ບໍລິສັດ ແລະ ສະມາຄົມຊາວຄ້າຂາຍຫວຽດນາມ ອວຍພອນການນຳແຂວງໄຊສົມບູນ

ບໍລິສັດ ແລະ ສະມາຄົມຊາວຄ້າຂາຍຫວຽດນາມ ອວຍພອນການນຳແຂວງໄຊສົມບູນ
ທ່ານ ຫງວຽນ ຫວຽດ ກວັນ ຮອງຜູ້ອໍານວຍການບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈໍາກັດຜູ້ດຽວ ພ້ອມດ້ວຍຄະນະ ແລະ ສະມາຄົມຊາວຄ້າຂາຍຫວຽດນາມ ທີ່ອາໄສຢູ່ແຂວງໄຊສົມບູນ ໄດ້ເຂົ້າອວຍພອນການນໍາ ແຂວງໄຊສົມບູນ ເນື່ອງໃນໂອກາດວັນຊາດ ຄົບຮອບ 48 ປີ (2/12/1975-2/12/2023) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 103 ປີ ໃນທ້າຍອາທິດຜ່ານມານີ້ທີ່ຫ້ອງວ່າການແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ທ່ານ ຫງວຽນ ຫວຽດ ກວັນ ໄດ້ຕີລາຄາສູງຕໍ່ການພັດທະນາຂອງ ສປປ ລາວ ຊຶ່ງຕະຫຼອດໄລຍະ 48 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ເວົ້າລວມ, ເວົ້າສະເພາະອົງຄະນະພັກແຂວງໄຊສົມບູນ ທີ່ສາມາດຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ຫຼາຍດ້ານ, ມີຄວາມສະຖຽນລະພາບທາງດ້ານການເມືອງ, ເສດຖະກິດ-ສັງຄົມ ນັບມື້ໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບນັບມື້ນັບດີຂຶ້ນ, ສະຖານະຂອງ ສປປ ລາວ ນັບມື້ໄດ້ຮັບການຍົກລະດັບເທົ່າທຽມກັບສາກົນ, ສາຍພົວພັນມູນເຊື້ອຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດຫວຽດນາມ-ລາວ ກໍຄືສາຍພົວພັນລະຫວ່າງ ບັນດາແຂວງ ແລະ ວິສາຫະກິດຂອງຫວຽດນາມ ກັບແຂວງໄຊສົມບູນ ນັບມື້ຮັດແໜ້ນກ້າວເຂົ້າສູ່ລວງເລິກ ແລະ ປະກົດຜົນເປັນຈິງ ພ້ອມທັງອວຍພອນໄຊອັນປະເສີດ ມາຍັງອົງຄະນະພັກ, ອົງການປົກຄອງ, ປະຊາຊົນບັນດາເຜົ່າ ທົ່ວແຂວງໄຊສົມບູນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ, ອວຍພອນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ກໍຄືແຂວງໄຊສົມບູນ ຈົ່ງຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ໃນໂອກາດນີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈ ມາຍັງຄະນະບໍລິສັດແຮ່ທາດ ແລະ ຫຼອມໂລຫະວຽງຈັນ ຈໍາກັດຜູ້ດຽວແລະ ສະມາຄົມຊາວຄ້າຂາຍຫວຽດນາມ ຢູ່ແຂວງໄຊສົມບູນທີ່ໄດ້ປະກອບສ່ວນສ້າງສາພັດທະນາແຂວງໄຊສົມບູນ ມາໂດຍຕະຫຼອດ ແລະ ໄດ້ເຂົ້າມາອວຍພອນການນຳແຂວງໄຊສົມບູນໃນຄັ້ງນີ້ຊຶ່ງເປັນການຢັ້ງຢືນເຖິງມິດຕະພາບອັນພິເສດ ທີ່ບໍ່ມີປະເທດໃດຄື ລະຫວ່າງສອງປະເທດລາວ ແລະ ຫວຽດນາມ, ຫວັງວ່າ ໃນຕໍ່ໜ້ານີ້ ພວກເຮົາຈະສືບຕໍ່ຮ່ວມມືປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
(ຂ່າວ-ພາບ: ພຸດທະສອນ ເວດສະວົງ)
 

ຄໍາເຫັນ

ຂ່າວການຮ່ວມມື

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ 77 ປີ ທີ່ຫຼວງພະບາງ

ໃນວັນທີ 25 ກັນຍາ ຜ່ານມາ, ວິທະຍຸໂທລະພາບສູນຈີນ (CMG) ປະຈຳລາວ ຮ່ວມກັບກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງຈັດງານສາຍຮູບເງົາສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດປະຊາຊົນຈີນ ຄົບຮອບ 77 ປີ ຂຶ້ນທີ່ໂຮງລະຄອນແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຈ່າງ ເຊີ້ຜິງ ຫົວໜ້າສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນເຂົ້າຮວ່ມຫຼາຍຮ້ອຍຄົນ.
ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ເປີດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27

ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມຄະນະອະນຸກໍາມະການ ASEAN-COCI ດ້ານຖະແຫຼງຂ່າວ ຄັ້ງທີ 27 (27th SCI) ຊຶ່ງຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 28-29 ກັນຍາ ນີ້ ທີ່ ນະຄອນຫຼວງວຽງຈັນ.
ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ຈັດງານລ້ຽງສະຫຼອງວັນຊາດ ຈີນ ຄົບຮອບ 77 ປີ

ສະຖານກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ໄດ້ຈັດງານລ້ຽງສະເຫຼີມສະຫຼອງວັນຊາດຈີນ ວັນທີ່ 1 ຕຸລາ ຄົບຮອບ 77 ປີ, ໃນວັນທີ 25 ກັນຍາຜ່ານມາ ທີ່ ແຂວງຫຼວງພະບາງ ໂດຍມີ ທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍ ການນຳຂັ້ນສູງຂອງບັນດາແຂວງພາກເໜືອ, ນັກທຸລະກິດຊາວຈີນ ເຂົ້າຮ່ວມ.
ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ປິດຝຶກອົບຮົມ ການສ້າງຄວາມເຂັ້ມແຂງໃຫ້ການພັດທະນາອຸດສາຫະກຳສື່ໃໝ່

ພາຍຫຼັງດຳເນີນມາເປັນເວລາ 14 ວັນ ບັນດານັກສຳມະນາກອນຈາກ ລາວ, ໄທ, ກຳປູເຈຍ ແລະ ມຽນມາ ໄດ້ຮ່ວມແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການດ້ານສື່ໃໝ່ ຈາກພາກສ່ວນຂອງ ສປຈີນ, ຊຶ່ງປະກອບ ສ່ວນສ້າງພື້ນຖານໃໝ່ໃຫ້ການຮ່ວມມືສື່ຈີນ-ອາຊຽນໃນຍຸກດີຈີຕອນ. ໄດ້ປິດລົງໃນວັນທີ 28 ກັນຍາ 2026 ນີ້ ທີ່ນະຄອນຫຼວງປັກກິ່ງ ສປຈີນ ໃຫ້ກຽດເຂົ້າຮ່ວມປິດໂດຍທ່ານ ເຫີ້ ຕົ່ງໂປ໋ (He DONGBO) ຮອງຜູ້ຈັດການໃຫຍ່ ບໍລິສັດຮ່ວມມືສາກົນດ້ານເສດຖະກິດ ແລະ ເຕັກນິກວິທະຍຸ-ໂທລະພາບຈີນ (CBIC) ຊຶ່ງຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນນັບແຕ່ວັນທີ 15-28 ກັນຍາ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ຈັດໂດຍກະຊວງການຄ້າແຫ່ງ ສປ ຈີນ ຮ່ວມກັບສູນວິທະຍຸກະຈາຍສຽງຈີນ ຮ່ວມມືດ້ານເສດຖະກິດ-ເຕັກໂນໂລຊີສາກົນ (CBIC) ໂດຍມີນັກສຳມະນາຈາກ 4 ປະເທດອາຊຽນເຂົ້າຮ່ວມ.
ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ສາຍຮູບເງົາສະເຫຼີມສະຫຼອງວັນຊາດ ສປ ຈີນ ຄົບຮອບ 77 ປີ ທີ່ຫຼວງພະບາງ

ວັນທີ 25 ກັນຍາຜ່ານມາ, ສະຖານກົງສູນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ ແລະ ວິທະຍຸ-ໂທລະ ພາບສູນກາງຈີນປະຈຳລາວ ໄດ້ຈັດງານ "ເທດສະການເດີນສາຍຮູບເງົາດີເດັ່ນລາວ-ຈີນ” ຂຶ້ນທີ່ໂຮງລະຄອນສາກົນຫຼວງພະບາງ, ມີທ່ານ ຈ່າງ ເຊີຜິງ (Zhang Sheping) ກົງສຸນໃຫຍ່ ສປ ຈີນ ປະຈຳຫຼວງພະບາງ, ພ້ອມດ້ວຍຜູ້ຕາງໜ້າບັນດາແຂວງພາກເໜືອຂອງລາວ, ພະນັກງານ, ນັກຮຽນ-ນັກສຶກສາ ໃນນະຄອນ-ຫຼວງພະບາງ, ລວມທັງນັກທຸລະກິດຊາວຈີນ ແລະ ຊາວຈີນຕ່າງດ້າວ ທີ່ອາໄສຢູ່ແຂວງຫຼວງພະບາງເຂົ້າຮ່ວມຮັບຊົມ.
ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດຈາກສະຖານີ ບໍ່ເຕ່ນ - ນະຄອນຫຼວງວຽງຈັນ

