![]() |
ສະຫາຍ ພົນຈັດຕະວາ ສີສົມພູ ແກ້ວບຸນລ້ອມ ໄດ້ເຜີຍແຜ່ເອກະສານມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ຜ່ານກົດລະບຽບຂອງກອງທັບປະຊາຊົນລາວ ຊຶ່ງມີ XVI ພາກ, 56 ໝວດ, 299 ມາດຕາ. ຈາກນັ້ນ, ສະຫາຍ ພັນຕີ ສຸກສະຫວັນ ຖວງມີໄຊ ຮອງຫົວໜ້າຫ້ອງການ ກອງບັນຊາການທະຫານແຂວງ ໄດ້ຜ່ານກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການຈັດຕັ້ງປະຕິບັດ ກົດລະບຽບພັກປະຊາຊົນປະຕິວັດລາວ ສະ ໄໝທີ XII, ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ຂໍ້ກຳນົດ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ໃນທົ່ວກອງທັບປະຊາຊົນລາວ. ທັງນີ້, ເພື່ອແນໃສ່ເຮັດໃຫ້ພະນັກ ງານ, ນາຍ ແລະ ພົນທະຫານ ມີຄວາມເຂົ້າໃຈເປັນເອກະພາບທາງດ້ານທັດສະນະແນວຄິດ ຕໍ່ເນື້ອໃນມະຕິຂອງກອງປະຊຸມໃຫຍ່ ແລະ ຂໍ້ກຳນົດກົດລະບຽບຕ່າງໆ, ພ້ອມກັນນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນທຸກຂົງເຂດວຽກງານຂອງຕົນ, ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມ ໃຫ້ກອງທັບສາມາດເຮັດສໍາເລັດທຸກໜ້າທີ່, ທັງເປັນເຂັມຊີ້ທິດໃຫ້ການປັບປຸງກໍ່ສ້າງພັກ, ກໍ່ສ້າງກອງທັບໃຫ້ໜັກແໜ້ນເຂັ້ມແຂງ, ຫັນເອົາແນວທາງນະໂຍບາຍຂອງພັກ ໄປຜັນຂະຫຍາຍເຂົ້າສູ່ໜ້າທີ່ການເມືອງຂອງກົມກອງ ໃຫ້ແທດເໝາະກັບທຸກສະພາບການ. ໂດຍ: ເກດມະນີ ສຸວັນນະລາດ

ຄໍາເຫັນ