ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ

ບົດຄວາມເຫັນໂອ້ລົມ ຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ

ບົດຄວາມເຫັນໂອ້ລົມ ຂອງ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ
ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນແຫ່ງ ສປປ ລາວ ຄົບຮອບ 35 ປີ (9 ມັງກອນ 1990–9 ມັງກອນ 2025) ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ມາເຂົ້າຮ່ວມງານໂຮມຊຸມນຸມໃຫຍ່ທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ທີ່ຈະໝູນວຽນມາ

ຄົບຮອບ 35 ປີ ໃນວັນທີ 9 ມັງກອນ 2025 ນີ້.

ເນື່ອງໃນໂອກາດວັນທີ່ມີຄວາມໝາຍສໍາຄັນນີ້, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເຊື່ອໝັ້ນ ແລະ ຄວາມຍ້ອງຍໍຊົມເຊີຍ ຈາກການນຳພັກ-ລັດມາຍັງບັນດາສະຫາຍສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ພວມປະຕິບັດໜ້າທີ່ປົກປ້ອງກົດໝາຍຢ່າງຫ້າວຫັນ ກໍຄື ບັນດາສະຫາຍອະດີດການນໍາ, ອະດີດພະນັກງານ ຂອງລະບົບອົງການໄອຍະການປະຊາຊົນໃນທົ່ວປະເທດ ມານະໂອກາດນີ້.

ບັນດາສະຫາຍ ທີ່ຮັກແພງ,

ໃນພິທີໂຮມຊຸມນຸມອັນເຄັ່ງຂຶມຄຶກຄື້ນ ແລະ ມີຄວາມໝາຍສໍາຄັນປະຫວັດສາດມື້ນີ້, ພວກເຮົາ ໄດ້ພ້ອມກັນທົບທວນຫວນຄືນປະຫວັດຄວາມເປັນມາ,ມູນເຊື້ອ ແລະ ຜົນງານ ໃນວິວັດທະນາການແຫ່ງການຈັດຕັ້ງ, ການເຄື່ອນໄຫວຂອງວຽກງານໄອຍະການ ຂອງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ໃນໄລຍະ 35 ປີ ທີ່ຜ່ານມາ ດັ່ງທີ່ ສະຫາຍ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ລາຍງານໄປມື້ກີ້ນີ້.

ການທີ່ພວກເຮົາໄດ້ທົບທວນຄືນຂະບວນວິວັດຂອງການກຳເນີດເກີດຂຶ້ນ ຂອງອົງການໄອຍະການ ທີ່ໄດ້ຮັບການພັດທະນາຢ່າງເປັນລຳດັບມາ ໂດຍພາຍໃຕ້ການຊີ້ນຳ-ນຳພາ ຂອງພັກເຮົາ ໃຫ້ສອດຄ່ອງ ແລະ ຕອບສະໜອງໃຫ້ໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບການທີ່ຂະຫຍາຍຕົວ ແລະ ຜັນແປໄປຕາມແຕ່ລະຍຸກແຕ່ລະສະໄໝນັ້ນ ແມ່ນເປັນການເຮັດໃຫ້ພວກເຮົາເຫັນໄດ້ຄວາມເຕີບໃຫຍ່ຂະຫຍາຍຕົວ ທີ່ເປັນບາດກ້າວທີ່ນັບມື້ນັບສົມບູນ, ໜັກແໜ້ນມາເປັນຢ່າງດີ ແລະ ກໍສາມາດເຫັນໄດ້ວ່າ ອົງການໄອຍະການປະຊາຊົນເຮົາ ກໍເປັນອົງການຈັດຕັ້ງຂອງລັດອົງການໜຶ່ງ ທີ່ໄດ້ປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ດ້ວຍຄວາມມານະພະຍາຍາມ ແລະ ມີຄວາມຮັບຜິດຊອບສູງສະເໝີມາ.

ບັນດາສະຫາຍ ທີ່ຮັກແພງ,

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງແນວທາງປ່ຽນແປງໃໝ່ ຂອງພັກ, ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວັນທີ 23 ພະຈິກ 1989 ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນແຫ່ງ ສປປລາວ ພ້ອມນັ້ນ ກໍຍັງມີກົດໝາຍ ວ່າດ້ວຍສານປະຊາຊົນ, ກົດໝາຍອາຍາ, ກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ແລະ ກ່ອນໜ້ານັ້ນ ເພື່ອຕອບສະໜອງກັບແນວທາງປ່ຽນແປງໃໝ່ຂອງພັກ ໃນປີ 1988 ໄດ້ມີການຮັບຮອງ ແລະ ປະກາດໃຊ້ກົດໝາຍສໍາຄັນສະບັບໜຶ່ງ ນັ້ນແມ່ນກົດໝາຍວ່າດ້ວຍການລົງທຶນຂອງຕ່າງປະເທດໃນ ສປປ ລາວ...

