ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

ບໍ່ແກ້ວ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

ບໍ່ແກ້ວ ປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ
ວັນທີ 20 ມັງກອນນີ້, ແຂວງບໍ່ແກ້ວ ໄດ້ຈັດປາຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ທີ່ຫໍວັດທະນະທໍາແຂວງ, ເຂົ້າຮ່ວມມີການນໍາຂອງແຂວງ, ການນໍາຂອງເມືອງຫ້ວຍຊາຍ, ພະນັກງານອາວຸດໂສ-ບໍານານ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ ແລະ ນາຍບ້ານໃນເທດສະບານແຂວງເຂົ້າຮ່ວມ.

ໃນພິທີ, ທ່ານ ພົນຈັດຕະວາ ມະນີສານ ແສງຈັນທາ ອາດີດຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ເລົ່າຄືນມູນເຊື້ອປະຫວັດຕົ້ນກໍາເນີດຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ຊຶ່ງ ກອງທັບປະຊາຊົນລາວໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 20 ມັງກອນ ປີ 1949 ທີ່ຖໍ້າແມ, ຕາແສງພຽງສາ, ເມືອງຊຽງຄໍ້, ແຂວງຫົວພັນ, ຊຶ່ງເປັນເຫດການປະຫວັດສາດໜຶ່ງທີ່ສຳຄັນ, ເປັນບາດກ້າວແຫ່ງການເຕີບໃຫຍ່ ຂະຫຍາຍຕົວຂອງການປະຕິວັດ ແລະ ເປັນບາດກ້າວແຫ່ງການເຕີບໃຫຍ່ເຂັ້ມແຂງຂອງກຳລັງປະກອບອາວຸດປະຕິວັດ. ພາຍຫຼັງໄດ້ຮັບການສ້າງຕັ້ງຂຶ້ນ ກອງທັບເຮົາກໍໄດ້ຜະເຊີນໜ້າກັບສັດຕູໂຕຮ້າຍກາດ ທີ່ມີກໍາລັງແຮງເໜືອກວ່າ ນັບທັງດ້ານກຳລັງພົນ, ອາວຸດຍຸດໂທປະກອນທີ່ທັນສະໄໝກວ່າ. ເພື່ອປົກປັກຮັກສາປະເທດຊາດ ແຕ່ດ້ວຍນ້ຳໃຈຮັກຊາດເດັດດ່ຽວໜຽວແໜ້ນ, ບໍ່ຍອມຈຳນົນ ກອງທັບໄດ້ຮ່ວມກັບປະຊາຊົນລາວບັນດາເຜົ່າ ສືບຕໍ່ດໍາເນີນການຕໍ່ສູ້ຍິ່ງໄດ້ຮັບໄຊຊະນະ ແລະ ຍິ່ງຕີຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975.

ການປະຖະກະຖາຄັ້ງນີ້, ເພື່ອແນໃສ່ສຶກສາອົບຮົມພະນັກງານທະຫານ, ຕໍາຫຼວດ, ພະນັກງານ-ລັດຖະກອນ, ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວສັງຄົມໄດ້ຮັບຮູ້ ແລະ ທັງເປັນການທົບທວນຄືເຖິງຕົ້ນກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຕົວຂອງກອງທັບປະຊາຊົນລາວໃນແຕ່ລະໄລຍະ, ທັງເຫັນໄດ້ຜົນງານ, ໄຊຊະນະທີ່ຍາດມາໄດ້, ກໍາໄດ້ທາດແທ້ມູນເຊື່ອອັນສະຫງ່າງາມຂອງກອງທັບປະຊາຊົນລາວ. ທັງເປັນການປຸກຈິດສໍານຶກມີຄວາມກະຕັນຍູຮູ້ບຸນຄຸນນັກວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານ-ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໄດ້ເສຍຊີວິດເລືອດເນື້ອເພື່ອພາລະກິດປະຕິວັດ ແລະ ເພື່ອປະເທດຊາດ.

ໃນພິທີດັ່ງກ່າວ, ບັນດາພະແນກການ, ອົງການ, ລັດວິສາຫະກິດ ກໍໄດ້ອວຍພອນຄະນະກອງບັນຊາການທະຫານແຂວງບໍ່ແກ້ວ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີຕື່ມອີກດ້ວຍ.

