ບົດ​ສຳ​ພາດຂອງ ສະ​ຫາຍບຸນ​ທອງ ຈິດ​ມະ​ນີ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ ປ​ປ ລາວ ຄົບ​ຮອບ 70 ປີ

ບົດ​ສຳ​ພາດຂອງ ສະ​ຫາຍບຸນ​ທອງ ຈິດ​ມະ​ນີ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ ປ​ປ ລາວ ຄົບ​ຮອບ 70 ປີ

ບົດ​ສຳ​ພາດຂອງ ສະ​ຫາຍບຸນ​ທອງ ຈິດ​ມະ​ນີ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ພັກ ປ​ປ ລາວ ຄົບ​ຮອບ 70 ປີ
ເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ (ພັກ ປປລາວ) ຄົບຮອບ 70 ປີ (22/3/1955-22/3/2025), ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການ ຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມານີ້ ວ່າ:

ຄຳຖາມທີ I:ພັກປະຊາຊົນປະຕິວັດລາວ ແມ່ນພັກແນວໃດ? ກໍາເນີດຂຶ້ນໃນເງື່ອນໄຂໃດ, ທາດແທ້ ແລະ ອຸດົມການ ຂອງພັກ ຄືແນວໃດ?

ເມື່ອຖາມວ່າ ພັກປະຊາຊົນປະຕິວັດລາວ ແມ່ນພັກແນວໃດ ນັ້ນ ກ່ອນອື່ນໝົດ ພວກເຮົາ ຕ້ອງທໍາຄວາມເຂົ້າໃຈ ກ່ຽວກັບເງື່ອນໄຂການກໍາເນີດ ຫຼືສາເຫດ ທີ່ພາໃຫ້ມີການສ້າງຕັ້ງພັກປະຊາຊົນປະຕິວັດລາວ ສາກ່ອນ.

ຄືດັ່ງທີ່ພວກເຮົາ ຮູ້ນໍາກັນແລ້ວວ່າ ໃນເງື່ອນໄຂທີ່ປະເທດເຮົາ ກໍຄື 3 ຊາດອິນດູຈີນ: ລາວ, ຫວຽດນາມ ແລະ ກໍາປູເຈຍ ຕົກເປັນຫົວເມືອງຂຶ້ນ ຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ດ້ວຍນໍ້າໃຈຮັກຊາດ ແລະ ບໍ່ຍອມຈໍານົນ ຕໍ່ການຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ປະຊາຊົນ 3 ຊາດອິນດູຈີນ ໄດ້ລຸກຂຶ້ນຕໍ່ສູ້ຈົນກາຍເປັນກະແສຟອງທີ່ຟົດເດືອດ;ຢູ່ປະເທດເຮົາຂະບວນການຕໍ່ສູ້ ຂອງປະຊາຊົນລາວ ເຜົ່າຕ່າງໆ ແຕ່ເຫນືອເຖິງໃຕ້ໄດ້ເກີດຂຶ້ນຢ່າງຕໍ່ເນື່ອງ ເຊັ່ນ: ຂະບວນການຕໍ່ສູ້ ຊຶ່ງນໍາພາໂດຍອົງແກ້ວ-ອົງກົມມະດໍາ, ພໍ່ກະດວດ, ເຈົ້າຟ້າປັດໃຈ, ນາຍຄູຄໍາ ແລະ ອື່ນໆ..., ແຕ່ຂະບວນການຕໍ່ສູ້ເຫຼົ່ານັ້ນລ້ວນແຕ່ຖືກປາບປາມ ແລະ ປະລາໄຊລົງ ຍ້ອນຫຼາຍສາເຫດ, ແຕ່ສາເຫດສໍາຄັນ ແລະ ເປັນປັດໄຈຕັດສິນ ແມ່ນຍ້ອນບໍ່ມີການຈັດຕັ້ງ ຂອງພັກປະຕິວັດ ເປັນຜູ້ນໍາພາ.

