ງານບຸນນະມັດສະການພະທາດຫຼວງວຽງຈັນ

ບຸນພະທາດຫຼວງປີນີ້ ຄາດວ່າຈະມີຫ້ອງວາງສະແດງ-ຈໍາໜ່າຍສິນຄ້າ 1,625ຫ້ອງ

ບຸນພະທາດຫຼວງປີນີ້ ຄາດວ່າຈະມີຫ້ອງວາງສະແດງ-ຈໍາໜ່າຍສິນຄ້າ 1,625ຫ້ອງ
ເນື່ອງໃນໂອກາດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ວາງສະແດງສິນຄ້າປະຈໍາປີ 2024ເພື່ອເປັນການສ້າງໂອກາດຊຸກຍູ້ສົ່ງເສີມສິນຄ້າໂອດັອບ (ODOP)

 

ຂອງນະຄອນຫຼວງວຽງຈັນ (ນວ) ແລະສິນຄ້າຄອບຄົວຕົວແບບທີ່ຈະກ້າວເປັນສິນຄ້າທີ່ໄດ້ຮັບກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ, ບັນດາວິສາຫະກິດຂະໜາດນ້ອຍ-ກາງຈະໄດ້ມາວາງສະແດງ, ຈຳໜ່າຍສິນຄ້າທັງພາຍໃນແລະຕ່າງປະເທດໃຫ້ປະຊາຊົນຊາວ ນວ ແລະແຂກຕ່າງປະເທດໄດ້ເຫັນ, ໄດ້ຊົມໃຊ້ສິນຄ້າພ້ອມທັງເປັນການແລກປ່ຽນບົດຮຽນແລະປະສົບການຕ່າງໆຂອງບັນດາຫົວໜ່ວຍທຸລະກິດດ້ວຍກັນ, ເພື່ອເປັນການສົ່ງເສີມການທ່ອງທ່ຽວປະກອບສ່ວນໃນການຊຸກຍູ້ການຜະລິດພາຍໃນ, ຊົມໃຊ້ສິນຄ້າທີ່ຜະລິດໄດ້ພາຍໃນໃຫ້ກວ້າງຂວາງ, ສ້າງຈິດໃຈຊາດຊົມໃຊ້ຜະລິດຕະພັນພາຍໃນໃຫ້ຫຼາຍຂຶ້ນ.

ທ່ານນາງ ວັນມະນີ ພິມມະສານຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ໄດ້ຖະແຫຼງຂ່າວໃນວັນທີ 5 ພະຈິກຜ່ານມາ ທີ່ພະທາດຫຼວງວຽງຈັນວ່າ: ຄະນະຮັບຜິດຊອບຈັດງານບຸນໄດ້ກຳນົດການຈັດງານວາງສະແດງອອກເປັນ 2 ຈຸດຄື: ຢູ່ເດີ່ນສະໜາມຫຼວງພະທາດຫຼວງຈັດຂຶ້ນໃນລະຫວ່າງວັນທີ11-15 ພະຈິກ2024, ຢູ່ສູນການຄ້າລາວ-ໄອເຕັກຈັດຂຶ້ນໃນວັນທີ 9-17 ພະຈິກ 2024ແລະ ໄດ້ກຳນົດເອົາວັນທີ11 ພະຈິກ2024ເປັນມື້ເປີດງານວາງສະແດງສິນຄ້າຢ່າງເປັນທາງການ ຊຶ່ງເປົ້າໝາຍວາງໄວ້ຮອງຮັບຜູ້ປະກອບການເຂົ້າຮ່ວມງານໃນເດີ່ນສະໜາມຫຼວງພະທາດຫຼວງ.ເຂດສະໜາມຫຼວງ ແລະ ເດີ່ນພະທາດຫຼວງແບ່ງອອກເປັນ6 ຜູ້ຈັດສັນ ຕາມແຜນຜັງທີ່ໄດ້ຮັບຮອງ ແລະ ບູດວາງສະແດງສິນຄ້າໂອດັອບ, ຄອບຄົວຕົວແບບ, ສິນຄ້າອຸດສາຫະກໍາ, ສິນຄ້າການບໍລິການທີ່ມີຮູບແບບທັນສະໄໝ, ມີບູດວາງສະແດງປະຫວັດຄວາມເປັນມາຂອງພະທາດຫຼວງ, ວາງສະແດງທາງດ້ານວັດທະນະທໍາເປັນຈຸດເດັ່ນຂອງງານ.(ຢູ່ໃນຈຸດເດີ່ນສະໜາມຫຼວງ; ສໍາລັບຈຸດອື່ນໆ ກໍມີກິດຈະກໍາການຄ້າຂາຍສິນຄ້າ, ການບໍລິການອາຫານ, ການລະຫຼິ້ນສໍາລັບເດັກ ແລະ ກິດຈະກໍາອື່ນໆ ທີ່ລະບຽບການຊົ່ວຄາວບໍ່ໄດ້ຫວງຫ້າມ).ສະເພາະຮອບນອກຂອງສະໜາມຫຼວງມອບໃຫ້ບ້ານ ແລະ ເມືອງເປັນຜູ້ຈັດສັນບູດ ແລະ ກິດຈະກໍາ.