ການຮັບຮອງເອົາກົດໝາຍສໍາຄັນຈໍານວນໜຶ່ງທີ່ກ່າວມານັ້ນຖືເປັນຂີດໝາຍສຳຄັນປະຫວັດສາດ ຂອງປະເທດເຮົາ ໃນການຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ຂອງພັກເຮົາ ທີ່ກໍານົດອອກໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ໃຫ້ເປັນອັນລະອຽດ ແລະເປັນຮູບປະທໍາເຂົ້າສູ່ຊີວິດຕົວຈິງ ຂອງສັງຄົມ ໃນເງື່ອນໄຂທີ່ພັກເຮົາ ໄດ້ນໍາພາການເປີດປະຕູສູ່ໂລກພາຍນອກ, ຫັນໄປສູ່ກົນໄກໃໝ່ ໃນການພັດທະນາ ແລະການຄຸ້ມຄອງ ເສດຖະກິດ-ສັງຄົມ, ຫັນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ຕາມກົດໝາຍ ເປັນກ້າວໆ, ເຖິງວ່າ ລັດຖະທໍາມະນູນ ສະບັບທໍາອິດ ຍັງບໍ່ທັນປະກາດໃຊ້ເທື່ອກໍຕາມ, ແຕ່ພັກເຮົາ ກໍມີຄວາມສະດຸ້ງໄວ ແລະ ຫັນບົດຮຽນການຄຸ້ມຄອງຈໍານວນໜຶ່ງທີ່ ຜ່ານພຶດຕິກໍາຕົວຈິງ ໄປສູ່ກົດໝາຍ ແລະ ລະບຽບການ ເພື່ອຕອບສະໜອງຂະບວນການປ່ຽນແປງໃໝ່ ທີ່ພວມມີຊີວິດຊີວາ ແລະ ເປັນຂະບວນການຟົດຟື້ນໃນທົ່ວສັງຄົມລາວ ໃນເວລານັ້ນ.

ສໍາລັບການປະກາດໃຊ້ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ຕາມລັດຖະດໍາລັດ ຂອງປະທານປະເທດ ສະບັບເລກທີ 05/ປປທ, ລົງວັນທີ 9 ມັງກອນ 1990 ຖືເປັນວັນທີ່ມີຄວາມໝາຍ ແລະຄວາມສໍາຄັນ, ເປັນວັນສ້າງຕັ້ງອົງການໄອຍະການປະຊາຊົນຂອງລະບອບປະຊາທິປະໄຕປະຊາຊົນ ຂອງພວກເຮົາ ເຊິ່ງມີອາຍຸຄົບ 35 ປີ.

ພວກເຮົາ ສາມາດສັງເກດເຫັນວ່າ ເນື້ອໃນມາດຕາທໍາອິດ ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ໄດ້ລະບຸຢ່າງຈະແຈ້ງ ກ່ຽວກັບທີ່ຕັ້ງ, ພາລະບົດບາດ ຂອງອົງການໄອຍະການປະຊາຊົນ ຢ່າງຄົບຖ້ວນ, ແຕ່ແນວທາງ, ນະໂຍບາຍ ກໍຄືພາລະບົດບາດສຳຄັນອັນໜຶ່ງ ທີ່ຂ້າພະເຈົ້າ ຢາກເນັ້ນ ໄດ້ລະບຸໄວ້ ຄື:

- ການເຄື່ອນໄຫວ ຂອງອົງການໄອຍະການປະຊາຊົນ ແນໃສ່ເພີ່ມທະວີນິຕິທໍາ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ປົກປັກຮັກສາສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງທຸກການຈັດຕັ້ງລັດ, ສິດ, ຜົນປະໂຫຍດ ແລະ ສິດສະເໝີພາບ, ເສລີພາບ ຂອງພົນລະເມືອງ;

- ນອກນັ້ນ ຍັງລະບຸໄວ້ຕື່ມວ່າ ອົງການໄອຍະການປະຊາຊົນ ແມ່ນອົງການ ຕິດຕາມ, ກວດກາ ການດໍາເນີນຄະດີຢູ່ສານ ແລະ ການປະຕິບັດຄໍາຕັດສິນ ຂອງສານ; ຕິດຕາມກວດກາ ຢູ່ສະຖານທີ່ກັກຕົວ, ສະຖານທີ່ກັກຂັງ ແລະ ມາດຕະການບັງຄັບອື່ນໆ ຂອງສານ; ດໍາເນີນການຕໍ່ສູ້ຕ້ານອາດຊະຍາກໍາ ແລະ ຕ້ານການລະເມີດກົດໝາຍ; ຮັບປະກັນການສືບສວນ-ສອບສວນທຸກຄະດີອາຍາ; ໜ້າທີ່ສໍາຄັນໜຶ່ງໃນນັ້ນ ລະບຸໄວ້ວ່າ:ຕ້ອງຮັບປະກັນໃຫ້ຜູ້ກະທໍາຜິດ ຕ້ອງໄດ້ຮັບການລົງໂທດຕາມກົດໝາຍ ແລະ ບໍ່ໃຫ້ຜູ້ທີ່ບໍ່ໄດ້ກະທໍາຜິດ ຖືກລົງໂທດແລະ ອື່ນໆ.