(ຂ່າວ: ຄໍາເພັງ ສີສະຫວ່າງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ປະຊາຊົນບ້ານນາດອນຄູນ ໄດ້ຮັບຜົນກະທົບໄພພິບັດນ້ຳຖ້ວມ

ໃນວັນທີ 6 ກໍລະກົດຜ່ານມານີ້, ຄະນະຮັບຜິດຊອບກຸ່ມກອກຫວານ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ລົງກວດກາຕົວຈິງ ຜົນກະທົບໄພພິບັດນ້ຳຖ້ວມ ຢູ່ບ້ານນາດອນຄູນ ທີ່ຖືກກະທົບຈາກໄພນ້ຳຖ້ວມ ນຳໂດຍ ທ່ານ ພັນໂທ ບຸນຄົງ ອຳພອນ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນ ຫຼວງພະບາງ ຮອງຫົວໜ້າກຸ່ມພັດທະນາກອກຫວານ.
ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ອົງການພຸດທະສາສະໜາສັມພັນລາວ ແຂວງບໍລິຄຳໄຊ ສຳເລັດກອງປະຊຸມໃຫຍ່ສະໄໝທີ 8

ກອງປະຊຸມໃຫຍ່ຜູ້ແທນພະສົງທົ່ວແຂວງ ບໍລິຄຳໄຊ ສະໄໝທີ 8 ໄດ້ໄຂຂຶ້ນໃນວັນທີ 7 ກໍລະກົດຜ່ານມາ ຢູ່ສາລາໂຮງທຳ ວັດສີລະວະນາຣາມ (ບ ອານຸສອນໄຊ) ເມືອງປາກຊັນ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງພະອາຈານ ຄຳປັນ ອິນທະວົງ ຄະນະກຳມະການສູນກາງອົງການພຸດທະສາສະໜາສັມພັນແຫ່ງສປປລາວ ປະທານອົງການພຸດທະສາສະໜາສັມພັນລາວ (ອພສ)ແຂວງບໍລິຄຳໄຊ, ມີພຣະອາຈານ ມະຫາເວດ ມະເສໄນ ອົງຮັກສາການ ປະທານສູນກາງ ອພສ.
ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ

ເປີດນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ເມືອງຕະໂອ້ຍ

ໃນວັນທີ 8 ກໍລະກົດນີ້.ໄດ້ຈັດພິທີເປີດການນຳໃຊ້ອາຄານສຳນັກງານ ທະນາຄານພັດທະນາລາວ ໜ່ວຍບໍລິການເມືອງຕະໂອ້ຍ ແຂວງສາລະວັນຂຶ້ນ. ໃນພິທີ, ທ່ານ ຄຳລຽນ ສິມມະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາພາກໃຕ້ແຂວງ ຈຳປາສັກ ໄດ້ກ່າວວ່າ: ຈຸດປະສົງຂອງການເປີດໜ່ວຍບໍລິການເມືອງຕະໂອ້ຍ ກໍເພື່ອເປັນການຂະຫຍາຍພື້ນທີ່ຈຸດໃຫ້ການບໍລິການ ອຳນວຍຄວາມສະດວກໃຫ້ແກ່ລູກຄ້າທີ່ເຂົ້າມາໃຊ້ບໍລິການໃນໜ່ວຍບໍລິການທະນາຄານພັດທະນາລາວ.
ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ມອບ - ຮັບ ວຽກງານສື່ມວນຊົນ ແລະ ຖະແຫຼງຂ່າວມາຂຶ້ນກັບ ຄອສພ

ພິທີເຊັນບົດບັນທຶກການມອບ - ຮັບວຽກງານສື່ມວນຊົນ (ວຽກງານຖະແຫຼງຂ່າວ) ມາຂຶ້ນກັບຄະ ນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ຄະນະໂຄສະນາອົບ ຮົມສູນກາງພັກ. ໂດຍການຮ່ວມລົງນາມໃນບົດບັນທຶກລະຫວ່າງ ທ່ານ ຄຳພັນ ເຜີຍຍະວົງ ຄະນະ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນາທຳ ແລະ ການທ່ອງທ່ຽວ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ເມືອງວຽງຄໍາ ຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດເມືອງວຽງຄໍາ ແຂວງວຽງຈັນ ຄັ້ງທີ VI ໄດ້ໄຂຂຶ້ນ ແລະ ສຳເລັດລົງ ໃນວັນທີ 8 ກໍລະກົດຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ, ໂດຍການເຂົ້າຮ່ວມຂອງ ທ່ານ ເທບພະໄທ ແກ້ວເຂັມເພັດ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງວຽງຈັນ, ທ່ານ ສົມໝາຍ ໄຊຍະວົງ ເລຂາຄະນະບໍລິຫານງານພັກເມືອງ.
ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໄຟຟ້າຫົງສາ ຖວາຍທຽນພັນສາ-ຜ້າອາບນໍ້າຝົນ ໃຫ້ວັດພາຍໃນເມືອງຫົງສາ