ປີ 1930ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຂະຫຍາຍຕົວອອກໄປຍັງ 3 ປະເທດອິນດູຈີນ, ປີ 1934 ຄະນະພັກແຄວ້ນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ, ຂະບວນການຕໍ່ສູ້ ຂອງປະຊາຊົນລາວກໍໄດ້ເຕີບໃຫຍ່ຂຶ້ນ ແລະ ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ. ພາຍໃຕ້ການນໍາພາ ຂອງພັກກອມມູນິດ ອິນດູຈີນ ໂດຍສະເພາະອົງຄະນະພັກແຄວ້ນລາວ, ປະຊາຊົນລາວສາມາດຢຶດອໍານາດການປົກຄອງ ໃນວັນທີ 23 ສິງຫາ 1945 ແລະ ໄດ້ປະກາດເອກະລາດໃນວັນທີ 12 ຕຸລາ 1945.ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃຫມ່ ຂອງການປະຕິວັດ, ໃນກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ໃນປີ 1951ໄດ້ຕົກລົງໃຫ້ສ້າງຕັ້ງພັກປະຕິວັດຂຶ້ນໃນແຕ່ລະປະເທດ, ພາຍຫຼັງຫ້າງຫາກະກຽມໄດ້ໄລຍະຫນຶ່ງມາເຖິງ ວັນທີ 22 ມີນາ 1955 ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກທົ່ວປະເທດໄດ້ເປີດຂຶ້ນ, ກອງປະຊຸມໄດ້ ເປັນເອກະພາບໃສ່ຊື່ພັກວ່າ ພັກປະຊາຊົນລາວ ໂດຍແມ່ນ ປະທານ ໄກສອນ ພົມວິຫານ ເປັນເລຂາຄະນະນໍາສູນກາງພັກ.

ສັງລວມແລ້ວ ການສ້າງຕັ້ງພັກປະຊາຊົນລາວ ໃນວັນທີ 22 ມີນາ 1955ແມ່ນຄວາມຈໍາເປັນພາວະວິໄສ ເພື່ອໃຫ້ມີການຈັດຕັ້ງ ຂອງພັກປະຕິວັດ ເປັນຜູ້ນໍາພາຢ່າງລວມສູນ-ເປັນເອກະພາບ ຕໍ່ຂະບວນການປະຕິວັດ ຂອງປະຊາຊົນລາວ ທີ່ພວມຟົດເດືອດ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ ໃນທົ່ວປະເທດ ໃນເວລານັ້ນ.

ບົນພື້ນຖານ ການກໍາເນີດເກີດຂຶ້ນ ຂອງພັກປະຊາຊົນປະຕິວັດລາວ ຄືດັ່ງກ່າວມານັ້ນ ໄດ້ສະທ້ອນໃຫ້ເຫັນວ່າ ພັກປະຊາຊົນປະຕິວັດລາວ ແມ່ນພັກປະຕິວັດ ຂອງປະຊາຊົນ ທີ່ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ, ເປັນພັກ ຖືເອົາຫຼັກມູນພື້ນຖານ ຂອງລັດທິມາກ-ເລນິນ ແລະ ຕໍ່ມາ ໄດ້ເພີ່ມແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານແຫ່ງແນວຄິດ-ທິດສະດີ ຂອງພັກເຮົາ.

ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າ ທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນລາວ, ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເມີຕົ້ນສະເໝີປາຍ ຕໍ່ສິດ ແລະ ຜົນປະໂຫຍດ ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ.

ວັດຖຸປະສົງ ຂອງພັກ ແມ່ນນໍາພາປວງຊົນລາວທັງຊາດ ດໍາເນີນການຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນ ເພື່ອນໍາເອົາຄວາມເປັນເອກະລາດແຫ່ງຊາດ, ອິດສະຫຼະພາບ ແລະ ສິດເປັນເຈົ້າ ຂອງປະເທດຊາດ ມາໃຫ້ປະຊາຊົນລາວ, ນໍາພາປະເທດຊາດສູ່ຈຸດຫມາຍສັງຄົມນິຍົມ. ປັດຈຸບັນ ພັກເຮົາໄດ້ເສີມຂະຫຍາຍອຸດົມການໃຫ້ມີຄວາມສອດຄ່ອງຕື່ມອີກ ນັ້ນແມ່ນ ນໍາພາທົ່ວປວງຊົນລາວທັງຊາດ ດໍາເນີນແນວທາງປ່ຽນແປງໃຫມ່ຮອບດ້ານມີຫຼັກການ, ປົກປັກຮັກສາປະເທດຊາດໄວ້ໃຫ້ໝັ້ນຄົງ, ກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ໃຫ້ບັນລຸຕາມຈຸດໝາຍສັງຄົມນິຍົມ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ຄຳຖາມທີ II: ຍ້ອນສາເຫດອັນໃດພັກເຮົາຈຶ່ງໄດ້ຮັບໄຊຊະນະຢ່າງສົມບູນ?.