ບັນດາສະຫາຍ, ແຂກ ທີ່ມີກຽດ,ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ນອກຈາກຄວາມເຕີບໃຫຍ່ທາງດ້ານປະລິມານ, ມີສາຍໃຍການຈັດຕັ້ງຢ່າງເປັນລະບົບແລ້ວ, ດ້ານຄຸນນະພາບ, ປະສິດທິຜົນຂອງວຽກງານ ກໍມີບາດກ້າວທີ່ດີຂຶ້ນ ເປັນລຳດັບມາ ໂດຍໄດ້ຍົກສູງຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າໃນການປົກປ້ອງກົດໝາຍ, ປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ພົນລະເມືອງ ແລະ ການຮັກສາຄວາມເປັນທໍາ ໃນສັງຄົມ...

ໃນໂອກາດນີ້, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ຜົນງານ, ຜົນສຳເລັດໃນການປະຕິບັດໜ້າທີ່ຂອງອົງການໄອຍະການປະຊາຊົນ ແລະ ບັນດາສະຫາຍການນຳ, ພະນັກງານໃນທຸກຍຸກ ທຸກສະໄໝ ຂອງອົງການໄອຍະການ ທຸກຖ້ວນໜ້າໃນຂອບເຂດທົ່ວປະເທດ ໃນໂອກາດທີ່ອົງການໄອຍະການປະຊາຊົນມີອາຍຸຄົບຮອບ 35 ປີນີ້ ຢ່າງສຸດອົກສຸດໃຈ...

ບັນດາສະຫາຍ ທີ່ນັບຖື ແລະ ຮັກແພງ,

ເຖິງວ່າ ຕະຫຼອດໄລຍະ 35 ປີ ແຫ່ງການສ້າງຕັ້ງ ແລະ ການເຕີບໃຫຍ່ ຂະຫຍາຍຕົວ ຂອງຕົນ, ອົງການໄອຍະການປະຊາຊົນ ສາມາດສ້າງຜົນງານ ແລະ ເສີມຂະຫຍາຍໄດ້ ທາດແທ້ປະຕິວັດ ທີ່ພັກເຮົາໄດ້ນໍາພາທົດສອບ ແລະ ຝຶກຝົນມານັ້ນ ເຊິ່ງຖືເປັນ ຄວາມເອກອ້າງທະນົງໃຈ ຂອງພວກເຮົາໝົດທຸກຄົນກໍຕາມ, ແຕ່ພວກເຮົາກໍຕ້ອງ ຮັບຮູ້ນຳກັນຢ່າງພາວະວິໄສວ່າ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງພວກເຮົາໃນຕໍ່ໜ້າ ກໍຍັງເຕັມໄປດ້ວຍສິ່ງທ້າທາຍ ນາໆປະການ. ດັ່ງນັ້ນ ມັນຮຽກຮ້ອງໃຫ້ທຸກພາກສ່ວນ ໃນກົງຈັກ ຂອງພັກ, ຂອງລັດ, ອົງການຈັດຕັ້ງມະຫາຊົນ ຕ້ອງສືບຕໍ່ເປັນຈິດໜຶ່ງໃຈດຽວກັນພ້ອມກັນຜ່ານຜ່າໄປໃຫ້ໄດ້, ນຳເອົາປະເທດຊາດອັນແສນຮັກ ແລະ ຫວງແຫນ ຂອງພວກເຮົາ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ... ສ່ວນອົງການປົກປ້ອງກົດໝາຍຕ່າງໆ ໂດຍສະເພາະ ອົງການໄອຍະການປະຊາຊົນຂອງພວກເຮົາ ກໍຕ້ອງບຸກບືນກ້າວຂຶ້ນ ເພື່ອໃຫ້ສົມວ່າ:

- ເປັນອົງການ ເຮັດໜ້າທີ່ປົກປ້ອງກົດໝາຍ ແລະ ເພີ່ມທະວີນິຕິທໍາ ໃນສັງຄົມ;

- ເປັນອົງການໄອຍະການປະຊາຊົນ ທີ່ຍາມໃດກໍຈົງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍ ຕໍ່ແນວທາງ, ນະໂຍບາຍຂອງພັກ ພາຍໃຕ້ການນໍາພາ ຂອງພັກ;

- ເປັນອົງການທີ່ຊື່ສັດບໍລິສຸດ ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນ;

- ເປັນອົງການປ້ອງກັນ, ຕ້ານ, ສະກັດກັ້ນໜໍ່ແໜງຄວາມບໍ່ສະຫງົບ, ຕ້ານ, ສະກັດກັ້ນຄວາມພະຍາຍາມກະທໍາຜິດ, ການກະທຳຜິດ ແລະ ການລ່ວງລະເມີດກົດໝາຍຂອງປະເທດ;

- ເປັນອົງການ ທີ່ຍາມໃດກໍເປັນເຄື່ອງມືທີ່ສັກສິດ ແລະ ເຊື່ອຖືໄດ້ ຂອງພັກ-ລັດ, ຂອງສັງຄົມ ໃນການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ປົກປ້ອງຜົນປະໂຫຍດຂອງລັດ, ປົກປ້ອງສິດເສລີພາບ ກໍຄື ຜົນປະໂຫຍດ ອັນຊອບທໍາ ຂອງປະຊາຊົນ ຢ່າງແທ້ຈິງ.

