“ທ່ານ Lin ກ່າວວ່າ: ຂ້າພະເຈົ້າເຊື່ອວ່າ ຄວາມສຳເລັດໃນໄລຍະຍາວຂອງແບຣນ (ຍີ່ຫໍ້) ເຫຼົ່ານີ້ ຈະຂຶ້ນກັບການປັບຕົວໃຫ້ເໝາະສົມກັບທ້ອງຖິ່ນຢ່າງຫຼວງຫຼາຍ.”
INTO YOU ແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນ ເຂົ້າສູ່ຕະຫຼາດອາຊຽນຢ່າງເປັນທາງການໃນປີ 2022. ທ່ານ Li Huageng ຫົວໜ້າຝ່າຍທຸລະກິດຕ່າງປະເທດ ເປີດເຜີຍວ່າ ໃນໄລຍະທໍາອິດ ບໍລິສັດໄດ້ນໍາສິນຄ້າຂາຍດີຈາກຈີນມາທົດລອງຈຳໜ່າຍໃນພາກພື້ນ. ແຕ່ຕໍ່ມາພົບວ່າ ຜູ້ບໍລິໂພກໃນແຕ່ລະປະເທດມີຄວາມຕ້ອງການແຕກຕ່າງກັນຫຼາຍ.
ທ່ານ Li ກ່າວວ່າ: “ຕົວຢ່າງ, ຜູ້ບໍລິໂພກຫວຽດນາມມີສີຜິວຂ້ອນຂ້າງໃກ້ຄຽງກັບຜູ້ບໍລິໂພກຈີນ ເຮັດໃຫ້ສີສິນຄ້າທີ່ຂາຍດີມີຄວາມທັບຊ້ອນກັນຫຼາຍ. ໃນຂະນະທີ່ມາເລເຊຍມີສີຜິວທີ່ຫຼາກຫຼາຍກວ່າ ຈຶ່ງມີຄວາມຕ້ອງການສີເຂັ້ມຫຼາຍຂຶ້ນ.”
ທ່ານກ່າວຕື່ມວ່າ: "ອີງຕາມຄຳຕິຊົມຈາກຜູ້ບໍລິໂພກ, INTO YOU ໄດ້ພັດທະນາຜະລິດຕະພັນເພື່ອຕອບສະໜອງນິໄສການນຳໃຊ້ ແລະ ຄວາມມັກດ້ານຄວາມງາມທີ່ແຕກຕ່າງກັນ."
ການປັບໃຫ້ເໝາະກັບຕະຫຼາດທ້ອງຖິ່ນຍັງຂະຫຍາຍຂອບເຂດຈາກຜະລິດຕະພັນໄປສູ່ການຕະຫຼາດ, ຊ່ອງທາງຈຳໜ່າຍ ແລະ ໂຄງສ້າງອົງກອນ.
ບັນດາບໍລິສັດເຄື່ອງສຳອາງຈີນອື່ນໆ ເຊັ່ນ: Joy Group ບໍລິສັດແມ່ຂອງ Judydoll ແລະ Joocyee ກໍກຳລັງເລັ່ງຂະຫຍາຍຊ່ອງທາງຈຳໜ່າຍແບບອອບລາຍ. ວາລະສານ Fortune ລາຍງານວ່າ: Joy Group ໄດ້ສ້ງຕັ້ງ ໜ່ວຍງານຢູ່ສິງກະໂປໃນປີ 2024 ເພື່ອໃຊ້ເປັນສູນກາງປະຈໍາພາກພື້ນ ກ່ອນຂະຫຍາຍຮ້ານຄ້າໄປຕ່າງປະເທດ. ໃນປີ 2025, ລາຍຮັບຈາກຕ່າງປະເທດຂອງກຸ່ມບັນລຸ 87 ລ້ານໂດລາ, ໂດຍຫວຽດນາມກາຍເປັນຕະຫຼາດຕ່າງປະເທດທີ່ໃຫຍ່ທີ່ສຸດ.
ຈາກການເລີ່ມທົດລອງຕະຫຼາດຜ່ານການຄ້າເອເລັກໂຕຣນິກຂ້າມຊາຍແດນ, ການພັດທະນາສິນຄ້າໃຫ້ເໝາະກັບທ້ອງຖິ່ນ, ການສ້າງທີມງານທ້ອງຖິ່ນ ຈົນເຖິງການຂະຫຍາຍຊ່ອງທາງຈໍາໜ່າຍແບບອອບລາຍ, ການຂະຫຍາຍຕະຫຼາດຂອງບັນດາແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນໃນອາຊຽນກຳລັງປ່ຽນຈາກການສົ່ງອອກສິນຄ້າໂດຍກົງ ໄປສູ່ການດຳເນີນງານແບບທ້ອງຖິ່ນທີ່ເລິກເຊິ່ງຫຼາຍຂຶ້ນ.
ນອກເໜືອໄປຈາກຄວາມນິຍົມ, ແບຣນ (ຍີ່ຫໍ້) ຕ່າງໆຍັງຕ້ອງການຄວາມຍືນຍົງ
ຂະນະທີ່ຕະຫຼາດຂະຫຍາຍຕົວຢ່າງວ່ອງໄວ, ບັນດາບໍລິສັດເຄື່ອງສຳອາງຈີນກຳລັງປະເຊີນກັບອີກສິ່ງທ້າທາຍຄື ວິທີການປ່ຽນການຈະລາຈອນທາງອອນລາຍ ແລະ ຄວາມນິຍົມຊົ່ວຄາວ ໃຫ້ກາຍເປັນຄວາມຈົງຮັກພັກດີຕໍ່ແບຣນໃນໄລຍະຍາວໄດ້ແນວໃດ.