ຕະຫຼອດໄລຍະ 70 ປີ ພັກເຮົາ ໄດ້ຜ່ານການຝຶກຝົນຫຼໍ່ຫຼອມ, ຊຸບຫຼໍ່ ຜ່ານຂະບວນການປະຕິວັດ, ການຕໍ່ສູ້ ອັນທໍລະຫົດອົດທົນ, ລະອິດລະອ້ຽວ ແຕ່ກໍເຕັມໄປດ້ວຍໄຊຊະນະເຊິ່ງໄດ້ສະສົມ ແລະ ຖອດໄດ້ບົດຮຽນທີ່ສໍາຄັນໄວ້ຫຼາຍປະການ, ໃນທີ່ນີ້ ຂ້າພະເຈົ້າ ຂໍຍົກບາງສາເຫດ ທີ່ພາໃຫ້ພັກເຮົາ ໄດ້ຮັບໄຊຊະນະ ຕະຫຼອດໄລຍະແຫ່ງການນໍາພາ ຂອງຕົນ ຕົ້ນຕໍແມ່ນ:

1. ພັກເຮົາ ເວລາໃດກໍຢຶດໝັ້ນໃນທາດແທ້ ທີ່ຖືປະຊາຊົນເປັນກົກ, ເປັນຕົວແທນທີ່ຈົງຮັກພັກດີ, ຊື່ສັດ-ບໍລິສຸດຜຸດຜ່ອງ ຕໍ່ປະຊາຊົນ ແລະ ປະເທດຊາດ; ປະຊາຊົນໃຫ້ການສະໜັບສະໜູນ, ອຸ້ມຊູຊ່ວຍເຫຼືອກໍ່ສ້າງ ພັກເຮົາ ໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ;

2. ພັກເຮົາ ຢຶດໝັ້ນລັດທິມາກ-ເລນິນ ກໍຄື ທິດສະດີປະຕິວັດ ເປັນພື້ນຖານໃຫ້ແກ່ການກໍານົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງ, ບໍ່ຄຳພີຕາຍຕົວ ແຕ່ຫາກມີຄວາມເປັນເຈົ້າການປະດິດສ້າງ ໃນການໝູນໃຊ້ທິດສະດີ ແລະ ບົດຮຽນດ້ານຕ່າງໆ ເຂົ້າກັບເງື່ອນໄຂຕົວຈິງ ແລະ ສະພາບຈຸດພິເສດຂອງ ປະເທດຊາດ; ມີການສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳ ແລະ ປັບປຸງບູລະນະໃຫ້ສອດຄ່ອງ;

3. ພັກເຮົາ ມີຄວາມສາມັກຄີ ເປັນເອກະພາບພາຍໃນ ຢ່າງໜັກແໜ້ນ, ຢຶດໝັ້ນ ແລະ ປະຕິບັດຢ່າງຖືກຕ້ອງ ຫຼັກການນໍາພາ ແລະ ວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ;

4. ພັກເຮົາ ເປັນພັກປະຕິວັດ, ກ້າປະເຊີນໜ້າກັບບັນຫາຕົວຈິງ, ກ້າຮັບເອົາຄວາມເປັນຈິງ ແລະ ກ້າປ່ຽນແປງຕົນເອງ, ເຊີດຊູລັກສະນະ ນໍາໜ້າຂອງພັກ ແລະ ຄວາມເປັນແບບຢ່າງ ຂອງສະມາຊິກພັກ, ຄວາມເດັດຂາດເຂັ້ມງວດໃນການຈຳກັດແກ້ໄຂປະກົດການຫຍໍ້ທໍ້,ຕ້ານລັດທິເອກະຊົນອາດຍາສິດ, ເຈົ້າໂຄດ ແລະ ອະນາທິປະໄຕ ພາຍໃນພັກ.