ປີນີ້ຄາດວ່າຈະມີຈໍານວນຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າ 1,625ຫ້ອງ, ສະເພາະເດີ່ນສະໜາມຫຼວງພະທາດຫຼວງ. ສຳລັບການວາງສະແດງຢູ່ສູນການຄ້າລາວ-ໄອເຕັກ(ຕຶກເກົ່າ)ພື້ນທີ່ວາງສະແດງສິນຄ້າດ້ານໃນຕຶກແມ່ນຂາຍສິນຄ້າປະເພດບໍລິສັດຂາອອກ-ຂາເຂົ້າ, ສິນຄ້າທົ່ວໄປ, ສິນຄ້າໄອທີ, ສິນຄ້າ ໂອດັອບ ແລະ SME, ສິນຄ້າ ເຟີນີເຈີ້, ສິນຄ້າຂອງບັນດາປະເທດອາຊຽນ, ການໂຊລົດຈັກ ແລະ ລົດໃຫຍ່ ສາມາດຮອງຮັບໄດ້ 381 ບູດ. ໃນນີ້ປະກອບມີໂຊນອາຫານ, ໂຊນຂອງບັນດາປະເທດອາຊຽນ ຊຶ່ງພື້ນທີ່ດ້ານນອກຂອງອາຄານລານຈອດລົດດ້ານໜ້າສູນການຄ້າລາວ-ໄອເຕັກ ໄດ້ມີກິດຈະກໍາລະຫຼິ້ນຕ່າງໆ ເພື່ອເປັນສີສັນຂອງງານພ້ອມທັງຈະມີການຕົບແຕ່ງປະຕູໂຂງເຂົ້າງານແລະກໍານົດຈຸດຖ່າຍຮູບພາຍໃນງານ.

ທາງດ້ານລາຄາຄ່າເຊົ່າສະຖານທີ່ຢູ່ເດີ່ນສະໜາມຫຼວງ (ຂະໜາດຂອງຫ້ອງແມ່ນ3x4ແມັດ), ສໍາລັບຜະລິດຕະພັນສິນຄ້າໂອດັອບ3,500,000 ກີບ/ຫ້ອງແລະ ຄ່າຂີ້ເຫຍື້ອໃນ 5 ວັນເປັນເງິນ 150,000 ກີບ, ສໍາລັບຜະລິດຕະພັນສິນຄ້າຂອງຄອບຄົວຕົວແບບແລະສິນຄ້າພາຍໃນທົ່ວໄປທີ່ຜະລິດແລະມາຈໍາໜ່າຍດ້ວຍຕົນເອງລາຄາ 6,000,000 ກີບ/ຫ້ອງແລະ ຄ່າຂີ້ເຫຍື້ອໃນ 5 ວັນ ເປັນເງິນ400,000 ກີບ.ສໍາລັບສິນຄ້າທົ່ວໄປຂາຍ

ໃນງານລາຄາ 7,000,000-15,000,000ກີບ/ຫ້ອງແລະ ຄ່າຂີ້ເຫຍື້ອໃນ 5 ວັນເປັນເງິນ 400,000 ກີບ, ການນຳໃຊ້ກະແສໄຟຟ້າແມ່ນຂຶ້ນກັບການນຳໃຊ້ອຸປະກອນຕົວຈິງ (ອີງຕາມກົດລະບຽບຂອງບໍລິສັດໄຟຟ້າລາວ) ຊຶ່ງເຈົ້າຂອງຫົວໜ່ວຍທຸລະກິດຈະຕ້ອງໄດ້ຮັບຜິດຊອບຈ່າຍເອງ, ສະເພາະບູດທີ່ໄດ້ຕົບແຕ່ງແມ່ນຜູ້ປະກອບການທຸລະກິດຕົບແຕ່ງເອງໃຫ້ມີຄວາມຈົບງາມ.

