ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”
ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ບລສດ ເຂອນໄຟຟານາງຽບ 2 ຈດກດຈະກາ “ຫອງຮຽນສຂຽວ ແມນາຂອງແມນາລານຊາງ” - image 1
 

ກິດຈະກໍາໃນຄັ້ງນີ້, ແມ່ນໄດ້ເນັ້ນໃສ່ 5 ຫົວຂໍ້ຫຼັກເພື່ອໃຫ້ນັກສຶກສາ ແລະ ຊາວໜຸ່ມໃນທ້ອງຖິ່ນໄດ້ຮຽນຮູ້ຄື: ພາກປະຕິບັດ, ພາກການຄົ້ນຄ້ວາ, ບົດຮຽນວິທະຍາສາດ, ພາກກິດກະກໍາ ແລະ ການແລກປ່ຽນດ້ານວັດທະນະທໍາ. ຊຶ່ງໄດ້ອະທິບາຍຂັ້ນຕອນການກໍ່ສ້າງ, ການດໍາເນີນງານ, ມາດຕະການປົກປ້ອງສິ່ງແວດລ້ອມ ແລະ ການຮ່ວມມືກໍ່ສ້າງຊຸມຊົນໃນບໍລິເວນອ້ອມຂ້າງ. 

    ພາຍໃຕ້ການນໍາພາຂອງວິສະວະກອນລາວ-ຈີນ ບັນດານັກສຶກສາໄດ້ເຂົ້າໃຈເຖິງກົນໄກການຜະລິດ, ການບໍລິຫານຈັດການຂອງເຂື່ອນຫຼາຍຂຶ້ນ. ຜ່ານການຮຽນຮູ້ທາງດ້ານທິດສະດີ ແລະ ເບິ່ງພາກສະໜາມຕົວຈິງ, ນັກສຶກສາ ໄດ້ໃຫ້ສໍາພາດວ່າ: ຜ່ານການລົງທັດສະນະໃນຄັ້ງນີ້, ໄດ້ຄວາມຮູ້ຫຼາຍຢ່າງທີ່ຢູ່ນອກປຶ້ມບົດຮຽນ, ຂ້າພະເຈົ້າໄດ້ເຫັນການດໍາເນີນງານຂອງໂຮງງານໄຟຟ້າດ້ວຍຕົນເອງ ແລະ ຮັບຮູ້ເຖິງ ຈິດໃຈຄວາມຮັບຜິດຊອບທາງສັງຄົມ ແລະ ການປົກປ້ອງລະບົບນິເວດຂອງວິສາຫະກິດຈີນ. ຂ້າພະເຈົ້າຮູ້ສຶກເປັນກຽດທີ່ມີໂອກາດເຂົ້າຮ່ວມງານໃນຄັ້ງນີ້. 

ພ້ອມນີ້ ເຂື່ອນໄຟຟ້ານໍ້າງຽບ 2 ສົມທົບກັບ ອໍານາດການປົກຄອງເມືອງຜາໄຊ, ຈັດກິດຈະກໍາປູກຕົ້ນໄມ້ ແລະ ປ່ອຍປາຢູ່ທີ່ເມືອງຜາໄຊ ແຂວງຊຽງຂວາງ, ຊຶ່ງປູກຕົ້ນໄມ້ກິນໝາກປະມານ 2000 ຕົ້ນ, ປ່ອຍປາ 100,000 ກວ່າໂຕ. ທ່ານ ຄໍາຫຼ້າ ແກ້ວດາວັນ ເລຂາພັກເມືອງຜາໄຊໄດ້ກ່າວວ່າ: ເຂື່ອນໄຟຟ້ານໍ້າງຽບ 2 ບໍ່ພຽງແຕ່ສະໜອງພະລັງງານສະອາດໃຫ້ ສປປ ລາວ, ແຕ່ຍັງປົກປ້ອງລະບົບນິເວດໂດຍສະແດງຜ່ານກິດຈະກໍາປູກຕົ້ນໄມ້ ແລະ ປ່ອຍປາໃນແຕ່ລະປີ. ເມືອງຜາໄຊໄດ້ມອບໃບຍ້ອງຍໍ ແລະ ໃບຢັ້ງຢືນການຟື້ນຟູປ່າໄມ້ໃຫ້ກັບ ບໍລິສັດ ໄຟຟ້ານໍ້າງຽບ 2 ຈໍາກັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