ຈໍາປາສັກ​ -​ ເຊກອງ ​ຮ່ວມ​ປູກ​ຕົ້ນ​ໄມ້ ສ້າງເຂດແດນໃ​ຫ້ເປັນເອກະລັກສະເພາະ

ຈໍາປາສັກ​ -​ ເຊກອງ ​ຮ່ວມ​ປູກ​ຕົ້ນ​ໄມ້ ສ້າງເຂດແດນໃ​ຫ້ເປັນເອກະລັກສະເພາະ

ຈໍາປາສັກ​ -​ ເຊກອງ ​ຮ່ວມ​ປູກ​ຕົ້ນ​ໄມ້ ສ້າງເຂດແດນໃ​ຫ້ເປັນເອກະລັກສະເພາະ
ພະແນກກະສິກໍາ ແລະ ສິ່ງແວດລ້ອມ​ແຂວງຈໍາປາສັກ​ ຮ່ວມກັບ ຄະນະພັກ​ -​ ຄະນະກໍາມະການປົກຄອງເມືອງປາກຊ່ອງ ໄດ້ຈັດພິທີປູກຕົ້ນໄມ້ ໃນວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ຕິດ​ພັນ​ກັບວັນເດັກ​ນ້ອຍ​ສາ​ກົນໃນ​ວັນທີ​ 1 ມິຖຸນາ 2026 ​ຢູ່​ຈຸດເຂດແດນເຊື່ອມຕໍ່​ ລະຫວ່າງ ເມືອງປາກຊ່ອງ ແຂວງ​ຈໍາປາສັກ​ ແລະ​ ເມືອງທ່າແຕງ ແຂວງ​ເຊກອງ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ພົນເອກ​ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະ​ນະເລຂາທິການສູນກາງພັກ,​ ທ່ານ ​ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈໍາປາສັກ,​ ທ່ານ ບຸນຫຼາຍ ບຸດທິ ກໍາມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງເຊກອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ຈາປາສກ​ -​ ເຊກອງ ​ຮວມ​ປກ​ຕນ​ໄມ ສາງເຂດແດນໃ​ຫເປນເອກະລກສະເພາະ - image 1
 

 

ທ່ານ ບຸນລິດ ເທບບຸນສູງ ກໍາມະການພັກແຂວງ ເລຂາພັກເມືອງປາກຊ່ອງ ມີຄໍາເຫັນວ່າ: ເມືອງປາກຊ່ອງ ຖືກຂະໜານນາມວ່າ ເປັນເມືອງຜືນແຜ່ນດິນຄຳ ມີຈຸດທີ່ຕັ້ງອັນໂດດເດັ່ນ ເພາະວ່າຕັ້ງຢູ່ເທິງພູພຽງບໍລະເວນ ສູງກວ່າລະດັບໜ້ານໍ້າທະເລ ແຕ່ 600 – 1,400 ແມັດ, ຜ່ານມາ ຄະນະພັກ - ຄະນະກໍາມະການປົກຄອງເມືອງ ໄດ້ສຸມໃສ່ສ້າງເມືອງປາກຊ່ອງ ຕາມທິດ 6 ສ ຄື: ສະອາດ, ສີຂຽວ, ສວຍງາມ, ສະຫງົບ, ສະຫວ່າງ ແລະ ສີວິໄລ. ປີ 2026 ນີ້ ຈະສູ້ຊົນປູກໄມ້ໃນທົ່ວເມືອງໃຫ້ໄດ້ 257 ເຮັກຕາ, ຟື້ນຟູປ່າດ້ວຍທໍາມະຊາດ (ປູກເສີມກ້ອງປ່າ) ໃຫ້ໄດ້ 3 ພັນເຮັກຕາ, ຮອດປັດຈຸບັນ ຜະລິດເບັ້ຍໄມ້ ໄດ້ 423,100 ເບັ້ຍ, ລື່ນແຜນ 5.7 %, ມີປະເພດ ໄມ້ດູ່, ໄມ້ຂະຍຸງ, ກໍ່ແກ້ວ, ຈໍາປາປ່າ, ໄມ້ແປກ 3 ຍອຍ ແລະ ອື່ນໆ.ຂະບວນການປູກໄມ້ພາຍໃນເມືອງເລີ່ມແຕ່ 29 ພຶດສະພາທີ່ຜ່ານມາ ໂດຍປູກຢູ່ອະນຸສາວະລີ ທ່ານ ສີທົນ ກົມມະດໍາ, ປູກຕາມແຄມທາງ ໄລຍະທາງ 4 ພັນແມັດ, ປະເພດຕົ້ນໄມ້ແປກ 3 ຍອຍ ແລະ ຈະສືບຕໍ່ປູກອີກໃນຫຼາຍຈຸດ.

