ຈະມີຫຼາຍກິດຈະກໍາໃນງານບຸນອອກພັນສາປະວໍລະນາ​-ຊ່ວງເຮືອປະເພນີປະຈຳປີ 2026​ ທີ່​ນະຄອນປາກເຊ

ຈະມີຫຼາຍກິດຈະກໍາໃນງານບຸນອອກພັນສາປະວໍລະນາ​-ຊ່ວງເຮືອປະເພນີປະຈຳປີ 2026​ ທີ່​ນະຄອນປາກເຊ

ຈະມີຫຼາຍກິດຈະກໍາໃນງານບຸນອອກພັນສາປະວໍລະນາ​-ຊ່ວງເຮືອປະເພນີປະຈຳປີ 2026​ ທີ່​ນະຄອນປາກເຊ
ວັນທີ​ 30​ ກັນຍາ​ຜ່ານມາ,​ ທ່ານ​ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການຈັດກິດຈະກຳໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ​ ປະຈຳປີ 2026 ທີ່ນະຄອນປາກເຊ ແຂວງຈໍາປາສັກ​ ຕາງໜ້າຄະນະຮັບຜິດຊອບຈັດງານ ໄດ້ລາຍງານກ່ຽວກັບການຈັດງານ ວ່າ: ງານບຸນອອກພັນສາ​ປະວໍລະນາ-ຊ່ວງເຮືອປະເພນີ​ ປະຈຳປີ 2026 ທີ່ນະຄອນປາກເຊ ຈະໄດ້ເລີ່ມແຕ່ມື້ອອກໃໝ່ 8 ຄໍ່າເດືອນ 11 ຫາ ແຮມ 1 ຄໍ່າເດືອນ 11 ພສ 2569 ກົງກັບວັນທີ 19​ - 28 ຕຸລາ 2026
ຈະມຫາຍກດຈະກາໃນງານບນອອກພນສາປະວລະນາ​-ຊວງເຮອປະເພນປະຈຳປ 2026​ ທ​ນະຄອນປາກເຊ - image 1
 

ຊຶ່ງມີ 5 ກິດຈະກໍາໃຫຍ່ ຄື: ກິດຈະກໍາສິລະປະບັນເທີງ ແລະ ກິລາ, ການຄົບງັນແມ່ນເລີ່ມແຕ່ວັນທີ 19 - 28 ຕຸລາ 2026, ມີການສະແດງດົນຕີໂຟກຊອງ, ການສະແດງສິລະປະ, ງານຄອນເສີດ ຢູ່ສວນສາທາລະນະແຄມຂອງ, ໜັງປະຫຼັດຕື້, ໝໍລຳເລື້ອງ, ໝໍລຳໃຕ້. ໃນມື້ແຂ່ງເຮືອຈະມີກອງເສັງ ແລະ ວົງດົນຕຣີພື້ນເມືອງ ເສບທີ່ທ່າສາລາຄໍາ. ສ່ວນການແຂ່ງຂັນກິລາຈະເລີ່ມແຕ່ວັນທີ 19 - 26 ຕຸລາ 2026 ລວມມີ 9 ປະເພດ ຄື: ກິລາ ດອກປີກໄກ່, ກະຕໍ້, ບານສົ່ງ, ບານບ້ວງ, ປິງປ່ອງ, ເປຕັງ, ກ໊ອຟ, ສະນຸກເກີ ແລະ ກິລາມວຍ.

