ເມື່ອບໍ່ດົນມານີ້, ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ມອບເຄື່ອງກອງນ້ຳສະອາດ ຈຳນວນ 150 ເຄື່ອງ ລວມມູນຄ່າ 90 ລ້ານກີບ ໃຫ້ແກ່ ທະຫານຊາຍແດນ 524 ແລະ 529 ເມືອງສຸຂຸມາ ແລະ ກອງຮ້ອຍທະຫານຮາບ 24 ເມືອງມູນລະປະໂມກ ແຂວງຈຳປາສັກ ເພື່ອນຳໄປໃຊ້ໃນວຽກງານພາຍໃນ ແລະ ເພີ່ມຄວາມສະດວກໃນການເຂົ້າເຖິງນ້ຳສະອາດ ສຳລັບການດື່ມ, ກິນ ແລະ ການໃຊ້ໃນຍາມສຸກເສີນ. ເຂົ້າຮ່ວມພິທີ ມີອົງການປົກຄອງເມືອງ, ອົງການກາແດງແຂວງ, ພາກສ່ວນກ່ຽວຂ້ອງ ພ້ອມດ້ວຍນາຍ ແລະ ພົນທະຫານ.
ໃນໂອກາດນີ້, ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເຄື່ອງກອງນ້ຳ ໃນການຊ່ວຍກັ່ນກອງນ້ຳໃຫ້ສະອາດ ໃຫ້ຖືກຫຼັກອະນາໄມ ແລະ ຊ່ວຍສົ່ງເສີມສຸຂະພາບທີ່ດີ. ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ຮັກສາ ແລະ ນຳໃຊ້ອຸປະກອນໃຫ້ເກີດປະໂຫຍດສູງສຸດ ແລະ ຍືນຍາວ.
(ຂ່າວ: ອົງການກາແດງແຫ່ງຊາດ)
ຄໍາເຫັນ