ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ

ຕິດຕາມແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານເເຫ່ງລັດຂອງເເຂວງ ກ່ຽວກັບໂຄງການລົງທຶນຂອງລັດ
ກອງປະຊຸມຕິດຕາມກວດກາ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານເເຫ່ງລັດຂອງເເຂວງຫຼວງນໍ້າທາ ກ່ຽວກັບໂຄງການລົງທຶນຂອງລັດ ໄດ້ເປີດຂຶ້ນໃນວັນທີ 30 ກັນ ຍາຜ່ານມານີ້, ທີ່ສະໂມສອນຂອງເມືອງ ນາເເລ ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງ, ທ່ານ ທໍາມະວົງ ບຸນຖາວອນ ກໍາມະການພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ເຂດເລືອກຕັ້ງເມືອງນາແລ, ປະທານ ປ້ອງກັນຊາດ - ປ້ອງກັນຄວາມສະຫງົບເມືອງ ມີຮອງເລຂາພັກເມືອງ, ກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ ເຂົ້າຮ່ວມ.
ຕດຕາມແຜນພດທະນາເສດຖະກດ-ສງຄມ ແຜນງບປະມານເເຫງລດຂອງເເຂວງ ກຽວກບໂຄງການລງທນຂອງລດ - image 1
 

 

ໃນກອງປະຊຸມ, ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໄດ້ລາຍງານກ່ຽວກັບຈຸດປະສົງ, ພ້ອມທັງມີຄໍາເຫັນກ່າວເປີດກອງປະຊຸມຍ່າງເປັນທາງການ ໃນນີ້ ທ່ານ ນາງ ຄໍາພູ ນ້ອຍມະນີສັກ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ຂຶ້ນລາຍງານ ກ່ຽວກັບສະພາບລວມຂອງເມືອງ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ໂຄງການລົງທຶນຂອງລັດ ຢູ່ພາຍໃນເມືອງນາແລ ຊຶ່ງເປັນເມືອງນາແລ ມີເນື້ອທີ່ທັງ ໝົດ 1,719.34 ກິໂລຕາເເມັດ, ສະເລ່ຍຄວາມໜາແໜ້ນຂອງປະຊາກອນແມ່ນ 15 ຄົນ/ກິໂລຕາເເມັດ ເຂດພູດອຍກວມເອົາ 98%, ປະກອບມີ 57 ບ້ານແບ່ງອອກເປັນ 4 ຕາແສງ; ມີ 4,837 ຄົວເຮືອນ, ມີປະຊາກອນ 25,865 ຄົນ; ຍິງ 12,914 ຄົນ, ໃນປີຜ່ານນມາເສດຖະກິດໄດ້ຮັບການຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 1.22% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 31 ລ້ານກ່ວາກີບ ທຽບໃສ່ປີ 2024 ເພີ່ມຂຶ້ນ 5 ລ້ານກີບ, ຄຸ້ມຄອງລາຍຮັບ-ປະຕິບັດລາຍຈ່າຍຕາມລະບຽບການ ແລະ ກົດໝາຍ; ໃນ 9 ເດືອນຜ່ານມາ ສາມາດຂຸດຄົ້ນລາຍຮັບເຂົ້າງົບປະມານທັງໝົດ 3,427,567,862 ກີບ ເທົ່າກັບ 63.09% ຂອງແຜນການປີ, ປະຕິບັດລາຍຈ່າຍ 49,324,338,387 ກີບ ເທົ່າກັບ 87.86%; ທົ່ວເມືອງມີເນື້ອທີ່ສວນຢາງພາລາ 4,612 ເຮັກຕາ, ໃນນີ້: ປາດຢາງແລ້ວ 3,450 ກວ່າເຮັກຕາ, 5 ເດືອນຜ່ານມາ ໄດ້ຜົນຜະລິດນໍ້າຢາງທັງໝົດ 1,289 ໂຕນ; ເຄື່ອງປ່າຂອງດົງ 115 ໂຕນ ມີຕະຫຼາດ 1 ແຫ່ງ, ທົ່ວເມືອງມີໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາຈໍານວນ 6 ແຫ່ງ; 9 ເດືອນຜ່ານມາ ລວມຍອດພະລິດຕະພັນ ອຸດສາຫະກຳປຸງແຕ່ງພາຍໃນບັນລຸໄດ້ 880 ລ້ານກວ່າກີບ, ມູນຄ່າຈໍລະຈອນສິນຄ້າບັນລຸໄດ້ 36 ຕື້ກວ່າກີບ, ທົ່ວເມືອງມີຫົວໜ່ວຍວິສາຫະກິດທັງໝົດ 224 ຫົວໜ່ວຍ ມູນຄ່າທຶນຈົດທະບຽນ 48.87 ຕື້ກີບ, ໃນນັ້ນ ຕ່າງປະເທດ ມີ 11 ຫົວໜ່ວຍ (ແຂວງອອກທະບຽນ) ແລະ ທົ່ວເມືອງມີບ້ານພົ້ນທຸກ 54 ບ້ານ, ມີຄອບຄົວພົ້ນທຸກ 5,112 ຄອບຄົວ ເທົ່າກັບ 98.36%; ບ້ານທຸກຍັງມີ 3 ບ້ານ, ຄອບຄົວທຸກຍາກ 258 ຄອບຄົວ ເທົ່າກັບ 29.8%; ມີຄອບຄົວພັດທະນາ 3,358 ຄອບຄົວ ເທົ່າກັບ 70.35% ຂອງຄອບຄົວທັງໝົດ ກອງປະຊຸມຜູ້ເຂົ້າຮ່ວມຕາງໜ້າເເຕ່ລະຂະເເໜງການໄດ້ພັດປ່ຽກັນຂຶ້ນມີຄໍາເຫັນຕໍ່ບົດລາຍງານ ຍົກບັນຫາສໍາຄັນທີ່ຍັງຄົງຄ້າງໃນເເຕ່ລະໜ້າທີ່ວຽກງານມາພິຈາລະນາໂດຍສະເພາະວຽກງານພື້ນຖານໂຄງລ່າງ, ການສຶກສາ, ລາຍຮັບງົບປະມານອື່ນໆ ຍ່າງສົມເຫດສົມຜົນ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມ ທ່ານ ກົງເພັດ ແກ້ວບົວພາ ກໍາມະການພັກແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ, ຮອງປະທານສະພາປະຊາຊົນແຂວງໄດ້ມີຄໍາເຫັນໂອ້ລົມ ຊຶ່ງທ່ານໄດ້ສະເເດງຄວາມຊົມເຊີຍຕໍ່ຄະນະພັກເມືອງ ແລະ ຄະນະຮັບຜິດຊອບຫ້ອງການທີ່ກ່ຽວຂ້ອງທີ່ຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ພັກລັດຂັ້ນເທິງມອບໝາຍໃຫ້ສໍາເລັດ ເປັນຕົ້ນ, ການພັດທະນາເມືອງນາເເລ ແມ່ນໄດ້ດີຕະຫຼອດມາ ທ່ານຍັງເນັ້ນໜັກບາງວຽກງານທີ່ຍັງຄົງຄ້າງ ເເມ່ນຈະຕ້ອງສືບຕໍ່ພ້ອມທັງເເກ້ໄຂ້ໃຫ້ສໍາເລັດ, ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີຍ່າງກົມກຽວຕາມສາຍຕັ້ງ ສາຍຂວາງ. (ຂ່າວ: ອຸດົມສຸກ ວັນສະໝອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

