ເຈົ້າແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມການພັດທະນາຮອບດ້ານພາຍໃນຈຸດສຸມຈຽງຕູບ

ເຈົ້າແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມການພັດທະນາຮອບດ້ານພາຍໃນຈຸດສຸມຈຽງຕູບ

ເຈົ້າແຂວງສະຫວັນນະເຂດ ເຄື່ອນໄຫວຕິດຕາມການພັດທະນາຮອບດ້ານພາຍໃນຈຸດສຸມຈຽງຕູບ
ການພັດທະນາບັນດາພື້ນຖານໂຄງລ່າງຮອບດ້ານພາຍໃນຂອບເຂດຈຸດສຸມຈຽງຕູບ ເມືອງເຊໂປນ ແຂວງສະຫວັນນະເຂດ ເຫັນໄດ້ວ່າມີຄວາມຄືບໜ້າຫຼາຍ. ໃນນີ້, ມີຫຼາຍໂຄງການໄດ້ກໍ່ສ້າງສໍາເລັດແລ້ວ ແລະ ບາງໂຄງການກຳລັງດຳເນີນການຢູ່ ຊຶ່ງເຫັນວ່າທຸກຂະແໜງການໃນເຂດຈຸດສຸມຈຽງຕູບແມ່ນໄດ້ກ້າວໄປໄວສົມຄວນ, ທັງນີ້ ກໍເພື່ອກະກຽມຄວາມພ້ອມໃນດ້ານພື້ນຖານໂຄງລ່າງທີ່ຈຳເປັນ ແລະ ມີຄວາມສຳຄັນຕໍ່ການສ້າງໃຫ້ຈຸດສຸມຈຽງຕູບກາຍເປັນຕາແສງຈຽງຕູບຕາມການຕົກລົງເຫັນດີຂອງສູນກາງພັກ.

ໃນວັນທີ 7 ພຶດສະພາຜ່ານມາໜີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ໄດ້ລົງເຄື່ອນໄຫວຕິດຕາມການກໍ່ສ້າງພື້ນຖານໂຄງລ່າງຮອບດ້ານ ພາຍໃນຈຸດສຸມຈຽງຕູບ. ໃນນີ້, ທ່ານ ເຈົ້າແຂວງ ພ້ອມຄະນະ ໄດ້ລົງເບິ່ງຕົວຈິງພື້ນທີ່ ທີ່ທາງແຂວງໄດ້ບຸກເບີກໃຫ້ປະຊາຊົນໄດ້ທຳການຜະລິດ ໃນເຂດບ້ານສົບສຸລູ ແລະ ບ້ານນາ ຊຶ່ງມີເນື້ອທີ່ປະມານ 100 ເຮັກຕາ, ມີລະບົບຊົນລະປະທານເພື່ອສະໜອງນໍ້າໃຫ້ປະຊາຊົນໄດ້ທຳການຜະລິດຢ່າງພຽງພໍ. ໂອກາດນີ້, ທ່ານເຈົ້າແຂວງໄດ້ເນັ້ນໜັກໃຫ້ ປະຊາຊົນ ຕ້ອງມີການເລືອກເຟັ້ນຊະນິດຂອງພືດເສດຖະກິດທີ່ຈະນຳມາປູກໃນພື້ນທີ່ນີ້, ຊຶ່ງທ່ານ ໄດ້ແນະນຳໃຫ້ປູກພືດທີ່ໃຫ້ຜົນຕອບແທນສູງ ແລະ ເປັນພືດທີ່ເໝາະສົມກັບສະພາບດິນໃນເຂດນີ້ ເພື່ອສ້າງລາຍຮັບທີ່ດີໃຫ້ປະຊາຊົນ ຫຼຸດພົ້ນອອກຈາກຄວາມທຸກຍາກ. ຈາກນັ້ນ, ທ່ານເຈົ້າແຂວງ ພ້ອມຄະນະກໍໄດ້ໄປເບິ່ງຄວາມຄືບໜ້າໂຄງການກໍ່ສ້າງໂຮງຮຽນປະຖົມ-ມັດທະຍົມຂອງຈຸດສຸມຈຽງຕູບ, ໄປເບິ່ງໂຄງການກໍ່ສ້າງຫ້ອງການຕາແສງຈຽງຕູບ ທີ່ຫາກໍກໍ່ສ້າງສຳເລັດ. ຈາກນັ້ນ, ກໍໄດ້ເຂົ້າຮ່ວມການມອບ-ຮັບສຸກສາລາຈຽງຕູບ ແລະ ໂຄງການກໍ່ສ້າງຊົນລະປະທານນໍ້າລິນ, ໂຄງການກໍ່ສ້າງສຸກສາລາ ແລະ ເຮືອນພັກແພດ.

ໃນໂອກາດນີ້, ທ່ານເຈົ້າແຂວງ ກໍໄດ້ລົງເບິ່ງການຮຽນ-ການສອນຕົວຈິງຂອງໂຮງຮຽນປະຖົມຈຽງຕູບ ແລະ ໄດ້ມອບເຄື່ອງນຸ່ງນັກຮຽນ, ມອບເຂົ້າສານ ແລະ ເງິນສົດ 5 ລ້ານກີບ ເຂົ້າໃສ່ການພັດທະນາໂຮງຮຽນ ແລະ ໄດ້ມອບເຂົ້າສານຈຳນວນ 1 ໂຕນ ໃຫ້ປະຊາຊົນຕື່ມອີກ. ຈາກນັ້ນ, ການນຳແຂວງກໍ່ໄດ້ລົງເບິ່ງພື້ນທີ່ ທີ່ທາງແຂວງໄດ້ບຸກເບີກໃຫ້ປະຊາຊົນໄດ້ປູກມັນຕົ້ນໃນປີ 2024ຜ່ານມາ ແລະ ທ່ານເຈົ້າແຂວງ ໄດ້ເນັ້ນໜັກ ກ່ຽວກັບການເລືອກເຟັ້ນປະເພດຂອງພືດທີ່ປະຊາຊົນຈະນຳມາປູກເປັນສິນຄ້າ ໂດຍທ່ານເຈົ້າແຂວງບໍ່ໃຫ້ປູກເຂົ້າເພາະໃຫ້ຜົນຕອບແທນໜ້ອຍກວ່າການປູກມັນຕົ້ນ, ທ່ານເຈົ້າແຂວງແນະນຳເປັນພິເສດໃຫ້ພະນັກງານວິຊາການກະສິກຳ ເອົາໃຈໃສ່ລົງຕິດຕາມການປູກຝັງຂອງປະຊາຊົນຢ່າງໃກ້ຊິດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