5. ພັກເຮົາເວລາໃດກໍຢຶດໝັ້ນຈິດໃຈຊາດ, ເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຕັ້ງໜ້າເສີມຂະຫຍາຍກຳລັງແຮງພາຍໃນຊາດສົມທົບກັບການຍາດແຍ່ງເອົາການສະໜັບສະໜູນ ຊ່ວຍເຫຼືອຈາກພາຍນອກ ຢ່າງມີຫຼັກການເພື່ອສ້າງເປັນກຳລັງແຮງສັງລວມເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ ກໍຄື ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດ.

ຄຳຖາມທີ III: ຕະຫຼອດໄລຍະ 70 ປີຜ່ານມາ, ພັກເຮົາມີຜົນສໍາເລັດອັນພົ້ນເດັ່ນແນວໃດແດ່ໃນການນຳພາພາລະກິດຕໍ່ສູ້ປົດປ່ອຍຊາດ; ການນຳພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄື ຜົນສໍາເລັດຂອງການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່?

ພັກເຮົາ ໄດ້ກໍາເນີດເກີດຂຶ້ນ, ເຕີບໃຫຍ່ ແລະ ຂະຫຍາຍຕົວ ມາເຖິງປີນີ້ ພໍດີຄົບຮອບ 70 ປີ; ພັກປະຊາຊົນປະຕິວັດລາວ ໄດ້ສ້າງພາລະກໍາປະຫວັດສາດອັນໂດດເດັ່ນ ຈາລຶກໄວ້ເທິງໜ້າປະຫວັດສາດ ຂອງຊາດລາວຍຸກໃໝ່, ນັ້ນແມ່ນ:

ໜຶ່ງ: ນໍາພາປວງຊົນລາວ ດໍາເນີນການປະຕິວັດຊາດ-ປະຊາທິປະໄຕ, ຕໍ່ສູ້ປົດປ່ອຍຊາດ, ສາມາດນໍາພາຢຶດອໍານາດການປົກຄອງແບບ “ບົວບໍ່ຊໍ້າ-ນໍ້າບໍ່ຂຸ່ນ ແຕ່ຈັບປາໄດ້ທັງໝົດ” ໂດຍນໍາໃຊ້ 3 ບາດຄ້ອນຍຸດທະສາດ (ການລຸກຮື້ຂຶ້ນຂອງປະຊາຊົນ, ການໜູນໜີບຂອງກໍາລັງປະກອບອາວຸດປະຕິວັດ ແລະ ການລຸກຮື້ຂຶ້ນແຍກຕົວອອກຂອງທະຫານຝ່າຍລາຊະອານາຈັກມາຮ່ວມກັບກໍາລັງປະຕິວັດ), ສາມາດລົບລ້າງລະບອບລາຊາທິປະໄຕກໍຄືລະບອບສັກດີນາ, ສ້າງຕັ້ງອໍານາດການປົກຄອງໃໝ່ຂອງປະຊາຊົນທີ່ແທ້ຈິງ ແລະ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງສະຫງ່າຜ່າເຜີຍ.