ກິດຈະກໍາການປະດັບເອ້ ເຮືອໄຟປະເພນີ ແລະ ວຽນທຽນ, ການສະແດງເຮືອໄຟໂຄກ, ການໄຫຼເຮືອໄຟໜ້ານ້ໍາ, ການວຽນທຽນ ແຕ່ງກາຍດ້ວຍເສື້ອຜ້າອາພອນລາວເດີມ ເພື່ອເປັນການອະນຸລັກຮັກສາວັດທະນະທຳການນຸ່ງຖືຂອງລາວເຮົາ, ມີການປະດັບປະດາຫໍຫຼັກເມືອງ ເສັ້ນທາງບໍລິເວນງານໃຫ້ຮຸ່ງເຮືອງສວຍງາມ; ກິດຈະກໍາງານວັດທະນະທໍາບັນດາເຜົ່າ ເພື່ອຮັກສາຮີດຄອງປະເພນີ ເຂົ້າຮ່ວມງານບຸນປະເພນີຊ່ວງເຮືອ, ວັນທີ 26 ຕຸລາ 2026 ຕອນເຊົ້າເວລາ 7:30 ໂມງ - 9 ໂມງ, ມີພິທີໃສ່ບາດ, ຖວາຍສັງຄະທານ ທີ່ວັດຫຼວງປາກເຊ, ຕອນແລງເລີ່ມແຕ່ເວລາ 17 ໂມງ - 21 ໂມງ ຈະມີພີທີແຫ່ວຽນທຽນເນື່ອງໃນໂອກາດບຸນອອກພັນສາປະວໍລະ ນາ, ໃນນັ້ນ ຈະມີຂະບວນແຫ່ເຮືອໄຟໂຄກ, ຂະບວນແຫ່ຜາສາດເຜິ້ງ, ຂະບວນແຫ່ທຽນໄຊ, ຂະບວນພະສົງ - ເຖົ້າແກ່ແນວໂຮມ, ຂະບວນແຫ່ມວນຊົນ, ພະນັກງານ - ລັດຖະກອນ, ສະຖາບັນການສຶກສາ, ໂຮງຮຽນ, ຂະບວນແຫ່ກຸ່ມທະນາຄານ ແລະ ບໍລິສັດ ລວມທັງໝົດມີ 11 ຂະບວນໃຫຍ່, ປະກອບມີ 54 ກ້ອນກໍາລັງ ຄາດຄະເນຈໍານວນພົນເຂົ້າຮ່ວມຂະບວນແຫ່ທັງໝົດ 4,150 ຄົນ, ພະສົງ 108 ອົງ; ພາຍຫຼັງສໍາເລັດພິທີແຫ່ວຽນທຽນແລ້ວ ກໍມີການໄຫຼເຮືອໄຟໂຄກ, ເຮືອໄຟໜ້ານໍ້າ ແລະ ມີການຄົບງັນຕາມປະເພນີ.

ຈະມຫາຍກດຈະກາໃນງານບນອອກພນສາປະວລະນາ​-ຊວງເຮອປະເພນປະຈຳປ 2026​ ທ​ນະຄອນປາກເຊ - image 2
 

ກິດຈະກໍາວາງສະແດງ - ຈໍາໜ່າຍສິນຄ້າ ແລະ ຜົນງານປະດິດສ້າງ ຈະໄດ້ເປີດງານຢ່າງເປັນທາງການ ໃນວັນທີ 25 ຕຸລາ 2026 ທີ່ບໍລິເວນເດີ່ນຝາມໄຊ ສາລາຄໍາ, ພາຍໃນງານຈະມີສິນຄ້າໂອດັອບ 9 ຕົວເມືອງ, 1 ນະຄອນ ຕິດພັນກັບເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ); ແຕ່ງກາຍຊຸດຊົນເຜົ່າຕ່າງໆ ຊຶ່ງໄດ້ມີການຈັດເປັນເຂດສະແດງຜົນງານປະດິດສ້າງ, ໂຮງຮຽນວິຊາຊີບ, ຮ້ານວາງສະແດງພາກສ່ວນຂອງລັດ, ພະ ແນກການ, ກົມກອງອ້ອມຂ້າງແຂວງ; ປີນີ້ ຄາດວ່າຈະເຊີນຕ່າງແຂວງນໍາເອົາສິນຄ້າມາຮ່ວມວາງສະແດງ ແລະ ຈໍາໜ່າຍ, ຊຶ່ງມີຮ້ານວາງສະແດງທ່ອງທ່ຽວ, ອາຫານພື້ນເມືອງ, ອາຫານຂອງພາກສ່ວນຜູ້ຈັດງານ ແລະ ການ ສະແດງດົນຕຣີໂຟກຊອງ. ຢູ່ບໍລິເວນອ້ອມຮອບບໍລິເວນງານບຸນຊ່ວງເຮືອຍັງມີຮ້ານຂາຍເຄື່ອງອື່ນໆຕື່ມອີກ.

