ແບບຢ່າງທີ່ດີຂອງ ປະທານ ຄໍາໄຕ ສີພັນດອນ ແມ່ນເວົ້າແລ້ວຕ້ອງເຮັດ, ເຮັດໃຫ້ຫຼ້ອນ ເຮັດໃຫ້ດີ

ແບບຢ່າງທີ່ດີຂອງ ປະທານ ຄໍາໄຕ ສີພັນດອນ ແມ່ນເວົ້າແລ້ວຕ້ອງເຮັດ, ເຮັດໃຫ້ຫຼ້ອນ ເຮັດໃຫ້ດີ
ໂດຍ: ສ.ບຸດປະຊາ
ທ່າມກາງບັນຍາກາດຂອງການຈັດຕັ້ງສະເຫຼີມສະຫຼອງວັນເກີດຂອງ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8/2/1924-8/2/2024) ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ໄດ້ພ້ອມກັນລະນຶກ ແລະ ຫວນຄືນຜົນງານຂອງປະທານ ຄໍາໄຕ ສີພັນດອນ ເພື່ອພ້ອມກັນຄົ້ນຄວ້າຮໍ່າຮຽນອັນສິ່ງທີ່ພົ້ນເດັ່ນ ແລະ ເປັນແບບຢ່າງທີ່ດີ ຊຶ່ງໃນນີ້ຈາກຄວາມຮູ້ສຶກຂອງອະດີດການນໍາຂອງເຮົາ ຜູ້ເຄີຍໃກ້ຊິດຕິດແທດຕົວຈິງ ກໍໄດ້ຍົກໃຫ້ເຫັນຫຼາຍອັນ ໂດຍສະເພາະ ທ່ານ ຄໍາເຜີຍ ປານມະໄລທອງ ທີ່ຍົກໃຫ້ເຫັນວ່າ: ແບບຢ່າງທີ່ດີຂອງປະທານ ຄໍາໄຕ ສີພັນດອນ ກໍຄືເວົ້າແລ້ວຕ້ອງເຮັດໄດ້, ເຮັດໃຫ້ຫຼ້ອນ, ເຮັດໃຫ້ລື່ນ, ເຮັດໃຫ້ດີ ກວ່າທີ່ໄດ້ຮັບມອບໝາຍ”.
ທ່ານ ຄໍາເຜີຍ ປານມະໄລທອງ ພະນັກງານບໍານານ, ອະດີດກຳມະການສູນກາງພັກ ອະດີດຫົວໜ້າສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ອະດີດຫົວໜ້າຫ້ອງວ່າການສູນກາງພັກ ໄດ້ໃຫ້ສໍາພາດໃນໂອກາດເຂົ້າຮ່ວມ ກອງປະຊຸມສຳມະນາວິທະຍາສາດລະດັບຊາດ ໃນໂອກາດລະນຶກ ວັນເກີດຂອງປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາ 2023 ທີ່ແຂວງຈໍາປາສັກ ວ່າ: ອັນພົ້ນເດັ່ນທີ່ປະທັບໃຈກວ່າໝູ່ ສຳລັບຂ້າພະເຈົ້າ ໃນຖານະທີ່ເຄີຍເຮັດວຽກໃຫ້ຊິດຕິດ ກັບປະທານ ຄໍາໄຕ ສີພັນດອນ ກໍຄື 2 ບັນຫາທີ່ເພິ່ນເປັນຜູ້ລິເລີ່ມ ໃນການພັດທະນາປະເທດຊາດ.
ອັນທີ່ໜຶ່ງ, ແມ່ນເພິ່ນເປັນຜູ້ເລີ່ມກ່ຽວກັບການປະຕິບັດ 2 ສະໄໝ ຂອງການດຳລົງຕໍາແໜ່ງຂອງການນຳຂັ້ນສູງ ຊຶ່ງເມື່ອກ່ອນການນໍາແຕ່ລະບ່ອນ ສ່ວນຫຼາຍຢູ່ຕະຫຼອດຊີວິດ, ຮອດໄລຍະເພິ່ນມາ ກໍໄດ້ກຳນົດບໍ່ໃຫ້ກາຍ 2 ສະໄໝ ຊຶ່ງເພິ່ນກໍເປັນຜູ້ລິເລີ່ມທໍາອິດ ທີ່ເປັນປະທານພັກ ແລະ ເປັນການນໍາຂັ້ນສູງຂອງພັກ, ຂອງລັດເຮົາ ໄດ້ອອກຜັກຜ່ອນບໍານານ ໂດຍເພິ່ນໄດ້ເຄີຍເວົ້າວ່າ: “ພວກເຮົາ, ຍາມມີຊີວິດ ເປັນຜູ້ອາວຸໂສ, ອາຍຸສູງ ຄວນປະໃຫ້ຮຸ່ນໜຸ່ມເຮັດ ເພາະວ່າຄັນມີຫຍັງຜິດພາດ ເຮົາກໍຍັງມີເຫື່ອມີແຮງພໍຕັກເຕືອນ ເພື່ອດັດສົມ ແລະ ປັບປຸງໄດ້”. 
