![]() |
ສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5 ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະອັນໃຫຍ່ຫຼວງ ທີ່ກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຍາດມາໄດ້ຕະຫຼອດໄລຍະ 65 ປີ ຜ່ານມາ, ໂດຍສະເພາະ ແມ່ນການປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເພື່ອສ້າງເງື່ອນໄຂອັນດີ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແລະ ພ້ອມກັນສືບຕໍ່ຮັດແໜ້ນຄວາມສາມັກຄີ, ການພົວພັນຮ່ວມມື ລະຫວ່າງ ກອງພົນທີ 5 ກັບ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຈໍາປາສັກ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ເພື່ອຮ່ວມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ໃນປັດຈຸບັນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ສະຫາຍ ພັນເອກ ສີວິໄລ ແກ້ວປະເສີດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ພ້ອມຄະນະ ທີ່ໄດ້ນຳເອົາຄຳອວຍພອນອັນປະເສີດ ແລະ ໄມຕີຈິດມິດຕະພາບມາສູ່ກຳລັງປ້ອງກັນຄວາມສະຫງົບ ໃນຄັ້ງນີ້.
(ພາບ-ຂ່າວ: ທອງປານ ສີດາໄລ)

ຄໍາເຫັນ