ບົດສໍາພາດຂອງສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ

ບົດສໍາພາດຂອງສະຫາຍ ນາງ ຟາງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ກ່ຽວກັບກອງປະຊຸມຄົບຄະນະກຳມະການສູນກາງພັກກອມມູນິດຈີນ ຄັ້ງທີ 3 ສະໄໝທີ XX

ຄຳຖາມທີ 1: ເມື່ອບໍ່ດົນມານີ້, ກອງປະຊຸມຄົບຄະນະກຳມະການສູນກາງພັກກອມມູນິດຈີນ ຄັ້ງທີ 3 ສະໄໝທີ XX ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງ ຢ່າງສຳເລັດຜົນ ຂໍເຊີນສະຫາຍແນະນໍາເນື້ອໃນຕົ້ນຕໍຂອງກອງປະຊຸມດັ່ງກ່າວ.



ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ຄົ້ນຄວ້າວຽກງານ ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ໝາກຜົນສຳຄັນທີ່ສຸດ ແມ່ນໄດ້ຮັບຮອງເອົາ "ຂໍ້ຕົກລົງຂອງສູນກາງພັກກອມມູນິດຈີນ ກ່ຽວກັບການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ", ເອີ້ນວ່າ; "ຂໍ້ຕົກລົງ". ເປົ້າໝາຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ສືບຕໍ່ປັບປຸງ ແລະ ພັດທະ ນາລະບົບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ, ຊຸກຍູ້ຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຈີນ. ເມື່ອຮອດປີ 2035 ຈະສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມ ໃນລະດັບສູງ ໃຫ້ສຳເລັດຜົນ ຢ່າງຮອບດ້ານ. ລະບອບສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ຈະສົມບູນກວ່າເກົ່າ, ບັນລຸການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານການບໍລິຫານຂອງຊາດ, ບັນລຸການຫັນເປັນທັນສະໄໝສັງຄົມນິຍົມ ໂດຍພື້ນຖານ ແລະ ສ້າງພື້ນຖານອັນໝັ້ນແກ່ນ ໃຫ້ແກ່ການສ້າງສາປະເທດສັງຄົມນິຍົມ ທີ່ເຂັ້ມແຂງໃຫ້ສຳເລັດຜົນ ຢ່າງຮອບດ້ານ ໃນກາງສະຕະວັດນີ້.
ເພື່ອບັນລຸເປົ້າໝາຍລວມນີ້, "ຂໍ້ຕົກລົງ" ໄດ້ສະເໜີໃຫ້ສຸມໃສ່ສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ພັດທະນາປະຊາທິປະໄຕ ປະຊາຊົນ ໃນທົ່ວຂະບວນການ, ສ້າງສາປະເທດສັງຄົມນິຍົມ ທີ່ເຂັ້ມແຂງໃນດ້ານວັດທະນະທຳ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ, ສ້າງສາປະເທດຈີນທີ່ສວຍງາມ, ມີຄວາມສະຫງົບສຸກໃນລະດັບສູງກວ່າເກົ່າ, ຍົກສູງລະດັບການນຳພາ ແລະ ຄວາມສາມາດການກຳອຳນາດເປັນເວລາຍາວນານຂອງພັກ. ການສຸມໃສ່ 7 ດ້ານດັ່ງກ່າວ, ໄດ້ຊີ້ທິດນຳທາງໃຫ້ແກ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ.
"ຂໍ້ຕົກລົງ" ແນໃສ່ບັນລຸເປົ້າໝາຍເມື່ອຮອດປີ 2035 ຈະບັນລຸການຫັນເປັນທັນສະໄໝສັງຄົມນິຍົມໂດຍພື້ນຖານ, ໄດ້ເນັ້ນໜັກ ແລະ ວາງແຜນການປະຕິຮູບດ້ານໂຄງປະກອບເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ຄວາມສີວິໄລດ້ານນິເວດ, ຄວາມໝັ້ນຄົງຂອງຊາດ, ຂະແໜງການປ້ອງກັນຊາດ ແລະ ກອງທັບ. ລວມທັງໝົດມາດຕະການປະຕິຮູບມີ 60 ຂໍ້, ມີ 300 ກວ່າປະການ. ຕໍ່ໄປຈະປະກາດແຜນການປະຕິຮູບລະອຽດໜຶ່ງພັນກ່ວາປະການ ແລະ ໄດ້ກຳນົດວ່າ: ຮອດປີ 2029 ສປ ຈີນ ສ້າງຕັ້ງຂຶ້ນຄົບຮອບ 80 ປີ ຕ້ອງສຳເລັດທຸກປະການ. ວາລະ ແລະ ໜ້າທີ່ຊັດເຈນຈະແຈ້ງ, ສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງເຂັ້ມແຂງຂອງພັກກອມມູນິດຈີນ ດ້ານການສືບຕໍ່ລົງເລິກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ.
