ການໂຄສະນາ-ສື່ສານຜ່ານຫຼາຍຮູບແບບ ເພື່ອໃຫ້ສັງຄົມເຂົ້າເຖິງ

ບໍລິສັດ EVN ຫັນການໂຄສະນາ-ສື່ສານຜ່ານຫຼາຍຮູບແບບ ເພື່ອໃຫ້ສັງຄົມເຂົ້າເຖິງ

ບໍລິສັດ EVN ຫັນການໂຄສະນາ-ສື່ສານຜ່ານຫຼາຍຮູບແບບ ເພື່ອໃຫ້ສັງຄົມເຂົ້າເຖິງ
ວຽກງານການໂຄສະນາສື່ສານ, ການເຜີຍແຜ່ຂໍ້ມູນ ລວມເຖິງພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຕ່າງໆ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ (EVN)

ໃນໄລຍະຜ່ານມາ ແມ່ນໄດ້ເຜີຍແຜ່ຜ່ານຊ່ອງທາງເວັບໄຊແລະ ການພິມເປັນວາລະສານ ເທົ່ານັ້ນຊຶ່ງມີລາຍເດືອນ, ລາຍໄຕມາດ, ແຕ່ດ້ວຍສະພາບການຫັນປ່ຽນຂອງເຄື່ອງມືສື່ມວນຊົນໃນປັດຈຸບັນ ບໍລິສັດໄດ້ຫັນມານໍາໃຊ້ເຄື່ອງມືໂຄສະນາສື່ສານ ຜ່ານຫຼາຍຊ່ອງທາງໂດຍສະເພາະ ທາງສື່ສັງຄົມອອນລາຍເຊັ່ນ: Facebook, tiktok, zalo, youtube ແລະ website ເພື່ອເປັນຊ່ອງທາງໃນການປະຊາສໍາພັນ, ເຜີຍແຜ່ບັນດາຂໍ້ມູນ, ພາລະບົດບາດ, ໜ້າທີ່ ແລະ ການເຄື່ອນໄຫວວຽກງານຂອງກຸ່ມບໍລິສັດ EVN ເພື່ອໃຫ້ສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ ແລະ ທັນການ.

ທ່ານ ຈິງມາຍເຟືອງ ຫົວໜ້າຄະນະປະຊາສຳພັນ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ໄດ້ກ່າວໃນໂອກາດທີ່ຄະນະຝຶກອົບຮົມວຽກງານການຄຸ້ມຄອງສື່ມວນຊົນລາວຊຶ່ງນຳໂດຍທ່ານ ເລ ດຶກ ຮວາ ຮອງຄະນະວິຊາສື່ມວນຊົນ ແລະ ໂຄສະນາ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ຫວຽດນາມ ລົງຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ກ່ຽວກັບການດຳເນີນວຽກງານສື່ສານມວນຊົນ ຂອງກຸ່ມບໍລິສັດດັ່ງກ່າວ ໃນວັນທີ 23 ຕຸລາຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍວ່າ: ປັດຈຸບັນການນໍາໃຊ້ຊ່ອງທາງໂຄສະນາ ປະຊາສຳພັນ ຜ່ານທາງສື່ສັງຄົມອອນລາຍ ແມ່ນສາມາດເຂົ້າເຖິງກຸ່ມເປົ້າໝາຍໄດ້ໄວ ແລະ ທັນສະພາບການຊຶ່ງເນື້ອໃນຂ່າວທີ່ບໍລິສັດຂຽນສ່ວນຫຼາຍແມ່ນເນັ້ນໃສ່ໜ້າທີ່ວຽກງານ, ຄວາມປອດໄພ ໃນການຊົມໃຊ້ໄຟຟ້າ ແລະ ການປະຢັດພະລັງງານໄຟຟ້າ, ການນໍາໃຊ້ພະລັງງານສະອາດ ແລະ ພະລັງງານ ແບບຍືນຍົງ ໂດຍສົ່ງລາຍງານຫາພາກສ່ວນທີ່ກ່ຽວຂ້ອງ ແລະ ປະສານສົມທົບກັບບັນດາອົງການສື່ມວນຊົນ ເພື່ອອອກຂ່າວ ແລະ ໂຄສະນາຕໍ່ໃຫ້ສັງຄົມໄດ້ຮັບຊາບ.

ພ້ອມດຽວກັນນີ້, ທ່ານ ຈິງມາຍເຟືອງຍັງໄດ້ລາຍງານສະພາບການເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດ EVN ຊຶ່ງບໍລິສັດດັ່ງກ່າວເປັນບໍລິສັດແມ່ ຂອງກຸ່ມບໍລິສັດໄຟຟ້າຫວຽດນາມ ທີ່ຮັບຜິດຊອບໂດຍກົງ ໃນການບໍລິຫານການຜະລິດ, ການນໍາສົ່ງ, ການບໍລິການແຈກຢາຍ ແລະ ທຸລະກິດຊື້-ຂາຍທາງດ້ານພະລັງງານໄຟຟ້າ ໂດຍປະກອບມີ 17 ກົມກອງທີ່ຂຶ້ນກັບບໍລິສັດແມ່ໂດຍກົງ, ໃນນັ້ນມີ 8 ບໍລິສັດທີ່ຖືຫຸ້ນ 100%, 5 ບໍລິສັດຖືຫຸ້ນ 50% ແລະ ມີ 3 ບໍລິສັດຖືຫຸ້ນຕໍ່າກວ່າ 50%. ປັດຈຸບັນ, ພະນັກງານໃນກຸ່ມບໍລິສັດໄຟຟ້າຫວຽດນາມມີທັງໝົດ 96,300 ຄົນ, ມີກໍາລັງການຜະລິດໄຟຟ້າ 84.360 MW.ໃນນີ້, ພະລັງງານໄຟຟ້າຈາກນໍ້າກວມ 28%, ພະລັງງານຈາກຖ່ານຫີນ 33%, ພະລັງງານຈາກແສງແດດ ແລະ ລົມ 27%. ໃນປີ 2023 ສາມາດສ້າງລາຍຮັບໄດ້ 23 ຕື້ໂດລາ. ສຳລັບການຮ່ວມມືຫວຽດນາມ-ລາວ, ລາວ-ຫວຽດນາມ ໃນຂົງເຂດການຜະລິດໄຟຟ້າໃນໄລຍະຜ່ານມາ ມີພຽງ 35kv ແລະ 22kv ຢູ່ລຽບຕາມຊາຍແດນເທົ່ານັ້ນ ແລະ ໃນປີ 2016 ໄດ້ເຊັນສັນຍາຮ່ວມມືພັດທະນາພະລັງງານໄຟຟ້າຢູ່ລາວ ເພື່ອຂາຍໃຫ້ຫວຽດນາມ ໃນຈໍານວນ 200kv ຫາ 500kv.

(ຂ່າວ-ພາບ: ນາງມະນີທອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