ສຳລັບກິດຈະກໍາແຂ່ງຂັນຊ່ວງເຮືອຈະໄດ້ຈັດຂຶ້ນເປັນເວລາ 3 ວັນຄື: ວັນທີ 26 - 28 ຕຸລາ 2026. ໃນ ວັນທີ 26 ຕຸລາ 2026 ຈະມີການແຂ່ງຂັນຊ່ວງເຮືອກິລາ 12 ສີພາຍ (ຊາຍ), ເຮືອປະເພນີ 24 ສີພາຍ (ຊາຍ), ວັນທີ 27 ຕຸລາ 2026 ແຂ່ງຂັນ 3 ປະເພດ ແລະ ຊິງຊະນະເລີດທຸກປະເພດ ຄື: ເຮືອປະເພນີ 33 ສີຟາຍ (ຍິງ), ເຮືອກິລາ-ເຮືອສູດ 33 ສີພາຍ (ຊາຍ) ແລະ ຊ່ວງເຮືອປະເພນີ 55 ສີພາຍ (ຊາຍ) ແລະ ມີເຮືອເຊີ້ງໜ້ານ້ໍາ. ວັນທີ 28 ຕຸລາ 2026 ແມ່ນການແຂ່ງຂັນຊ່ວງເຮືອມິດຕະພາບ ລາວ, ໄທ, ກໍາປູເຈຍ ປະເພດເຮືອສູດ 55 ສີພາຍ ຊິງຂັນທ່ານນາຍົກລັດຖະມົນຕີ..

ການຈັດງານບຸນອອກພັນສາປະວໍລະນາ ຕິດພັນກັບບຸນຊ່ວງເຮືອປະເພນີ ທີ່ນະຄອນປາກເຊ ແຂວງຈຳປາສັກ ປີ 2026 ນີ້ໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນ ມາຮອດປັດຈຸບັນ ການຫ້າງຫາກະກຽມ ຈັດງານບຸນໄດ້ສໍາເລັດໄປສ່ວນໜຶ່ງແລ້ວ ແລະ ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ຮຽກຮ້ອງມາຍັງປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ຜູ້ປະກອບການທຸລະກິດ, ຜູ້ຈັດການ-ຜູ້ບໍລິການດ້ານຕ່າງໆ ທີ່ເຄື່ອນໄຫວຢູ່ນະຄອນປາກເຊ ກໍຄືແຂວງຈຳປາສັກ ຈົ່ງຮ່ວມແຮງ ຮ່ວມໃຈກັນເປັນເຈົ້າພາບ ເພື່ອເຮັດໃຫ້ການຈັດງານບຸນໃນຄັ້ງນີ້ສໍາເລັດຕາມແຜນການ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດ ແລະ ຮັກສາສິ່ງແວດລ້ອມ. ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານ ໃຫ້ສູນເສຍອົງຄະ 392

ພິທີປະດັບຫຼຽນໄຊພິລະອາດຫານຊັ້ນ II ໃຫ້ສູນເສຍອົງຄະ 392 ທີ່ຂຶ້ນກອງບັນຊາການທະຫານເເຂວງອັດຕະປື, ເນື່ອງໃນໂອກາດ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 80 ປີ ( 21 ມີນາ 1946 - 21 ມີນາ 2026) ໄດ້ຈັດຂຶ້ນໃນວັນທີ 5 ຕຸລາ 2026, ໂດຍການເປັນປະ ທານຂອງສະຫາຍ ພົນຈັດຕະວາ ແກ້ວສຸວັນ ຜາງພິລາວົງ, ກຳມະການຄະນະພັກກະຊວງ, ຫົວໜ້າກົມໂຄ ສະນາອົບຮົມ, ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ສີສົມໃຈ ມະໂນລາ, ຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງອັດຕະປື, ມີຄະນະກົມໂຄສະນາ, ຄະນະພັກ-ຄະນະບັນຊາ 6 ຫ້ອງກອງບັນຊາການ, ຕະຫຼອດຮອດພະນັກງານສູນເສຍອົງຄະ 392 ເຂົ້າຮ່ວມ.
ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ດ່ານສາກົນຂົວມິດຕະພາບ 3 ເກັບ​ລາຍ​ຮັບ​ບັນ​ລຸ 1 ພັນ​ຕື້ກວ່າ​ກີບ

ທ່ານ ໝັ້ນຍືນ ຄິນສະໝອນ ຮອງປະທານຄະນະກໍາມະການປົກຄອງແຂວງຄໍາມ່ວນ (ຜູ້ຊີ້ນໍາວຽກງານເສດຖະກິດ) ພ້ອມ​ຄະ​ນະໄດ້ເຄື່ອນໄຫວຢ້ຽມ​ຢາມ, ໂອ້ລົມ ແລະ ໃຫ້ທິດຊີ້ນໍາດ່ານສາ​ກົນ​ຂົວ​ມິດ​ຕະ​ພາບ 3, ເມື່ອ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ, ໂດຍ​ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ຄໍາມ່ວນ ຫາລື ແລະ ນໍາສະເໜີວຽກງານດ້ານປະກັນສັງຄົມ