ກຽມສະຫຼອງວັນອາຫານໂລກ ແລະ ວັນລຶບລ້າງຄວາມທຸກຍາກ ປະຈຳປີ 2026

​ ພັກ ແລະ ລັດຖະບານ ສປປ ລາວ ຍາມໃດກໍໃຫ້ຄວາມສໍາຄັນເປັນກົກຕໍ່ວຽກງານພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ແລະ ວຽກງານໂພຊະນາການ ຊຶ່ງໃນທຸກໆປີ ປະຊາຄົມໂລກໄດ້ຮ່ວມກັນສະເຫຼີມສະຫຼອງວັນສໍາຄັນທີ່ຕິດພັນກັບວຽກງານດັ່ງກ່າວ ໂດຍອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກໍານົດເອົາວັນທີ 16 ຕຸລາ ເປັນວັນອາຫານໂລກເລີ່ມແຕ່ປີ 1980 ແລະ ວັນທີ 17 ຕຸລາ ເປັນວັນສາກົນເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ພ້ອມທັງກຳນົດເອົາ ວັນທີ 17-24 ຕຸລາ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.
ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ບໍລິຄໍາໄຊ ຈູດທໍາລາຍຢາເສບຕິດຫຼາຍລາຍການເນື່ອງໃນວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 25 ປີ

