ເພື່ອເປັນການຊຸກຍູ້ວຽກງານ ພັດທະນາພື້ນຖານໂຄງລ່າງ ຂອງບັນດາຮາກຖານທ້ອງຖິ່ນ ທັງເປັນການປັບປຸງ, ຍົກລະດັບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໃຫ້ດີຂຶ້ນເປັນລໍາດັບ, ຄວາມທຸກຍາກ ໃຫ້ຖືກຕີຖອຍ ເທື່ອລະກ້າວ ໃນວັນທີ 6 ທັນວາ ຜ່ານມາ ທີ່ບ້ານເມືອງມ່ວນ ເມືອງວຽງທອງ ທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ພ້ອມຄະນະ ໄດ້ລົງຕິດຕາມກວດກາໂຄງການນ້ຳສະອາດ ບ້ານເມືອງມ່ວນ, ໂດຍມີທ່ານ ຄຳແພນ ວິລື້ທຳ ເຈົ້າເມືອງວຽງທອງ ພ້ອມດ້ວຍຄະນະນໍາຂອງເມືອງ, ສະພາປະຊາຊົນແຂວງ, ພະແນກການ, ຫ້ອງການຂັ້ນເມືອງ, ອໍານາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ຮ່ວມພາທາງ.
ໂຄງການນ້ຳປະປາ ຫຼື ນ້ຳສະອາດ ບ້ານເມືອງມ່ວນ ເລີ່ມສ້າງໃນປີ 2021 ແລະ ສຳເລັດ ໃນປີ 2022 ສະໜອງນໍ້າໃຫ້ 80 ກວ່າຄອບຄົວ, 400 ກວ່າຄົນ ພາຍໃນບ້ານເມືອງມ່ວນ, ແຕ່ໃນໄລຍະຜ່ານມາເຫັນວ່າພົບຫຼາຍບັນຫາ ເປັນຕົ້ນແມ່ນການສະໜອງນ້ຳບໍ່ພຽງພໍ ຕາມຄວາມຕ້ອງການ, ນ້ຳເປື້ອນ, ຄ່າໄຟຟ້າສູງ,ໃນລະດູແລ້ງ ບໍ່ສາມາດໃຊ້ນ້ຳໄດ້ ແລະ ບັນຫາອື່ນໆ. ໂອກາດນີ້ ທ່ານເຈົ້າແຂວງບໍລິຄໍາໄຊ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ລົງເກັບກຳຂໍ້ມູນຢ່າງລະອຽດຮອບດ້ານ ເພື່ອນໍາໄປຄົ້ນຄວ້າ, ພິຈາລະນາ ແລະ ແກ້ໄຂໃນຕໍ່ໜ້າໃຫ້ຖືກຕ້ອງ ແລະ ເໝາະສົມທີ່ສຸດ, ຮັບປະກັນດ້ານມາດຕະຖານ, ມີຄຸນນະພາບ ແລະ ສາມາດນຳໃຊ້ໄດ້ຍາວນານ.ຈາກນັ້ນ, ທ່ານເຈົ້າແຂວງບໍລິຄຳໄຊພ້ອມຄະນະ ກໍໄດ້ລົງຕິດຕາມເບິ່ງ ໂຄງການກໍ່ສ້າງກັນດິນເຈື່ອນຢູ່ເຂດບ້ານເມືອງມ່ວນ ໄລຍະທີ 1 ລວມມີ 3ຈຸດ ຄວາມຍາວ 310 ແມັດ, ມາຮອດປັດຈຸບັນແມ່ນກໍ່ສ້າງສໍາເລັດແລ້ວ ແລະ ຈະໄດ້ເລີ່ມການກໍ່ສ້າງກັນດິນເຈື່ອນ ໄລຍະ2ໃນໄວໆນີ້, ຕໍ່ຈາກນັ້ນ ທ່ານ ກອງແກ້ວ ໄຊສົງຄາມ ພ້ອມຄະນະ ກໍໄດ້ລົງຕິດຕາມເບິ່ງ ໂຄງການກໍ່ສ້າງຮົ້ວຄັງສັດ ຄວາມຍາວ 34 ກວ່າກິໂລແມັດ ເນື້ອທີ່ຄັງສັດທັງໝົດ 1.295 ເຮັກຕາ ໃນນັ້ນເນື້ອທີ່ປູກຫຍ້າລຽງສັດ1.200ເຮັກຕາຊຶ່ງມີ 7 ບ້ານ ທີ່ປ່ອຍສັດລຽງໃສ່ພື້ນທີ່ຄັງສັດດັ່ງກ່າວ. ພ້ອມນັ້ນ ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ກໍສືບຕໍ່ລົງຕິດຕາມເບິ່ງ, ໂຄງການປູກຢາງພາລາຂອງປະຊາຊົນ ຢູ່ບ້ານຫ້ວຍຫອຍ ທີ່ມີສະມາຊິກປູກຢາງທັງໝົດ 303 ຄອບຄົວ ໃນເນື້ອທີ່ທັງໝົດ 303 ເຮັກຕາ.