ນັບແຕ່ປີ 1975 ເປັນຕົ້ນມາ ພັກເຮົາ ໄດ້ເປັນພັກກໍາອໍານາດ ແລະ ສ້າງຕັ້ງອໍານາດການປົກຄອງໃໝ່ຂຶ້ນ ພັກເຮົາໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂຜົນຮ້າຍຂອງສົງຄາມ ແລະ ຂອງສັງຄົມທີ່ລະບອບເກົ່າປະໄວ້, ສ້າງລັດຖະທໍາມະນູນ ຂອງລະບອບປະຊາທິປະໄຕປະຊາຊົນ ຊຶ່ງເປັນກົດໝາຍພື້ນຖານຂອງຊາດ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆກ້າວເຂົ້າສູ່ສະພາບປົກກະຕິ, ທັງໄດ້ເອົາໃຈໃສ່ຂະຫຍາຍການສຶກສາ, ລົບລ້າງຄວາມບໍ່ຮູ້ໜັງສື, ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າ ມີຜົນສໍາເລັດເປັນກ້າວໆ; ສືບຕໍ່ນໍາພາຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I (1981-1985) ແລະ ຄັ້ງຕໍ່ໆມາມີຜົນສໍາເລັດແຕ່ລະດ້ານ, ອັນພົ້ນເດັ່ນ ແມ່ນລະບົບທາງຄົມມະນາຄົມ ໄດ້ຂະຫຍາຍຕົວໄປທົ່ວທຸກແຫ່ງ ທັງຢູ່ຕົວເມືອງ ແລະ ຊົນນະບົດ; ຕາໜາງການສຶກສາ, ສາທາລະນະສຸກ, ນ້ຳສະອາດ, ໄຟຟ້າ, ການສື່ສານ ໄດ້ຂະຫຍາຍຕົວ ທັງຢູ່ຕົວເມືອງ ແລະ ຊົນນະບົດ ອັນໄດ້ປະກອບສ່ວນສ້າງປະຖົມປັດໄຈ ແລະ ເງື່ອນໄຂສະດວກໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດ.

ສອງ: ນໍາພາພາລະກິດປ່ຽນແປງໃໝ່, ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຢ່າງໜັກແໜ້ນຕາມເສັ້ນທາງສັງຄົມນິຍົມ ເຊິ່ງແມ່ນອຸດົມການອັນເດັດດ່ຽວໜຽວແໜ້ນ ຂອງພັກ ແລະ ທັງແມ່ນຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນລາວບັນດາເຜົ່າ.ໃນກອງປະຊຸມໃຫຍ່ຄັ້ງທີ IV ຂອງພັກ (1986) ພັກໄດ້ກໍານົດແນວທາງປ່ຽນແປງໃໝ່ ທີ່ມີຫຼັກການຂອງພັກ ໂດຍເລີ່ມຈາກປ່ຽນແປງໃໝ່ດ້ານຈິນຕະນາການ ແລະ ເສດຖະກິດ, ເປັນຕົ້ນແມ່ນການປ່ຽນແປງໃໝ່ດ້ານນະໂຍບາຍເສດຖະກິດ; ຮັບຮູ້ ແລະ ນໍາໃຊ້ເສດຖະກິດຫຼາຍພາກສ່ວນ, ເສດຖະກິດຕະຫຼາດ, ເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຫັນເສດຖະກິດທຳມະຊາດ ແລະ ເຄິ່ງທຳມະຊາດ, ກຸ້ມຕົນເອງ ພໍໃຜພໍລາວ ແບບຄອງເດີມ ໄປສູ່ເສດຖະກິດສິນຄ້າ; ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ V ເຖິງ ຄັ້ງທີ XI ຂອງພັກ ໄດ້ສືບຕໍ່ນໍາພາຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່ ດ້ວຍການກວດກາ, ສະຫຼຸບຕີລາຄາ, ຖອດບົດຮຽນຈາກພຶດຕິກຳຕົວຈິງໃນແຕ່ລະໄລຍະຢ່າງເປັນລະບົບ, ຕໍ່ເນື່ອງ ທັງປັບປຸງຍົກລະດັບເປັນກ້າວໆ ເຮັດໃຫ້ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ນັບມື້ນັບບໍລິບູນຂຶ້ນເລື້ອຍໆ.

