![]() |
ທ່ານ ຄຳປຸ່ນ ນວນສະບັບ ກ່າວວ່າ: ປັດຈຸບັນມີຄົນພິການຫຼາຍກວ່າ 1 ຕື້ຄົນ ຫຼື ເທົ່າກັບ 15% ຂອງປະຊາກອນໂລກ ທີ່ດຳລົງຊີວິດຢູ່ກັບຄວາມເປັນຄົນພິການ ແລະ ຜູ້ອາຍຸສູງ 60 ປີຂຶ້ນໄປມີປະມານ 600 ກວ່າລ້ານຄົນທົ່ວໂລກ ຊຶ່ງຕົວເລກດັ່ງກ່າວຈະເພີ່ມຂຶ້ນເປັນຈຳນວນເທົ່າຕົວ. ພວກເຂົາເຈົ້າເຫຼົ່ານັ້ນຍັງປະເຊີນກັບສິ່ງກີດຂວາງຕ່າງໆ ເນື່ອງຈາກໂຄງສ້າງຂອງສັງຄົມ, ການພັດທະນາເສດຖະກິດ, ທັດສະນະຄະຕິ, ການມີສ່ວນຮ່ວມ ແລະ ຄວາມສະເໝີພາບທັງຢູ່ໃນຄອບຄົວ ແລະ ສັງຄົມ ຊຶ່ງເຫັນໄດ້ຈາກລະບົບການສຶກສາ, ການປິ່ນປົວ, ການຟື້ນຟູສຸຂະພາບ, ການຝຶກວິຊາຊີບ ແລະ ການມີວຽກເຮັດງານທຳຕະຫຼອດ ຈົນການສະໜັບສະໜູນດ້ານນິຕິກຳ ແລະ ການເຊື່ອມໂຍງຄົນພິການ-ຜູ້ອາຍຸສູງເຂົ້າໃນຂະບວນການພັດທະນາຍັງບໍ່ທັນສູງເທົ່າທີ່ຄວນ.
![]() |
ພັກ-ລັດຖະບານ ຍາມໃດກໍເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວບັນ ດາເຜົ່າ, ເວົ້າສະເພາະແມ່ນຜູ້ພິການ, ເດັກນ້ອຍ, ແມ່ຍິງ ແລະ ຜູ້ອາຍຸສູງມາໂດຍຕະຫຼອດ ນັບແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນຮອດຍຸກປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ລັດຖະບານ ສປປ ລາວ ໄດ້ອອກດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະກຳມະການແຫ່ງຊາດເພື່ອຄົນພິການ ແລະ ຜູ້ອາຍຸສູງ ສະບັບເລກທີ 323/ລບ, ລົງວັນທີ 6 ກັນຍາ 2013 ເພື່ອເປັນຕົວແທນໃນການຄົ້ນຄວ້າ, ກຳນົດນະໂຍບາຍ ແລະ ລະບຽບກົດໝາຍ ແນໃສ່ປົກປ້ອງ ແລະ ສົ່ງເສີມສິດທິຂອງຄົນພິການ ແລະ ຜູ້ອາຍຸສູງ.
![]() |
ນອກຈາກນັ້ນ, ຍັງໄດ້ໃຫ້ສັດຕະຍາບັນເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍສິດທິຂອງຄົນພິການໃນປີ 2009 ແລະ ໄດ້ຈັດຕັ້ງປະຕິບັດແຜນຍຸດທະສາດຕ່າງໆ ໃນລະດັບພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ຍຶດໝັ້ນປະຕິບັດຕາມຄຳຂວັນ: ສຳລັບຄົນພິການ “ການມີສ່ວນຮ່ວມ, ການເຂົ້າເຖິງ ແລະ ການສ້າງຕັ້ງຄວາມເຂັ້ມແຂງໃຫ້ຄົນພິການ” ສຳລັບຜູ້ອາຍຸສູງ “ຄົນອາຍຸສູງ ແມ່ນບັນຫາໜຶ່ງໃນການພັດທະນາ, ຜູ້ອາຍຸສູງທີ່ມີສຸຂະພາບແຂງແຮງ ແມ່ນຊັບພະຍາກອນຂອງຄອບຄົວ, ຊຸມຊົນ ແລະ ເສດຖະກິດ”. ໃນພິທີໄດ້ມີກິດຈະກຳກວດສຸຂະພາບ, ແຈກຍາຍຢາ ພ້ອມທັງກິດຈະກຳຕ່າງໆ ເພື່ອສ້າງຄວາມເບີກບານມ່ວນຊື່ນໃຫ້ບັນດາຜູ້ອາຍຸສູງ.
![]() |
ຂ່າວ: ແກ່ນທ້າວ




ຄໍາເຫັນ