ຈາກອາຊີບຂາຍຜັກ ມາລ້ຽງ ແລະຊື້-ຂາຍງົວ ເຮັດໃຫ້ມີລາຍຮັບ 300 ລ້ານກີບຕໍ່ປີ

ຈາກອາຊີບຂາຍຜັກ ມາລ້ຽງ ແລະຊື້-ຂາຍງົວ ເຮັດໃຫ້ມີລາຍຮັບ 300 ລ້ານກີບຕໍ່ປີ

ຈາກອາຊີບຂາຍຜັກ ມາລ້ຽງ ແລະຊື້-ຂາຍງົວ ເຮັດໃຫ້ມີລາຍຮັບ 300 ລ້ານກີບຕໍ່ປີ
ຕະຫຼອດໄລຍະຜ່ານມາ ພັກ-ລັດຖະບານ ໄດ້ມີແນວທາງປ່ຽນແປງໃໝ່ເພື່ອຊຸກຍູ້ປະຊາຊົນ ໃຫ້ຫັນມາເຮັດອາຊີບຄົງທີ່ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວໃຫ້ຫຼາຍຂຶ້ນ ດ້ວຍການນຳໃຊ້ທ່ແຮງທີ່ມີຂອງທ້ອງຖິ່ນ ແລະການເຂົ້າເຖິງແຫຼ່ງທຶນ ເພື່ອເຮັດໃຫ້ການດຳເນີນທຸລະກິດໄດ້ຮັບຜົນດີ.
ຈາກອາຊບຂາຍຜກ ມາລຽງ ແລະຊ-ຂາຍງວ ເຮດໃຫມລາຍຮບ 300 ລານກບຕປ - image 1
 

ທ່ານ ນາງ ແຂກ ອາຍຸ 33 ປີ ຢູ່ບ້ານໂພນສະຫວ່າງເມືອງປາກອູ ເປັນຄອບຄົວໜຶ່ງທີ່ຫັນຈາກການຄ້າຂາຍພືດຜັກ ມາສຸມໃສ່ການລ້ຽງ ແລະຊື້-ຂາຍສັດໃຫຍ່ ໂດຍສະເພາະງົວ ເປັນຕົ້ນຕໍ ເຮັດໃຫ້ມີລາຍຮັບບໍ່ຕໍ່າກວ່າ 300 ລ້ານກີບຕໍ່ປີ. ທ່ານ ນາງ ແຂກ ໄດ້ໃຫ້ສຳພາດຕໍ່ນັກຂ່າວແຂວງຫຼວງພະບາງວ່າ: ການດຳລົງຊີວິດໃນເມື່ອກ່ອນແມ່ນພົບຄວາມຫຍຸ້ງຍາກຫຼາຍ ເບື້ອງຕົ້ນ ພາຍຫຼັງສ້າງຄອບຄົວ ໄດ້ເປັນພະນັກງານຢູ່ໂຮງແຮມ, ຈາກນັ້ນ ໄດ້ຫັນມາປູກ ແລະຊື້-ຂາຍພືດຜັກ ເຫັນວ່າຍັງບໍ່ກຸ້ມກິນ ຈິ່ງຫັນມາລ້ຽງ ແລະຊື້-ຂາຍງົວ ເປັນຫຼັກ ໂດຍໝູນໃຊ້ທ່ແຮງທີ່ມີຂອງຄອບຄົວ ເປັນຕົ້ນ ນຳໃຊ້ເນື້ອທີ່ດິນຂອງຕົນເອງ ແລະພໍ່-ແມ່, ປູກຕົ້ນໄມ້ໃຫ້ໝາກ ແລະລ້ຽງສັດໃຫຍ່ ຕິດພັນກັບການປູກຫຍ້າອາຫານສັດ, ໂດຍນຳໃຊ້ເຕັກນິກວິຊາການທີ່ເປັນປະສົບການຂອງຕົນເຂົ້າຊ່ວຍ, ຈາກນັ້ນ ໄດ້ຂໍກູ້ຢືມເງິນນຳທະນາຄານນະໂຍບາຍ ຈຳນວນ 250 ລ້ານ ເພື່ອມາຊື້ສັດປະເພດງົວ-ຄວາຍ ເຂົ້າລ້ຽງຢູ່ສວນບ້ານໂພນສະຫວ່າງ ແລະບ້ານເຄຍລວງ ເມືອງປາກອູ, ປັດຈຸບັນມີສັດລ້ຽງທີ່ຮັກສາໄວ້ຢູ່ສວນທັງໝົດ 39 ໂຕ, ໃນນັ້ນ ງົວ 33 ໂຕ ແລະຄວາຍ 6 ໂຕ, ທັງໄດ້ນຳໃຊ້ທຶນເພື່ອຊື້ສັດປະເພດງົວເພື່ອມາທອມຂາຍເປັນໄລຍະ, ປີຜ່ານມາສາມາດສ້າງລາຍຮັບຈາກການຂາຍງົວ-ຄວາຍ ທີ່ລ້ຽງຄົງທີ່ປະມານ 150 ລ້ານກີບ, ການຊື້-ຂາຍງົວ ປະມານ 100 ລ້ານກີບ, ພ້ອມນັ້ນ ໄດ້ເກັບແກ່ນຫຍ້າອາຫານສັດທີ່ປູກພາຍໃນສວນ ຂາຍເປັນສິນຄ້າ ມີລາຍຮັບປະມານ 40 ລ້ານກີບ ແລະມີຕົ້ນໄມ້ໃຫ້ໝາກ ປະເພດໝາກເງາະ ປະມານ 100 ຕົ້ນ ລວມແລ້ວສາມາດສ້າງລາຍຮັບໄດ້ບໍ່ລຸດ 300 ລ້ານກີບ.