ຄຳຖາມທີ 2: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ມີຄວາມໝາຍຫຍັງຕໍ່ປະເທດຈີນ, ເປັນຫຍັງກອງປະຊຸມຄົບຄະນະຄັ້ງນີ້ ຈຶ່ງເນັ້ນໜັກຕ້ອງລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ?
ເພື່ອອະທິບາຍບັນຫານີ້ໃຫ້ດີຂຶ້ນ, ຂ້າພະເຈົ້າ ຂໍທົບທວນຄືນໂດຍຫຍໍ້ ກ່ຽວກັບບາງເຫດການສຳຄັນໃນປະຫວັດສາດ 40 ກວ່າປີ ຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຂອງຈີນ. ກອງປະຊຸມຄົບຄະນະກຳມະການສູນກາງພັກ ຄັ້ງທີ 3 ສະໄໝທີ Ⅺ ໃນປີ 1978 ມີລັກສະນະເປັນຂີດໝາຍຂອງຍຸກສະ ໄໝ ຊຶ່ງໄດ້ເລີ່ມຕົ້ນໄລຍະໃໝ່ ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ການສ້າງສັງຄົມນິຍົມທັນສະໄໝ. ຜ່ານການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພາລະກິດຂອງພັກ ແລະ ປະຊາຊົນຈີນ ໄດ້ໃຫ້ທັນກັບຍຸກສະໄໝ ດ້ວຍບາດກ້າວໃຫຍ່. ເສດຖະກິດ ແລະ ສັງຄົມຂອງຈີນ ໄດ້ບັນລຸການກ້າວກະໂດດແບບປະຫວັດສາດ ຈາກອາຫານບໍ່ພຽງພໍ ໄປສູ່ຄວາມອີ່ມໜຳສຳລານ ຢ່າງສັງລວມ, ຍອດຈຳນວນເສດຖະກິດຂອງຈີນ ໄດ້ກ້າວຂຶ້ນເປັນອັນດັບທີສອງຂອງໂລກ.
ກອງປະຊຸມຄົບຄະນະກຳມະການສູນກາງພັກ ຄັ້ງທີ 3 ສະໄໝທີ XVIII ກໍມີລັກສະນະເປັນຂີດໝາຍຂອງຍຸກສະໄໝເຊັ່ນດຽວກັນ ຊຶ່ງໄດ້ເລີ່ມຕົ້ນການອອກເດີນທາງຄັ້ງໃໝ່ ແຫ່ງການລົງເລິກການປະຕິຮູບຢ່າງຮອບດ້ານ, ການອອກແບບ ແລະ ຊຸກຍູ້ການປະຕິຮູບຢ່າງເປັນລະບົບ ແລະ ເປັນອັນດຽວກັນໃນຍຸກໃໝ່.ຜ່ານການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ພາລະກິດຂອງພັກ-ລັດຈີນ ໄດ້ບັນລຸຜົນງານແບບປະຫວັດສາດ ມີການປ່ຽນແປງແບບປະຫວັດສາດ. ຈີນ ໄດ້ຮັບໄຊຊະນະໃນການລຶບລ້າງຄວາມທຸກຍາກ, ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 1 ຂອງພັກ, ໄດ້ຮັບໄຊຊະນະ ໃນການຕ້ານການສໍ້ລາດບາງຫຼວງ ແລະ ປັບປຸງຢ່າງຮອບດ້ານຊຶ່ງໄດ້ຮັບການສະໜັບສະໜູນຈາກປະຊາຊົນ.
