![]() |
ທ່ານ ຄຳຜູ ແກ້ວດວງສີ ໄດ້ກ່າວວ່າ: ໃນຍຸກປັດຈຸບັນເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ໄດ້ເຂົ້າມາມີບົດບາດສໍາຄັນກາຍເປັນເຄື່ອງມືທີ່ຂາດບໍ່ໄດ້, ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ການຄຸ້ມຄອງບໍລິຫານລັດ ແລະ ຄຸ້ມຄອງສັງຄົມໄດ້ໃຫ້ຄວາມສໍາຄັນຫຼາຍຕໍ່ການຫັນເປັນທັນສະໄໝ ຫຼື ຫັນເປັນລະບົບດິຈິຕອນ ເພີ່ມປະສິດທິພາບ, ຄວາມໄວ, ຄວາມໂປ່ງໃສ, ຫຼຸດຜ່ອນຂັ້ນຕອນທີ່ຊໍ້າຊ້ອນໃນການປະຕິບັດວຽກງານ, ໃຫ້ມີປະສິດທິພາບ ຫຼຸດຜ່ອນເວລາ ການສົ່ງ-ຮັບເອກະສານ ແລະ ການລາຍງານແບບດັ້ງເດີມທີ່ໃຊ້ເຈ້ຍ, ຫັນປ່ຽນມາເປັນການສົ່ງຂໍ້ມູນຜ່ານລະບົບອອນລາຍ ເຊິ່ງຈະຊ່ວຍຫຼຸດຜ່ອນເວລາ, ຫຼຸດຜ່ອນງົບປະມານ, ງ່າຍຕໍ່ການຕິດຕາມ, ຄວາມຖືກຕ້ອງ ແລະ ທັນເວລາ, ດັ່ງນັ້ນເອກສານທີ່ນຳມາຝຶກອົບຮົມຄັ້ງນີ້ປະກອບມີ: ເອກະສານພື້ນຖານການນໍາໃຊ້ໄອຊີທີ ແລະ ເອກະສານລະບົບລາຍງານຜ່ານທາງອອນລາຍ.
![]() |
ທ່ານ ຈີ້ທ່າວ ຊົ້ງເຢີ ຮອງປະທານຄະນະກໍາມະການປົກຄອງເມືອງໄດ້ເນັ້ນໃຫ້ແຕ່ລະສຳນັກງານອົງການ ແລະ ຫ້ອງການອ້ອມຂ້າງເມືອງ ນໍາເອົາຄວາມຮູ້ພື້ນຖານ ICT ແລະ ລະບົບລາຍງານແບບອອນລາຍມາໃຊ້ໃນວຽກງານປະຈໍາວັນ ໂດຍຫຼຸດຜ່ອນການໃຊ້ເຈ້ຍ ແລະ ເພີ່ມຄວາມໄວໃນການສົ່ງ-ຮັບຂໍ້ມູນ, ໃຫ້ທຸກພາກສ່ວນເອົາໃຈໃສ່ກ່ຽວກັບຄວາມປອດໄພຂອງຂໍ້ມູນ, ການຮັກສາລະຫັດຜ່ານ (Password) ແລະ ການຄຸ້ມຄອງເອກະສານທາງການຢ່າງເຂັ້ມງວດ, ຊຸກຍູ້ແກ້ໄຂບັນຫາດ້ານເຕັກນິກໃຫ້ກັບບັນດາຫ້ອງການ ເພື່ອໃຫ້ລະບົບລາຍງານແບບອອນລາຍຂອງເມືອງໝື່ນ ດໍາເນີນໄປຢ່າງມີປະສິດທິພາບ.
ພາບ-ຂ່າວ ນາງ ວັນນາ


ຄໍາເຫັນ