີວິດຂອງປະທານໄກສອນ ພົມວິຫານ ທີ່ໄດ້ອຸທິດຊີວິດຂອງຕົນດ້ວຍຄວາມບໍລິສຸດຜ່ອງໃສ ເພື່ອຜົນປະໂຫຍດຂອງຊາດ ແລະ ປະຊາຊົນ.
(ຂ່າວ: ໄຊຈະເລີນ, ພາບ:ມະນີວອນ)

ຄໍາເຫັນ