ເປີດໂຮງງານຫົວອາຫານສັດແຫ່ງທຳອິດໃນ ສປປ ລາວ

ເບທາໂກ ເປີດໂຮງງານຫົວອາຫານສັດແຫ່ງທຳອິດໃນ ສປປ ລາວ

ເບທາໂກ ເປີດໂຮງງານຫົວອາຫານສັດແຫ່ງທຳອິດໃນ ສປປ ລາວ
ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫຼື "BTG"ເປີດໂຮງງານຫົວອາຫານສັດແຫ່ງທຳອິດໃນ ສປປ ລາວ ເມື່ອວັນທີ 7 ພະຈິກຜ່ານມາໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສີປະໄພ ໄຊສົງຄາມ

 

ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້,ທ່ານ ວໍຣະວຸດ ວານິດກຸນບໍດີ ປະທານເຈົ້າໜ້າທີ່ປະຕິບັດການ ກຸ່ມທຸລະກິດຕ່າງປະເທດ ບໍລິສັດ ເບທາໂກ ຈຳກັດ ມະຫາຊົນ ຫຼື "BTG" ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວໍຣະວຸດ ວານິດກຸນບໍດີກ່າວວ່າ: ພາຍໃຕ້ງົບລົງທຶນ 650 ລ້ານກວ່າບາດ(ສະກຸນເງິນໄທ)ໄດ້ນຳເຕັກໂນໂລຊີທີ່ທັນສະໄໝມາໃຊ້ໃນການຜະລິດຫົວອາຫານສັດ ແລະ ບໍລິຫານຊັບພະຍາກອນດ້ວຍກຳລັງການຜະລິດ 108.000 ໂຕນຕໍ່ປີ ຫວັງສ້າງຜະລິດຕະພັນຄຸນນະພາບ,ຮອງຮັບຄວາມຕ້ອງການທີ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເພີ່ມປະສິດທິພາບການບໍລິຫານຈັດການຕົ້ນທຶນ ຫຼຸດຜ່ອນການນຳເຂົ້າຫົວອາຫານສັດຈາກປະເທດໄທ, ມຸ່ງພັດທະນາຄຸນນະພາບຊີວິດຂອງຜູ້ຄົນ ດ້ວຍອາຫານທີ່ດີ ແລະ ຮ່ວມຂັບເຄື່ອນເສດຖະກິດຂອງ ສປປ ລາວ ໃຫ້ເຕີບໃຫຍ່ໄປດ້ວຍກັນຢ່າງຍືນຍົງ,ເບທາໂກໃນຖານະຜູ້ປະກອບທຸລະກິດອາຫານ ແລະ ກະສິກຳ-ອຸດສາຫະກຳຄົບວົງຈອນຊັ້ນນຳລະດັບສາກົນ ເພື່ອການບໍລິໂພກໃນປະເທດ ແລະ ສົ່ງອອກໄປ 20 ກວ່າປະເທດທົ່ວໂລກ ລວມເຖິງການລົງທຶນໃນປະເທດເພື່ອນບ້ານເຊັ່ນ:ປະເທດ ມຽນມາ, ລາວ ແລະ ກຳປູເຈຍ ໂດຍກຸ່ມທຸລະກິດຕ່າງປະເທດມຸ່ງເນັ້ນການເພີ່ມປະລິມານຜົນຜະລິດດ້ວຍການເພີ່ມປະສິດທິພາບການຜະລິດຜ່ານການນຳເຕັກໂນໂລຊີທີ່ທັນສະໄໝມາໃຊ້ເພື່ອໃຫ້ໄດ້ຜົນຜະລິດທີ່ດີມີຄຸນນະພາບ ທັງຍັງບໍລິຫານຈັດການຕົ້ນທຶນໄດ້ດີຍິ່ງຂຶ້ນ, ດັ່ງນັ້ນຈຶ່ງເດີນໜ້າລົງທຶນ 650 ລ້ານກວ່າບາດ ສ້າງໂຮງງານຜະລິດຫົວອາຫານສັດເບທາໂກແຫ່ງທຳອິດໃນ ສປປ ລາວ ທີ່ມີການນຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳທີ່ທັນສະໄໝມາໃຊ້ໃນການຜະລິດຫົວອາຫານສັດ.

