ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ

ໂຄງການ GMS4 ເມືອງທ່າແຂກ ຄືບໜ້າ 95.9% ພ້ອມເລັ່ງກໍ່ສ້າງໃຫ້ສໍາເລັດຕາມແຜນ
ໂຄງການພັດທະນາຕົວເມືອງຕາມແລວເສດຖະກິດ (GMS4) ຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ມີຄວາມຄືບໜ້າ 95.9%. ໃນຂະ​ນະ​ທີ່ຄະນະທົບທວນຈາກກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທະນາຄານພັດທະນາອາຊີ ລົງຕິດຕາມວຽກງານພາກສະໜາມ ພ້ອມຊີ້ນຳໃຫ້ເລັ່ງກໍ່ສ້າງ ໃຫ້ສຳເລັດຕາມແຜນ ແລະ ຮັບປະກັນຄຸນນະພາບ.
ໂຄງການ GMS4 ເມອງທາແຂກ ຄບໜາ 95.9% ພອມເລງກສາງໃຫສາເລດຕາມແຜນ - image 1
 

ໃນວັນທີ 30 ກັນຍາ 2026, ຄະນະທົບທວນໂຄງການ GMS4 ນໍາໂດຍ ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ, ທ່ານ ໂພໄຊ ຂັດຕິຍະລາດ ຫົວໜ້າພະແນກ ຍທຂ ແຂວງຄຳມ່ວນ ແລະ ທ່ານ ນາງ ສຸດາໄລ ສວນນະວົງ ເຈົ້າໜ້າທີ່ອາວຸໂສ ແລະ ຫົວໜ້າຄະນະທົບທວນໂຄງການ, ຕາງໜ້າທະນາຄານພັດທະນາອາຊີ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງຕິດຕາມກວດກາວຽກງານພາກສະໜາມ ໃນ 3 ກິດຈະກຳຫຼັກຂອງໂຄງການປະກອບມີ: ລະບົບລະບາຍນ້ຳປະຕູນ້ຳຫ້ວຍປາກຊິມັງ, ວຽກປ້ອງກັນຕາຝັ່ງເຈື່ອນແມ່ນ້ຳຂອງ ແລະ ວຽກອະນຸລັກມໍລະດົກເຂດເມືອງເກົ່າ ແຕ່ຫ້ອງການໄປສະນີເກົ່າຫາເດີ່ນນ້ຳພຸ.

ໂຄງການ GMS4 ເມອງທາແຂກ ຄບໜາ 95.9% ພອມເລງກສາງໃຫສາເລດຕາມແຜນ - image 2
 

ຄະນະດັ່ງກ່າວໄດ້ຮັບຟັງລາຍງານຄວາມຄືບໜ້າ, ບັນຫາອຸປະສັກ ແລະ ການປະຕິບັດມາດຕະການດ້ານສິ່ງແວດລ້ອມ-ສັງຄົມ. ສຳລັບວຽກປ້ອງກັນຕາຝັ່ງເຈື່ອນ ມີ 2 ສັນຍາ ລວມມູນຄ່າຫຼັງປັບແກ້ກວ່າ 13.07 ລ້ານໂດລາ, ປະກອບມີ ສັນຍາທີ 1 ມູນຄ່າ 8.63 ລ້ານໂດລາ ຮັບເໝົາໂດຍບໍລິສັດ ແອວເອັສເອັມ ກໍ່ສ້າງ ຈຳກັດຜູ້ດຽວ, ແຕ່ເຂດທ່າດ່ານຫາຫ້ວຍສະຄາມ,ບ້ານເລົ່າໂພໄຊ, ປາກຊິມັງ-ເລົ່າໂພຄໍາ, ປາກຊິມັງ-ມ່ວງສຸມ ແລະ ສັນຍາທີ 2 ມູນຄ່າ 4.45 ລ້ານໂດລາ ດໍາເນີນງານໂດຍ ບໍລິສັດ ແສງມີໄຊ ຄົບວົງຈອນ ຈໍາກັດຜູ້ດຽວ, ໂຊນB ແຕ່ເຂດທ່າດ່ານຮອດອ່າງນໍ້າປະປາບ້ານຈອມແກ້ວ.

ໂອກາດນີ້ ທ່ານ ບຸນຕາ ອ່ອນນາວົງ ໄດ້ມີຄໍາເຫັນຊີ້ນຳໃຫ້ທີມງານ ແລະ ຜູ້ຮັບເໝົາເລັ່ງຈັດຕັ້ງປະຕິບັດວຽກງານ ຄວບຄູ່ກັບການຮັກສາມາດຕະຖານຄຸນນະພາບ ເພື່ອໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດ.