ດັ່ງນັ້ນ, ໃນໂອກາດນີ້ ຂ້າພະເຈົ້າ ຂໍສະເໜີແລກປ່ຽນຄຳເຫັນຕໍ່ບັນດາສະຫາຍ ທີ່ມີຄວາມຮັບຜິດຊອບ ຂອງອົງການໄອຍະການປະຊາຊົນ ບາງຄໍາເຫັນ ດັ່ງນີ້:

1. ໃຫ້ຮີບຮ້ອນປັບປຸງເນື້ອໃນກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ (ສະບັບປັບປຸງ) ທີ່ໄດ້ຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເມື່ອກາງເດືອນ ທັນວາ ຜ່ານມານີ້ ໃຫ້ສົມບູນຍິ່ງຂຶ້ນ ແລະ ສາມາດປະກາດໃຊ້ໂດຍໄວ ເພື່ອໃຫ້ສາມາດເປັນບ່ອນອີງ, ເປັນເຄື່ອງມືໃນການຈັດຕັ້ງປະຕິບັດ ເຂົ້າສູ່ຕົວຈິງ; ກົດໝາຍ ວ່າດ້ວຍອົງການໄອຍະການປະຊາຊົນ ນັບແຕ່ສະບັບທໍາອິດ ມາແມ່ນໄດ້ປັບປຸງແລ້ວ 4 ຄັ້ງ ຄື: ປີ 2003, 2009, 2017 ແລະ 2024 ແຕ່ໜ້າທີ່ ຂອງອົງການໄອຍະການ ບໍ່ປ່ຽນແປງຫຍັງຫຼາຍ, ຫາກແຕ່ບູລະນະ ແລະ ເພີ່ມເຕີມໃຫ້ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງກໍຄື ສະໜອງຕອບການຜັນຂະຫຍາຍ ແນວທາງການເມືອງ, ແຜນນະໂຍບາຍ ຂອງພັກ ໃນແຕ່ລະໄລຍະ ເທົ່ານັ້ນ, ແຕ່ກົດໝາຍສະບັບຫຼ້າສຸດ ຢາກໃຫ້ມີຄວາມຮັດກຸມຫຼາຍກວ່ານີ້, ທັນສະໄໝຂຶ້ນ ແລະ ສາມາດປະຕິບັດ ໃຫ້ແທດເຖິງໄດ້ງ່າຍຂຶ້ນ;

ບັນຫາໜຶ່ງສໍາຄັນໃນການປັບປຸງຄັ້ງສຸດທ້າຍນີ້ ແມ່ນຕ້ອງກໍານົດທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ໃຫ້ຊັດເຈນຂຶ້ນ, ຮັດກຸມ, ບໍ່ຄຸມເຄືອ, ບໍ່ໃຫ້ກ້າວກ່າຍກັນ, ໃຫ້ບົ່ງໄວ້ໃຫ້ຈະແຈ້ງວ່າອັນໃດເປັນວຽກໄອຍະການ, ອັນໃດເປັນວຽກສານ, ອັນໃດເປັນວຽກກວດກາ, ອັນໃດເປັນໜ້າທີ່ຂອງເຈົ້າໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອັນໃດແມ່ນວຽກຂອງລັດຖະບານ ແລະ ສະພາແຫ່ງຊາດ, ສະພາທ້ອງຖິ່ນ... ໃຫ້ມັນແຈ້ງ, ບໍ່ໃຫ້ມີການໜິ້ງກັນ, ລໍຖ້າກັນ-ບໍ່ຢາກໃຫ້ຕົກກໍລະນີ ບາງວຽກບໍ່ມີຄົນເຮັດ, ແຕ່ບາງວຽກພັດຫຼາຍຄົນ ຫຼາຍພາກສ່ວນປຸ້ມໃສ່ເຮັດ ... ເປັນຕົ້ນ.

2. ອົງການໄອຍະການປະຊາຊົນ ສືບຕໍ່ຮ່ວມກັບບັນດາອົງການລັດ ເພື່ອແກ້ໄຂສາຍພົວພັນ, ການປະສານງານ, ການປະສານສົມທົບ ແລະ ການຮ່ວມມືກັນໃຫ້ໃກ້ຊິດກວ່າເກົ່າ ໃນການຕິດຕາມ, ກວດກາ ການເຄົາລົບ ແລະ ປະຕິບັດກົດໝາຍ ຕາມພາລະບົດບາດ ຂອງໃຜມັນ. ບັນຫາຕ່າງໆທີ່ເກີດຂຶ້ນ ພວກເຮົາບໍ່ອາດຈະປະປ່ອຍ ໃຫ້ເປັນໄປຕາມເປັນຕາມເກີດໄດ້ອີກ, ບໍ່ອະນຸຍາດໃຫ້ເອື່ອຍອີງ-ໜິ້ງໃສ່ກັນ ຫຼື ໂຍນຄວາມຮັບຜິດຊອບໃຫ້ກັນໄດ້ອີກ, ຖ້າວຽກງານການປະຕິບັດກົດໝາຍນັ້ນຊັກຊ້າ, ແກ່ຍາວ, ມັນຈະເຮັດໃຫ້ຄະດີຄວາມ ກ່າຍກອງຂຶ້ນ ຈະບໍ່ເປັນຜົນດີ ໃຫ້ສະຖຽນລະພາບ ແລະ ຄວາມສະຫງົບ ຂອງສັງຄົມ, ມັນກໍຈະກະທົບຕໍ່ບົດບາດການນຳພາ ຂອງພັກ, ຂອງລັດເຮົາ ແລະ ກະທົບເຖິງຈິດໃຈຂອງປະຊາຊົນ.

