ໂດຍ: ວັນເພັງ
ບຸນຫໍ່ເຂົ້າສະຫຼາກ ເປັນບຸນປະເພນີຂອງຊາວພຸດ ທີ່ມີຄວາມໝາຍຄວາມສຳຄັນ, ມີປະຫວັດຄວາມເປັນມາດົນນານ ແລະ ຍັງເປັນບຸນທີ່ຢູ່ໃນຮີດ 12 ຄອງ 14 ປະເພນີຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ. ເມື່ອຮອດເດືອນ 10 ລາວຂອງທຸກໆປີ, ປີນີ້ແມ່ນກົງກັບ ມື້ຂຶ້ນ15 ຄໍ່າເດືອນ 10 ພ.ສ 2566 ຫຼື ກົງກັບ ວັນສຸກວັນທີ 29 ກັນຍາ 2023.
ອີງຕາມຂໍ້ມູນຈາກປຶ້ມຮີດ 12 ຄອງ 14ປະເພນີລາວທີ່ເວົ້າເຖິງຄວາມໝາຍ-ຄວາມສຳຄັນຂອງປະເພນີບຸນຫໍ່ເຂົ້າສະຫຼາກ ໄດ້ໃຫ້ຮູ້ວ່າ: ການເຮັດບຸນຫໍ່ເຂົ້າສະຫຼາກ ແມ່ນເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປແລ້ວແລະພວກຜີເຜດ. ທັງເປັນການເຮັດບຸນໃຫ້ເຜດຜີອີກຄັ້ງໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງແຕ່ 14 ວັນຊຶ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື:ການເຮັດຫໍ່ເຂົ້າສົ່ງໃຫ້ເຜດຊຶ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນແລະເຜດທີ່ບໍ່ມີຍາດ.ຕາມປະເພນີສືບທອດກັນມາເມື່ອຮອດມື້ແຮມ 14 ຄໍ່າ ເດືອນ 10 ຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ແຮມ14 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍໃຫ້ແກ່ເຈົ້າພະພິຂຸ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ. ແຕ່ປະເພນີບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື: ກ່ອນຈະນໍາເຄື່ອງທານໄປຖວາຍພະສົງ ຊາວບ້ານຈະຈັບສະຫຼາກກັບພະພິຂຸສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພະ-ເນນອົງໃດ ກໍເອົາຂອງໄປທານພະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພະ-ສໍາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງຕົນໄປຖວາຍພະ-ເນນອົງນັ້ນ.ນອກນັ້ນ, ຍັງມີການຈັດພາເຂົ້າເພື່ອໄປບູຊາ “ຜີຕາແຮກ” ຊຶ່ງເປັນຜີທີ່ຊາວນາເຊື່ອວ່າເປັນຜູ້ດູແລເຂົ້າກ້າໃນນາໃຫ້ຈະເລີນງອກງາມ ຕະຫຼອດຈົນຊ່ວຍຂັບໄລ່ສັດຕູເຂົ້າໄດ້ແກ່: ນົກ, ໜູ ຫຼື ຫອຍ ເປັນຕົ້ນ ບໍ່ໃຫ້ເຂົ້າມາທຳລາຍຕົ້ນເຂົ້າ.
ອີງຕາມບາງເລື່ອງເລົ່າປະຫວັດຄວາມເປັນມາຂອງບຸນຫໍ່ເຂົ້າສະຫຼາກໃຫ້ຮູ້ວ່າໂດຍຫຍໍ້:ໃນອະດີດຕະການລ່ວງມາແລ້ວ ໄດ້ມີພະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ, ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບຄືມີຄວາມຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ, ບໍ່ໄດ້ໃຫ້ທານຮັກສາສິນ, ຟັງທໍາມະ, ຈະເລີນທໍາເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ຈຶ່ງເປັນຄົນຍາກຈົນເຂັນໃຈໄຮ້ຊັບອັນປັນຍາກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ. ຢູ່ມາວັນໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ວັດວາອາຮາມເຮັດເປັນສະຫຼາກກາພັດທານ, ພ້ອມກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພະພິຂຸສົງໜຶ່ງ ກໍດີໃຈຫຼາຍ ຈຶ່ງໄດ້ນ້ອມເອົາສະຫຼາກກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາຖະໜາວ່າ: ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງ ເກີດໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ. ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ, ສະເຫວີຍສົມບັດທິບ, ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍລາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພະເຈົ້າສັດທາດິດສະ ສະເຫວີຍລາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການໃຫ້ທານສະຫຼາກ, ມີຜົນອັນຍິ່ງໃຫຍ່ໄພສານ, ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.
ສະຫຼຸບແລ້ວການເຮັດບຸນຫໍ່ເຂົ້າສະຫຼາກເປັນບຸນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາ. ຫຼັງຈາກໄດ້ເຮັດບຸນດັ່ງກ່າວແລ້ວເຊື່ອວ່າຍາດພີ່ນ້ອງທີ່ລ່ວງລັບໄປນັ້ນ, ພວກຜີເຜດ ຈະມາຮັບຈັບໂຈມເອົາສິ່ງຂອງຕ່າງໆທານໄປ ຈຶ່ງເຮັດໃຫ້ຈະມີຄວາມສະບາຍໃຈ ແລະ ຜົນບຸນທີ່ກະທຳໄປຈະນຳຄວາມສຸກ, ຄວາມຈະເລີນມາສູ່ຕົນເອງ ແລະ ຄອບຄົວ.

ຄໍາເຫັນ