ປະຫວັດສາດ ໄດ້ຢືນຢັນໃຫ້ເຫັນຢ່າງຈະແຈ້ງວ່າ: ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນເຄັດລັບອັນສຳຄັນຂອງພັກ ແລະ ປະຊາຊົນ ໃນການສ້າງພາລະກິດ ໃຫ້ທັນກັບຍຸກສະໄໝ ດ້ວຍບາດກ້າວໃຫຍ່ ແລະ ເປັນມາດຕະການຕັດສິນ ຕໍ່ສະພາບການພັດທະນາຂອງຈີນ. ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນ ສະໄໝທີ XX ໄດ້ກຳນົດເປົ້າໝາຍໃຈກາງ ທີ່ສ້າງສາປະເທດສັງຄົມນິຍົມທັນສະໄໝເຂັ້ມແຂງ ໃຫ້ສໍາເລັດຜົນ ຢ່າງຮອບດ້ານ, ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 2 ແລະ ຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ ດ້ວຍຄວາມທັນສະໄໝແບບຈີນ. ເພື່ອບັນລຸເປົ້າໝາຍໃຈກາງດັ່ງກ່າວ, ພວກເຮົາ ຕ້ອງສືບຕໍ່ອາໄສການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ສືບຕໍ່ບູລະນະກົນໄກ ແລະ ໂຄງປະກອບທຸກປະການ, ສະໜອງກຳລັງແຮງໃຫຍ່ ແລະ ການຄ້ຳປະການດ້ານລະບອບ ໃຫ້ແກ່ການຊຸກຍູ້ຄວາມທັນສະໄໝແບບຈີນ.
ຄຳຖາມທີ 3: ການຈັດວາງແນວທາງຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ທີ່ກໍານົດໃນຂໍ້ຕົກລົງມີລັກສະນະພົ້ນເດັ່ນຫຍັງ?
ຂໍ້ຕົກລົງ ແມ່ນການຈັດວາງແນວທາງສັງລວມ ຕໍ່ການລົງເລິກການປະຕິຮູບ ຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ມີລັກຊະນະພົ້ນເດັ່ນດັ່ງລຸ່ມນີ້:
ໜຶ່ງ; ແມ່ນຢຶດໝັ້ນທິດທາງຖືກຕ້ອງ, ບໍ່ວ່າມາດຕະການປະຕິຮູບແມ່ນຫຍັງ, ຕ້ອງຢຶດໝັ້ນທິດທາງແລະ ຫຼັກການພື້ນຖານທີ່ປ່ຽນບໍ່ໄດ້, ເປັນຕົ້ນຕ້ອງຢຶດໝັ້ນການນຳພາຮອບດ້ານຂອງພັກ, ຢຶດໝັ້ນລັດທິມາກ, ຢຶດໝັ້ນເສັ້ນທາງສັງຄົມນິຍົມທີ່ມີລັກຊະນະພິເສດຂອງຈີນ, ຢຶດໝັ້ນລະບອບປະຊາທິປະໄຕປະຊາຊົນ. ໝາຍຄວາມວ່າ, ຕ້ອງຢຶດໝັ້ນ ແລະ ບູລະນະເສັ້ນທາງສັງຄົມນິຍົມ ທີ່ມີລັກສະນະພິເສດຂອງຈີນ, ບໍ່ຍ່າງຕາມທາງປິດປະຕູສູ່ພາຍໃນ ແລະ ແຂງກະດ້າງ, ບໍ່ຍ່າງຕາມທາງທີ່ປ່ຽນລະບອບການເມືອງສັງຄົມນິຍົມ.
ສອງ; ແມ່ນຢຶດໝັ້ນຖືການແກ້ໄຂບັນຫາເປັນເປົ້າໝາຍກົກ, ມາດຕະການຕ່າງໆ ກໍ່ແມ່ນເພື່ອແກ້ໄຂບັນຫາ, ສຸມກຳລັງແຮງແນໃສ່ແກ້ໄຂບັນຫາທີ່ເປັນອຸປະສັກ ຕໍ່ການພັດທະນາທີ່ມີຄຸນນະພາບສູງ, ແກ້ໄຂບັນຫາເຄັ່ງຮ້ອນທີ່ທຳລາຍຄວາມເປັນຍຸຕິທຳຂອງສັງຄົມ, ບັນຫາຫຍຸ້ງຍາກໃນຊີວິດການເປັນຢູ່ຂອງປະຊາຊົນ, ບັນຫາພົ້ນເດັ່ນຂອງການກໍ່ສ້າງພັກ, ບັນຫາຄວາມສ່ຽງໄພໃນທຸກຂະແໜງການ.