ຈາກອາຊບຂາຍຜກ ມາລຽງ ແລະຊ-ຂາຍງວ ເຮດໃຫມລາຍຮບ 300 ລານກບຕປ - image 2
 
ທ່ານ ນາງ ແຂກ ເວົ້າສູ່ຟັງຕື່ມວ່າ: ຜ່ານການດຳລົງຊີວິດມາຮອດປັດຈຸບັນ ຊີວິດການເປັນຢູ່ຂອງຄອບຄົວດີຂື້ນຫຼາຍເທົ່າຫາກທຽບໃສ່ໃນເມື່ອກ່ອນ ຍ້ອນມີສິ່ງອຳນວຍຄວາມສະດວກບາງດ້ານ ເປັນຕົ້າມີເນື່ອທີ່ດິນ ໄວ້ສຳລັບລ້ຽງສັດປະເພດງົວ-ຄວາຍ, ມີທຶນທີ່ໄດ້ຮັບການກູ້ຢືມຈາກທະນາຄານນະໂຍບາຍ ເພື່ອໝູນໃຊ້ເຂົ້າໃນການດຳເນີນທຸລະກິດ ແລະສິ່ງສຳຄັນ ແມ່ນທຸກຄົນໃນຄອບຄົວມີຄວາມສາມັກຄີ, ມີຄວາມດຸໝັ່ນ ໃນການປູກ-ຝັງລ້ຽງສັດ, ສຳລັບແຜນການຕໍ່ໜ້າ ຈະສືບຕໍ່ໃນການບົວລະບັດສວນຫຍ້າ ແລະຕົ້ນໄມ້ໃຫ້ໝາກ ເພື່ອໃຫ້ມີຫຍ້າໃຫ້ສັດກິນຕະຫຼອດປີ ແລະໃຫ້ຜົນຜະລິດທີ່ສູງ ສາມາດສ້າງລາຍຮັບໃຫ້ກັບຄອບຄົວ ທັງປະຕິບັດພັນທະຕໍ່ທະນາຄານນະໂຍບາຍຕາມລະບຽບ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV ສຳເລັດກອງປະຊຸມທ້າຍສະໄໝ

ກອງປະຊຸມທ້າຍສະໄໝ ຂອງສະພາປະຊາຊົນແຂວງ ຊຸດທີ IV ໄດ້ສຳເລັດໃນຕອນບ່າຍຂອງວັນທີ 17 ທັນວາ 2025 ພາຍຫຼັງໄດ້ດໍາເນີນມາເປັນເວລາ 2 ວັນເຕັມ. ເຊີ່ງໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງ ເອົາບັນດາວຽກງານສຳຄັນພື້ນຖານຂອງແຂວງ ຫຼາຍບັນຫາ.
ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ນະຄອນຫຼວງວຽງຈັນ ສົ່ງເສີມກຸ່ມການຜະລິດຫຼຸດຜ່ອນການນໍາເຂົ້າ

ວຽກງານກະສິກໍາແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນຍິ່ງ ເພື່ອຮັບປະກັນຊີວິດການເປັນຢູ່ຂອງຄົນໃນສັງຄົມ ໃຫ້ມີອາຫານພຽງພໍ, ຄຽງຄູ່ກັນນັ້ນ ພັກ, ລັດ ຍັງຊຸກຍູ້ສົ່ງເສີມປວງຊົນ ອອກແຮງຜະລິດໃຫ້ຫຼາຍ ແລະ ສົ່ງອອກ ສ້າງລາຍຮັບເຂົ້າຄອບຄົວ ກໍຄືປະເທດຊາດ.
ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ປິດຊຸດອົບຮົມວິຊາຊີບຕັດຫຍິບ ສໍາລັບໄວໜຸ່ມຍິງ ພິການ ແລະ ດ້ອຍໂອກາດ

ວັນທີ 18 ທັນວາ 2025ນີ້, ສູນພັດທະນາແມ່ຍິງບັນດາເຜົ່າ ແຂວງເຊກອງ ໄດ້ຈັດພິທີປິດຊຸດອົບຮົມວິຊາຊີບຕັດຫຍິບ ພາກປົກກະຕິ ຊຸດທີ XIX ສໍາລັບໄວໜຸ່ມເພດຍິງ ທີ່ມີຄວາມພິການ ແລະ ດ້ອຍໂອກາດ ໂດຍທ່ານ ນາງ ເພັດດາແກ້ວ ພົນສາລາດ ຮອງປະທານສະຫະພັນແມ່ຍິງແຂວງເຊກອງ, ມີທ່ານ ນາງ ສຸກອຸລາ ວັນນະວົງ ຜູ້ບໍລິຫານໂຄງການສ້າງຄວາມເຂັ້ມແຂງດ້ານຮັກສາສຸຂະພາບ ແລະ ພັດທະນາຊຸມຊົນແບບມີສ່ວນຮ່ວມ (SFE), ມີຄະນະຮັບຜິດຊອບຊຸດອົບຮົມ ແລະ ຄູຝຶກ ເຂົ້າຮ່ວມ.
ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງວຽງຈັນ

ເມືອງວຽງຄຳ ແຂວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງ ສະໄໝທີ VII ຂຶ້ນໃນວັນທີ 18 ທັນວານີ້ ທີ່ຫ້ອງປະຊຸມເມືອງ, ໂດຍການເປັນປະທານຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ເພີ່ມເຕີມ