3. ອົງການໄອຍະການປະຊາຊົນຕ້ອງສືບຕໍ່ປັບປຸງຕົນເອງຢ່າງ ຮອບດ້ານ ເປັນຕົ້ນ ທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ,ປັບປຸງນໍ້າໃຈຮັບໃຊ້ປະຊາຊົນໃຫ້ນັບມື້ນັບສູງຂຶ້ນ ຢ່າງບໍ່ຢຸດຢັ້ງ.

4. ຕ້ອງບໍາລຸງສ້າງພະນັກງານ ຂອງຕົນໃຫ້ເຂັ້ມແຂງ ດ້ານວິຊາສະເພາະ, ວິຊາການໃຫ້ທັນຍຸກທັນສະໄໝ, ຫັນເຂົ້າສູ່ລະບົບທີ່ກ້າວໜ້າທັນສະໄໝ, ຮັບເອົາວິທະຍາສາດ ເຕັກໂນໂລຊີໃໝ່ເຂົ້າມາຮັບໃຊ້ວຽກງານ ຢ່າງທັນສະພາບການ.

5. ອົງການໄອຍະການປະຊາຊົນ ໃນຖານະທີ່ເປັນຕົວແທນໃຫ້ລັດ, ຕ້ອງສ້າງຄວາມເຂັ້ມແຂງ, ສ້າງພູມຕ້ານທານ, ພູມຄຸ້ມກັນໃຫ້ໜັກແໜ້ນ, ປະຕິບັດກົດໝາຍໃຫ້ຖືກຕ້ອງ, ເປັນເອກະພາບ ແລະ ສະເໝີພາບ; ອົງການໄອຍະການປະຊາຊົນ, ພະນັກງານ ໄອຍະການປະຊາຊົນທຸກຂັ້ນ ຕ້ອງປະຕິບັດໜ້າທີ່ ບົນພື້ນຖານການຍຶດໝັ້ນພາລະໜ້າທີ່, ຍຶດໝັ້ນລັດຖະທໍາມະນູນ ແລະ ກົດໝາຍຢ່າງເຂັ້ມງວດ, ບໍ່ຄອນແຄນ, ບໍ່ຢ້ານກົວ ຕໍ່ການຂົ່ມຂູ່ທີ່ບໍ່ຖືກຕ້ອງ ເປັນທຳ ຂອງອິດທິພົນໃດໆ ທີ່ບໍ່ຊອບດ້ວຍກົດໝາຍ;

- ບໍ່ລັ່ງເລ, ຢຸດໆ ຢ່ອນໆ ໃນການແກ້ໄຂສິ່ງທີ່ລະເມີດກົດໝາຍ;

- ບໍ່ໃຫ້ຄວາມອະຍຸຕິທໍາ, ຄວາມບໍ່ຖືກຕ້ອງ ມາຄອບງໍາໄດ້;

- ບໍ່ຖືກສວຍໃຊ້ ແລະ ຕົກເຂົ້າໃນກົນອຸບາຍຂອງພວກຄົນບໍ່ດີ ທີ່ຈ້ອງທຳລາຍມ້າງເພເຮົາ, ມ້າງເພ ຄວາມສະຫງົບຮຽບຮ້ອຍ ຂອງສັງຄົມ;

-ຕ້ອງຍຶດໝັ້ນໃນທາດແທ້ປະຕິວັດ, ຮັບໃຊ້ປະຊາຊົນ;

- ພະນັກງານໄອຍະການ ຕ້ອງເປັນແບບຢ່າງນໍາໜ້າ ເຮັດໃຫ້ມະຫາຊົນ ເຊື່ອຖື, ເຮັດໃຫ້ເປັນທີ່ເພິ່ງຂອງປະຊາຊົນ ດ້ວຍຫຼັກຍຸຕິທຳ ຢ່າງແທ້ຈິງ;

- ພັດທະນາ, ຍົກລະດັບ ຫັນເປັນມືອາຊີບ, ເປັນນັກກົດໝາຍ ທີ່ເກັ່ງ ຮອບດ້ານ-ໜັກແໜ້ນ, ສັດຊື່-ທ່ຽງທໍາ, ມີຈັນຍາບັນ, ຈັນຍາທຳ ແລະ ທັນສະໄໝ ຂຶ້ນທຸກໆເວລາ.

