![]() |
ກອງປະຊຸມດັ່ງກ່າວ ຈັດຂຶ້ນໃນວັນທີ 30 ກັນຍາຜ່ານມາທີ່ ພະແນກ ອຄ ແຂວງໂດຍການເປັນປະທານຂອງ ທ່ານ ໜູກອນ ສີພອນພູມີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈຳປາສັກ, ມີຮອງປະທານຄະນະກຳມະການປົກຄອງເມືອງຈຳປາສັກ, ຄະນະກຳມະການຄຸ້ມຄອງວຽກງານ ODOP ຂັ້ນແຂວງ ພ້ອມດ້ວຍ ຜູ້ປະກອບການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ ແລະ ພິຈາລະນາຄັດເລືອກຜະລິດຕະພັນທ້ອງຖິ່ນຈຳນວນ 2 ຜະລິດຕະພັນ ເພື່ອສະເໜີຂໍຕິດກາໝາຍ ODOP ແຫ່ງຊາດ ຊຶ່ງປະກອບມີ: ຜະລິດຕະພັນເຂົ້າສານ ຂອງກຸ່ມຜະລິດເຂົ້າສານ ໂຮງສີເຂົ້າ ນາງ ເມດຕາ ທອງສະຫວັນບ້ານໜອງນົກຂຽນ ເມືອງຈຳປາສັກແລະຜະລິດຕະພັນກາເຟຂົ້ວເມັດ ແລະ ກາເຟຝຸ່ນ ຂອງບໍລິສັດ ສາມທິບການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ບ້ານຫ້ວຍຍາງຄຳ ນະຄອນປາກເຊ.
ທ່ານປະທານກອງປະຊຸມ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່ຍົກສູງຄຸນນະພາບ, ມາດຕະຖານ ແລະ ຮັກສາເອກະລັກສະເພາະຂອງຜະລິດຕະພັນ ໃຫ້ມີຄວາມຍືນຍົງ ເພື່ອເປັນການເພີ່ມມູນຄ່າ, ສ້າງແຫຼ່ງລາຍຮັບໃຫ້ແກ່ປະຊາຊົນຜູ້ຜະລິດ ກໍຄືຜູ້ປະກອບກິດຈະການ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ ພ້ອມທັງຜັນຂະຫຍາຍວຽກງານ 3 ສ້າງ ໃຫ້ແຂງແຮງກ່ວາເກົ່າ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປຕາມວາລະ ດ້ວຍບັນຍາກາດສ້າງສັນ, ເຊິ່ງໄດ້ຮັບການປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາຈາກບັນດາຜູ້ຕາງໜ້າຂະແໜງການ ແລະ ທ້ອງຖິ່ນ ກ່ອນຈະມີການເຊັນບົດບັນທຶກຮ່ວມກັນ ເພື່ອເປັນບາດກ້າວສຳຄັນໃນການຊຸກຍູ້ສົ່ງເສີມສິນຄ້າທ້ອງຖິ່ນຂອງແຂວງຈຳປາສັກ ໃຫ້ກ້າວສູ່ມາດຕະຖານແຫ່ງຊາດ.
ຂ່າວ-ພາບ: ຈັນທະວີສັກ

ຄໍາເຫັນ