ສາມ; ແມ່ນຢຶດໝັ້ນກຳວຽກງານຕົ້ນຕໍ ຖືມາດຕະການປະຕິຮູບສຳຄັນ ທີ່ມີຄວາມໝາຍຍຸດທະສາດດ້ານຄວາມທັນສະໄໝແບບຈີນ ເປັນວຽກງານຕົ້ນຕໍ, ແນໃສ່ການປະຕິຮູບໂຄງປະບອບກົນໄກ, ປະຕິຮູບສຳຄັນທີ່ມີຄວາມໝາຍຍຸດທະສາດ ແລະ ກ່ຽວພັນສະຖານະພາບສັງລວມ, ແນໃສ່ບົດບາດນຳພາຂອງການປະຕິຮູບດ້ານໂຄງປະກອບເສດຖະກິດ.
ສີ່; ແມ່ນຢຶດໝັ້ນປະຊາຊົນໃນຖານະສູງສຸດ, ຊຸກຍູ້ປະຕິຮູບເພື່ອຜົນປະໂຫຍດສັງລວມກົກຮາກ ແລະ ຍາວນານຂອງປະຊາຊົນ, ອອກມາດຕະການປະຕິຮູບທີ່ຮີບດ່ວນ ແລະ ຕ້ອງການທີ່ສຸດຂອງປະຊາຊົນ, ແກ້ໄຂບັນຫາຕົ້ນຕໍ ທີ່ປະຊາຊົນສົນໃຈທີ່ສຸດ ເປັນຕົ້ນການຈ້າງງານ, ເພີ່ມລາຍໄດ້, ການເຂົ້າໂຮງຮຽນ, ການປິ່ນປົວພະຍາດ, ທີ່ຢູ່ອາໄສ, ການບໍລິການ, ການດູແລເດັກ ແລະ ຜູ້ເຖົ້າ, ຄວາມປອດໄພຂອງຊີວິດ ແລະ ຊັບສິນ.
ຫ້າ; ແມ່ນຢຶດໝັ້ນການໂຮມເຂົ້າເປັນລະບົບ, ເພີ່ມທະວີການອອກແຜນສັງລວມ ຕໍ່ການປະຕິຮູບ, ຈັດຕັ້ງແບບເປັນລະບົບ, ເພີ່ມທະວີມາດຕະການວົງຈອນ, ຊຸກຍູ້ໃຫ້ມາດຕະການປະຕິຮູບໃນທຸກຂະແໜງການສາມາດສຸມກຳລັງແຮງເຂົ້າກັນ.
ຄຳຖາມທີ 4: ສະຫາຍເວົ້າວ່າ, ການປະຕິຮູບຕ້ອງຢຶດໝັ້ນການນຳພາຂອງພັກ. ຂໍສະຫາຍແນະນຳການຈັດວາງແນວທາງ ການເພີ່ມທະວີການນຳພາຂອງພັກ ທີ່ໄດ້ກຳນົດໄວໃນຂໍ້ຕົກລົງ.
ການນຳພາຂອງພັກ ເປັນທ່າແຮງການເມືອງໃຫຍ່ທີ່ສຸດຂອງຈີນ, ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແມ່ນດຳເນີນພາຍໃຕ້ການນຳພາຂອງພັກ ຕັ້ງແຕ່ເດີມ. ພຶດຕິກຳ ແລະ ຜົນງານອັນຍິ່ງໃຫຍ່ຂອງການລົງເລິກປະຕິຮູບ ທີ່ໄດ້ຍາດເອົາໃນຍຸກໃໝ່ນັ້ນ, ສາເຫດກົກຮາກແມ່ນຍ້ອນມີການຊີ້ທິດນຳທາງຂອງສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ເປັນແກ່ນສານຂອງສູນກາງພັກ ແລະ ຂອງທົ່ວພັກ, ຍ້ອນມີການນຳທາງແບບວິທະຍາສາດຂອງແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃນຍຸກໃໝ່. ຂໍ້ຕົກລົງ ໄດ້ຊີ້ໃຫ້ເຫັນວ່າ: ການນຳພາຂອງພັກ ແມ່ນການຄ້ຳປະກັນກົກຮາກ ຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ໄດ້ຈັດວາງແນວທາງໃນ 3 ດ້ານໃຫ້ແກ່ການຍົກລະດັບການນຳພາຂອງພັກ ຕໍ່ການລົງເລິກການປະຕິຮູບ ຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ.