ແຂວງບໍລິຄຳໄຊ ໄດຈັດພິທີຈູດທໍາລາຍຢາເສບຕິດ ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 25 ປີ ( 12 ຕຸລາ 2001 – 12 ຕຸລາ 2026 ) ຂຶ້ນໃນຕອນເຊົ້າ ວັນທີ 14 ຕຸລາ 2026 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ, ໃຫ້ກຽດທ່ານ ຄໍາແຫວນ ປັນຍານຸວົງ ປະທານຄະນະກໍາມະການປົກຄອງແຂວງ ບໍລິຄຳໄຊ ມີສະພາປະຊາຊົນຊົນແຂວງ,ຕາງໜ້າພະແນການ,ຫ້ອງການອ້ອມຂ້າງແຂວງ ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ແລະ ນ້ອງນັກຮຽນ, ຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.
ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ຄໍາມ່ວນ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ

ໃນວັນທີ 15 ຕຸລາ 2026, ກົມຄຸ້ມຄອງການທ່ອງທ່ຽວ, ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຮ່ວມກັບພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ໄດ້ຈັດກອງປະຊຸມ ເຜີຍແຜ່ມາດຕະຖານການທ່ອງທ່ຽວ ຢູ່ ສປປ ລາວ ໂດຍການເປັນປະທານຂອງທ່ານ ນາງ ອາລຸນນີ ປັນຍາສິດ ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ກະຊວງ ວທ ແລະ ທ່ານ ມະໂນທອງ ພົງສະຫວັດ ວ່າການຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຄໍາມ່ວນ ພ້ອມດ້ວຍ ຄະນະຮັບຜິດຊອບຈາກກົມຄຸ້ມຄອງການທ່ອງທ່ຽວ ຕະຫຼອດຮອດຜູ້ຕາງໜ້າຈາກພາກລັດ, ຜູ້ປະກອບການທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ບໍລິສັດ ສົງເສີ່ມແຮງງານລາວ ເປີດສຳພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ

ວັນທີ 15 ຕຸລາ 2026 ນີ້ ຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງ ສົມທົບກັບ ບໍລິສັດ ສົງເສີ່ມແຮງງານລາວ ໄດ້ເປີດການສໍາພາດແຮງງານເພື່ອໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ໄລຍະ 8 ເດືອນ ຂຶ້ນຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໝື່ນ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ເຕັງເມັ້ງ ຢາງລືໄຊ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງຈັນ, ທ່ານ ຈີ້ທ່າວ ຊົ້ງເຢີ ກໍາມະການພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ມີບັນ ດາທີມງານ ຂັ້ນເມືອງ, ແຂວງ, ບໍລິສັດ ແລະ ແຮງງານຜູ້ທີ່ສະໝັກໃຈເຮັດວຽກເຂົ້າຮ່ວມ.
ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ກອງປະຊຸມ ໂຄສະນາ ປຸກລະດົມບໍລິຈາກເລືອດ ຜ່ານສື່ມວນຊົນ

ສະຖາບັນເລືອດແຫ່ງຊາດ, ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການໂຄສະນາປຸກລະດົມບໍລິຈາກເລືອດຜ່ານສື່ມວນຊົນ ຈັດຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະຖາບັນດັ່ງກ່າວ ພາຍໃຕ້ການເປັນປະທານຂອງທ່ານ ຈັນທະລາ ສຸກສາຄອນ ຮອງປະທານອົງການກາແດງແຫ່ງຊາດລາວ, ມີບັນດາຜູ້ຕາງໜ້າ ສື່ມວນຊົນ ທີ່ມາຈາກ ໂຄສະນາອົບຮົມສູນກາງພັກ, ໜັງສືພິມປະຊາຊົນ, ໂທລະພາບແຫ່ງຊາດ ແລະ ບັນດາສື່ມວນຊົນອ້ອມຂ້າງສູນກາງ,
ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ຜົນງານ ແລະ ບາດກ້າວບຸກທະລຸຂອງວຽກງານຊາຍແດນ ສປປ ລາວ

