ສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ເນື້ອທີ່ດິນ ເພື່ອປູກພືດຜັກ

ຈໍາປາສັກ ອະນຸມັດໃຫ້ສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ເນື້ອທີ່ດິນ ເພື່ອປູກພືດຜັກ

ຈໍາປາສັກ ອະນຸມັດໃຫ້ສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ເນື້ອທີ່ດິນ ເພື່ອປູກພືດຜັກ
ວັນທີ 30 ຕຸລາຜ່າມາຈັດເຂຶ້ນຢູ່ໂຮງແຮມເອຣາວັນ ຣີເວີຊາຍ ນະຄອນປາກເຊ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ວ່າດ້ວຍການສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນພັດທະນາ ເນື້ອທີ່ດິນ ເພື່ອຮັບໃຊ້ໂຄງການປູກພືດຜັກ, ກ້າເບ້ຍໄມ້ ແລະ ໄມ້ໃຫ້ໝາກ ເສດຖະກິດແບບປະສົມປະສານ ຢູ່ຄຸ້ມຫ້ວຍຕ້ອງ ບ້ານຫ້ວຍພື້ນ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈຳປາສັກ ແລະ ບໍລິສັດ ລາວເດລົ້ຟາມ ຈຳກັດຜູ້ດຽວ ໂດຍການເຂົ້າຮ່ວມຂອງ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີແຂດຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງ, ເມືອງ ຕະຫຼອດຮອດ ພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ. ຕາງໜ້າອົງການປົກຄອງແຂວງຈຳປາສັກ ຮ່ວມລົງນາມໂດຍ ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ. ຝ່ານບໍລິສັດ ລົງນາມໂດຍ ທ່ານ ຄໍາຜາດ ສຸລິນພູມີ ອໍານວຍການບໍລິສັດ ລາວເດລີ້ຟາມ ຈໍາກັດຜູ້ດຽວ.

ການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້, ມີເນື້ອທີ່ສຶກສາສໍາຫຼວດ 18.59 ເຮັກຕາ, ຮູບແບບການລົງທຶນພາຍໃນ 100%, ກິດຈະການຂອງໂຄງການແມ່ນ ປູກພືດຜັກ, ກ້າເບ້ຍໄມ້ ແລະ ໄມ້ໃຫ້ໝາກ ເສດຖະກິດແບບປະສົມປະສານ. ການດໍາເນີນການສຶກສາສໍາຫຼສດ ຕ້ອງໄດ້ມີການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ - ເຕັກນິກ, ຕ້ອງໄດ້ສຶກສາເບື້ອງຕົ້ນກ່ຽວກັບຜົນກະທົບຕໍ່ສິ່ງແວດລ້ອມ - ສັງຄົມ ແລະ ທໍາມະຊາດ ເພື່ອເຮັດໃຫ້ການສຶກສາສໍາຫຼວດ ດໍາເນີນໄປຖືກຕ້ອງຕາມລະບຽບກົດໝາຍ ແລະ ມີຜົນສໍາເລັດ.

(ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ໄລຍະສະຫຼອງປີໃໝ່ລາວທົ່ວແຂວງ​ອັດຕະປື​ ມີອຸບັດຕິເຫດເກີດຂຶ້ນ 17 ລາຍ,​ ເສຍຊີວິດ 1ຄົນ

ທ່ານ ຮທ ວິລະສອນ ສີສະແຫວງສຸກ ຮອງກອງຄະດີອຸບັດຕິເຫດແຂວງອັດຕະປື ໃຫ້ຮູ້ວ່າ: ໄລຍະບຸນປີໃໝ່ລາວແຕ່ວັນທີ 11-17 ເມສາ 2025 ທົ່ວແຂວງ ອັດຕະປື ມີອຸບັດເຫດເກີດຂຶ້ນທັງໝົດ 17 ລາຍ, ທຽບໃສ່ປີ 2024 ຜ່ານມາ ອຸບັດຕິເຫດເພີ່ມຂຶ້ນ 4 ລາຍ.
ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ສະຫວັນນະເຂດ ເຜີຍແຜ່ມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ

ກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໄດ້ຈັດຂຶ້ນວັນທີ 21 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງສະຫວັນນະເຂດ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ
ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ວາງກະຕ່າດອກໄມ້ ໂອກາດວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ

ຄະນະນຳສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ມອນໄຊ ລາວມົວຊົ່ງ ກຳມະການສໍາຮອງສູນກາງພັກເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ ເນື່ອງໃນໂອກາດ ວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ໜ່ວຍພັກສະຖານທູດລາວ ທີ່ປັກກິ່ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ III

ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກສະຖານທູດລາວ ທີ່ປັກກິ່ງສປ ຈີນ ໄດ້ຈັດຂຶ້ນໃນວັນທີ 19 ເມສາຜ່ານມານີ້, ພາຍໃຕ້ການເປັນປະທານຂອງ ສະຫາຍ ສົມພອນ ສີຈະເລີນ ເລຂາໜ່ວຍພັກເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສປ ຈີນ.
ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ຫາລືການແກ້ໄຂບັນຫາຂາດແຄນຄູສອນ ຢູ່ແຂວງຫຼວງພະບາງ

ໃນວັນທີ 21 ເມສານີ້ ຢູ່ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລືແກ້ໄຂບັນຫາການຂາດແຄນຄູສອນ ໂດຍການເປັນທານ ຂອງສະຫາຍ ພັນເອກ ວັນໄຊ ຄຳພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ.
ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ຂະແໜງ ພບ ຈະປັບປຸງການເຮັດວຽກຫຼາຍດ້ານ

ປີ 2024 ທີ່ຜ່ານມາ, ຂະແໜງພະລັງງານ ແລະ ບໍ່ແຮ່ (ພບ) ບົນພື້ນຖານໃນເງື່ອນໄຂ ແລະ ສະພາບລວມທີ່ເກີດຂຶ້ນຂອງເສດຖະກິດໂລກ ແລະ ພາກພື້ນ,ແຕ່ຂະແໜງ ພບ ໄດ້ພ້ອມກັນປຸກລຸກຈິດໃຈເປັນເຈົ້າການໃຫ້ສູງຂຶ້ນ ແລະ ມີຄວາມພະຍາຍາມ ນໍາໃຊ້ທຸກຫົວຄິດປະດິດສ້າງ
ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ຮັກສາການຫົວໜ້າ ຄຕພ ຕ້ອນຮັບ ບັນດາເອກອັກຄະລັດຖະທູດລາວ

ໃນວັນທີ 18 ເມສາ ຜ່ານມານີ້, ທ່ານ ບຸນເຫຼືອ ພັນດານຸວົງຮັກສາການຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຈໍານວນ 4 ທ່ານ ທີ່ຈະໄປດໍາລົງຕໍາແໜ່ງເອກອັກຄະລັດຖະທູດ ຢູ່ຕ່າງປະເທດ,ໂດຍມີ ທ່ານ ຈາຕຸລົງ ບົວສີສະຫວັດ
ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ການເພີ່ມພື້ນທີ່ສີຂຽວໃນຕົວເມືອງມີຄວາມສໍາຄັນຫຼາຍ

ໂດຍ: ວັນເພັງ ອິນທະໄຊ ການເພີ່ມພື້ນທີ່ສີຂຽວໃນຕົວເມືອງ ໂດຍສະເພາະໃນນະຄອນຫຼວງວຽງຈັນ(ນວ) ເປັນໜຶ່ງບັນຫາສໍາຄັນຫຼາຍ ທີ່ພາກສ່ວນກ່ຽວຂ້ອງ ມີຄວາມພະຍາຍາມໃນການເພີ່ມພື້ນທີ່ສີຂຽວ ໃນຕົວເມືອງ. ໃນນັ້ນ, ປະເທດເພື່ອນບ້ານ,
ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ຮອງປະທານ ສນຊ ຜູ້ປະຈໍາການ ຢ້ຽມຢາມ ເຜົ່າກຣີ

ໃນວັນທີ 20 ເມສານີ້, ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກຮອງປະທານ ສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈໍາການ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານແນວລາວສ້າງຊາດ ຢູ່ແຂວງໄຊຍະບູລີ ຊຶ່ງຄະນະໄດ້ໄປຢ້ຽມຢາມຊີວິດການເປັນຢູ່ຂອງຊົນເຜົ່າກຣີ (ເຜົ່າຕອງເຫຼືອງ)
ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ທ່າອ່ຽງສະພາບອັດຕາເງິນເຟີ້ຂອງ ສປປ ລາວ ໃນ 3 ເດືອນຕົ້ນປີ

ໂດຍ: ສ.ບຸດປະຊາ ອັດຕາເງິນເຟີ້ຂອງ ສປປ ລາວ ໃນໄລຍະ 3 ເດືອນຕົ້ນປີ 2025 ໄດ້ມີຈັງຫວະທີ່ຊ້າລົງຕິດຕໍ່ກັນ ຊຶ່ງສາເຫດຕົ້ນຕໍ ທີ່ສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ໄດ້ລະບຸໃນບົດລາຍງານອັດຕາເງິນເຟີ້ ປະຈໍາເດືອນມັງກອນ, ກຸມພາ ແລະ ມີນາ
ເພີ່ມເຕີມ