ໜຶ່ງ, ກຳນົດການຢຶດໝັ້ນການນຳພາແບບລວມສູນເປັນເອກະພາບຂອງພັກ ຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ, ເນັ້ນໜັກ ສູນກາງພັກນຳພາການອອກແບບໂດຍລວມ ການປະສານສົມທົບຢ່າງເປັນເອກະພາບ ແລະ ການຊຸກຍູ້ໂດຍລວມຂອງການປະຕິຮູບ. ປັບປຸງກົນໄກຈັດຕັ້ງປະຕິບັດແຜນນະໂຍບາຍອັນສຳຄັນທີ່ກຳນົດໂດຍສູນກາງພັກ, ສົ່ງເສີມການປະດິດສ້າງໃໝ່ ໂດຍປະສົມປະສານກັບສະພາບເງື່ອນໄຂຕົວຈິງ, ຈັດວາງຫົວຂໍ້ປຶກສາຫາລືໃນການປະຕິຮູບໂດຍປິ່ນອ້ອມການແກ້ໄຂຂໍ້ຂັດແຍ້ງທີ່ພົ້ນເດັ່ນ, ປັບປຸງກົນໄກວາງແຜນການປະຕິຮູບທີ່ເປັນຈຸດສຳຄັນໃຫ້ດີຂຶ້ນ.
ສອງ, ກຳນົດລົງເລິກປະຕິຮູບລະບຽບການກໍ່ສ້າງພັກ, ຕ້ອງປັບປຸງລະບຽບການ ແລະ ກົນໄກກໍ່ສ້າງພັກ ໃຫ້ສົມບູນຂຶ້ນ, ເພີ່ມທະວີການປະກອບອາວຸດໃຫ້ພັກ ດ້ານທິດສະດີປະດິດສ້າງໃໝ່, ລົງເລິກການປະຕິຮູບລະບຽບການວຽກງານພະນັກງານ, ມີທິດຊີ້ນຳທີ່ຖືກຕ້ອງໃນການຄັດເລືອກ ແລະ ນຳໃຊ້ຄົນຢ່າງຈະແຈ້ງ, ອອກແຮງຄັດເລືອກພະນັກງານທີ່ມີຄວາມໜັກແໜ້ນດ້ານການເມືອງ ມີຄວາມກ້າຫານໃນການແບກຫາບໜ້າທີ່ຮັບຜິດຊອບ ມີຄວາມບຸກບືນໃນການປະຕິຮູບ ມີຜົນງານຕົວຈິງທີ່ພົ້ນເດັ່ນ ແລະ ມີຄວາມປອດໃສຂາວສະອາດ, ສຸມໃສ່ແກ້ໄຂບັນຫາພະນັກງານທີ່ເຮັດວຽກແບບປະລາໜ້າທີ່ ບໍ່ກ້າຮັບຜິດຊອບວຽກ ແລະ ບໍ່ຊໍານານໃນການເຮັດວຽກ. ສ້າງ ແລະ ປະຕິບັດຕາມທັດສະນະທີ່ຖືກຕ້ອງຕໍ່ຜົນງານບໍລິຫານ, ຊຸກຍູ້ສົ່ງເສີມໃຫ້ພະນັກງານບຸກບືນສູ້ຊົນ ແລະ ສ້າງຜົນງານ.
