ລະບຽບໃໝ່ຈະໃຊ້ແທນລະບຽບການນັບແບບ 21 ຄະແນນຕໍ່ນັດ ທີ່ປະຕິບັດໃນປັດຈຸບັນ. ການປ່ຽນແປງຕົ້ນຕໍລວມມີ: ໃນແຕ່ລະນັດ, ຝ່າຍໃດໄດ້ 15 ຄະແນນກ່ອນ ຝ່າຍນັ້ນຈະເປັນຜູ້ຊະນະ; ເມື່ອສອງຝ່າຍໄດ້ 14 ຄະແນນເທົ່າກັນ, ຕ້ອງໃຫ້ຄະແນນລື່ນຄູ່ແຂ່ງ 2 ຄະແນນຈຶ່ງໄດ້ໄຊຊະນະ, ການແຂ່ງຂັນທຸກນັດສູງສຸດຈະບໍ່ໃຫ້ກາຍ 21 ຄະແນນ. ລະບຽບການນັບຄະແນນແບບໃໝ່ຈະເລີ່ມປະຕິບັດຢ່າງເປັນທາງການນັບແຕ່ເດືອນມັງກອນປີ 2027 ເປັນຕົ້ນໄປ.
ທ່ານ ສີຈິ້ນຜິງ: “ບໍ່ມີສຸຂະພາບທົ່ວປວງຊົນ ກໍຈະບໍ່ມີຄວາມອີ່ມໜຳສຳລານຮອບດ້ານ”
ຢູ່ກາງແມ່ນ້ຳຢາງຊີກ້ຽງຕອນເຈີ້ນຈ່ຽງ ແຂວງຈ່ຽງຊູ ມີເກາະດອນນ້ອຍແຫ່ງໜຶ່ງຄື ຕາແສງຊື້ເຢ້ ເມືອງຕ່ານຖູ ນະຄອນເຈີ້ນຈ່ຽງ. ຢູ່ເທິງດອນແຫ່ງນີ້ມີປະຊາຊົນອາໄສຢູ່ຈຳນວນ 5 ບ້ານ ມີປະຊາກອນໝື່ນກວ່າຄົນ, ໃນອະດີດຜ່ານມາ, ຊາວບ້ານເຄີຍປະສົບຄວາມຫຍຸ້ງຍາກດ້ານໜຶ່ງຄື: “ຢ້ານເສຍຊີວິດຍ້ອນເຈັບເປັນ ແລະ ທັງຢ້ານເສຍຊີວິດຍ້ອນການຄົມມະນາຄົມ.”
ຕອນບ່າຍວັນທີ 13 ທັນວາ 2014, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປຢ້ຽມຢາມປະຊາຊົນຢູ່ດອນດັ່ງກ່າວ ໂດຍເພິ່ນໄດ້ໄປເຖິງໂຮງໝໍຕາແສງຊື້ເຢ້ ເພື່ອສຳຫຼວດຊອກຮູ້ສະພາບການພັດທະນາວຽກງານສາທາລະນະສຸກຢູ່ຊົນນະບົດ ແລະ ການບໍລິການປິ່ນປົວພະຍາດໃຫ້ແກ່ຊາວບ້ານ.
ຄໍາເຫັນ