6. ຂໍໃຫ້ບັນດາສະຫາຍ ຖືເອົາການສະເຫຼີມສະຫຼອງ 35 ປີ ຂອງອົງການໄອຍະການໄປພ້ອມກັນການສະເຫຼີມສະຫຼອງວັນສໍາຄັນປະຫວັດສາດ ຂອງພັກ, ຂອງຊາດ ປີ 2025, ການກະກຽມໃຫ້ດີ ແລະ ດໍາເນີນ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ອົງການໄອຍະການ ໃຫ້ເປັນຂະບວນຟົດຟື້ນ, ຮ່ວມກັບທົ່ວພັກສ້າງໄດ້ຂະບວນການ ກ້າວໄປສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຮົາທີ່ຈະມາເຖິງ.

ບັນດາສະຫາຍ ທີ່ຮັກແພງ,

ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ພາຍໃຕ້ການນໍາພາ ຂອງພັກ ແມ່ນເສັ້ນທາງທີ່ຕ້ອງເປັນໄປ ຂອງການສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ຢູ່ປະເທດເຮົາ, ບັນດາອົງການລັດ ຕ້ອງເສີມຂະຫຍາຍບົດບາດ ແລະຄວາມຮັບຜິດຊອບຂອງຕົນ ຢ່າງຄົບຖ້ວນ,ປະຕິບັດພາລະບົດບາດ, ໜ້າທີ່,ຂອບເຂດສິດ ຕາມທີ່ປະຊາຊົນມອບໝາຍໃຫ້ ກໍຄື ຕາມລັດຖະທໍາມະນູນ ແລະ ກົດໝາຍ ກໍານົດໄວ້, ຈຳກັດ ແລະສະກັດກັ້ນ ການສວຍໃຊ້ອຳນາດລັດ ທີ່ບໍ່ຖືກຕ້ອງ, ເກີນຂອບເຂດ, ປ້ອງກັນ ແລະ ຕ້ານພະຍາດອາຍາສິດ, ຫ່າງເຫີນມະຫາຊົນ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຟຸມເຟືອຍ, ປະຕິບັດໃຫ້ໄດ້ສະຕິເປັນເຈົ້າປະເທດຊາດ, ສຸມໃສ່ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃຫ້ເກີດດອກອອກຜົນ.

ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການອໍານາດລັດທຸກໆຂັ້ນ ຕ້ອງຍົກສູງຄວາມຮັບຜິດຊອບ, ສະຕິເຄົາລົບ ແລະ ປະຕິບັດກົດໝາຍ ຢ່າງເຂັ້ມງວດ, ຖືເອົາການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ເປັນມາດຕະຖານວັດແທກທາດແທ້ ຄຸນສົມບັດ ຂອງສະມາຊິກພັກ, ຂອງພະນັກງານ ແລະ ພົນລະເມືອງ ທຸກໆຄົນໃນສັງຄົມ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍມູນເຊື້ອ ອັນດີງາມ ຂອງອົງການໄອຍະການປະຊາຊົນ, ຄວາມເອົາໃຈໃສ່ ຂອງຄະນະພັກ-ຄະນະນໍາ ຂອງອົງການໄອຍະການປະຊາຊົນສູງສຸດ ດ້ວຍຄວາມສາມັກຄີເປັນປຶກແຜ່ນ, ມີຄວາມຮັບຜິດຊອບສູງ ແລະ ຄວາມບຸກບືນຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວລະບົບອົງການໄອຍະການປະຊາຊົນ ແລະ ດ້ວຍການສະໜັບສະໜູນ ຊ່ວຍເຫຼືອ ຂອງທຸກພາກສ່ວນ ຂອງສັງຄົມ ແລະ ດ້ວຍການເຂົ້າຮ່ວມຂອງປວງຊົນລາວທັງຊາດ...ວຽກງານຂອງອົງການໄອຍະການປະຊາຊົນ ຈະມີຜົນສຳເລັດໃໝ່ ທີ່ນັບມື້ນັບໃຫຍ່ຫຼວງ ແລະໜັກແໜ້ນກວ່າເກົ່າ.

ເນື່ອງໃນໂອກາດປີໃໝ່ ຄສ 2025 ນີ້, ຂ້າພະເຈົ້າ ຕາງໜ້າການນໍາ ພັກ-ລັດ ແລະ ໃນນາມສ່ວນຕົວ, ອີກເທື່ອໜຶ່ງ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍຜູ້ແທນ, ແຂກທີ່ມີກຽດ, ບັນດາສະຫາຍຄະນະພັກ-ຄະນະນໍາ, ສະມາຊິກພັກ, ພະນັກງານ-ລັດຖະກອນ ໃນທົ່ວລະບົບອົງການໄອຍະການປະຊາຊົນທຸກສະຫາຍຈົງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ຂອງຕົນ.

ນໍ້າໃຈວັນທີ 9 ມັງກອນ ຈົ່ງກ້າວໄປ ຢ່າງບໍ່ຢຸດຢັ້ງ!