ພ້ອມນີ້ ທ່ານ ໂພໄຊ ຂັດຕິຍະລາດ ຍັງໄດ້ເນັ້ນວ່າ ໂຄງການນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ການພັດທະນາເມືອງທ່າແຂກໃຫ້ມີລະບົບລະບາຍນ້ຳທີ່ດີ, ຫຼຸດຜ່ອນຄວາມສ່ຽງນ້ຳຖ້ວມ ແລະ ຕາຝັ່ງເຊາະເຈື່ອນ ພ້ອມທັງປົກປັກຮັກສາອະນຸລັກມໍລະດົກປະຫວັດສາດຂອງເມືອງ. ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄຳມ່ວນ ຈະສືບຕໍ່ປະສານສົມທົບ ແລະ ອຳນວຍຄວາມສະດວກ ເພື່ອໃຫ້ໂຄງການສຳເລັດຕາມແຜນການ.

ໂຄງການ GMS4 ເມອງທາແຂກ ຄບໜາ 95.9% ພອມເລງກສາງໃຫສາເລດຕາມແຜນ - image 3
 

ສ່ວນ ທ່ານ ສຸດາໄລ ສຸວັນນະວົງ ໃນນາມຕາງໜ້າທະນາຄານພັດທະນາອາຊີ ໄດ້ຊົມເຊີຍຄວາມພະຍາຍາມຂອງທຸກພາກສ່ວນ ແລະ ຢືນຢັນຈະສືບຕໍ່ປະສານງານກັບລັດຖະບານ ເພື່ອເລັ່ງລັດໂຄງການໃຫ້ບັນລຸເປົ້າໝາຍ ແລະ ຮັບປະກັນວ່າ ໂຄງການຈະນຳຜົນປະໂຫຍດມາສູ່ປະຊາຊົນຢ່າງແທ້ຈິງ.

ໂຄງການ GMS4 ໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ 54 ລ້ານໂດລາສະຫະລັດ ມີເປົ້າໝາຍປັບປຸງໂຄງລ່າງຕົວເມືອງ ແລະ ເພີ່ມຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ບັນດາຕົວເມືອງ ທີ່ຕັ້ງຢູ່ຕາມແລວເສດຖະກິດ, ລວມທັງເມືອງທ່າແຂກ ແຂວງຄຳມ່ວນ ແລະ ເມືອງປາກຊັນ ແຂວງບໍລິຄຳໄຊ ໂຄງການມີກຳນົດສຳເລັດໃນວັນທີ 30 ມິຖຸນາ 2027.

ຂ່າວ : ມະນີວັນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ

ວັນທີ 24 ພະຈິກຜ່ານມາ, ສະຫະພັນແມ່ຍິງເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາລະນຶກວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ເສດຈໍາປາ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານກວດກາພັກ-ລັດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະບໍລິຫານສະຫະພັນແມ່ຍິງເມືອງ, ປະທານຮາກຖານ, ຄະນະໜ່ວຍ ແມ່ຍິງອ້ອມຂ້າງເມືອງ ເຂົ້າຮ່ວມ.
ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ເປີດກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI

ກອງປະຊຸມວຽກງານການທະຫານທ້ອງຖິ່ນ ທົ່ວປະເທດ ຄັ້ງທີ VI ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 25 ພະຈິກນີ້, ພາຍໃຕ້ຄຳຂວັນ "ຕັ້ງໜ້າກໍ່ສ້າງເຫງົ້າພະລັງແຮງທົ່ວປວງຊົນຮອບດ້ານ ໃຫ້ກາຍເປັນທ່າສະໜາມສົງຄາມປະຊາຊົນ ທີ່ໜັກແໜ້ນ-ເຂັ້ມແຂງ, ເປັນກຳລັງພື້ນຖານເຮັດໜ້າທີ່ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ຢູ່ທ້ອງຖິ່ນຂອງຕົນ, ຕອບຕ້ານ, ທັບມ້າງກົນອຸບາຍມ້າງເພຂອງອິດທິກຳ ລັງປໍລະປັກ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ແລະ ບັນດາໜໍ່ແໜງ ທີ່ຈະສົ່ງຜົນກະທົບຕໍ່ສະຖຽນລະພາບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ" ໂດຍການເປັນປະທານຂອງສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຮອງປະທານຜູ້ປະຈຳການ ຄະນະກຳມະການ ປກຊ-ປກສ ຂັ້ນສູນກາງ, ປະທານຄະນະກຳມະການ ປກຊ-ປກສ ນະຄອນຫຼວງ ແລະ ແຂວງ, ພ້ອມດ້ວຍກອງບັນຊາການທະຫານ ແລະ ກອງບັນຊາການ ປກສ ແຂວງ-ນະຄອນຫຼວງ ເຂົ້າຮ່ວມ.
ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາຂອງ ລາວ: ການຮັບຮູ້ເຖິງຜົນສໍາເລັດ, ການກະກຽມໄລຍະຂ້າມຜ່ານ ແລະ ຄວາມມຸ່ງຫວັງ ເພື່ອອະນາຄົດ

ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ຂອງ ສປປ ລາວ ໃນເດືອນພະຈິກ 2026 ແມ່ນບາດກ້າວອັນສໍາຄັນຂອງປະເທດຊາດ ແລະ ສະແດງໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ສປປ ລາວ ຕະຫຼອດຫຼາຍທົດສະວັດໃນການພັດທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ.
ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ອັດຕະປື ສະເໜີຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3

ທ່ານ ອຸດົມສິນ ສີສະນົນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງອັດຕະປື ໄດ້ລາຍງານວຽກງານການສຶກສາ ພ້ອມສະເໜີແຜນຂະຫຍາຍໂຮງຮຽນກິນນອນຊົນເຜົ່າແຫ່ງທີ 3 ແລະ ກະກຽມປັບປຸງລະບົບການສຶກສາໃໝ່ ຄາດວ່າຈະເລີ່ມໃນສົກຮຽນ 2027-2028 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 24 ພະຈິກຜ່ານມາ.
ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ສົ່ງເສີມວຽກງານຖະແຫຼ່ງຂ່າວ-ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ

ທ່ານນາງ ມາໄລວຽງ ວົງຈັນດີ ຮອງຜູ້ອຳນວຍການໃຫຍ່ໂທລະພາບແຫ່ງຊາດລາວ ໃນນາມ ປະທານ ອະນຸກຳມະການຖະແຫຼງຂ່າວ (SCI) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 24 ພະຈິກນີ້ວ່າ: ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມອາຊຽນ-ຊີໂອຊີໄອ ຄັ້ງທີ 61 (61st ASEAN-COCI Meeting) ໃນຄັ້ງນີ້ມີຄວາມໝາຍສຳຄັນຍິ່ງ ເພາະເປັນການຍົກສູງບົດບາດຂອງ ລາວໃນເວທີ ພາກພື້ນ, ທັງເປັນໂອກາດອັນດີໃນການແລກປ່ຽນບົດຮຽນ ແລະ ສົ່ງເສີມວຽກງານ ຖະແຫຼງຂ່າວ - ວັດທະນະທຳ ເພື່ອສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ເຊື່ອມໂຍງກັນຫຼາຍຂຶ້ນ.
ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ເປີດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V

ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ V ໄດ້​ເປີດຂຶ້ນໃນວັນທີ 25 ພະຈິກນີ້, ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງສາລະວັນ, ມີທ່ານ ປະເດີມພອນ ສົນທະນີ ປະທານຄະນະກຳມະການປົກຄອງແຂວງ, ມີການນໍາແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ14, ສະມາຊິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຊີນເຂົ້າຮ່ວມ.
ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດສີພອນອຸປະຖຳງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງ

ບໍລິສັດ ສີພອນ ມາເກັດຕິ່ງ ຈຳກັດຜູ້ດຽວໄດ້ມອບເງິນຈຳນວນ100,000,000ກີບ ແລະ ຈັດກິດຈະກຳອື່ນໆໃນງານບຸນເຂົ້າໄກ່ນ້ອຍ ແຂວງ​ຊຽງ​ຂວາງປະ​ຈຳ​ປີ 2026 ລວມທັງໝົດ180,240,000ກີບ.
ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ອັດຕະປື-ບໍລິຄຳໄຊ ແລກປ່ຽນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ

ກອງປະຊຸມພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ວຽກ​ງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລະຫວ່າງ ແຂວງອັດຕະປື ແລະ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 24 ພະຈິກຜ່ານ​ມາ ທີ່ແຂວງອັດຕະປື, ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງອັດຕະປື ແລະ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງບໍລິຄຳໄຊ, ພ້ອມດ້ວຍຄະນະຜູ້ແທນຈາກທັງສອງແຂວງເຂົ້າຮ່ວມ.
ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ຄໍາມ່ວນ ເກັບກ່ຽວເຂົ້ານາປີສໍາເລັດແລ້ວ 100%

ອີງຕາມຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ສິ່ງແວດລ້ອມ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາປີ 2026 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້ານາລວມທັງໝົດ 94,102 ເຮັກຕາ,ຄາດຄະເນຜົນຜະລິດ 344,651ໂຕນ. ໃນນັ້ນ,ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 54,319 ເຮັກຕາ, ຄາດຄະເນຜົນຜະລິດ 197,009 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 39,783 ເຮັກຕາ, ຄາດຄະເນຜົນຜະລິດ 147,641 ໂຕນ.
ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ສະພາປະຊາຊົນແຂວງອັດຕະປື ພິຈາລະນາ ຫຼາຍບັນ​ຫາສຳຄັນຂອງ​ທ້ອງ​ຖິ່ນ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ເປີດ​ຂຶ້ນ, ໃນວັນທີ 24 ພະຈິກຜ່ານ​ມາ ທີ່ ສ​ພ​ຂ ອັດ​ຕະ​ປື, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17, ບັນດາສະມາສິກສະພາປະຊາຊົນແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