ທ່ານ ຄໍາ ນິລາວົງ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ໄດ້ລາຍງານວ່າ: ການປູກໄມ້ບໍລິເວນຊາຍແດນຮ່ວມກັນ ລະຫວ່າງ ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ເມືອງ ທ່າແຕງ ແຂວງເຊກອງ ເພື່ອສ້າງເຂດແດນສອງເມືອງແຫ່ງນີ້ ໃຫ້ກາຍເປັນເອກະລັກສະເພາະໃນອະນາຄົດ ໂດຍໄດ້ຮັບການສະໜັບສະໜູນເບັ້ຍໄມ້ແປກ ຈໍານວນ 15 ພັນເບັ້ຍ, ໃນນັ້ນ ບໍລິສັດ ປາລະມີການຂົນສົ່ງຂາເຂົ້າ - ຂາອອກ ຈຳກັດຜູ້ດຽວ ມອບເບ້ຍໄມ້ແປກ 5 ພັນເບ້ຍ ແລະ ໂຮງງານປຸງແຕ່ງມັນຕົ້ນ ຄູນມີໄຊ ຈຳກັດຜູ້ດຽວ ມອບເບ້ຍໄມ້ແປກ 10 ພັນເບ້ຍ ເຊິ່ງຈະປູກຕາມແຄມທາງຈາກຊາຍແດນເມືອງປາກຊ່ອງ ຫາ ຕົວເມືອງປາກຊ່ອງ ໄລຍະທາງແມ່ນ 11 ກິໂລແມັດ ແລະ ຈະສືບຕໍ່ຊອກເງື່ອນໄຂຈຸດທີ່ເໝາະສົມປູກຕື່ມອີກ ໂດຍຈະເນັ້ນໃສ່ຕາມແຄມທາງ. ນອກຈາກການປູກໄມ້ແລ້ວ, 2 ເມືອງຍັງຈະສ້າງໂຄງການກໍ່ສ້າງປະຕູເຂົ້າ - ອອກ ເມືອງຮ່ວມກັນ,ປັດຈຸບັນ ສໍາເລັດການອອກແບບ, ຢູ່ໃນຂັ້ນຕອນກະກຽມລົງມືກໍ່ສ້າງ ແລະ ກໍາລັງຄົ້ນຄວ້າທຸກວີທີທາງໃນການຊອກແຫຼ່ງທຶນເພື່ອມາສົມທົບກໍ່ສ້າງ.

ຈາປາສກ​ -​ ເຊກອງ ​ຮວມ​ປກ​ຕນ​ໄມ ສາງເຂດແດນໃ​ຫເປນເອກະລກສະເພາະ - image 2
 

ທ່ານ ອາລຸນໄຊ ສູນນະລາດ ແລະ ທ່ານ ບຸນຫຼາຍ ບຸດທິ ໄດ້ຜັດປ່ຽນກັນມີຄໍາເຫັນ, ເນື້ອໃນສໍາຄັນ ໄດ້ຍົກໃຫ້ເຫັນຄວາມໝາຍສໍາຄັນຂອງພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ, ວັນເດັກນ້ອຍສາກົນ ກໍເພື່ອເປັນການປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນ ໂດຍສະເພາະແມ່ນປະຊາຊົນຢູ່ບໍລິເວນໃກ້ຄຽງ ເຂົ້າຮ່ວມໃນການຄຸ້ມຄອງ, ປົກປັກຮັກສາ ແລະພັດທະນາປ່າໄມ້, ສິ່ງແວດລ້ອມທໍາມະຊາດ ໃຫ້ມີຄວາມອຸດົມສົມບູນ, ຕາມທິດສີຂຽວ ແລະ ຍືນຍົງ ທັງເປັນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ 2 ແຂວງ ຈໍາປາສັກ - ເຊກອງ ແລະ ເມືອງປາກຊ່ອງ - ເມືອງທ່າແຕງ.