ສາມ: ນໍາພາທົ່ວສັງຄົມ ປະຕິບັດ 2ໜ້າທີ່ຍຸດທະສາດ, ສາມາດປົກປັກຮັກສາ ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ໄດ້ຢ່າງໝັ້ນຄົງ; ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງຍົກສູງຂຶ້ນ; ການພັດທະນາຂະຫຍາຍຕົວຢ່າງຕໍ່ເນື່ອງ, ກຳລັງສູ້ຮົບຂອງພັກ ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ, ປັດຈຸບັນ ມີສະມາຊິກພັກ ທັງໝົດ 415.784 ສະຫາຍ, ຍິງ 112.529 ສະຫາຍ; ການຮ່ວມມືສາກົນໄດ້ຮັບການເປີດກວ້າງ, ບົດບາດອິດທິພົນ ຂອງ ພັກ, ຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ການພັດທະນາເສດຖະກິດ ຂອງ ສປປ ລາວ ໄດ້ມີບາດກ້າວຂະຫາຍຕົວຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນເພີ່ມຂຶ້ນໃນແຕ່ລະໄລຍະເຊັ່ນ: ປີ 1986-1990 ເພີ່ມຂຶ້ນສະເລ່ຍ 4.8% ຕໍ່ປີ, ປີ 1991-1995 ເພີ່ມຂຶ້ນ ສະເລ່ຍ 6.4% ຕໍ່ປີ, ປີ 2005 ເພີ່ມຂຶ້ນສະເລ່ຍ 6.2% ຕໍ່ປີ, ປີ 2010 ເພີ່ມຂຶ້ນ ສະເລ່ຍ 7.9% ຕໍ່ປີ, ປີ 2015 ເພີ່ມຂຶ້ນ 7.8%, ປີ 2020 ເພີ່ມຂຶ້ນ 5.8% ແລະ ປີ 2024 ຂະຫຍາຍຕົວຢູ່ໃນລະດັບ 4.5.%. ໂຄງປະກອບເສດຖະກິດມີການຫັນປ່ຽນຢ່າງຕັ້ງໜ້າ, ເຮັດໃຫ້ຊີວິດການເປັນຢູ່ ແລະ ລາຍຮັບຂອງ ປະຊາຊົນດີຂຶ້ນສະແດງອອກ: ໃນປີ 1985 ຈີດີພີສະເລ່ຍຕໍ່ຫົວຄົນໄດ້ 114 ໂດລາ, ປີ 1995 ເພີ່ມຂຶ້ນເປັນ 380 ໂດລາ, ປີ 2000 ໄດ້ 335 ໂດລາ, ປີ 2005 ເພີ່ມຂຶ້ນເປັນ 511 ໂດລາ, ປີ 2006 ເພີ່ມຂຶ້ນເປັນ 534 ໂດລາ, ປີ 2010 ເພີ່ມຂຶ້ນ ເປັນ 1.069 ໂດລາ, ປີ 2014 ໄດ້ 1.672 ໂດລາ ແລະ ປີ 2015 ເພີ່ມຂຶ້ນເປັນ 1.970 ໂດລາ, ປີ 2020 ເພີ່ມຂຶ້ນເປັນ 2.664 ໂດລາ ແລະ 2024 ຈີດີພີ ຕໍ່ຫົວຄົນບັນລຸ 1.896 ໂດລາ (ເນື່ອງຈາກເງິນກີບອ່ອນຄ່າ).

ຄຳຖາມທີ IV: ເພື່ອເສີມຂະຫຍາຍມູນເຊື້ອ-ທາດແທ້ຂອງພັກໃນໄລຍະ 70 ປີຜ່ານມາ, ກໍຄືພາລະກິດປ່ຽນແປງໃໝ່ຂອງພັກໃຫ້ໄດ້ຢ່າງເລິກເຊິ່ງ, ສະຫາຍ ມີທິດທາງແນວໃດຕໍ່ຄະນະພັກແຕ່ລະຂັ້ນ,ຄະນະນໍາ ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນ?

ໃນຕໍ່ໜ້າ ພັກເຮົາຍິ່ງມີຄວາມຮັບຜິດຊອບອັນໜັກໜ່ວງໃນການນໍາພາພາລະກິດປະຕິວັດ ຢູ່ປະເທດເຮົາ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍທາດແທ້-ມູນເຊື້ອປະຕິວັດ ແລະ ຜົນງານ 70 ປີ ຂອງພັກເຮົາ ດັ່ງນີ້:

1.ສືບຕໍ່ເສີມຂະຫຍາຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວໃນພັກ, ໃນທົ່ວກໍາລັງປະກອບອາວຸດ ແລະ ໃນທົ່ວປວງຊົນ; ປັບປຸງພັກເຮົາ ເປັນພັກທີ່ຮັບໃຊ້ປະຊາຊົນ ແລະ ປະເທດຊາດຢ່າງສຸດໃຈ, ພັກບໍ່ມີຜົນປະໂຫຍດອື່ນໃດ ນອກຈາກເພື່ອຄວາມສົມບູນພູນສຸກ ຂອງປະຊາຊົນລາວ ແລະ ຄວາມຈະເລີນວັດທະນາ ຂອງປະເທດຊາດ;