ວັນທີ 6 ຕຸລາ 2026ທີ່ ພະແນກສາທາລະນະສຸກແຂວງຄໍາມ່ວນໄດ້ຈັດກອງປະຊຸມ ຫາລືແລກປ່ຽນຂໍ້ມູນ ແລະ ນໍາສະເໜີວຽກງານທີ່ກ່ຽວຂ້ອງກັບຂະແໜງການປະກັນສັງຄົມ ແລະ ການໃຫ້ບໍລິການສາທາລະນະສຸກ, ໂດຍມີທ່ານ ນາງ ບົວຫອມ ພົມມະຈັນ ຮັກສາການຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ທ່ານ ແກ່ນຈັນ ທອງສະຫວັດ ຫົວໜ້າພະແນກສາທາລະນະສຸກແຂວງຄໍາມ່ວນ ແລະ ທ່ານ ແສງເພັດ ຄໍາສຸກຖາວົງ ຮັກສາການຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຄໍາມ່ວນ, ພ້ອມດ້ວຍບັນດາຂະແໜງການ, ພະນັກງານວິຊາການທີ່ກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມນັກຂ່າວ ແຂວງສາລະວັນ ຍາດໄດ້ລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ຈາກການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ

ທີມງານນັກຂ່າວຈາກຂະແໜງສື່ມວນຊົນ ຄະນະໂຄສະນາອົບຮົມແຂວງສາລະວັນ ລຸ້ນທີ 3 ໄດ້ຮັບລາງວັນຮອງຊະນະເລີດ ປະເພດຂ່າວວິດີໂອ ໃນການແຂ່ງຂັນຜະລິດສື່ສີຂຽວທົ່ວປະເທດ ພາຍໃຕ້ຫົວຂໍ້ "ສຽງຂອງທ່ານ ເພື່ອທຳມະຊາດ" (Your Voice for Nature) ເຊິ່ງມີບົດຂ່າວສົ່ງເຂົ້າປະກວດຈາກທົ່ວປະເທດ ຫຼາຍກວ່າ 200 ບົດ.
ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ເພີ່ມທະວີມາດຕະການເຝົ້າລະວັງ ແລະ ຄວບຄຸມໄຂ້ຍຸງລາຍ

ເມືອງໄຊເສດຖາ ແຂວງອັດຕະປື ເພີ່ມທະວີມາດຕະການເຝົ້າລະວັງ, ປ້ອງກັນ ແລະ ຄວບຄຸມພະ ຍາດໄຂ້ຍຸງລາຍ ພາຍຫຼັງພົບວ່າ ນັບແຕ່ເດືອນມັງກອນ ຫາ ເດືອນກັນຍາ 2026 ມີຜູ້ປ່ວຍສະສົມ 138 ກໍລະນີ ແລະ ການລະບາດກວມເອົາ 20 ບ້ານທົ່ວເມືອງ ແລະ ບ້ານທີ່ເກີດຫຼາຍກວ່າໝູ່ແມ່ນ ບ້ານຊະແຄະ ກວມເອົາເຖິງ 37 ກໍລະນີ.
ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ຄັງເງິນແຫ່ງລັດ ປະຈຳແຂວງອັດຕະປື ມອບ-ຮັບບັດພະນັກງານ-ລັດຖະກອນ

ວັນທີ 5 ຕຸລາ 2026, ທີ່ຫ້ອງປະຊຸມພະແນກການເງິນແຂວງອັດຕະປື, ໄດ້ຈັດພິທີມອບ-ຮັບບັດພະນັກງານ-ລັດຖະກອນ ໃຫ້ແກ່ຄັງເງິນແຫ່ງລັດປະຈຳແຂວງ ແລະ ຄັງເງິນແຫ່ງລັດປະຈຳເມືອງ, ໂດຍມີ ທ່ານ ນາງ ໄຍຄຳ ສີຊານົນ ຮອງຫົວໜ້າພະແນກການເງິນແຂວງ, ທ່ານ ວັນໄຊ ວັນນະວົງ ຮອງຫົວໜ້າກົມຄຸ້ມຄອງລັດຖະກອນ-ພາລາກອນ, ພ້ອມດ້ວຍຫົວໜ້າ -ຮອງຫົວໜ້າຄັງເງິນແຫ່ງລັດປະຈຳແຂວງ, ພະນັກງານ-ລັດຖະກອນ ແລະ ແຂກທີ່ຖືກເຊີນ.
ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ພກຕທ ແຂວງຫຼວງພະບາງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ

ວັນທີ 5 ຕຸລານີ້, ພະແນກການຕ່າງປະເທດ(ພກຕທ)ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ, ໂດຍມີ ທ່ານ ຄຳເກັ່ງ ຈັນທະວີສຸກ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເປັນປະທານ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ພະນັກງານຫຼັກແຫຼ່ງພາຍໃນພະແນກເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ແຜນກຳນົດພະນັກງານນຳພາ-ຄຸ້ມຄອງໃນໄລຍະຜ່ານມາ, ຊຶ່ງໄດ້ກໍານົດ ແລະ ຮັບຮອງເອົາພະນັກງານທັງໝົດ 12 ຕຳແໜ່ງ, ໂດຍຊຸກຍູ້ ແລະ ສົ່ງເສີມໃຫ້ໄປຍົກລະດັບວິຊາສະເພາະ ແລະ ຮ່ຳຮຽນທິດສະດີການເມືອງ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ເປັນລະບົບ-ຕໍ່ເນື່ອງ.
ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV

ກອງປະຊຸມຄະນະກຳມະການປົກຄອງແຂວງວຽງຈັນ ຄັ້ງທີ IV ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 2 ຕຸລາ ຜ່ານຍມານີ້, ທີ່ ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງວຽງຈັນ, ມີບັນດາທ່ານຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ 11 ເມືອງທົ່ວແຂວງ, ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງເຂົ້າຮ່ວມ.
ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວສປ ປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານລະບົບ 45 ວັນ ຮຸ່ນທີ ll

ວິທະຍາຄານສັນຕິບານປະຊາຊົນ (ວສປ) ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດຊຸດບຳລຸງວຽກງານນຳພາ-ບັນຊາ ວິຊາສະເພາະສັນຕິບານສຳລັບນາຍຕຳຫຼວດຂັ້ນ 7 ແລະ ຂັ້ນ 8 ຂອງກຳລັງປ້ອງກັນຄວາມສະຫງົບລະບົບ 45 ວັນທົ່ວປະເທດ ຮຸ່ນທີ II ໃນວັນທີ 1 ຕຸລານີ້, ໂດຍການເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານ ພົຈວ ບຸນຊະນະ ສິມມາລາວົງ ຫົວໜ້າອຳນວຍການວິທະຍາຄານສັນຕິບານປະຊາຊົນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ແລະ ສຳມະນາກອນ ເຂົ້າຮ່ວມ.
ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ຈຳ​ປາ​ສັກຝຶກອົບຮົມການນຳໃຊ້ລະບົບ TaxRISເພື່ອກວດກາການແຈ້ງມອບອາກອນມູນຄ່າເພີ່ມ

ສະຖາບັນເສດຖະກິດ-ການເງິນພາກໃຕ້, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການນຳໃຊ້ລະບົບ TaxRISເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາການແຈ້ງມອບອາກອນມູນຄ່າເພີ່ມ (ອມພ), ໃນ​ວັນ​ທີ 2 ຕຸ​ລາ​ນີ້ ທີ່ ແຂວງ​ຈຳ​ປາ​ສັກ, ໂດຍ​ການເປັນປະທານ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີ Mr. Kuge Tetsuya ຊ່ຽວຊານໂຄງການໄຈກ້າ (JICA) ປະຈຳກົມສ່ວຍສາອາກອນ, ພ້ອມດ້ວຍ ພະນັກງານສ່ວຍສາອາກອນ ປະຈຳແຂວງຈຳປາສັກ, ນະຄອນປາກເຊ, 9 ເມືອງ ແລະ ພະນັກງານສ່ວຍສາອາກອນ ປະຈຳແຂວງອັດຕະປື ພ້ອມດ້ວຍ 3 ເມືອງອ້ອມຂ້າງ (ເມືອງສາມັກຄີໄຊ, ເມືອງໄຊເສດຖາ ແລະ ເມືອງສະໜາມໄຊ) ເຂົ້າຮ່ວມ.
ເພີ່ມເຕີມ