ຢ້ຽມຢາມຖ້ຳຜາຫຼວງບ່ອນຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທໍາອິດ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມຖ້ຳຜາຫຼວງບ່ອນຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທໍາອິດ

ເຈົ້າແຂວງສະຫວັນນະເຂດ ຢ້ຽມຢາມຖ້ຳຜາຫຼວງບ່ອນຈັດກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທໍາອິດ
ໃນວັນທີ 26 ມັງກອນຜ່ານມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະນໍາຂອງແຂວງຊຶ່ງນໍາພາທາງໂດຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ,

ມີນັກທຸລະກິດພາຍໃນເມືອງ ແລະ ປະຊາຊົນບ້ານຕໍ່ເຮືອເຂົ້າຮ່ວມ.

ທ່ານ ເຈົ້າແຂວງສະຫວັນນະເຂດ ໄດ້ມີຄໍາເຫັນວ່າ: ຈຸດປະສົງໃນການມາຢ້ຽມຍາມໃນຄັ້ງນີ້, ກໍເພື່ອຢ້ຽມຢາມເບິ່ງຖໍ້າຜາຫຼວງ,ຊຶ່ງຖໍ້າດັ່ງກ່າວຕັ້ງຢູ່ບ້ານຕໍ່ເຮືອ ເມືອງວິລະບູລີ ແຂວງສະຫວັນນະເຂດ, ເຊິ່ງຖ້ຳແຫ່ງນີ້ເປັນຖໍ້າປະຫວັດສາດ ແລະ ເປັນສະຖານທີ່ຈັດກອງປະຊຸມໃຫຍ່ຄັ້ງທີ I ຂອງອົງຄະນະພັກແຂວງສະຫວັນນະເຂດ.

ດັ່ງນັ້ນ, ເພື່ອຫວນຄືນເຖິງມູນເຊື້ອ, ເຖິງຄວາມພິລາດອາດຫານຂອງພັກປະຊາຊົນ ປະຕິວັດລາວ ກໍຄືຄະນະພັກຄະນະນໍາແຂວງສະຫວັນນະເຂດຄັ້ງທີ I, ຈຶ່ງໄດ້ນໍາເອົາຄະນະທີມງານຂອງແຂວງ ແລະ ເມືອງລົງມາເບິ່ງຖໍ້າປະຫວັດສາດແຫ່ງນີ້, ເພື່ອໃຫ້ເຫັນໄດ້ເຖິງຄວາມເປັນປະຫວັດສາດທີ່ຜູ້ນໍາເຮົາມີຄວາມພິລາດອາດຫານນໍາໃຊ້ຖໍ້າແຫ່ງນີ້ເພື່ອເຄື່ອນໄຫວຕໍ່ສູ້ກູ້ຊາດ, ຕ້ານຈັກກະພັດອາເມລິກາຈົນສາມາດປົດປ່ອຍແຂວງສະຫວັນນະເຂດ, ປົດປ່ອຍທົ່ວປະເທດໄດ້.

ທ່ານເຈົ້າແຂວງຍັງໄດ້ສະແດງຄວາມພາກພູມໃຈຕໍ່ການຢ້ຽມຢາມສະຖານທີ່ແຫ່ງນີ້, ຊຶ່ງເປັນສະຖານທີ່ ທີ່ມີຄວາມໝາຍຄວາມສໍາຄັນທາງປະຫວັດສາດຂອງແຂວງໃນຕໍ່ໜ້າ, ຈະສ້າງໃຫ້ເປັນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ເພື່ອໃຫ້ປະຊາຊົນລາວ ກໍຄືຊາວແຂວງສະຫວັນນະເຂດຮຸ່ນໜຸ່ມກໍຄືຮຸ່ນຕໍ່ໆ ໄປໃຫ້ສາມາດເຂົ້າມາຮຽນຮູ້ເຖິງມູນເຊື້ອປະຫວັດສາດການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນ ປະຕິວັດລາວ ຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ I ອົງຄະນະພັກແຂວງຈົນຮອດປັດຈຸບັນກໍຄືວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີຈະໝູນວຽນມາໃນມາບັນຈົບຄົບຮອບໃນມໍ່ໆນີ້.

ທ່ານ ບຸນຍົງ ໄຊປັນຍາ ອະດີດຫົວໜ້າພະແນກຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງເຊິ່ງກໍແມ່ນຜູ້ໜຶ່ງທີ່ມີພື້ນຖານການປະຕິວັດໃນເຂດບ້ານຕໍ່ເຮືອ ໄດ້ໃຫ້ຮູ້ວ່າ: ຖໍ້າຜາຫຼວງແຫ່ງນີ້ໃນປີ 1970 ແມ່ນໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ຂອງອົງຄະນະພັກແຂວງສະຫວັນນະເຂດ, ໃນເວລານັ້ນແມ່ນຖືກສົງຄາມທໍາລາຍພ້ອມຈັກກະພັດຕ່າງດ້າວ (ຈັກກະພັດອາເມລິກາ). ສະນັ້ນພັກ-ລັດຈຶ່ງຕົກລົງກັນດໍາເນີນກອງປະຊຸມໃຫຍ່ຄັ້ງທໍາອິດຂອງອົງຄະນະພັກແຂວງສະຫວັນນະເຂດ, ຊຶ່ງກອງປະຊຸມໃຫຍ່ໄດ້ພ້ອມກັນເລືອກຕັ້ງເອົາທ່ານ ສີເມີຍ ນາມລາຊາ ເປັນເລຂາຄະນະພັກແຂວງສະຫວັນນະເຂດ.