ປ່າໄມ້ມີຄວາມສໍາຄັນທີ່ສຸດ ໃນການປົກປັກຮັກສາດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ ໃຫ້ມີຄວາມອຸດົມສົມບູນ, ປ້ອງກັນການປ່ຽນແປງດິນຟ້າອາກາດ ຊຶ່ງບົດບາດນີ້ ມະນຸດເຮົາບໍ່ສາມາດຈະເຮັດແທນໄດ້. ຍ້ອນແນວນັ້ນ, ຂໍຮຽກຮ້ອງໃຫ້ປະຊາຊົນ 2 ແຂວງ ກໍຄືຊາວເມືອງປາກຊ່ອງ ຈົ່ງເຊີດຊູສະຕິຮັກຊາດ, ຮັກສິ່ງແວດລ້ອມ ແລະ ຫວງແຫນປ່າໄມ້ ປະກອບສ່ວນຕາມເງື່ອນໄຂຄວາມສາມາດໃນການປູກໄມ້, ຟື້ນຟູປ່າ ໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດ ໃຫ້ນັບມື້ມີຄວາມອຸດົມສົມບູນ, ສ້າງໃຫ້ 2 ແຂວງ ຈໍາປາສັກ - ເຊກອງ ເຕັມໄປດ້ວຍພື້ນທີ່ສີຂຽວໃນອະນາຄົດ.

ໃນພິທີ, ຍັງໄດ້ມອບຂອງຂວັນໃຫ້ນ້ອງນ້ອຍນັກຮຽນ ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ 2026, ມອບໂດຍທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ, ທ່ານ ອາລຸນໄຊ ສູນນະລາດ, ທ່ານ ບຸນຫຼາຍ ບຸດທິ ແລະ ການນໍາ ພ້ອມດ້ວຍແຂກທີ່ເຂົ້າຮ່ວມງານ.

ຂ່າວ-ພາບ: ທູນທອງໃຈ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ໄພ​ພິ​ບັດຢູ່​ເມືອງ​ໄຊ​ບູ​ລີໄດ້​ຮັບ​ການ​ຊ່ວຍ​ເຫຼືອ

ໂຄງການບ້ານຊ່ວຍເຫຼືອເດັກນ້ອຍເອັສໂອເອັສ (SOS) ລາວ ຮ່ວມກັບ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີສັງຄົມ ແລະ ພະແນກແຮງງານ ແລະ ສະຫວັດດີສັງຄົມແຂວງ ພ້ອມດ້ວຍອໍານາດການປົກຄອງທອງຖີ່ນ​ທີ່ກ່ຽວຂ້ອງໄດ້ມອບເຂົ້າສານຈໍານວນ 57 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລຍະເດືອນກໍລະກົດ ຫາ ສິງຫາ ປີ 2026 ຜ່ານມາເຊິ່ງມີຄອບຄົວທີ່ໄດ້ຮັບການຊ່ວຍເຫຼືອທັງໝົດ 516 ຄອບຄົວ ໃນ 8 ບ້ານເປົ້າໝາຍ, ເມືອງໄຊບູລີ ແຂວງສະຫັວນນະເຂດ, ລວມມູນຄ່າການຊ່ວຍເຫຼືອ ຈໍານວນ 1,322,850,050 ກີບ
ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ອັດຕະປື ເຜີຍແຜ່ຄວາມຮູ້ວຽກງານຕະຫຼາດທຶນ ແລະ ການລົງທຶນໃນຫຼັກຊັບ

