ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໄຊຈຳພອນ

ເຈົ້າແຂວງບໍລິຄຳໄຊ ລົງຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໄຊຈຳພອນ
ເພື່ອຊຸກຍູ້ຕິດຕາມການກໍ່ສ້າງພື້ນຖານໂຄງລ່າງ ໃຫ້ເປັນໄປຕາມແຜນການທີ່ໄດ້ກໍານົດໄວ້ ເພື່ອອຳນວຍຄວາມສະດວກ ແລະ ປະກອບສ່ວນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ກໍຄືເສດຖະກິດແຂວງບໍລິຄຳໄຊ, ໃນວັນທີ 6 ພະຈິກ ນີ້ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ໄດ້ລົງຊຸກຍູ້ຕິຕາມ ການກໍ່ສ້າງພື້ນຖານໂຄງລ່າງ ຢູ່ເມືອງໄຊຈໍາພອນ, ໂດຍມີ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ຮ່ວມພາທາງ.
     ພາກສ່ວນກ່ຽວຂ້ອງໄດ້ລາຍງານໂດຍຫຍໍ້ວ່າ: ໂຄງການກໍ່ສ້າງຂົວເບຕົງອັດແຮງຫ້ວຍເລົາ ມີຄວາມກວ້າງ 9 ແມັດ ແລະ ຍາວ 50 ແມັດ ມູນຄ່າການກໍ່ສ້າງ 12 ຕື້ກວ່າກີບ ແລະ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດແຕ່ກາງເດືອນມິຖຸນາ 2023 ປັດຈຸບັນມີຄວາມຄືບໜ້າແລ້ວ 16,29%. ຈາກນັ້ນ, ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ຍັງໄດ້ສືບຕໍ່ລົງໄປກວດກາຕິດຕາມເບິ່ງໂຄງການກໍ່ສ້າງຂົວອູ່ຂ້າມນໍ້າຮຸງ ຢູ່ບ້ານສົບຂອນ ຊຶ່ງຂົວອູ່ດັ່ງກ່າວມີຄວາມຍາວ 70 ແມັດ ແລະ ກວ້າງ 1,5 ແມັດ, ມູນຄ່າການກໍ່ສ້າງ 345 ລ້ານກວ່າກີບ, ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 16 ຕຸລາ 2023 ປັດຈຸບັນສໍາເລັດແລ້ວ 11,5% ແລະ ຄາດວ່າຈະກໍ່ສ້າງສຳເລັດໃນທ້າຍເດືອນພະຈິກ 2023 ນີ້. ສືບຕໍ່ລົງຕິດຕາມໂຄງການກໍ່ສ້າງເສັ້ນທາງຍົກລະດັບປູຢາງ 2 ຊັ້ນ ຫຼັກ 5 ຫາ ນໍ້າອ້ອນ ໃນໄລຍະທາງ 60 ກວ່າກິໂລແມັດ ມູນຄ່າການກໍ່ສ້າງ 472 ຕື້ກວ່າກີບ, ປັດຈຸບັນປະຕິບັດໄດ້ແລ້ວ 17,68% ແລະ ໂຄງການກໍ່ສ້າງລະບົບນໍ້າປະປາ ເທດສະບານນໍ້າອ້ອນ ເມືອງໄຊຈໍາພອນ ມູນຄ່າການກໍ່ສ້າງ 11 ຕື້ກວ່າກີບ ຮອດປັດຈຸບັນປະຕິບັດໄດ້ແລ້ວ 59,18%.
          ຕໍ່ກັບການກໍ່ສ້າງພື້ນຖານໂຄງລ່າງ ທ່ານເຈົ້າແຂວງ ໄດ້ຮຽກຮ້ອງໃຫ້ການນໍາຂອງເມືອງ, ພະແນກການ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສໃນການຊຸກຍູ້ບັນດາໂຄງການຕ່າງໆ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້, ປະສານສົມທົບຊຶ່ງກັນ ແລະ ກັນ ໃນການລົງຕິດຕາມກວດກາ ດ້ານເຕັກນິກວິຊາການໃນການກໍ່ສ້າງ ເພື່ອຮັບປະກັນມາດຕະຖານ ແລະ ຄຸນນະພາບຂອງແຕ່ລະໂຄງການ ແນໃສ່ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂຶ້ນ, ສາມາດສັນຈອນໄປມາໄດ້ຢ່າງເປັນປົກກະຕິ, ອຳນວຍຄວາມສະດວກ ໃນການຈໍລະຈອນສິນຄ້າຂອງປະຊາຊົນທ້ອງຖິ່ນ ກໍຄືຜົນຜະລິດການປູກ-ການລຽ້ງອອກສູ່ຕ່າງເມືອງ, ຕ່າງແຂວງ ແລະ ອອກໄປສູ່ຕ່າງປະເທດ ຊຶ່ງຈະປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ເສດຖະກິດຂອງເມືອງ ກໍຄືເສດຖະກິດຂອງແຂວງບໍລິຄຳໄຊ. 
ໃນໂອກາດດັ່ງກ່າວທ່ານເຈົ້າແຂວງ  ຍັງໄດ້ໄປຢ້ຽມຊົມ ເຮືອນຂອງ ທ່ານ ສີສົມພອນ ລໍວັນໄຊ ອະດີດກົມການເມືອງຮຸ່ນທຳອີດ ທີ່ບ້ານໂພນງາມ ທີ່ທາງເມືອງມີແຜນປັບປຸງ ແລະ ພັດທະນາ ສ້າງເປັນສວນສາທາລະນະ ຂອງທ່ານ ສົມພອນ ລໍວັນໄຊ ຢູ່ເມືອງໄຊຈໍາພອນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວ ທັງເປັນບ່ອນສຶກສາຮຽນຮູ້ທາງປະຫວັດສາດ ຕິດພັນກັບການສ້າງອາຊີບໃຫ້ພໍ່ແມ່ປະຊາຊົນ ເພື່ອແນໃສ່ດຶງດູດການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍຂຶ້ນ. 
ຂ່າວ-ພາບ: ສີປະເສີດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