![]() |
ທ່ານ ສີວັນ ຫອມໄຊຍະເດດ ໄດ້ສະແດງຄວາມຕ້ອນຮັບ ແລະ ຂອບໃຈຕໍ່ບໍລິສັດໄຟຟ້າຫົງສາ ຈໍາກັດ ທີ່ໄດ້ເຂົ້າມາອວຍພອນໃນຄັ້ງນີ້, ພ້ອມຈະສືບຕໍ່ໃຫ້ການຮ່ວມມືປະສານງານໃນວຽກງານຕ່າງໆ ເປັນຕົ້ນການລົງໂຄສະນາປະຊາສໍາພັນ, ການອອກຂ່າວ ເພື່ອນໍາສະເໜີຂໍ້ມູນຂ່າວສານຕ່າງໆທີ່ເປັນປະໂຫຍດຕໍ່ສັງຄົມຂຶ້ນເລື້ອຍໆໄປ.
ໂອກາດນີ້, ທ່ານ ນາງ ພະນັດຊະກອນ ການຕານົນ ໄດ້ສະແດງຄວາມຂອບໃຈຕໍ່ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ທີ່ໄດ້ໃຫ້ການຕ້ອນຮັບ ແລະ ໄດ້ໃຫ້ການຮ່ວມມືປະສານງານດ້ານໂຄສະນາປະຊາສໍາພັນ, ການອອກຂ່າວຕ່າງໆ ຕະຫຼອດໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືປະສານງານ ຊຶ່ງກັນ ແລະ ກັນອີກຕໍ່ໆໄປ ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ການພິມຈໍາໜ່າຍ, ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 75 ປີ ທ່ານ ນາງ ພະນັດຊະກອນ ການຕານົນ ຍັງໄດ້ອວຍພອນໄຊ ອັນປະເສີດໃຫ້ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ພ້ອມຄະນະ ກໍຄືພະນັກງານທົ່ວໜັງສືພິມປະຊາຊົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຜົນສໍາເລັດໃນໜ້າທີ່ວຽກງານທຸກປະການ.
ທ່ານ ສີວັນ ຫອມໄຊຍະເດດ ກໍໄດ້ອວຍພອນໄຊອັນປະເສີດ ໃຫ້ທ່ານ ນາງ ພະນັດຊະກອນ ການຕານົນ ພ້ອມຄະນະ ກໍຄືພະນັກງານທົ່ວບໍລິສັດ ໄຟຟ້າຫົງສາ ຈຳກັດ ຈົ່ງມີສຸຂະພາບພະລານະໄມແຂງແຮງ ແລະ ຂໍໃຫ້ບໍລິສັດ ມີຄວາມຈະເລີນຮຸ່ງເຮືອງຂຶ້ນຕະຫຼອດໄປ.
(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