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນ, ໃນ​ວັນ​ທີ 17 ພະ​ຈິກ​ນີ້ ທີ່ ແຂວງ​ອັດ​ຕະ​ປື, ໂດຍເຂົ້າຮ່ວມເປັນປະທານຂອງ ທ່ານ ລິດຄຳ ໂຮມອິນຕາ ຫົວໜ້າຫ້ອງວ່າການແຂວງ, ມີທ່ານ ປາດຖະໜາ ແກ້ວປະເສີດ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່ ສຄຄຊ, ພ້ອມດ້ວຍຕາງໜ້າພະແນກການ, ແໜງການ, ສາຂາທະນາຄານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ລັດຖະມົນຕີ​ກະຊວງ​ ຍທຂເຄື່ອນ​ໄຫວ​ເຮັດ​ວຽກ​ ຢູ່ ແຂວງ​ຈຳ​ປາ​ສັກ

ທ່ານ​ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ​ ໄດ້ຕ້ອນຮັບ​ ທ່ານ​ ເຫຼັກໄຫຼ ສີວິໄລ​ ກໍາມະການ​ສູນກາງພັກ​ ລັດຖະມົນຕີ​ກະຊວງໂຍທາທິການ​ ແລະ​ ຂົນສົ່ງ​ (ຍທຂ)​ ເຂົ້າພົບປະຢ້ຽມຢາມໃນວັນທີ​ 16​ ພະຈິກ​ 2026​ທີ່​ ສໍານັກງານ​ແຂວງ.
ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງທຶນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຊ່ວຍໃຫ້ຄອບຄົວເປົ້າໝາຍມີລາຍຮັບເພີ່ມຂື້ນ 14%

ກອງ​ທຶນ​ພິ​ເສດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງຊ່ວຍ​ໃຫ້​ປະ​ຊາ​ຊົນ​ຄອບ​ຄົວ​ເປົ້າ​ໝາຍຢູ່ 2 ບ້ານ​ຂອງ​ເມືອງ​ປາກ​ອູແຂວງຫຼວງ​ພະ​ບາງມີ​ລາຍ​ຮັບ​ເພີ່ມ​ຂຶ້ນ 14% ເມື່ອ​ທຽບ​ກັບ​ກ່ອນ​ດຳ​ເນີນ​ໂຄງ​ການໂດຍ​ກິດ​ຈະ​ກຳຫຼັກເນັ້ນ​ໃສ່​ຊຸກ​ຍູ້ ສົ່ງ​ເສີມ​ໃຫ້​ປະ​ຊາ​ຊົນ​ຜະ​ລິດ​ກະ​ສິ​ກຳໂດຍ​ສະ​ເພາະ​ການ​ປູກ-ການ​ລ້ຽງ.
ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ໄຟຟ້າລາວ ສາຂາຄໍາມ່ວນ ປະດັບຫຼຽນກາລະນຶກ 50 ປີ ໃຫ້ພະນັກງານ

ບໍລິສັດລັດວິສາຫະກິດໄຟຟ້າລາວ ສາຂາແຂວງຄໍາມ່ວນ ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຈໍານວນ 144 ທ່ານ, ຍິງ 40 ທ່ານ ໃນວັນທີ 17 ພະຈິກ 2026 ໂດຍ​ການ​ເປັນ​ປະ​ທານ​ຂອງ ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ບຸນປະສົງ ຈັນສະຫວັດ ຮອງຫົວໜ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກໃຕ້, ທ່ານ ບາຄໍາ ໄຊຍະຈັກ ຫົວໜ້າ ບໍລິສັດລັດວິສາຫະກິດໄຟຟ້າສາຂາຄໍາມ່ວນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ໄຄແຜ່ນຂອງກຸ່ມຜະລິດ ບ້ານບວມຫວານ ໄດ້​ຮັບ​ກາ​ໝາຍສີນຄ້າ ໜຶ່ງເມືອງ ໜຶ່ງພະລິດຕະພັນ‎