ທ່ານກ່າວຕື່ມວ່າ:ໂຮງງານຫົວອາຫານສັດ ເບທາໂກ ລາວ ນັບເປັນອີກໜຶ່ງໂຮງງານຫົວອາຫານສັດໃນຕ່າງປະເທດຂອງບໍລິສັດ ສາມາດຜະລິດຫົວອາຫານສັດໄດ້ຫຼາກຫຼາຍຊະນິດທັງໝູ,ໄກ່ໄຂ່ ແລະ ໄກ່ຊີ້ນ ໂດຍນຳໃຊ້ເຕັກໂນໂລຊີການຜະລິດທີ່ທັນສະໄໝມາຍົກລະດັບຈັດການຫຼາກຫຼາຍດ້ານໄດ້ແກ່: ລະບົບ SCADA (Supervisory Control and Data Acquisition) ແລະ ລະບົບ SAP ນຳມາໃຊ້ໃນການຈັດການວັດຖຸດິບ ແລະ ຜະລິດຫົວອາຫານສັດ ເພື່ອຍົກລະດັບການຜະລິດໃຫ້ມີຄວາມຖືກຕ້ອງຫຼາຍຂຶ້ນ,ລະບົບການບໍລິຫານຈັດການໂຮງງານເພື່ອຄວບຄຸມ ແລະ ລາຍງານຜົນຜະລິດ (Smart Dashboard),ລະບົບການຜະລິດຫົວອາຫານສັດ ແລະ ການໃຊ້ສານປະສົມລ່ວງໜ້າ (Smart Premix),ລະບົບການບັນຈຸຫົວອາຫານສັດທີ່ທັນສະໄໝ(Smart Bagging),ລະບົບການຈັດການຖານຂໍ້ມູນຜົນວິເຄາະວັດຖຸດິບຫົວອາຫານສັດເພື່ອການຄວບຄຸມຄຸນນະພາບ (Best LIMS-Laboratory Information Management System) ແລະລະບົບການກຳຈັດຝຸ່ນ ແລະ ກິ່ນ (Jet Filter) ເພື່ອຫຼຸດຜ່ອນຜົນກະທົບຕໍ່ສັງຄົມ ແລະ ສິ່ງແວດລ້ອມໂດຍການລົງທຶນໂຮງງານຫົວອາຫານສັດເບທາໂກລາວ ແຫ່ງນີ້ຄາດວ່າຈະຊ່ວຍເພີ່ມປະສິດທິພາບການຜະລິດອາຫານສັດທີ່ມີຄຸນນະພາບ ແລະ ປອດໄພ ທັງຍັງເປັນການສົ່ງເສີມການໃຊ້ວັດຖຸດິບຫົວອາຫານສັດໃນ ສປປ ລາວ ແລະ ເປັນສ່ວນໜຶ່ງໃນການຂັບເຄື່ອນເສດຖະກິດຂອງປະເທດ ແລະ ສ້າງຄວາມໄດ້ປຽບທາງການແຂ່ງຂັນອີກດ້ວຍ

ປັດຈຸບັນໂຮງງານຫົວອາຫານສັດເບທາໂກ ລາວ ມີອັດຕາການເດີນເຄື່ອງຢູ່ທີ່ 70% ຂອງການຜະລິດລວມ ແລະ ຄາດວ່າຈະຜະລິດເຕັມກຳລັງ 100%ຫຼື 108,000ໂຕນພາຍໃນປີ 2025 ອີກຍັງມີແຜນຂະຫຍາຍກຳລັງການຜະລິດເປັນ 144,000ໂຕນຕໍ່ປີໃນປີ 2027ເພື່ອຮອງຮັບການຂະຫຍາຍການຜະລິດອາຫານໃຫ້ຄອບຄຸມທັງ ສປປ ລາວ ແລະ ສົ່ງອອກໃຫ້ກັບຟາມກະສິກອນເຄືອຂ່າຍເບທາໂກໃນພື້ນທີ່ພາກອີສານຕອນກາງຂອງປະເທດໄທ,ເບທາໂກ ເຊື່ອວ່າໂຮງງານອາຫານສັດແຫ່ງນີ້ຈະຍົກລະດັບລະບົບຕ່ອງໂສ້ການສະໜອງດ້ານອາຫານຂອງ ສປປ ລາວ ທັງໃນດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ດ້ວຍການສົ່ງມອບອາຫານທີ່ມີຄຸນນະພາບ ແລະ ຄວາມປອດໄພສູງ ດ້ວຍການຜະລິດທີ່ຍືນຍົງ ທັງຍັງສ້າງງານສ້າງອາຊີບໃຫ້ກັບຄົນໃນທ້ອງຖິ່ນ ຊຶ່ງຈະເຮັດໃຫ້ຜູ້ຄົນໃນ ສປປ ລາວ ມີທາງເລືອກໃຫ້ການບໍລິໂພກອາຫານທີ່ດີ ມີຄຸນນະພາບຖືວ່າເປັນສ່ວນໜຶ່ງໃນການຮ່ວມພັດທະນາ ແລະ ປັບປຸງລະບົບກະເສດອຸດສາຫະກຳ ແລະ ອາຫານໃນ ສປປ ລາວ ໃຫ້ມີມາດຕະຖານການຜະລິດໃນລະດັບສາກົນ ແລະ ປອດໄພຕໍ່ຜູ້ບໍລິໂພກ ຕະຫຼອດຈົນເປັນຖານການຜະລິດ ແລະ ສົ່ງອອກໄປຍັງຕ່າງປະເທດໃນອະນາຄົດຕໍ່ໄປ.

(ຂໍ້ມູນຈາກ:ເບທາໂກ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