![]() |
ສະຫາຍ ສຸພົນ ຈັນທະວີໄຊ ໄດ້ຕາງໜ້າໃຫ້ ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ແລະ ພະນັກງານລາວໂທລະຄົມໃນກຸ່ມ ກ່າວອວຍພອນໄຊອັນປະເສີດມາຍັງ ຄະນະພັກ-ຄະນະບັນຊາ ກະຊວງປ້ອງກັນປະເທດ ທຸກຂັ້ນ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມສົມບູນ, ມີຜົນສຳເລັດໃນໜ້າທີ່ວຽກງານ ທີ່ພັກ-ລັດ ມອບໝາຍໃນການ ປົກປັກຮັກສາເອກະລາດ, ອຳນາດ, ອາທິປະໄຕ ແລະ ແຜນແຜນດິນອັນຄົບຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ ຊີ້ນຳກອງທັບໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໂອກາດດັ່ງກ່າວ ສະຫາຍ ພົນໂທ ວົງສອນ ອິນປານພິມ ຕາງໜ້າໃຫ້ແກ່ຄະນະນຳກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານ ກໍໄດ້ກ່າວສະແດງຄໍາຂອບໃຈຕໍ່ ຄະນະພັກ-ຄະນະຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ທີ່ໄດ້ມາອວຍພອນໃນຄັ້ງນີ້. ພ້ອມທັງກ່າວອວຍພອນໄຊມາຍັງສະຫາຍພ້ອມດ້ວຍຄະນະຕະຫຼອດຮອດພະນັກງານທົ່ວກຸ່ມ ບໍລິສັດ ລາວໂທລະຄົມ ຈົ່ງມີສຸຂະພາບແຂງແຮງ, ພ້ອມກັນເຮັດສຳເລັດໜ້າທີ່ວຽກງານທີ່ພັກ-ລັດມອບໝາຍໃຫ້ ສືບຕໍ່ຊີ້ນຳ-ນຳພາໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆຂຶ້ນ.
ຂ່າວ: ບໍລິສັດ ລາວໂທລະຄົມ

ຄໍາເຫັນ