ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຕາງໜ້າໃຫ້ຄະນະນໍາ ກະຊວງປ້ອງກັນປະເທດກ່າວຮັບ ແລະ ຂອບໃຈຕໍ່ສະຫາຍ ພົນຈັດຕະວາ ສຸບັນ ພັນທະວີ ພ້ອມຄະນະທີ່ໄດ້ປະກອບສ່ວນຊຸກຍູ້ເງິນຈຳນວນດັ່ງກ່າວໃຫ້ກະຊວງປ້ອງກັນປະເທດໃນຄັ້ງນີ້. ພ້ອມທັງອວຍພອນໄຊໃຫ້ສະຫາຍ ຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ພ້ອມຄະນະມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ໂຊກດີ ທັງສ່ວນຕົວ ແລະ ອົງກອນ, ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານ, ສືບຕໍ່ຊຸກຍູ້, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ບັນດາອົງການຈັດຕັ້ງຕ່າງໆ ເວົ້າລວມ, ເວົ້າສະເພາະແມ່ນກະຊວງປ້ອງກັນປະເທດໃຫ້ມີບາດກ້າວອັນໃໝ່ ພ້ອມໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈຳນວນດັ່ງກ່າວ ນໍາໃຊ້ເຂົ້າໃນວຽກງານປ້ອງກັນຊາດໃຫ້ເກີດປະໂຫຍດສູງສຸດ.
ໂອກາດນີ້, ສະຫາຍຮອງຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ໄດ້ສະແດງຄວາມຂອບໃຈຕໍ່ການອວຍພອນຂອງສະຫາຍຫົວໜ້າຫ້ອງວ່າການ ກໍຄືການນໍາກະຊວງປ້ອງກັນປະເທດທີ່ຍາມໃດກໍໃຫ້ການຕ້ອນຮັບ, ຊ່ວຍເຫຼືອບໍລິສັດຕະຫຼອດມາ ພ້ອມອວຍພອນໄປຍັງຄະນະນຳກະຊວງປ້ອງກັນປະເທດ ກໍຄືສະຫາຍຫົວໜ້າຫ້ອງວ່າການ ພ້ອມຄະນະຈົ່ງມີພາລານາໄມສົມບູນ ປະສົບຜົນສໍາເລັດໃນໜ້າທີ່ວຽກງານທັງສ່ວນຕົວ ແລະ ຄອບຄົວ, ສືບຕໍ່ຊີ້ນໍາ-ນໍາພາ ກະຊວງປ້ອງກັນປະເທດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ຂ່າວ: ພຸດທະພອນ ລັດດານາວ

ຄໍາເຫັນ