ໃນຕອນບ່າຍຂອງວັນດຽວກັນ ທ່ານ ກອງແກ້ວ ໄຊສົງຄາມ ພ້ອມຄະນະ ກໍໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນ ບ້ານຫ້ວຍຫອຍ. ທ່ານ ຄຳແພນ ວິລື້ທຳ ເຈົ້າເມືອງວຽງທອງ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບສະພາບລວມຂອງບ້ານ ໂດຍສະເພາະແມ່ນການຟື້ນຟູຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ສ້າງອາຊີບ, ຂໍ້ສະດວກ ແລະ ບາງຂໍ້ຄົງຄ້າງ ໃນການພັດທະນາເສດຖະກິດ-ສັງຄົມ ທີ່ຕ້ອງໄດ້ຮັບການປັບປຸງແກ້ໄຂ. ພ້ອມນັ້ນ ທ່ານເຈົ້າແຂວງ ຍັງໄດ້ຮັບຟັງຄໍາສະເໜີ ຈາກພໍ່ແມ່ປະຊາຊົນຈໍານວນໜຶ່ງ ເປັນຕົ້ນແມ່ນບັນຫາດິນປູກຝັງບໍ່ພຽງພໍ, ການສ້າງອາຊີບ ທີ່ເໝາະສົມໃຫ້ປະຊາຊົນ, ການຍົກລະດັບທາງດ້ານເຕັກນິກວິຊາການ ໃນການປູກຝັງ ແລະ ລຽງສັດ, ການປັບປຸງພື້ນຖານໂຄ່ງລ່າງ, ສິ່ງອຳນວຍຄວາມສະດວກຕ່າງໆ ຂອງບ້ານ ແລະ ບັນຫາອື່ນໆ.
ໂອກາດນີ້, ທ່ານເຈົ້າແຂວງບໍລິຄຳໄຊ ໄດ້ໃຫ້ກຽດໂອລົມ ແລະ ໃຫ້ທິດຊີ້ນໍາ ໂດຍທ່ານໄດ້ເນັ້ນໃຫ້ການນໍາຂອງເມືອງ, ພະແນກການ, ບ້ານ ແລະ ພາກສ່ວນກ່ຽວຂ້ອງ ຈົ່ງຮັກສາໄດ້ຄວາມສາມັກຄີ, ພ້ອມກັນສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢ່າງແຂງແຮງ, ເອົາໃຈໃສ່ແກ້ໄຂຄວາມທຸກຍາກ ໂດຍການສົ່ງເສີມການປຸກ-ການລ້ຽງ ໃຫ້ຫຼາຍຂຶ້ນ ໂດຍອີງໃສ່ທ່າແຮງຕົວຈິງ ແລະ ທ່ານເຈົ້າແຂວງຍັງໄດ້ກ່າວວ່າ ຈະຮັບເອົາທຸກຄຳສະເໜີຂອງພໍ່ແມ່ປະຊາຊົນ ໄປຄົ້ນຄວ້າ, ພິຈາລະນາ ແລະ ແກ້ໄຂ ໃຫ້ຖືກຕ້ອງ, ເໝາະສົມ ແລະ ມີປະສິດທິຜົນທີ່ສຸດ.
ຈາກນັ້ນ, ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ກໍໄດ້ລົງໄປຢ້ຽມຢາມບັນດາໂຄງການພັດທະນາ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບ້ານຫ້ວຍຫອຍ ເປັນຕົ້ນແມ່ນຄອບຄົວປູກເຫັດ ເປັນສິນຄ້າ, ຄອບຄົວຜະລິດຈອງ ທີ່ເປັນເຄື່ອງໃຊ້ໃນຄົວເຮືອນ, ຄອບຄົວລ້ຽງງົວ, ກຸ່ມປູກຜັກເຮືອນຮົ່ມ, ກຸ່ມລ້ຽງໄກ່ ແລະ ກຸ່ມຕໍ່າຫູກບ້ານຫ້ວຍຫອຍ. ພ້ອມດຽວກັນນີ້ ທ່ານເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ, ການນໍາຂອງເມືອງວຽງທອງ ແລະ ບ້ານ ຍັງໄດ້ເຂົ້າຮ່ວມ ພິທີເປີດການນໍາໃຊ້ປ້າຍທາງຮ່ອມ ບ້ານຫ້ວຍຫອຍ ຕື່ມອີກ.
(ຂ່າວ-ພາບ: ສີປະເສີດ ພາບທາງອີເມວ)

ຄໍາເຫັນ