ໃນທ້າຍອາທິດຜ່ານມານີ້, ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມດ້ວຍທີມງານ ຂອງແຂວງ ແລະ ເມືອງວຽງຄໍາ ໄດ້ລົງຕິດຕາມ, ຊູກຍູ້ການປູກ-ການລ້ຽງ ຂອງປະຊາຊົນຢູ່ບ້ານພູຜັກແພວ.
ໂອກາດນີ້ ໄດ້ຢ້ຽມຢາມການທົດລອງປູກຕົ້ນໝາກກາດີເມຍ ຂອງຄອບຄົວ ທ້າວ ຫຸມເພັງ ສີບຸນເຮືອງ; ໂດຍໄດ້ຮັບຟັງກາຍລາຍງານຈາກ ຕາງໜ້າຄອບຄົວ ວ່າ: ຕົ້ນປີ 2023 ໄດ້ເລີມທົດລອງປູກຕົ້ນໝາກກາດີເມຍ ຈໍານວນ 700 ຕົ້ນ ໃນເນື້ອທີ່ 3 ກວ່າເຮັດຕາ ຍ້ອນເຫັນວ່າເປັນຕົ້ນໄມ້ທີ່ສາມາດໃຫ້ຜົນຜະລິດດີ ແລະ ເປັນທີ່ຕ້ອງການຂອງຕະຫຼາດຕ່າງປະເທດ, ໂດຍໄດ້ທົດລອງປູກ 2 ແບບຄື: ປູກໃນສວນປູກຫຍ້າອາຫານສັດ ແລະ ປູກໃນສວນພືດລົ້ມລຸກ ມາເຖິງປັດຈຸບັນເຫັນວ່າ ຕົ້ນໝາກກາດີເມຍ ແມ່ນມີການຈະເລີນເຕີບໂຕໃນລະດັບໜຶ່ງ. ພ້ອມດຽວກັນນີ້ ທ່ານເຈົ້າແຂວງ ພ້ອມດ້ວຍທີມງານ ໄດ້ຊຸກຍູ້ການລ້ຽງງົວພັນປະສົມ ຂອງຄົວຄອບ ທ້າວ ບຸນມີ ຊຶ່ງໄດ້ເລີ່ມປູກຫຍ້າ ແລະ ລ້ຽງສັດ ແຕ່ປີ 2016 ຜ່ານມາໄດ້ຂາຍງົວອອກ ຈໍານວນ 17 ໂຕ ສ້າງລາຍຮັບໃຫ້ຄອບຄົວໄດ້ 200 ລ້ານກວ່າກີບ, ປັດຈຸບັນມີງົວ 46 ໂຕ ແລະ ມີແບ້ອີກຈໍານວນໜຶ່ງ.
ໂອກາດນີ້, ທ່ານເຈົ້າແຂວງໄດ້ແນະນຳໃຫ້ວິຊາການ ແລະ ຜູ້ລ້ຽງສັດ ສຸມໃສ່ການຄັດເລືອກແນວພັນສັດ ຕິດພັນການດູແລຮັກສາສຸຂະພາບຂອງສັດ ເພື່ອໃຫ້ສັດໃຫ້ມີການຈະເລີນເຕີບໂຕໄດ້ດີສາມາດຕອບສະໜອງສັດເປັນສິນຄ້າ ທີ່ຕະຫຼາດມີຄວາມຕ້ອງການຫຼາຍໃນປັດຈຸບັນ.
(ຂ່າວ-ພາບ: ບຸນທັນ ໄຊຍະວົງ)

ຄໍາເຫັນ