ພິທີມອບປ້າຍກາໝາຍ ສິນ​ຄ້າໜຶ່ງເມືອງ ໜຶ່ງພະລິດຕະພັນ (ODOP) ໃຫ້ກຸ່ມຜະລິດໄຄແຜ່ນເມືອງວຽງຄຳແຂວງຫຼວງ​ພະ​ບາງໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາທີ່ ເມືອງວຽງ​ຄຳໂດຍເປັນປະທານຮ່ວມຂອງ ທ່ານ ຄຳສິງ ສຸດທິດາ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ສີພອນ ມິດໄມຕີ ຮອງຫົວໜ້າພະແນກອຸດສະກຳຫະກຳ ແລະ ການຄ້າແຂວງ, ທ່ານ ລີ ຊອງບອມ ຜູ້ອຳນວຍການ ອົງການ ວອນເດີສ ສາກົນ, ມີພາກ​ສ່ວນ​ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ​ສຳ​ເລັດເກັບກ່ຽວຜົນຜະລິດເຂົ້ານາປີ

ກອງບັນຊາການທະຫານເມືອງສະໜາມໄຊ ແຂວງອັດຕະປື ໄດ້ຈັດກຳລັງພະນັກງານ-ນັກຮົບອອກແຮງງານລວມ ເພື່ອເກັບກ່ຽວຜົນຜະລິດເຂົ້ານາປີ ປະຈຳປີ 2026 ຂອງກົມກອງ ພາຍໃຕ້ການຊີ້ ນຳ-ນຳພາຂອງຄະນະພັກ ແລະ ຄະນະບັນຊາກອງບັນຊາການທະຫານເມືອງ.
ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ບັນລຸການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງສານໄຊຍະນາຍ ຢ່າງຄົບຖ້ວນອີກຄັ້ງ – ພະຈິກ 2026

ບໍລິສັດ ພູເບ້ຍ ມາຍນິງ ມີຄວາມຍິນດີທີ່ຈະແຈ້ງໃຫ້ຊາບວ່າ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ ໄດ້ຮັບການຢັ້ງຢືນການປະຕິບັດຕາມຫຼັກການຄຸ້ມຄອງໄຊຍະນາຍໃນລະດັບສາກົນຢ່າງຄົບຖ້ວນອີກຄັ້ງ. ສະຖາບັນຄຸ້ມຄອງໄຊຍະນາຍໃນລະດັບສາກົນ (ICMI) ໄດ້ແຈ້ງການຢັ້ງຢືນດັ່ງກ່າວນີ້ໃນວັນທີ 7 ພະຈິກ 2026, ເຊິ່ງເປັນການຢັ້ງຢືນຄັ້ງທີ 6 ຂອງ ໂຄງການບ້ານຫ້ວຍຊາຍ ພາຍໃຕ້ຫຼັກການນີ້.
ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມນິຕິກໍາກຳນົດພະນັກງານນໍາພາ-ຄຸ້ມຄອງຂັ້ນ ສຊປລ ຄຸ້ມຄອງ ຂຶ້ນໃນວັນທີ 16 ພະຈິກນີ້ທີ່ ສຊປລ ໂດຍການເປັນປະທານຂອງສະຫາຍ ທອງລີ ສີສຸລິດກຳມະການສູນກາງພັກເລຂາຄະນະບໍລິຫານງານສູນກາງ ສຊປລ, ມີຮອງເລຂາ, ມີສະຫາຍຄະນະພັກ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານ ເຂົ້າຮ່ວມ.
ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ລາຍງານຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກ

ກອງປະຊຸມການລົງຢ້ຽມຢາມ ແລະ ຕິດຕາມຄວາມຄືບໜ້າການຕິດຕັ້ງລະບົບຄວບຄຸມການຈະລາຈອນທາງບົກພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ໄດ້ຈັດຂຶ້ນໃນວັນທີ 16 ພະຈິກນີ້ ທີ່ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໂດຍການເປັນປະທານຮ່ວມຂອງ ທ່ານ ລິດຕາ ຂັດທິຍະຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີ ກະຊວງ ປກສ, ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ, ທ່ານ ແກ້ວວິສຸກ ໂສລະພິມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງ ນະຄອນຫຼວງວຽງຈັນ (ນວ),ມີບັນດາຫົວໜ້າກົມ-ຮອງກົມ, ຜູ້ອຳນວຍການບໍລິສັດລາວສະມາດທານສະຟອມເມຊັນດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