ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື

ລມຕ ກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ພົບປະປຶກສາຫາລືເພື່ອເສີມຂະຫຍາຍການພົວພັນຮ່ວມມື
ໃນວັນທີ 27 ຕຸລາ ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ສະຫາຍ ເລ ຮວາຍ ຈູງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດຕິດຕາມ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ ກົວລາລໍາເປີ ປະເທດມາເລເຊຍ.
ລມຕ ກະຊວງການຕາງປະເທດ ລາວ ແລະ ຫວຽດນາມ ພບປະປກສາຫາລເພອເສມຂະຫຍາຍການພວພນຮວມມ - image 1
 

 

ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງທີ່ ສະພາແຫ່ງຊາດຫວຽດນາມ ຮັບຮອງ ສະຫາຍ ເລ ຮວາຍ ຈູງ ເປັນລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ຄົນໃໝ່ ຢ່າງເປັນທາງການ ໃນວັນທີ 25 ຕຸລາ ຜ່ານມາ.

ໃນການພົບປະ, ສອງຝ່າຍໄດ້ເນັ້ນໜັກໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ກໍຄື ລະຫວ່າງສອງກະຊວງການຕ່າງປະເທດລາວ ແລະ ຫວຽດນາມ. ສອງຝ່າຍ, ເຫັນດີເປັນເອກະພາບ ໃນການຈະສືບຕໍ່ຊຸກຍູ້ບັນດາກະຊວງ, ຂະແໜງການຕ່າງໆ ສືບຕໍ່ຈັດຕັ້ງປະຕິບັດບັນດາຜົນການພົບປະຂອງສອງກົມການເມືອງ ກໍຄືຜົນຂອງກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ມີລັກສະນະຍຸດທະສາດຂອງສອງປະເທດຢ່າງຕັ້ງໜ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນເປັນຮູບປະທໍາຍິ່ງໆຂຶ້ນ. ສອງຝ່າຍ ຍັງໄດ້ປຶກສາຫາລືກະກຽມໃຫ້ແກ່ການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ໂຕ ເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມທັງເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ແຫ່ງ ສປປ ລາວ ຄົບຮອບ 50 ປີ ກໍຄືການເຂົ້າຮ່ວມການພົບປະລະຫວ່າງສອງກົມການເມືອງ ແລະ ການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 48 ຂອງຄະນະກຳມະການຮ່ວມມືລາວ-ຫວຽດນາມ ທີ່ຈະມີຂຶ້ນ ຢູ່ ສປປ ລາວ ໃນທ້າຍປີ 2025 ທີ່ຈະມາເຖິງນີ້.

ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງການພົວພັນຮ່ວມມື ແລະ ການປະສານສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດ ໃນໄລຍະຜ່ານມາ, ພ້ອມທັງເຫັນດີເປັນເອກະພາບຈະສົມທົບກັນທົບທວນຄືນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງລະຫວ່າງສອງກະຊວງ ແລະ ຮ່ວມກັນສ້າງຂໍ້ຕົກລົງການຮ່ວມມືໃນໄລຍະໃໝ່ ໂດຍສະເພາະແມ່ນເພື່ອແນໃສ່ການຊຸກຍູ້ການແລກປ່ຽນບົດຮຽນການທູດເສດຖະກິດ, ການຄົ້ນຄວ້າ ແລະ ແລກປ່ຽນທັດສະນະບັນຫາຕ່າງໆ ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ກໍຄືການຕິດຕໍ່ພົວພັນ ລະຫວ່າງ ບັນດາກົມຕ່າງໆທີ່ກ່ຽວຂ້ອງ ລວມເຖິງການແລກປ່ຽນຂອງສອງສະຫະພັນແມ່ຍິງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ພັກ ປປ ລາວ ເຂົ້າເປັນສະມາຊິກຄະນະປະຈໍາຂອງອົງການກອງປະຊຸມສາກົນ ຂອງບັນດາພັກການເມືອງໃນອາຊີ ຢ່າງເປັນທາງການ

ຄະນະຜູ້ແທນພັກ ປປ ລາວ ນໍາໂດຍ ສະຫາຍ ວາລະໄຊ ເລັ່ງສະຫວັດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ຂອງອົງການກອງປະຊຸມສາກົນຂອງບັນດາພັກການເມືອງໃນອາຊີ (International Conference of Asian Political Parties ຫຼື ICAPP) ຄັ້ງທີ 13 ແລະ ກອງປະຊຸມຄະນະປະຈໍາ ຄັ້ງທີ 46 ພາຍໃຕ້ຫົວຂໍ້: “ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃນໂລກທີ່ກຳລັງປ່ຽນແປງ” (Rebuilding Trust in a Transforming World) ໃນລະຫວ່າງວັນທີ 4-7 ພະຈິກ ຜ່ານມາ ທີ່ນະຄອນຫຼວງເຊອູນ ສ ເກົາຫຼີ, ໂດຍການເປັນເຈົ້າພາບຮ່ວມຂອງພັກປະຊາທິປະໄຕ ແລະ ພັກພະລັງປະຊາຊົນ ຂອງ ສ ເກົາຫຼີ, ມີຄະນະຜູ້ແທນຈາກພັກການເມືອງ ຫຼາຍກວ່າ 83 ພັກທີ່ມາຈາກ 36 ປະເທດເຂົ້າຮ່ວມ ແລະ 3 ອົງການຈັດຕັ້ງສາກົນສັງເກດການ.
ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສົນທະນາລາວ-ຈີນ ການສ້າງຄູ່ຮ່ວມຊາຕາກຳໃນທຸກສະພາບຂອງຍຸກສະໄໝ

ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ວິທະຍຸ-ໂທລະພາບສູນກງຈີນ (CMG) ໄດ້ຮ່ວມກັນຈັດກອງປະຊຸມສົນທະນາລາວ - ຈີນ ກ່ຽວກັບການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບຂອງຍຸກສະໄໝ ພາຍໃຕ້ຫົວຂໍ້ “ການສ້າງຄູ່ຮ່ວມຊາຕາກຳ ໃນທຸກສະພາບການຂອງຍຸກສະໄໝ: ການຄຸ້ມຄອງພັກ ເພື່ອສ້າງຊາດໃຫ້ຈະເລີນ” ຂຶ້ນໃນວັນທີ 6 ພະຈິກນີ້ ທີ່ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ, ໂດຍການເປັນປະທານຮ່ວມຂອງທ່ານ ນາງ ແກ້ວວິວອນ ອຸດທະຈັກ ຮອງປະທານ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດລາວ ແລະ ທ່ານ ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳສປປ ລາວ, ທ່ານ ນາງ ແສງແກ້ວ ຜູ້ຕາງໜ້າວິທະຍຸ-ໂທລະພາບສູນກາງຈີນ, ມີຫົວໜ້າຫ້ອງການ, ກົມ, ສະຖາບັນຄົ້ນຄວ້າ, ນັກວິທະຍາ ກອນ, ສຳມະນາກອນ ແລະ ຜູ້ຊ່ຽວຊານ ເຂົ້າຮ່ວມ.
ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ເພີ່ມເຕີມ