ອັນທີສອງ ແມ່ນເພິ່ນເປັນຜູ້ລິເລີ່ມກ່ຽວກັບການຂຽນບົດຄວາມ, ມະຕິຕ່າງໆຂອງພັກ ຊຶ່ງເມື່ອກ່ອນ ແມ່ນອາໄສຊ່ຽວຊານ ແຕ່ເມື່ອເພິ່ນເປັນປະທານພັກ ແລະ ເປັນຜູ້ນໍາສູງສຸດ ເພິ່ນກໍໄດ້ເອົາມະຕິ, ເອົາຄໍາເຫັນຂອງການນໍາ ໃຫ້ແກ່ຄົນລາວເຮົາເປັນຜູ້ຂຽນ ຊຶ່ງປະທານ ຄໍາໄຕ ສີພັນດອນ ກໍເຄີຍໄດ້ແນະນໍາໃຫ້ ຂ້າພະເຈົ້າເອງ ວ່າ: “ຕັ້ງແຕ່ນີ້ເປັນຕົ້ນໄປ ໃຫ້ພະຍາຍາມຂຽນເອງ ໂດຍເພິ່ນເປັນຜູ້ແນະນໍາເນື້ອໃນຈິດໃຈຕົ້ນຕໍຕ່າງໆ ເພື່ອວ່າຈະໃຫ້ຂຽນແນວໃດໆອອກມາ”  ຊຶ່ງ ປະທານ ຄໍາໄຕ ສີພັນດອນ ເປັນຜູ້ທີ່ຟັງທິດສະດີຕິດພັນກັບພຶດຕິກຳໂດຍກົງ ຊຶ່ງທິດສະດີອັນໃດ ທີ່ບໍ່ຕິດພັນກັບພຶດຕິກຳ ກໍຈະບໍ່ຄ່ອຍເນັ້ນໜັກ ຊຶ່ງທຸກໆທິດສະດີຕ້ອງຕິດພັນກັບພຶດຕິກຳ. ໃນນີ້, ພຶດຕິກຳ ເປັນການຢັ້ງຢືນເຖິງແນວທາງ ແລະ ນະໂຍບາຍຂອງພັກ, ຂອງລັດເຮົາ.
ນອກນີ້, ແບບຢ່າງທີ່ດີຂອງ ປະທານ ຄໍາໄຕ ສີພັນດອນ ທີ່ເປັນແບບຢ່າງໃຫ້ຮໍ່າຮຽນນໍາ ກໍຄືການທີ່ເປັນຄົນຮອບຄອບລະອຽດ ແລະ ຖີ່ຖ້ວນ ຊຶ່ງນັບແຕ່ເລື່ອງນ້ອຍໆ ເປັນຕົ້ນການທີ່ຈະຮັບແຂກ ເພິ່ນຕ້ອງໄປເບິ່ງບ່ອນຕ່າງໆທີ່ຈະໄປກ່ອນ ໂດຍໄດ້ແນະນໍາໄວ້ແຕ່ລະບ່ອນຄວນເຮັດແນວໃດ ຄືການລົງລາຍລະອຽດອີຫຼີກ່ຽວກັບການຈັດຕັ້ງປະຕິບັດ ຊຶ່ງສ້າງແຜນແລ້ວ ກໍຕ້ອງມີການໄປເບິ່ງຕົວຈິງ ວ່າແຜນການຈະຈັດຕັ້ງປະຕິບັດໄດ້ແນວໃດ.
ທ່ານ ຄໍາເຜີຍ ປານມະໄລທອງ ຍັງໄດ້ຍົກອັນພົ້ນເດັ່ນຂອງ ປະທານ ຄໍາໄຕ ສີພັນດອນ ຄືການເວົ້າ ແລ້ວຕ້ອງເຮັດໄດ້, ເພິ່ນເຄີຍສັ່ງສອນວ່າ: “ຄັນວ່າໄດ້ຮັບການມອບໝາຍຫຍັງ ຕ້ອງເຮັດໃຫ້ມັນລື່ນການມອບໝາຍນັ້ນ” ຊຶ່ງພຶດຕິກຳຕົວຈິງຂອງເພິ່ນ ກໍແມ່ນອັນໃດທີ່ໄດ້ຮັບການຈັດຕັ້ງມອບໝາຍ ເພິ່ນກໍພະຍາຍາມເຮັດຫຼ້ອນ ແລະ ເຮັດລື່ນ, ດີກວ່າທີ່ໄດ້ຮັບມອບໝາຍ. ອັນນັ້ນ, ແມ່ນບົດຮຽນທີ່ດີສຳລັບພະນັກງານຂອງພວກເຮົາຄວນຮໍ່າຮຽນ, ຄົ້ນຄິດ, ຈັດຕັ້ງປະຕິບັດວຽກງານຕ່າງໆຂອງຕົນເອງ.
ທັງໝົດນັ້ນ, ກໍຄືຄວາມຮູ້ສຶກຂອງ ທ່ານ ຄໍາເຜີຍ ປານມະໄລທອງ ທີ່ໄດ້ຍົກໃຫ້ເຫັນຜົນງານ ແລະ ຄວາມເປັນແບບຢ່າງອັນດີ ທີ່ພະນັກງານເຮົາຄວນຮໍ່າຮຽນເອົາ ຊຶ່ງອັນສໍາຄັນຄື: “ເວົ້າແລ້ວຕ້ອງເຮັດໄດ້, ເຮັດໃຫ້ຫຼ້ອນ, ເຮັດໃຫ້ລື່່ນ, ເຮັດໃຫ້ດີ ກວ່າທີ່ໄດ້ຮັບມອບໝາຍ”.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ເມືອງສຸຂຸມາ ສ້ອມແປງເສັ້ນທາງເຂົ້າບ້ານແຊ ຕິດພັນກັບການພັດທະນາບ້ານປະຊາຊົນຢູ່ດີກິນດີ

ການສ້ອມແປງເສັ້ນທາງເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂງຈໍາປາສັກ ໃຫ້ສາມາດທຽວໄດ້ ທັງ 2 ລະດູ, ເພື່ອພັດທະນາໃຫ້ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມມາດຖານທີ່ກໍານົດໄວ້.
ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ເພີ່ມເຕີມ