ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ຄົບຮອບ 15 ປີ

ບໍລິສັດໄຟຟ້ານ້ຳເທີນ 2ຈະສະເຫຼີມສະຫຼອງຄົບຮອບ 15 ໃນປີ 2025

ບໍລິສັດໄຟຟ້ານ້ຳເທີນ 2ຈະສະເຫຼີມສະຫຼອງຄົບຮອບ 15 ໃນປີ 2025
ເນື່ອງໃນໂອກາດບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ຄົບຮອບ 15 ປີ ຂອງການຜະລິດໄຟຟ້າຢ່າງເປັນທາງການ,ໃນວັນທີ 15 ມັງກອນນີ້ທີ່ສຳນັກງານໃຫຍ່ ບໍລິສັດໄຟຟ້າ ນໍ້າເທີນ 2ໄດ້ຈັດງານຖະແຫຼງຂ່າວເພື່ອແນະນຳໂລໂກ້ສະເຫຼີມສະຫຼອງຄົບຮອບ 15 ປີ

 ຢ່າງເປັນທາງການ ແລະ ນໍາສະເໜີກິດຈະກໍາຕ່າງໆທີ່ຈະຈັດຂຶ້ນໃນປີ 2025, ໂດຍ ການເປັນປະທານຂອງ ທ່ານ ມາກ ອອງຕວນ ຣູບ ຜູ້ອໍານວຍການໃຫຍ່ ນໍ້າເທີນ 2, ມີ ຄະນະບໍລິຫານບໍລິສັດ,ພາກສ່ວນທີ່ກ່ຽວຂ້ອງແລະ ສື່ມວນຊົນ ເຂົ້າຮ່ວມ.

ໃນການຖະແຫຼງຂ່າວຄັ້ງນີ້,ບໍລິສັດໄຟຟ້ານໍ້າເທີນ 2 ຈໍາກັດ ໄດ້ນຳສະເໜີຂໍ້ມູນກ່ຽວກັບປະຫວັດຄວາມເປັນມາຂອງໂຄງການພະລັງງານໄຟຟ້ານໍ້າເທີນ 2 ຊຶ່ງໄດ້ຖືກຮັບຮູ້ເປັນໂຄງການຕົວແບບທາງດ້ານການຜະລິດ, ດ້ານຄວາມປອດໄພ, ດ້ານສິ່ງແວດລ້ອມໃນລະດັບສາກົນ ຈົນໄປເຖິງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ,ໃນນັ້ນ,ໄດ້ນໍາສະເໜີແຜນການກິດຈະກໍາແລະ ແຜນປະຊາສໍາພັນ ໃນປີ 2025ຄື:ໃນວັນທີ30ເມສາ2025ທີ່ ນະຄອນຫຼວງວຽງຈັນ ຈະຈັດງານສະເຫຼີມສະຫຼອງວັນຄົບຮອບ15ປີ ຂອງການຜະລິດໄຟຟ້າ,ໂດຍຈະເຊິີນການນຳຂັ້ນສູງຂອງລັດຖະບານລາວ, ຜູ້ຕາງໜ້າຜູ້ຖືຮຸ້ນ ແລະ ພາກສ່ວນຕ່າງໆທີ່ໄດ້ມີການປະກອບສ່ວນໃນໂຄງການນໍ້າເທີນ2ໃນໄລຍະ15ປີ ທີ່ຜ່ານມາເຂົ້າຮ່ວມ,ໃນເດືອນຕຸລາ2025,ຈະຮ່ວມມືກັບອໍານາດການປົກຄອງ ເມືອງນາກາຍ ຈັດງານບຸນນາກາຍຫຼືNakai Festival ທີ່ເມືອງນາກາຍ ແຂວງຄຳມ່ວນ ເພື່ອເປັນການສ້າງບັນຍາກາດມ່ວນຊື່ນແລະ ສະແດງຄວາມຮູ້ບຸນຄຸນຕໍ່ພໍ່ແມ່ປະຊາຊົນທ້ອງຖິ່ນ ຊຶ່ງກວມລວມເອົາ ເມືອງນາກາຍ, ເມືອງຍົມມະລາດ ແລະ ເມືອງມະຫາໄຊ. ນອກຈາກນັ້ນເປັນການສະໜັບສະໜູນການທ່ອງທ່ຽວແລະ ຊຸກຍູ້ເສດຖະກິດ-ສັງຄົມໃນພາກພື້ນ.ບໍລິສັດນໍ້າເທີນ2ຈະຮ່ວມມືກັບ ກຸ່ມບໍລິສັດຫຍ້າສີຟ້າ (BlueGrass Design Group) ເພື່ອດຳເນີນການປະຊາສຳພັນຕະຫຼອດປີ2025, ໂດຍການນໍາໃຊ້ພື້ນທີ່ໂຄສະນາທາງຈໍLED ແລະ ປ້າຍໂຄສະນາທົ່ວປະເທດເພື່ອນຳສະເໜີຜົນງານອັນພົ້ນເດັ່ນຂອງບໍລິສັດໃນໄລຍະ15ປີ ຜ່ານມາ.