ບໍລິສັດທາງລົດໄຟລາວ-ຈີນ ໄດ້ເປີດແລ່ນຂະບວນລົດໄຟຖ້ຽວເຊົ້າຄັ້ງທໍາອິດ ຂອງຂະບວນລົດໄຟຖ້ຽວ C95 ໃນວັນທີ 28 ກັນຍາ ນີ້, ໂດຍມີ ທ່ານ ລູ່ ຫາຍໂຈວ (Lu haizhou) ຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟລາວຈີນຮ່ວມເດີນທາງໃນຂະບວນລົດໄຟ ທ່ຽວທຳອິດໄດ້ເຄື່ອນອອກຈາກສະຖານີບໍ່ເຕ່ນ ເພື່ອມຸ້ງໜ້າໄປສູ່ສະຖານີນະຄອນຫຼວງວຽງຈັນ, ນີ້ແມ່ນການຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມຂອງຜູ້ນຳສອງປະເທດລາວ-ຈີນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ຊຶ່ງມິດຕະພາບລະຫວ່າງສອງຊາດລາວ-ຈີນຈາກຄວາມໄວ້ເນື້ອເຊື່ອໃຈລະຫວ່າງຜູ້ນຳຂັ້ນສູງໃຫ້ກາຍເປັນຜົນປະໂຫຍດຮ່ວມກັນທີ່ປະຊາຊົນບັນດາເຜົ່າສາມາດຈັບຕ້ອງໄດ້.
ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ

ວັນທີ 26 ກັນຍາຜ່ານມາ, ທີ່ໂຮງແຮມເມືອງຫຼວງ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ໄດ້ມີກອງປະຊຸມພົບປະ ແລກປ່ຽນບົດຮຽນລະຫວ່າງ ສື່ມວນຊົນປະເທດໄທ ພົບປະສື່ມວນຊົນແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳວຽກງານສື່ມວນຊົນແຂວງ ແລະ ທ່ານ ຊະວະຣົງ ລີ້ມປັດທະມະປານີ ປະທານສະພາການສື່ມວນຊົນແຫ່ງຊາດ ປະເທດໄທ ພ້ອມດ້ວຍສື່ມວນຊົນທັງສອງຝ່າຍເຂົ້າຮ່ວມ.
ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງທຶນ NT2DF ອະນຸມັດງົບ 343 ລ້ານກີບ ຟື້ນຟູປ່ານາກາຍ ສືບຕໍ່ພັດທະນາຊຸມຊົນ

ກອງປະຊຸມຄັ້ງທີ 9 ຂອງຄະນະກໍາມະການຊີ້ນໍາກອງທຶນພັດທະນານໍ້າເທີນ 2ໄດ້ຈັດຂຶ້ນໃນວັນທີ 24 ກນຍາຜ່ານມາທີ່ຫ້ອງວ່າການແຂວງຄໍາມ່ວນ ເພື່ອທົບທວນຜົນການດໍາເນີນງານ, ຮັບຮອງແຜນງານ ແລະ ກໍານົດທິດທາງພັດທະນາກອງທຶນໃນໄລຍະຕໍ່ໜ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະອາດ ອຸ່ນສີດາ ປະທານຄະນະປົກຄອງແຂວງຄໍາມ່ວນ ແລະ ທ່ານ ມາກ-ອັງຕວນ ຣຸບ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າເທີນ 2 ຈໍາກັດ.
ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ຄະນະຜູ້ແທນ ສປປ ລາວສືບຕໍ່ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ການພົບສອງຝ່າຍໃນການກອງປະຊຸມສະມັດຊາໃຫຍ່ອົງການສປຊ

ໃນວັນທີ 23 ກັນຍາຜ່ານມາທີ່ ນະຄອນນິວຢອກສອາເມຣິກາ, ຄະນະຜູ້ແທນ ສປປ ລາວ ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມ, ການພົບປະສອງຝ່າຍ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆ ໃນໄລຍະກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81.
ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ໂທລະພາບລາວ-ຈີນ ຮ່ວມມືດ້ວຍຫຼາຍຮູບແບບ

ພິທີລົງນາມການຮ່ວມມືລະຫວ່າງ ໂທລະພາບແຫ່ງຊາດລາວ ແລະ ວິທະຍຸ-ໂທລະພາບກວາງຊີ ໃນລາຍການ ໂຮງລະຄອນຈີນ ແລະ ກະຕູນຈີນ ປີ2026ໄດ້ມີຂຶ້ນໃນວັນທີ 24 ກັນຍານີ້ ທີ່ໂທລະພາບແຫ່ງຊາດ. ເປັນກຽດຮ່ວມລົງນາມໃນສັນຍາ ໂດຍ ສະຫາຍວັນລາຕີ ຄໍາວານວົງສາຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ສະຫາຍ Zheng Kui ຮອງເລຂາຄະນະພັກສະຖານີໂທລະພາບ ແລະ ວິທະຍຸຂອງແຂວງກວາງຊີ ສປຈີນ, ໂດຍຊ້ອງໜ້າ ສະຫາຍ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ນາງ ເສີນ ຢີ້ ຈຸ່ນຄະນະປະຈຳພັກແຂວງ, ຫົວໜ້າໂຄສະນາ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ພ້ອມດ້ວຍ ບັນດາຜູ້ຕາງໜ້າຈາກຝ່າຍຈີນ ແລະ ຝ່າຍລາວ.
ເພີ່ມເຕີມ