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ຈະສະໜອງລູກປາ 65 ລ້ານໂຕ ໃນວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ

ກົມລ້ຽງສັດ ແລະ ການປະມົງ ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງລ້ຽງສັດ-ການປະມົງ ນະຄອນຫຼວງວຽງຈັນ, ບັນດາແຂວງໃນຂອບເຂດທົ່ວປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆທີ່ກ່ຽວຂ້ອງ ກະກຽມປ່ອຍປາພ້ອມກັນຢ່າງເປັນຂະບວນການຟົດຟື້ນ, ໃນຂະນະດຽວກັນຈະຜະລິດ, ສະໜອງ ລູກປາ ໃຫ້ແກ່ວັນປ່ອຍປາ ແລະ ສັດນໍ້າແຫ່ງຊາດ ໃຫ້ໄດ້ 65 ລ້ານໂຕ.
ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ອອປສ ປາຖະກະຖາ ມູນເຊື້ອວັນສຳຄັນຕ່າງໆຂອງຊາດ-ຂອງພັກ

ວັນທີ 11 ກໍລະກົດ​ນີ້ ຢູ່ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມປາຖະກະຖາວັນສໍາຄັນຕ່າງໆຂອງຊາດ-ຂອງພັກຄື: ເຊື່ອມຊຶມມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ສະໄໝ XI ຂອງຄະນະບໍລິຫານງານສູນກາງພັກ, ມູນເຊື້ອ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ, ວັນເກີດປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 – 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 48 ປີ (18 ກໍລະກົດ 1977 - 18 ກໍລະກົດ 2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ - ຫວຽດນາມ ຄົບຮອບ 63 ປີ, ໃຫ້ກຽດປາຖະກະຖາໂດຍສະຫາຍ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາຄະນະພັກ, ຄະນະໜ່ວຍພັກ, ຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ເຈົ້າຄອງນະຄອນຫຼວງວຽງຈັນຕ້ອນຮັບຄະນະຝຶກອົບຮົບສຳລັບພະນັກງານໜຸ່ມ

ໃນຕອນບ່າຍ ວັນທີ 10 ກໍລະກົດ ນີ້ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ, ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະຊຸດຝຶກອົບຮົມຫົວຂໍ້ສະເພາະສຳລັບພະນັກງານການນໍາໜຸ່ມ ບັນດາແຂວງທີ່ມີຊາຍແດນຕິດຈອດ ລາວ-ຫວຽດນາມ-ກໍາປູເຈຍ ຄັ້ງທີ 3 ທີ່ ສປປ ລາວ ເປັນເຈົ້າພາບຈັດ ລະຫວ່າງ ວັນທີ 7-15 ກໍລະກົດ 2025.
ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ສະພາຮັບຮອງການປັບລາຄາຊົມໃຊ້ນ້ຳປະປາ

ກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ II ໃນວັນທີ 9 ກໍລະກົດຜ່ານມານີ້ ທີ່ສໍານັກງານປົກຄອງ ນວ, ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ.
ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ກັບວຽກງານແນວໂຮມ

ປະທານ ສຸພານຸວົງ ແມ່ນໜຶ່ງໃນບັນດາຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ລິເລີ່ມນໍາພາຂະບວນການຕໍ່ສູ້ກູ້ຊາດ ໂດຍເລີ່ມຈາກການເຕົ້າໂຮມ ກໍ່ສ້າງ ແລະ ຂະຫຍາຍກໍາລັງປະຕິວັດໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.ເພິ່ນໄດ້ຮ່ວມເຄື່ອນໄຫວກັບບັນດາທ່ານຜູ້ນໍາ ເຄື່ອນໄຫວນໍາພາການຕໍ່ສູ້ຂອງປະຊາຊົນລາວ ດ້ວຍຄວາມທໍລະຫົດອົດທົນ,ບໍ່ທໍ້ຖອຍຕໍ່ຄວາມລໍາບາກ ແລະ ຕໍ່ການທົດສອບທີ່ສ່ຽງໄພແຕ່ປະການໃດ.ອັນໄດ້ເຮັດໃຫ້ເພິ່ນສາມາດສ້າງໄດ້ຜົນງານອັນຍິ່ງໃຫຍ່ ແລະ ມີຄຸນງາມຄວາມດີຢ່າງຫຼວງ ຫຼາຍ.ເວົ້າລວມແມ່ນການປະກອບສ່ວນເຂົ້າໃນການນໍາພາຂອງພັກ,ແນວລາວສ້າງຊາດ, ໃນໄຊຊະນະຂອງພາລະກິດຕໍ່ສູ້ປ່ອຍຊາດໃນເມື່ອກ່ອນກໍຄືການນໍາພາຂອງພັກ,ລັດໃນຊຸມຕົ້ນປີຂອງພາລະກິດປ່ຽນແປງໃໝ່ຂອງປະເທດເຮົາ.
ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ທາບທາມຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ

