![]() |
ໃນພິທີ, ທ່ານ ພັອ ສົມພັນ ສີວົງໄຊ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ ໄດ້ກ່າວວ່າ: ການສະແດງສິລະປະ-ວັດທະນະທຳ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄັ້ງນີ້: ເພື່ອເປັນການໂຄສະນາເຜີຍແຜ່ທາດແທ້ມູນເຊື້ອອັນສະຫງ່າອົງອາດ, ນໍ້າໃຈເສຍສະຫຼະອັນສູງສົ່ງ ແລະ ຜົນງານໄຊຊະນະອັນໃຫຍ່ ຫຼວງ ທີ່ກໍາລັງປ້ອງກັນຄວາມສະຫງົບຍາດມາໄດ້ໃນຕະຫຼອດໄລຍະ 65 ປີ ທີ່ຜ່ານມາ, ໂດຍຜ່ານບົດເພງ, ບົດຟ້ອນ ແລະ ການສະແດງອື່ນໆ ແນໃສ່ເຮັດໃຫ້ ນາຍ ແລະ ພົນຕຳຫຼວດ ເຂົ້າໃຈແຈ້ງ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ.
ພ້ອມກັນນັ້ນ, ກໍເພື່ອເປັນການຊົມເຊີຍຜົນງານອັນຍິ່ງໃຫຍ່ ຂອງກຳລັງປ້ອງກັນຄວາມສະຫງົບ ໂດຍພາຍໃຕ້ການນຳພາທີ່ປີຊາສາມາດ, ສະຫຼາດສ່ອງໃສ ແລະ ເດັດຂາດ,ໂດຍກົງ, ຮອບດ້ານຂອງພັກປະຊາຊົນ ປະຕິວັດລາວ ຕໍ່ກຳລັງປ້ອງກັນຄວາມສະຫງົບ; ພ້ອມນັ້ນ, ກໍເພື່ອເປັນການອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳອັນດີງາມຂອງຊາດ ໃຫ້ຄຽງຄູ່ກັບຊາດລາວ ຕະຫຼອດໄປ.
ສໍາລັບລາຍການສະແດງປະກອບມີ: ບົດຟ້ອນ ຈົດຈຳມູນເຊື້ອວິລະກຳ, ເພື່ອປະຊາຊົນ, ຄັນຮົ່ມບ້ານນ້ອງ, ຄວາມຝັນ, ສົ່ງອ້າຍລົງຮາກຖານ, ເຜົ່າລາວສຳພັນ, ປະຈັນບານ; ບົດເພງ: ລຸງໄກສອນ ໃນດວງໃຈ, 5 ເມສາ ໝັ້ນຍືນ, ພູມໃຈໃນໜ້າທີ່, ຮ່ວມໃຈກັນສ້າງພະລາທິການກັບທີ່, ເຄື່ອນທີ່ໄວ, ຊົມເຊີຍອ້າຍຕຳຫຼວດລາວ, ຮ່ວມໃຈຕ້ານໄພຢາເສບຕິດ; ລຳສີພັນດອນ, ຂັບທຸ້ມຫຼວງພະບາງ, ຂັບພວນຊຽງຂວາງ, ເສບດົນຕີພື້ນເມືອງ.ຂ່າວ: ສິດທິພັນ

ຄໍາເຫັນ