![]() |
ໃນພິທີ, ສະຫາຍ ພັທ ນາງ ຂັນທະລີ ຂັນທະຍອດ ຄະນະໜ່ວຍພັກ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານແຜນດຳເນີນຊີວິດການເມືອງ ແລະ ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳລວມ ແລະ ອະນຸກຳມະການ ກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈຳປີ 2026. ຈາກນັ້ນ, ຄະນະຮັບຜິດຊອບໄດ້ແຈກຢາຍຮ່າງເອກະສານກ່ຽວກັບການຂຽນຄຳເຫັນ, ຄຳສະເໜີ ແລະ ຄຳຕຳນິຕິຊົມ ຕໍ່ການນຳພາລວມຂອງຄະນະໜ່ວຍພັກຮາກຖານ ແລະ ບຸກຄົນສະມາຊິກພັກໃນຄະນະໜ່ວຍພັກຮາກຖານຫ້ອງການເມືອງ.
ພ້ອມນີ້, ຍັງໄດ້ຮັບຟັງການແນະນໍາອະທິບາຍລາຍລະອຽດຈາກສະຫາຍ ພັທ ລຸນນ້ອຍ ຄຳພັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງສັນຕິບານ ປກສ ແຂວງ ຄະນະຮັບຜິດຊອບກວດກາກົມກອງແຂງ-ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026 ກ່ຽວກັບວິທີການຂຽນຮ່າງເອກະສານດັ່ງກ່າວ ແລະ ໄດ້ເນັ້ນໃຫ້ເຫັນເຖິງຫຼັກການສ່ອງແສງ, ການປະກອບຄຳເຫັນຢ່າງກົງໄປກົງມາ, ມີຄວາມສັກສິດ, ບົນຈິດໃຈສ້າງສັນ ແລະ ເຄົາລົບຫຼັກການລວມສູນປະຊາທິປະໄຕ, ເພື່ອໃຫ້ການຕຳນິຕິຊົມ ແລະ ສ່ອງແສງຄຳເຫັນສະທ້ອນເຖິງຄວາມເປັນຈິງ, ຊ່ວຍໃຫ້ຄະນະພັກ, ໜ່ວຍພັກ ແລະ ສະ ມາຊິກພັກແຕ່ລະສະຫາຍເຫັນໄດ້ດ້ານດີເພື່ອເສີມຂະ ຫຍາຍ ແລະ ເຫັນໄດ້ດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອພ້ອມກັນປັບປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ. ກອງປະຊຸມບັນດາສະ ຫາຍໃນຄະນະໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງ ຍັງໄດ້ຜັດປ່ຽນກັນເຜີຍແຜ່ບັນດາເອກະສານທີ່ສໍາຄັນ ແລະ ບັນດາຮ່າງເອກະສານອື່ນໆ ທີ່ກ່ຽວຂ້ອງອີກດ້ວຍ.
ສະຫາຍ ພັທ ສຸກທະວີ ອິນທະລັງສີ ກ່າວວ່າ: ການເຜີຍແຜ່ເຊື່ອມຊຶມເອກະສານໃນຄັ້ງນີ້, ເພື່ອສຶກສາອົບ ຮົມການເມືອງ-ແນວຄິດ, ຍົກສູງຄວາມຮັບຮູ້-ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບດ້ານທັດສະນະການເມືອງ ແລະ ການຈັດຕັ້ງຂອງຄະນະພັກ, ສະມາຊິກພັກທຸກສະຫາຍ ພ້ອມທັງຮຽກຮ້ອງໃຫ້ທຸກໆສະຫາຍ ເພີ່ມທະວີຄວາມຮັບຜິດຊອບ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົບບັດ ສິນທຳປະຕິວັດ, ປະຕິບັດໜ້າທີ່ວິຊາສະ ເພາະ, ເປັນເຈົ້າການ ໃນການສຳຫຼວດກວດກາຕົນເອງຢ່າງເຂັ້ມງວດ, ປັບປຸງແບບແຜນນຳພາ ແລະ ວິທີເຮັດວຽກ ໃຫ້ມີວິທະຍາສາດ ທັງຮັກສາໄດ້ຄວາມສາມັກຄີພາຍໃນຢ່າງໜັກແໜ້ນ ເພື່ອພ້ອມກັນສ້າງໃຫ້ໜ່ວຍພັກຮາກຖານຫ້ອງການເມືອງ ປກສ ແຂວງຄຳມ່ວນ ໃຫ້ເປັນກົມກອງແຂງ ແລະ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢ່າງແທ້ຈິງ. ຂ່າວ: ປກສ ຄຳມ່ວນ

ຄໍາເຫັນ