ສາມ, ກຳນົດລົງເລິກຊຸກຍູ້ການສ້າງແບບແຜນຂອງພັກ, ປັບປຸງລະບຽບການ ແລະ ກົນໄກປ້ອງກັນລັດທິຮູບການ ແລະ ລັດທິອາດຍາສິດໃຫ້ຄົບຖ້ວນ. ປັບປຸງກົນໄກເຮັດວຽກຕາມທິດບໍ່ກ້າສໍ້ລາດບັງຫຼວງ ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງເປັນອັນໜຶ່ງອັນດຽວກັນໃຫ້ສົມບູນຂຶ້ນ, ສຸມໃສ່ລຶບລ້າງສະພາບແວດລ້ອມ ແລະ ເງື່ອນໄຂທີ່ພາໃຫ້ເກີດບັນຫາສໍ້ລາດບັງຫຼວງ, ປັບປຸງກົນໄກກວດກາ ແລະ ແກ້ໄຂແບບແຜນທີ່ບໍ່ດີ ແລະ ບັນຫາສໍ້ລາດບັງຫຼວງໄປພ້ອມກັນໃຫ້ຄົບຖ້ວນ, ລົງເລິກແກ້ໄຂການສໍ້ລາດບັງຫຼວງໃນຂົງເຂດທີ່ມີສິດອຳນາດລວມສູນ ເງິນທຶນລວມສູນ ແລະ ຊັບພະຍາກອນລວມສູນ, ກວດກາ ແລະ ແກ້ໄຂບັນຫາທີ່ນັກການເມືອງກັບນັກທຸລະກິດສົມຮູ້ຮ່ວມຄິດກັນ ທຳລາຍສະພາບແວດລ້ອມການເມືອງ ແລະ ສະພາບແວດລ້ອມການພັດທະນາເສດຖະກິດຢ່າງເຂັ້ມງວດ, ປັບປຸງກົນໄກຫຼາຍພາກສ່ວນ ລົງໂທດຕໍ່ຜູ້ໃຫ້ສິນບົນຕົ້ນຕໍໃຫ້ສົມບູນຂຶ້ນ, ຂະຫຍາຍວິທີທີ່ມີປະສິດທິຜົນໃນການປ້ອງກັນ-ປາບປາມການສໍ້ລາດບັງຫຼວງແບບໃໝ່ ແລະ ແບບເຊື່ອງຊ້ອນໃຫ້ຫຼາຍກວ່າເກົ່າ.
ການຈັດວາງແນວທາງດັ່ງກ່າວ, ໄດ້ສະແດງເຖິງສູນກາງພັກຈີນທີ່ ສະຫາຍ ສີ ຈິ້ນຜິງ ເປັນແກ່ນສານນັ້ນ, ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ຄວາມຢຶດໝັ້ນຕໍ່ການຊຸກຍູ້ຄຸ້ມຄອງພັກ ຢ່າງເຂັ້ມງວດຮອບດ້ານ ຕໍ່ເນື່ອງ ແລະ ການດຳເນີນການນຳພາຂອງພັກ ໃນທົ່ວຂະບວນການປະຕິຮູບດ້ານຕ່າງໆ.
ຄຳຖາມທີ 5: ໃນຂະບວນການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະ ໄໝແບບຈີນ, ຝ່າຍລາວ ສາມາດເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັນກັບຈີນ ໃນຂະແໜງການຫຍັງ?
ຈີນ-ລາວ ເປັນບ້ານໃກ້ເຮືອນຄຽງ ມິດຕະພາບແບບສັງຄົມນິຍົມ, ສອງພັກ ຈີນ-ລາວ ກໍກຳລັງນຳພາການປະຕິຮູບເປີດປະຕູສູ່ພາຍນອກ ແລະ ການກໍ່ສ້າງຄວາມທັນສະໄໝຂອງຕົນເອງ. ຝ່າຍຈີນ ຍິນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບຝ່າຍລາວ ໃນ 3 ດ້ານດັ່ງລຸ່ມນີ້:
ໜຶ່ງ, ເພີ່ມທະວີການຖອດຖອນບົດຮຽນຂອງການປະຕິຮູບນຳກັນ. ບົດຮຽນຂອງການປະຕິຮູບເປີດປະຕູສູ່ພາຍນອກ ແລະ ການກໍ່ສ້າງຄວາມທັນສະໄໝ ຊຶ່ງເປັນການສະເໜີຂອງການຊອກຫາເສັ້ນທາງພັດທະນາ ຕາມສະພາບການຕົວຈິງຂອງປະເທດກຳລັງພັດທະນາ ຢ່າງສັງລວມ. ໃນປັດຈຸບັນ, ຝ່າຍລາວກຳລັງສຸມໃສ່ຊຸກຍູ້ການປ່ຽນແປງໃໝ່ ແລະ ເປີດປະຕູສູ່ພາຍນອກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ປະກາດແນວຄິດ ການສ້າງເສດຖະກິດເປັນເອກະລາດ ແລະ ເປັນເຈົ້າການຕົນເອງ ໃນຕົ້ນປີນີ້ ໂດຍເນັ້ນໜັກ ຕ້ອງປັປປຸງເສດຖະກິດຕະຫຼາດຕາມທິດທາງສັງຄົມນິຍົມ, ລົງເລິກການປະຕິຮູບດ້ານລັດວິສາຫະກິດ, ການເງິນ, ພາສີອາກອນ ແລະ ການຄ້າຕ່າງປະເທດ, ຮັບມືກັບຄວາມຫຍຸ້ງຍາກຂອງເສດຖະກິດ. ຂໍ້ຕົກລົງຂອງຈີນ ໄດ້ຈັດວາງແນວທາງຕໍ່ຂະແໜງ ການດັ່ງກ່າວ. ຝ່າຍຈີນ ຍິນດີເພີ່ມທະວີການຖອດຖອນບົດຮຽນຂອງການປະຕິຮູບນຳກັນ ໂດຍອິງຕາມຄວາມຕ້ອງການຂອງຝ່າຍລາວ, ພ້ອມກັນຍົກສູງກຳລັງກຳອຳນາດຂອງສອງພັກ, ຄ້ຳປະກັນການຊຸກຍູ້ປະຕິຮູບດ້ວຍຄວາມສະດວກດີ. ຝ່າຍຈີນ ກໍຍິນດີເພີ່ມທະວີການແລກປ່ຽນ ແລະ ຮ່ວມມືກັບຝ່າຍລາວ ໃນຂະແໜງການສຶກສາທິການ, ເຕັກນິກ ແລະ ບຸກຄະລາກອນ ເພື່ອປະກອບສ່ວນສໍາຄັນເຂົ້າໃນການກໍ່ສ້າງຄວາມທັນສະໄໝຂອງໃຜລາວ.