ໃນລະຫວ່າງວັນທີ 3-7 ກໍລະກົດ ນີ້ ບໍລິສັດໄຟຟ້າຫົງສາ ຈໍາກັດ ໄດ້ຈັດກິດຈະກໍາ ຖວາຍທຽນພັນສາ ແລະ ຜ້າອາບນໍ້າຝົນໃຫ້ວັດພາຍໃນເຂດເມືອງຫົງສາ ລວມທັງໝົດຈໍານວນ 15 ວັດ ເນື່ອງໃນໂອກາດວັນບຸນເຂົ້າພັນສາ ປະຈໍາປີ 2025 ເພື່ອຮ່ວມສົ່ງເສີມພຸດທະສາສະໜາ ແລະ ອະນຸລັກຮີດຄອງປະເພນີອັນດີງາມຂອງຊາວພຸດໃນທ້ອງຖິ່ນ.
ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ປີນີ້ ລັດຖະບານ ມີແຜນປ່ອຍປາ ແລະ ສັດນໍ້າ ໃຫ້ໄດ້ຫຼາຍກວ່າ 65 ລ້ານໂຕ

ໃນວັນທີ 7 ກໍລະກົດ ຜ່ານມາ ນີ້ ທີ່ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ໃຫ້ກຽດຖະແຫຼງຂ່າວ ເນື່ອງໃນໂອກາດ ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ວ່າ: ພັກ ແລະ ລັດຖະບານ ຍາມໃດກໍເຫັນຄວາມສໍາຄັນ ແລະ ຖືເອົາການຄຸ້ມຄອງ ການປົກປັກຮັກສາ ການພັດທະນາ ແລະ ການນຳໃຊ້ ປາ ແລະ ສັດນໍ້າ ເປັນວຽກສຳຄັນ ແລະ ມີຄວາມຈໍາເປັນ ສໍາລັບຊີວິດການເປັນຢູ່ ຂອງປະຊາຊົນລາວ ຊຶ່ງໄດ້ກຳນົດເອົາ ວັນທີ 13 ກໍລະກົດ ຂອງທຸກໆປີ ເປັນວັນປ່ອຍປາ ແລະ ສັດນໍ້າ ແຫ່ງຊາດ ເພື່ອຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາສັດນ້ຳ ໃຫ້ອຸດົມສົມບູນ ແລະ ມີຄວາມຍືນຍົງ ຊຶ່ງໄດ້ເລີ່ມແຕ່ປີ 1997 ເປັນຕົ້ນມາ ແລະ ໃນປີນີ້ ກໍຄົບຮອບ 28 ປີ. ນອກຈາກນີ້ ວັນດັ່ງກ່າວ ຍັງກົງກັບ ວັນເກີດຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ.
2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

2024 ນະຄອນຫຼວງວຽງຈັນ ສາມາດປົດໜີ້ສິນໂຄງການລົງທຶນຂອງລັດໄດ້ 25 ໂຄງການ

ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ສສນວ) ຮັບຟັງການຊີ້ແຈງກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ຄັ້ງທີ IX (2021- 2025) ໃນວັນທີ 8 ກໍລະກົດນີ້ ທີ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II, ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ.
ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024

ຄະນະປະຈຳພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2024, ປະກາດພະນັກງານເຂົ້າຮັບອຸດໜູນບຳນານ ແລະ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝ XI ຂຶ້ນໃນວັນທີ 8 ກໍລະກົດນີ້ ທີ່ ມຊ ໂດຍການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີຄະນະພັກ, ຄະນະນຳ, ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ  (20 ກໍລະກົດ1955-20 ກໍລະກົດ 2025)

ຄວາມຄິດເຫັນ ຕໍ່ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025)

ໃນໂອກາດວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ທ່ານ ນາງ ຜາສຸກ ວົງວິຈິດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮອງອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດ ສຸກຂະພາບ ໄດ້ສະແດງຄວາມຄິດເຫັນຕໍ່ວັນດັ່ງກ່າວວ່າ: ວັນທີ 20 ກໍລະກົດ ປີ 1955 ເປັນວັນທີ່ມີຄວາມໝາຍຄວາມສຳຄັນທີ່ສຸດ ເປັນວັນກຳເນີດເກີດຂຶ້ນຂອງສະຫະພັນແມ່ຍິງລາວ ນັບແຕ່ ວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ; ພັກກໍໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງ ຂຶ້ນຢ່າງເປັນທາງການ (ຊຶ່ງເປັນ​ຕົ້ນກຳເນີດ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ)
ເພີ່ມເຕີມ