ທ່ານມາກ ອອງຕວນ ຣູບກ່າວວ່າ:ນັບຕັ້ງແຕ່ປີ 2010ຜ່ານມາ ຈົນເຖິງປັດຈຸບັນ, ນໍ້າເທີນ 2 ເປັນໜຶ່ງໃນບໍລິສັດໃນລາວທີ່ໄດ້ປະສົບຄວາມສຳເລັດຢ່າງມີປະສິດທິພາບແລະ ໄດ້ປະກອບສ່ວນໃນການພັດທະນາ ເສດຖະກິດ-ສັງຄົມ ຂອງ ປະເທດຊາດ ຢ່າງຫຼວງຫຼາຍ ພາຍໃຕ້ການຊີ້ນຳຂອງພັກແລະ ລັດ. ໃນປີ2025, ບໍລິສັດ ໄຟຟ້າ ນໍ້າເທີນ 2 ຈໍາກັດ ຈະສະເຫຼີມສະຫຼອງ ຄົບຮອບ 15ປີຂອງວັນເລີ່ມການຜະລິດໄຟຟ້າຢ່າງເປັນທາງການ (30 ເມສາ 2010) ໂຄງການນ້ຳເທີນ 2 ຖືເປັນໜຶ່ງໃນໂຄງການຜະລິດໄຟຟ້າພະລັງງານນໍ້າທີ່ໃຫຍ່ທີ່ສຸດໃນປະເທດລາວໂດຍມີການຮ່ວມລົງທຶນລະຫວ່າງ Electricité De France (EDF) ທີ່ຖືຮຸ້ນ 40%, Electricity Generating Company of Thailand (EGCO) ທີ່ຖືຮຸ້ນ 35%, ແລະ Lao Holding State Enterprise (LHSE) ໃນນາມ ລັດຖະບານລາວ ທີ່ຖືຮຸ້ນ 25% ໂດຍມີກໍາລັງການຜະລິດໄຟຟ້າ 1,080 ເມກາວັດ. ທີ່ຕັ້ງໂຄງການຢູ່ແຂວງຄໍາມ່ວນ ແລະ ດໍາເນີນການຜະລິດໄຟຟ້າພາຍໃຕ້ ສັນຍາສຳປະທານໄລຍະເວລາ 25 ປີ (2010-2035),ນ້ຳເທີນ 2 ຜະລິດໄຟຟ້າໄດ້ສະເລ່ຍ 6,000 ຈິກກາວັດຕໍ່ຊົ່ວໂມງ ໃນແຕ່ລະປີຊຶ່ງໄດ້ນຳໃຊ້ໃນປະເທດລາວ 5% ແລະ ສົ່ງອອກປະເທດໄທ 95%. ຈາກລາຍໄດ້ໃນການສົ່ງອອກໄຟຟ້າ, ໂຄງການນ້ຳເທີນ 2 ຄາດວ່າຈະສ້າງລາຍໄດ້ປະມານ 2 ຕື້ໂດລາໃຫ້ກັບລັດຖະບານລາວ ຊຶ່ງມຸ່ງເນັ້ນໃນການນຳໃຊ້ໃນໂຄງການພັດທະນາເສດຖະກິດ-ສັງຄົມຕ່າງໆເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊຸມຊົນໃນປະເທດລາວຢ່າງຍືນຍົງ.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ສຶກສາຄວາມເປັນໄປໄດ້ ພັດທະນາສວນພຶກສາສາດຫ້ວຍຍາງ-ດົງໝາກຄາຍ

ກົມປ່າໄມ້, ກະຊວງກະສິກໍາ ແລະ ສີ່ງແວດລ້ອມ ຮ່ວມກັບ ບໍລິສັດ ເຈເອັດສ໌ເຄ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາສ່ວນພຶກສາສາດ ຫ້ວຍຍາງ-ດົງໝາກຄາຍໃຫ້ເປັນພືຶ້ນທີ່ສີຂຽວ ແລະ ປົກປັກຮັກສາປ່າໄມ້ທໍາມະຊາດໃນເນື້ອທີ່ 100 ເຮັກຕາ.
ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ຝຶກອົບຮົມການເມືອງ-ການປົກຄອງໃຫ້ 4 ຕາແສງຂອງ​ເມືອງ​ຊານ​ໄຊ