ເມື່ອບໍ່ດົນມານີ້, ທີ່ແຂວງ ອຸດົມໄຊ ໄດ້ເປີດກອງປະຊຸມທາບທາມປະກອບຄໍາເຫັນໃສ່ປື້ມຄູ່ມືການຂຽນຄໍາຖະແຫຼງຄະດີອາຍາ, ການນຳໃຊ້ ແລະ ການຕິດຕາມກວດກາການນຳໃຊ້ 7 ມາດຕະການສະກັດກັ້ນ ແລະ ທິດທາງຂອງການປັບປຸງ ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ຂອງອົງການໄອຍະການປະຊາຊົນສູງສຸດຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ບົວລີ ເພັດມີໄຊ ຄະນະບໍລິຫານງານພັກ, ຫົວໜ້າກົມຕິດຕາມກວດກາຄ້າຍຄຸມຂັງ-ດັດສ້າງ ອົງການໄອຍະການປະຊາຊົນສູງສຸດ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນ ພາກເໜືອ, ສານປະຊາຊົນພາກເໜືອ, ອົງການໄອຍະການປະຊາຊົນແຂວງ, ສະພາທະນາຍຄວາມ 7 ແຂວງພາກເໜືອ ພ້ອມດ້ວຍພະນັກງານພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງແມ່ນໍ້າລ້ານຊ້າງ”

ເມື່ອບໍ່ດົນຜ່ານມາ, ເຂື່ອນໄຟຟ້ານໍ້າງຽບ 2 ໄດ້ຈັດກິດຈະກໍາ “ຫ້ອງຮຽນສີຂຽວ ແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ເພື່ອສະເຫຼີມສະຫຼອງການດຳເນີນງານຄົບຮອບ 10 ປີ, ຊຶ່ງມີອາຈານ, ນັກສຶກສາ ຈາກມະຫາວິທະຍາໄລແຫ່ງຊາດ, ອໍານາດການປົກຄອງທ້ອງຖິ່ນ, ຕະຫຼອດຮອດປະຊາຊົນເຂົ້າຮ່ວມ ບໍລິສັດ ເຂື່ອນໄຟຟ້ານໍ້າງຽບ 2 ເປັນໂຄງການໄຟຟ້າ BOOT ແຫ່ງທີ 2 ຂອງກຸ່ມບໍລິສັດ CCCG ບໍລິສັດ CWE, ກໍາລັງຕິດຕັ້ງ 180 MW, ເລີ່ມດໍາເນີນງານໃນປີ 2015, ມາຮອດປັດຈຸບັນ ຄົບຮອບ 10 ປີ, ຜະລິດໄຟຟ້າໄດ້ຫຼາຍກວ່າ 42 ລ້ານkwh, ສາມາດສະໜອງໄຟຟ້າໃຫ້ທ້ອງຖິ່ນໄດ້ 780,000 ກວ່າຄົນ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາໄຟຟ້າສາຍສົ່ງພາກເໜືອຂອງລາວ. ປີ 2022 ໄດ້ຮັບຫຼຽນໄຊແຮງງານຊັ້ນ 2 ຂອງລັດຖະບານ.
ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ອຸທຸມພອນ ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບສະຫຼອງວັນສ້າງຕັ້ງກິລາລາວ

ໃນຕອນເຊົ້າວັນທີ 10 ກໍລະກົດນີ້, ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໄດ້ຈັດກິດຈະກໍາປ່ອຍປາ ແລະ ຍ່າງເພື່ອສຸຂະພາບ ຂຶ້ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກິລາລາວ, ວັນປ່ອຍປາ ແລະ ອານຸລັກສັດນໍ້າ,ໂດຍການເຂົ້າຮ່ວມຂອງທ່ານ ທອງໃສ ໄຊຍະວົງຄໍາດີ ເລຂາຄະນະບໍລິຫານງານພັກເມືອງ.
ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ກອງພັນໃຫຍ່ 202 ປາຖະກະຖາສອງວັນປະຫວັດສາດ

ວັນທີ 10 ກໍລະກົດນີ້ ຢູ່ທີ່ສະໂມສອນ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດພິທີປາຖະກະຖາວັນຄ້າຍວັນເກີດຂອງທ່ານ ປະທານ ສຸພານຸວົງ ຄົບຮອບ 116 ປີ (13 ກໍລະກົດ 1909 - 13 ກໍລະກົດ 2025) ແລະ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 48 ປີ (18/7/1977-18/7/2025) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 63 ປີ (5/9/1962-5/9/2025) ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມໝາຍ ດອນພະຈັນ ຫົວໜ້າການເມືອງກອງພັນໃຫຍ່ 202.
ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ຈຳປາສັກ ປ່ອຍປາຄືນສູ່ທຳມະຊາດ ແມ່ນໍ້າເຊໂດນ.

ເນື່ອງໃນວັນປ່ອຍປາແຫ່ງຊາດທີ 13 ກໍລະກົດທີ່ຈະໝູນວຽນມາຮອດອີກວາລະໜື່ງ ໃນວັນທີ 10 ກໍລະກົດນີ້, ພະແນກກະສີກຳ ແລະ ປ່າໄມ້ແຂວງຈຳປາສັກ ຮ່ວມກັບ ນະຄອນປາກເຊ ຈັດພີທີປ່ອຍປາຂຶ້ນ ທີ່ທ່າວັດຫຼວງນະຄອນປາກເຊ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ພະຈານໃຫຍ່ ມະຫາ ສຸວັນ ຈັນທະຣາດ ປະທານ ອພສ ແຂວງ, ມີພາກສ່ວນກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ
ເພີ່ມເຕີມ