ທ່ານ Lin ກ່າວວ່າ: "ສິ່ງທ້າທາຍສຳຄັນຄື ການປ່ຽນຄວາມນິຍົມໃນໂລກອອນລາຍ ໃຫ້ກາຍເປັນຄວາມໄວ້ວາງໃຈ ແລະ ຄວາມຈົງຮັກຕໍ່ແບຣນ."
ທ່ານກ່າວວ່າ: ແບຣນ (ຍີ່ຫໍ້) ສ ເກົາຫຼີ ໄດ້ປຽບຈາກລະບົບນິເວດທາງວັດທະນະທຳອັນເຂັ້ມແຂງ ທີ່ສ້າງຂຶ້ນຈາກ K-pop, ຮູບເງົາ, ລະຄອນໂທລະພາບ ແລະ ດາລາ. ຂະນະທີ່ແບຣນ (ຍີ່ຫໍ້) ຈາກເອີຣົບ, ສະຫະລັດ ອາເມຣິກາ ແລະ ຍີ່ປຸ່ນ ໄດ້ສ້າງຄວາມໜ້າເຊື່ອຖື ແລະ ການຍອມຮັບຈາກຜູ້ບໍລິໂພກມາເປັນເວລາຫຼາຍປີ.
ບັນດາຜູ້ຊ່ຽວຊານເຫັນວ່າ: ໃນຂະນະທີ່ແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນປ່ຽນຈາກການເລັ່ງຂະຫຍາຍສ່ວນແບ່ງຕະຫຼາດ ໄປສູ່ການສ້າງຄວາມສາມາດແຂ່ງຂັນໃນໄລຍະຍາວ, ການຄົ້ນຄວ້າ-ພັດທະນາສິນຄ້າ ແລະ ຄຸນຄ່າຂອງແບຣນ (ຍີ່ຫໍ້) ຈະມີບົດບາດສຳຄັນຂຶ້ນເລື້ອຍໆ.
ທ່ານ Yan Jiangying ປະທານສະມາຄົມອຸດສາຫະກໍານໍ້າຫອມ ແລະ ເຄື່ອງສໍາອາງຈີນ ກ່າວວ່າ: ອຸດສາຫະກຳຄວາມງາມຂອງຈີນໄດ້ພັດທະນາສາຍການຜະລິດຄົບວົງຈອນຂ້ອນຂ້າງສົມບູນແລ້ວ ແຕ່ຍັງມີບາງດ້ານທີ່ສາມາດພັດທະນາຕໍ່ໄປໄດ້.
ນອກຈາກການພັດທະນາສິນຄ້າໃຫ້ເຂັ້ມແຂງແລ້ວ, ການສ້າງຈຸດຂາຍ ແລະ ຄຸນຄ່າຂອງແບຣນ (ຍີ່ຫໍ້) ທີ່ໂດດເດັ່ນ ເພື່ອໃຫ້ແບຣນ (ຍີ່ຫໍ້) ຈີນແຕກຕ່າງຈາກແບຣນ (ຍີ່ຫໍ້) ຂອງ ສ ເກົາຫຼີ, ຍີ່ປຸ່ນ, ເອີຣົບ ແລະ ສະຫະລັດ ອາເມຣິກາ ກໍຈະເປັນປັດໄຈສຳຄັນເຊັ່ນກັນ.
ທ່ານ ນາງ Yan ກ່າວວ່າ: “ສິ່ງທີ່ເປັນຂອງທ້ອງຖິ່ນ ກໍສາມາດກ້າວສູ່ສາກົນໄດ້.” ໃນຂະນະທີ່ວັດທະນະທໍາຈີນມີຄວາມດຶງດູດໃຈຫຼາຍຂຶ້ນໃນທົ່ວໂລກ, ການເຊື່ອມໂຍງຄວາມງາມແບບຕາເວັນອອກ ແລະ ວັດທະນະທໍາຈີນມາປະສົມປະສານໃນເນື້ອຫາຂອງແບຣນ (ຍີ່ຫໍ້) ຈະຊ່ວຍໃຫ້ແບຣນ (ຍີ່ຫໍ້) ເຄື່ອງສຳອາງຈີນສ້າງເອກະລັກທີ່ໂດດເດັ່ນຂຶ້ນໃນຕະຫຼາດສາກົນ.
ທ່ານ ນາງ Yan ກ່າວວ່າ: "ຜະລິດຕະພັນທີ່ມີລັກສະນະທາງວັດທະນະທໍາທີ່ໂດດເດັ່ນ ແລະ ຄວາມງາມແບບຕາເວັນອອກຈະມີໂອກາດທີ່ຈະພັດທະນາຂໍ້ໄດ້ປຽບໃນການແຂ່ງຂັນທີ່ແຕກຕ່າງກັນ," ໂດຍກ່າວຕື່ມວ່າ ອົງປະກອບເຫຼົ່ານີ້ຄວນຄ່ອຍໆກາຍເປັນສ່ວນໜຶ່ງຂອງຄຸນຄ່າແບຣນ (ຍີ່ຫໍ້) ໃນໄລຍະຍາວ.
ບັນນາທິການ: Li Xueqing
ຄໍາເຫັນ