ດ້ານລາຄາຄ່າເຊົ່າສະຖານທີ່ຢູ່ສູນການຄ້າລາວ-ໄອເຕັກ (ຂະໜາດຂອງຫ້ອງແມ່ນ 3x3 ແມັດ), ດ້ານໃນອາຄານສິນຄ້າທົ່ວໄປລາຄາ 6,000,000 - 15,000,000 ກີບ/ຫ້ອງ (ປະກອບມີດອກໄຟ 40 ວັດຈໍານວນ 2 ດອກ, ໂຕະ 1 ໜ່ວຍ, ຕັ່ງ 2 ໜ່ວຍ);ສຳລັບສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນໂອດັອບ (ຍົກເວັ້ນຜະລິດຕະພັນໄມ້) ທີ່ເຂົ້າຮ່ວມງານແມ່ນ 3,500,000 ກີບ/ຫ້ອງ, ດ້ານນອກອາຄານລາຄາ 1,500,000 - 15,000,000 ກີບ/ຫ້ອງ (ອໍານວຍຄວາມສະດວກດ້ານແສງສະຫວ່າງ), ສໍາລັບການວາງສະແດງຂອງບັນດານະຄອນຕ່າງປະເທດຈະໄດ້ແຈ້ງສະເພາະ, ຄ້າຂາຍຍ່ອຍດ້ານນອກ 100.000 ກີບ/ມື້, ສຳລັບລາຄາຄ່າບໍລິການຝາກລົດແລະບໍລິການອື່ນໆ, ຄ່າຝາກລົດ: ກໍານົດລາຄາໃຫ້ຜູ້ມອບເໝົາຫຼືປະມູນເກັບຄ່າບໍລິການຄື:ລົດໃຫຍ່ 30,000ກີບ/ຄັນ/ຄັ້ງ,ລົດຕຸກໆ15,000ກີບ/ຄັນ/ຄັ້ງ, ລົດຈັກ10.000ກີບ/ຄັນ/ຄັ້ງ, ຄ່າບໍລິການຫ້ອງນ້ຳ: ກໍານົດໃຫ້ຜູ້ມອບເໝົາຫຼືປະມູນເກັບຄ່າບໍລິການ 5,000ກີບ/ຄັ້ງ/ຄົນ; ສໍາລັບຄະນະກຳມະການ, ແຂກທີ່ຖືກເຊີນແລະໜ່ວຍງານຮັບຜິດຊອບການຈັດງານບໍ່ໃຫ້ເກັບຄ່າບໍລິການ, ການເກັບປີ້ຕະຫຼາດ: ຂາຍອາຫານຍ່ອຍ(ຕຳສົ້ມ, ຂາຍໄຂ່, ໝາກໄມ້,ລູກຊີ້ນ,ປາມຶກ...)50.000ກີບ/ມື້ແລະ ຄ່າຂີ້ເຫຍື້ອ30.000 ກີບ/ມື້, ຂາຍເຂົ້າຫຼາມ, ປີ້ງໄກ່ 50.000ກີບ/ມື້ແລະ ຄ່າຂີ້ເຫຍື້ອ30.000 ກີບ/ມື້, ຂາຍເຄື່ອງຮັບໃຊ້ທົ່ວໄປ50.000ກີບ/ມື້ແລະ ຄ່າຂີ້ເຫຍື້ອ30.000 ກີບ/ມື້.ຄ່າບັດຕິດລົດ ຂົນເຄື່ອງເຂົ້າຮ້ານຂາຍເຄື່ອງ 20.000/ບັດ, ບັດຜູ້ປະກອບການ 10.000 ກີບ/ບັດ.(ໃຫ້ລົດເຂົ້າຂົນເຄື່ອງໃນເດີ່ນແຕ່ເວລາ5:00 ໂມງ- 9:00ໂມງເຊົ້າ),ຄ່າບໍລິການປີ້ເຂົ້າຊົມເຮືອນຊົງລາວ 10.000 ກີບ/ຄົນ/ຄັ້ງ,ຄ່າອະນຸຍາດເຄື່ອງຂະຫຍາຍສຽງ 5,000,000 ກີບ.

ດັ່ງນັ້ນ, ຂໍເຊີນຊວນຜູ້ປະກອບການຊາວຄ້າຂາຍ ແລະ ມວນຊົນເຂົ້າຈັບຈອງສະຖານທີ່ທັງ 2 ຈຸດ ແລະເຊີນທ່ຽວຊົມງານວາງສະແດງ ແລະ ຂາຍສິນຄ້າປີ 2024 ໃນຄັ້ງນີ້ຢ່າງເບີກບານມ່ວນຊື່ນ ພ້ອມກັນເປັນເຈົ້າພາບທີ່ດີເພື່ອດຶງດູດການທ່ອງທ່ຽວລາວ ຂໍໃຫ້ທຸກພາກສ່ວນປຸ້ມລຸມຊ່ວຍກັນເຮັດໃຫ້ງານບຸນໃນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ-ພາບ: ພູວັນ+ວັນເພັງ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