ໃນຍຸກທີ່ສະພາບການພາກພື້ນ ແລະ ສາກົນພວມມີການຫັນປ່ຽນຢ່າງວ່ອງໄວ, ການປົກປັກຮັກສາອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ການສ້າງເສັ້ນຊາຍແດນໃຫ້ກາຍເປັນ "ຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື" ຖືເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງຂອງ ສປປ ລາວ. ຜ່ານຜົນງານການຈັດຕັ້ງປະຕິບັດວຽກງານຊາຍແດນໃນໄລຍະຜ່ານມາ ໂດຍສະເພາະໃນປີ 2026 ນີ້, ສປປ ລາວ ໄດ້ສຳເລັດໜ້າວຽກອັນພົ້ນເດັ່ນຫຼາຍດ້ານ ຊຶ່ງສະທ້ອນໃຫ້ເຫັນເຖິງຄວາມຕັດສິນໃຈອັນສູງສົ່ງຂອງພັກ, ລັດຖະບານ ແລະ ປະຊາຊົນບັນດາເຜົ່າ.
ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ຂັ້ນສູນກາງຫາລືຄວາມໝາຍທາງດ້ານກົດໝາຍ ແລະ ການນຳໃຊ້ບາງມາດຕາ ຂອງປະມວນກົດໝາຍອາຍາ

ວັນທີ 14 ຕຸລາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືຂັ້ນສູນກາງ ກ່ຽວກັບການຕີຄວາມໝາຍ ແລະ ການນຳໃຊ້ມາດຕາ 247 ແລະ ມາດຕາ 231 ວັກ 2 ຂອງປະມວນກົດໝາຍອາຍາ, ໂດຍການເປັນປະທານຂອງ ທ່ານ ຄຳເພັດ ສົມວໍລະຈິດ ຄະນະປະຈຳພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີບັນດາການນຳ, ຜູ້ຕາງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ສຳນັກງານປະທານປະເທດ, ອົງການໄອຍະການປະຊາຊົນສູງສຸດ (ອອປສ), ສານປະຊາຊົນ, ອົງການສືບສວນ–ສອບສວນ, ກະຊວງຍຸຕິທຳ, ບັນດາສາດສະດາຈານ, ນັກວິຊາການດ້ານກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ນວ ມີຄວາມພ້ອມຮອບດ້ານ ຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026

ປັດຈຸບັນອົງການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບ ດ້ານໃນການຈັດງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ທີ່ທ່າວັດຈັນ ເມືອງຈັນທະບູລີ ປະຈໍາປີ 2026 ເພື່ອຊີງຂັນປະທານຄະນະກໍາມະການປົກຄອງ ນວ. ປີນີ້ກໍມີຫຼາຍກິດຈະກໍາຕ່າງໆທາງສາສະໜາ ແລະ ກິດຈະກໍາມ່ວນຊື່ນ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ນີ້.
ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍ້ຫາສໍ້ລາດບັງຫຼວງ

ວັນທີ 14 ຕຸລາ ນີ້, ນາງ ລິນດາມອນ ສີດາພອນ ຮັກສາການຫົວໜ້າຫ້ອງການ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຜົນການຕັດສິນຄະດີ ການສໍ້ລາດບັງຫຼວງ ຊຶ່ງມີເນື້ອໃນລາຍລະອຽດດັ່ງນີ້: ໃນວັນທີ 14 ຕຸລາ 2026 ຄະນະສານອາຍາ ຂອງສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີ ການສໍ້ລາດບັງຫຼວງ ອອກມາພິຈາລະນາ ຈໍານວນ 1 ເລື່ອງ ຊຶ່ງມີ ຈໍາເລີຍ ຈໍານວນ 1 ຄົນ ຊື່ ທ້າວ ເກສອນ ອາຍຸ 59 ປີ, ອະດີດພະນັກງານກະຊວງກະສິກໍາ ແລະ ສິ່ງແວດລ້ອມ (ກະຊວງ ກສ), ປັດຈຸບັນຢູ່ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຖືກຫາວ່າ: ການສໍ້ລາດບັງຫຼວງ ຊຶ່ງສານນະຄອນຫຼວງວຽງຈັນ ຕັດສິນຈໍາຄຸກ 18 ປີ 3 ເດືອນ.
ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ກອງປະຊຸມສະຫຼຸບວຽກງານຈັດຕັ້ງ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ

ວັນທີ 13 ຕຸລາ ນີ້ ທີ່ຫ້ອງປະຊຸມຊັ້ນ I ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ມີກອງປະຊຸມສະຫຼຸບວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030). ໂດຍການເປັນປະທານຂອງ ສະຫາຍ ນາງ ລີວົງ ລາວລີ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ. ມີບັນດາຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ຫ້ອງການ, ບັນດາກົມ, ຕາງໜ້າຈາກຈັດຕັ້ງສູນກາງພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມທັງເຊິ່ງໜ້າ ແລະ ທາງອອນລາຍ.
ເພີ່ມເຕີມ