ສອງ, ເປີດກວ້າງການແບ່ງປັນໂອກາດພັດທະນາ. ການເປີດປະຕູສູ່ພາຍນອກ ແມ່ນຂີດໝາຍສຳຄັນຂອງຄວາມທັນສະໄໝແບບຈີນ. ຈີນ ກໍ່ສ້າງເສດຖະກິດແບບເປີດປະຕູສູ່ພາຍນອກລະດັບສູງກ່ວາເກົ່ານັ້ນ, ຈະສ້າງໂອກາດດ້ານຕະຫຼາດລົງທຶນ ແລະ ເພີ່ມທະວີຢ່າງກວ້າງຂວາງໃຫ້ແກ່ບັນດາປະເທດ. ຝ່າຍຈີນ ຍິນດີຮ່ວມກັບຝ່າຍລາວ, ລົງເລິກການເຊື່ອມໂຍງເຂົ້າກັນດ້ານຍຸດທະສາດພັດທະນາ, ລົງເລິກການຮ່ວມມືດ້ານຂະແໜງເສດຖະກິດ-ການຄ້າ, ການລົງທຶນ, ກະສິກໍາ, ເສດຖະກິດສີຂຽວ, ພະລັງງານໃໝ່ ເປັນຕົ້ນ, ປົກປັກຮັກສາ ແລະ ດຳເນີນໂຄງການສຳຄັນຄື: ເສັ້ນທາງລົດໄຟ ຈີນ-ລາວ ບໍລິສັດ EDL-T ໃຫ້ດີ, ເປີດກວ້າງການຮ່ວມມືດ້ານດິຈິຕອນ, ສະໜັບສະໜູນລາວ ປະຕິບັດຍຸດທະສາດຫັນປະເທດທີ່ບໍ່ມີທາງອອກສູ່ທະເລກາຍເປັນປະເທດເຊື່ອມຈອດ, ນຳໃຊ້ກາລະໂອກາດປີທ່ອງທ່ຽວລາວ ລົງເລິກການຮ່ວມມືດ້ານການທ່ອງທ່ຽວ, ຊຸກຍູ້ໃຫ້ນັກທ່ອງທ່ຽວຈີນ ເຂົ້າມາ ສປປ ລາວ ຫຼາຍຂຶ້ນ, ປະກອບກຳລັງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
ສາມ, ເປັນແບບຢ່າງຂອງພາກພື້ນ ແລະ ສາກົນ. ຄວາມທັນສະໄໝແບບຈີນ ແມ່ນຄວາມທັນສະໄໝທີ່ເດີນຕາມເສັ້ນທາງພັດທະນາໂດຍສັນຕິ. ສປ ຈີນ ແລະ ສປປ ລາວ ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ, ເອກະລາດ ແລະ ເປັນເຈົ້າຕົນເອງ, ໄດ້ຢູ່ແນວໜ້າໃນການກໍ່ສ້າງຄູ່ຮ່ວມຊາຕາກຳມວນມະນຸດ.ຝ່າຍຈີນ ຈະສືບຕໍ່ສະໜັບສະໜູນຝ່າຍລາວ ໃນການເປັນປະທານໝູນວຽນຂອງອາຊຽນ, ຍິນດີເພີ່ມທະວີການປະສານງານກັບຝ່າຍລາວ, ຕັ້ງໜ້າຈັດຕັ້ງປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທໍາທົ່ວໂລກ. ລິເລີ່ມສົ່ງເສີມການຫັນເປັນຫຼາຍຂົ້ວຂອງໂລກ ທີ່ສະເໝີພາບ ແລະ ເປັນລະບຽບ ກໍຄືເສດຖະກິດໂລກາພິວັດທີ່ໃຫ້ຜົນປະໂຫຍດຢ່າງທົ່ວເຖິງ ແລະ ກວມລວມ. ຕັ້ງໜ້າເຂົ້າຮ່ວມໃນການນໍາພາການປະຕິຮູບ ແລະ ສ້າງລະບົບຄຸ້ມຄອງໂລກ, ສະໜັບສະໜູນປົກປັກຮັກສາອະທິປະໄຕ ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາຂອງປະເທດຊຶ່ງກັນ ແລະ ກັນ, ຮ່ວມປາບປາມອາຊະຍາກຳຂ້າມຊາດ, ເສີມຂະຫຍາຍບົດບາດແບບຢ່າງໃນການຮ່ວມມືສ້າງຄູ່ຮ່ວມຊາຕາກຳມວນມະນຸດ ດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.





ຄໍາເຫັນ

ຂ່າວການຮ່ວມມື

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ສະຖານທູດອົດສະຕຣາລີ ພົບປະ ພະແນກ ອຄ ເຊກອງ

