![]() |
ສະມາຄົມພັດທະນາ ແລະສົ່ງເສີມອາຊີບຄົນພິການຕາ (ສພສຕ) ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຈັດກິດຈະກຳທີ່ມີຄວາມໝາຍ ຄັນສຳຄັນໃນຄັ້ງນີ້ ໂດຍການຊ່ວຍສະໜອງຂ້ໍມູນບັນດາອົງການຄົນພິການ, ປະສານງານ, ລົງເກັບກຳຂໍ້ມູນຂ່າວສານ ເພື່ອເຜີຍແຜ່ໃນວາລະສານ, ສື່ສິ່ງພິມ ແລະ ສື່ອອນລາຍ.
ທ່ານແອແກ້ວ ຈາກ ສະມາຄົມ ສົ່ງເສີມ ແລະ ພັດທະນາອາຊີບ ຄົນພິການຕາ ໄດ້ນຳສະເໜີ ຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມອາຊີບ, ສົ່ງເສີມການຈ້າງງານ ລວມທັງ ສິ່ງທ້າທາຍໃນການດຳເນີນງານຂອງສະມາຄົມເປັນໄລຍະເວລາ 14 ປີຜ່ານມາ. ເຊິ່ງໄດ້ນຳພາຄົນພິການສ້າງຄວາມຮັບຮູ້ກ່ຽວກັບສິດທິ ແລະ ນະໂຍບາຍຂອງພັກ-ລັດ ໂດຍການ ສະແດງສິລະປະດົນຕີ ຈາກສູນບໍລິການຄົນພິການ DSC.
ບັນດາກິດຈະກຳຕ່າງໆ ໄດ້ຮັບການສະໜັບສະໜູນຈາກ Helvetas ພາຍໃຕ້ໂຄງການ CEGGA ຂອງ GIZ ເຊິ່ງກິດຈະກຳດັ່ງກ່າວ ໄດ້ຊ່ວຍໃຫ້ວຽກງານຄົນພິການກ້າວເດີນຕໍ່ໄປ.
![]() |
ກອງປະຊຸມສຳມະນາກ່ຽວກັບວຽກງານສົ່ງເສີມ ແລະ ພັດທະນາຄົນພິການ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ ເມືອງວັງວຽງ ແຂວງວຽງຈັນ ໂດຍມີ ທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ມີສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກດ່ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