2. ພັກສືບຕໍ່ເຄື່ອນໄຫວ ຕາມແນວທາງມະຫາຊົນ, ບໍ່ອະນຸຍາດໃຫ້ມີແນວຄິດ ແລະ ການກະທໍາ ແບ່ງພັກແຍກພວກ; ປັບປຸງ, ກໍ່ສ້າງພັກ ຂອງພວກເຮົາ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ແກ້ໄຂປະກົດການຫຍໍ້ທໍ້, ພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ພາຍໃນພັກ, ເດັດດ່ຽວເອົາສະມາຊິກພັກທີ່ເສື່ອມຄຸນປ່ຽນທາດ ແລະ ລະເມີດລະບຽບວິໄນ ອອກຈາກພັກ; ກໍ່ສ້າງ ແລະ ຂະຫຍາຍມະຫາຊົນຜູ້ທີ່ດີ, ມີຄຸນທາດການເມືອງ-ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ຈົງຮັກພັກດີຕໍ່ພັກ, ຕໍ່ປະຊາຊົນ, ມີຄວາມຮູ້ຄວາມສາມາດ ເຮັດສໍາເລັດໜ້າທີ່ ເພື່ອຮັບເຂົ້າພັກ.

3. ສືບຕໍ່ຕັ້ງໜ້າແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ-ເງິນຕາ, ເຮັດໃຫ້ເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ, ການຜະລິດ-ທຸລະກິດ ຂອງບັນດາພາກສ່ວນເສດຖະກິດ ແລະ ປະຊາຊົນ ໃຫ້ຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງໜັກແໜ້ນ;

4. ສືບຕໍ່ນໍາພາການປັບປຸງ, ພັດທະນາດ້ານວັດທະນະທໍາ-ສັງຄົມ, ການກໍ່ສ້າງຊັບພະຍາກອນມະນຸດ,ການພັດທະນາວິທະຍາສາດ-ເຕັກນິກ ເພື່ອເປັນກໍາລັງແຮງ ໃຫ້ແກ່ການພັດທະນາປະເທດຊາດ ໃນເງື່ອນໄຂໃໝ່.

5. ນໍາພາສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສົມທົບແໜ້ນກໍາລັງແຮງ ຂອງຍຸກສະໄໝ ເພື່ອສືບຕໍ່ ຕໍ່ຍອດ ແລະ ເພີ່ມເຕີມເສີມຂະຫຍາຍ ແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ, ການນໍາຮຸ່ນກໍ່ຕັ້ງ ແລະ ການນໍາຮຸ່ນຕໍ່ໆມາ ໄດ້ບຸກເບີກ, ລິເລີ່ມ ແລະ ຈັດຕັ້ງປະຕິບັດ ຕະຫຼອດໄລຍະ40 ປີນັ້ນ ໃຫ້ເຂົ້າສູ່ລວງເລິກ, ມີຄຸນນະພາບໃໝ່ ທີ່ສູງກວ່າເກົ່າ, ສືບຕໍ່ແບກຫາບໜ້າທີ່ອັນໜັກໜ່ວງ ເພື່ອນໍາພາ ພາລະກິດປະຕິວັດ ໃຫ້ບັນລຸຕາມວັດຖຸປະສົງ ແລະ ອຸດົມການ ຂອງພັກ ບົນເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ.

ໃນໂອກາດນີ້, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງຄະນະພັກ, ສະມາຊິພັກ, ພະນັກງານ ແລະ ທົ່ວປວງຊົນທັງຊາດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຍົກສູງນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຕັ້ງໜ້າປະກອບສ່ວນປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ຟົດຟື້ນ, ສືບຕໍ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້, ສ້າງເງື່ອນໄຂສຸກງອມ ໃຫ້ແກ່ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະເປີດຂຶ້ນ ໃນຕົ້ໜປີ 2026.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