ໃນວັນທີ 18 ທັນວາ 2025 ທີ່ແຂວງເຊກອງ, ທ່ານ ໄມໂຄ ຣີຣ່າ ເລຂານຸການໂທ, ຮັບຜິດຊອບວຽກງານການຄ້າ ແລະ ການລົງທຶນ ສະຖານທູດອົດສະຕາລີ ປະຈຳ ສປປ ລາວ ພ້ອມຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໂດຍການຕ້ອນຮັບ ຂອງທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ແລະ ມີຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວ, ຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ

ການຮ່ວມມືເມືອງມິດຕະພາບໄດ້ຮັບຜົນສໍາເລັດຕົວຈິງຜູກຈິດດ້ວຍໃຈ, ສາຍພົວພັນແບບອ້າຍນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ. ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ຢຸນນານໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນ-ລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຢັ່ງຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບສາກົນ, ສອງຝ່າຍໄດ້ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳເລັດໃນຫຼາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະຊາຄົມການບໍລິຫານແບບປະສານສົມທົບກັນໃຫ້ສົມບູນຂຶ້ນ.
ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ຫົວໜ້າ ຄຕພ ຕ້ອນຮັບເອກອັກຄະລັດຖະທູດຝຣັ່ງຄົນໃໝ່ ປະຈໍາ ສປປ ລາວ

ໃນວັນທີ 17 ທັນວານີ້, ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານນາງ ເບ່ເນ່ດິກ ເດ່ຊັອງ(Bénédicte Deschamps), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ຝຣັ່ງ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ຄະນະຜູ້ແທນ ໂຄສະນາອົບຮົມ 3 ແຂວງພາກເໜືອ ພົບປະແລກປ່ຽນບົດຮຽນຢູ່ແຂວງດຽນບຽນ

ວັນທີ 16 ທັນວານີ້, ຄະນະຜູ້ແທນ ຄະນະໂຄສະນາອົບຮົມ 3 ແຂວງພາກເໜືອຄື: ຫຼວງພະບາງ ອຸດົມໄຊ ແລະ ແຂວງຜົ້ງສາລີ, ນຳໂດຍ ທ່ານ ສົມຈິດ ສິງລໍຄຳ ຮອງຫົວຄະນະໂຄສະນາອົບຮົມແຂວງຫຼວງພະບາງ ເພື່ອເຄື່ອນໄຫວພົບປະແລກປ່ຽນບົດຮຽນ ກັບ ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ແຂວງດຽນບຽນ ສສ ຫວຽດນາມ, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິຕະພາບຈາກ ທ່ານ ລີລີ ຊ້າ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ ຄະນະບໍລິຫານງານພັກແຂວງດຽນບຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