ເມືອງຊານໄຊ ແຂວງອັດຕະປື ໄດ້ເປີດຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ແກ່ພະນັກງານຂັ້ນຕາແສງ, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່ ເມືອງ​ຊານ​ໄຊໂດຍການເປັນປະທານຂອງທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີຄະນະພັກ, ຄະນະນໍາຂອງແຂວງ, ເມືອງ, ພ້ອມດ້ວຍ ວິທະຍາກອນ ແລະ ສຳມະນາກອນຈາກ 4 ຕາແສງຂອງເມືອງຊານໄຊ ປະກອບມີ: ຕາແສງວັງຕັດ, ຕາແສງກອງນາ, ຕາແສງນ້ຳຊຸ ແລະ ຕາແສງຄຳເບໄຊເຂົ້າຮ່ວມ.
ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ໄມ້ກ້ານຟອຍແບບຢ່າງ ສູ່ການປ່ຽນແປງຂອງຊຸມຊົນ ທີ່ສະອາດ ແລະ ສວຍງາມ

ການປ່ຽນແປງທີ່ຍິ່ງໃຫຍ່ໃນສັງຄົມ ບໍ່ໄດ້ເລີ່ມຕົ້ນຈາກສິ່ງທີ່ຍິ່ງໃຫຍ່ ແຕ່ເລີ່ມຈາກການກະທຳອັນລຽບງ່າຍໃນຊີວິດປະຈຳວັນ, ພຽງແຕ່ລົງມືຮັກສາຄວາມສະອາດໃນໜ້າເຮືອນຂອງແຕ່ລະຄອບຄົວ ແລະ ການມີສ່ວນຮ່ວມຂອງສັງຄົມ ກໍກາຍເປັນພະລັງສາມັກຄີ ທີ່ສ້າງຄວາມສວຍງາມ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສັງຄົມໜ້າຢູ່. ບໍ່ພຽງແຕ່ເປັນການປະຕິບັດຕາມແນວທາງ “6 ສໍ” ຂອງເທສະບານເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງຈິດສຳນຶກ, ບົດບາດຂອງແມ່ຍິງ ແລະ ຄວາມຮັບຜິດຊອບຕໍ່ພື້ນທີ່ສ່ວນລວມຢ່າງໜ້າຊົມເຊີຍ.
ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານເລຂາຫນ່ວຍພັກ ທຄຕລ ສາຂາເຊກອງ

ພິທີປະກາດບົ່ງຕົວແຕ່ງຕັ້ງ ເລຂາຄະນະພັກຮາກຖານສາຂາທະນາຄານແຂວງເຊກອງ, ເລຂາໜ່ວຍພັກ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 6 ຕຸລາ 2026 ທີ່ຫ້ອງປະຊຸມ ທຄຕລ ໂດຍມີສະຫາຍ ນາງ ສີສະຫງ່າ ແກ້ວດວງດີ ກຳມະການປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງເຊກອງ, ມີຄະນະພັກຮາກຖານສາຂາທະນາຄານ, ຄະນະໜ່ວຍພັກທະນາຄານທີ່ຂຶ້ນກັບ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ
ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ຄໍາມ່ວນ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035

ກອງປະຊຸມ ປຶກສາຫາລື ເອກະພາບຂໍ້ມູນ ແລະ ຮັບຮອງການສ້າງແຜນຍຸດທະສາດ ຫຼຸດຜ່ອນຄວາມສ່ຽງໄພພິບັດ ຮອດປີ 2035 ແລະ ແຜນປະຕິບັດງານ 5 ປີ 2026-2030 ຂອງແຂວງຄໍາມ່ວນ ຄັ້ງທີ III ຈັດຂຶ້ນໃນວັນທີ 7 ຕຸລາ 2026 ໂດຍການເປັນປະທານຂອງທ່ານ ເດດສັກດາ ມະນີຄໍາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ (ຄພຂ), ມີທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຫົວໜ້າກອງເລຂາ ຄພຂ, ມີຄະນະກຳມະການ ແລະ ກອງເລຂາຂັ້ນແຂວງ, ຂັ້ນເມືອງເຂົ້າຮ່ວມ.
ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ປະດັບຫຼຽນກາລະນຶກ 50 ປີ ສປປ ລາວ

ຄະນະໂຄສະນາອົບຮົມ ແຂວງສາລະວັນ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສປປ ລາວ, ໃນວັນທີ 6 ຕຸລາຜ່ານມາ, ທີ່ ແຂວງສາລະວັນ ໂດຍການເປັນປະທານຂອງ ທ່ານ ມະໄລວອນ ສີປະເສີດ ກໍາມະການພັກແຂວງຫົວໜ້າຄະນະໂຄສະນາອົບຮົມແຂວງ,ມີຮອງຫົວໜ້າຄະນະຄະນະໂຄສະນາອົບຮົມແຂວງ,ພະນັກງານບໍານານແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ຫຼວງພະບາງ ກຳນົດທິດທາງພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໄລຍະ 2027-2030, ໃນ​ວັນ​ທີ 7 ຕຸ​ລາ​ນີ້ ທີ່​ແຂວງຫຼວງ​ພະ​ບາງໂດຍເປັນປະທານ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນຳແຂວງ, ບັນດາເມືອງ-ນະຄອນ ຫຼວງພະບາງ ແລະພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມ.
ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ເພີ່ມເຕີມ