ສະຖານທີ່ແຫ່ງນີ້, ເປັນທັງສາງເກືອ, ສາງເຂົ້າ ແລະ ເປັນບ່ອນແຕ່ງກິນຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກແຂວງ, ເມື່ອວັນເວລາຜ່ານໄປກໍມີພຽງຊື່ສຽງ ແລະ ການມາຢ້ຽມຢາມໃນຄັ້ງນີ້ກໍເພື່ອມາຢ້ຽມຢາມເບິ່ງສະຖານທີ່ແຫ່ງນີ້ ກໍຖືວ່າຍັງຄົງຄຸນຄ່າທາງທໍາມະຊາດທີ່ສວຍສົດງົດງາມ.

ໃນໂອກາດນີ້, ທ່ານເຈົ້າແຂວງໄດ້ພົບປະປຊາຊົນບ້ານຕໍເຮືອ ແລະ ເນັ້ນໜັກໃຫ້ພໍ່ແມ່ປະຊາຊົນຫ້າມຕັດໄມ້ທຳລາຍປ່າ ແລະ ສົ່ງເສີມໃຫ້ລູກຫຼານຂອງຕົນໄດ້ເຂົ້າໂຮງຮຽນ, ພ້ອມນີ້ກໍໄດ້ເປີດໂອກາດໃຫ້ພໍ່-ແມ່ ປະຊາຊົນໄດ້ສະເໜີເຖິງຄວາມຕ້ອງການ ແລະ ສິ່ທີ່ງປະຊາຊົນມີຄວາມຕ້ອງການ ແມ່ນສັນຍານອິນເຕີເນັດ, ນໍ້າດື່ມສະອາດໃຫ້ເຂົ້າເຖິງພາຍໃນບ້ານ.ຈາກນັ້ນ, ເຈົ້າແຂວງກໍໄດ້ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນໜຶ່ງໃຫ້ກັບປະຊາຊົນ ບ້ານຕໍເຮືອນ. ຈາກນັ້ນ,ທ່ານເຈົ້າແຂວງພ້ອມຄະນະ ກໍໄດ້ໄປຢ້ຽມຢາມຖ້ຳຜາໂລຍ ບ້ານດົງບັງ ເມືອງວິລະບູລີ (ຖໍ້າສາງຢາຜາໂລຍ) ພ້ອມທັງມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈຳນວນ ໜຶ່ງໃຫ້ກັບປະຊາຊົນບ້ານດົງບັງອີກດ້ວຍ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູສົ່ງເສີມການສຶກສາໂຮງຮຽນບ້ານຫາດຄີບ

ບໍລິສັດຜະລິດໄຟຟ້ານໍ້າອູ ຈຳກັດ ຮ່ວມມກັບ ຫໍສະໝຸດ ແຂວງຫຼວງພະບາງ,ໄດ້ນຳເອົາອຸປະ ກອນສົ່ງເສີມການອ່ານ,ເຄື່ອງສຸຂະອະນາໄມ,ປຶ້ມຂຽນ ແລະ ອື່ນໆ,ລວມມີມູນຄ່າທັງໝົດ 14 ລ້ານກີບ ມາມອບໃຫ້ແກ່ ນ້ອງນັກຮຽນໂຮງຮຽນປະຖົມສົມບູນບ້ານຫາດຄີບ,ເມືອງງອຍ,ແຂວງຫຼວງພະບາງ.
ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ

ວັນທີ 17 ທັນວາຜ່ານມາ ຢູ່ທີ່ສະໂມສອນເມືອງຫຼວງນ້າທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊັນສັນຍາໂຄງການປູກໝາກອຶ, ສາລີ ແລະ ໝາກຖົ່ວເບີ ເປັນສິ້ນຄ້າຢູ່ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງ ທ່ານ ສີຈັນ ລໍທອງໂຫຼຍ ຮັກສາການຮອງເຈົ້າເມືອງຫຼວງນໍ້າທາ ຜູ້ຊີ້ນໍາວຽກງານເສດຖະກິດຂັ້ນເມືອງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ສະຫະລັດອາເມຣິກາ ຢຸດຕິການອອກວີຊາເຂົ້າປະເທດໃຫ້ປະຊາຊົນລາວຢ່າງເຕັມຮູບແບບ

ອີງຕາມການປະກາດຄໍາສັ່ງຂອງ ທ່ານ ໂດນັນ ທຣໍາ, ປະທານາທິບໍດີ ແຫ່ງ ສະຫະລັດ ອາເມຣິກາ ໃນວັນທີ 16 ທັນວາ 2025 ກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການຈໍາກັດ ແລະ ເພີ່ມຄວາມເຂັ້ມງວດຕໍ່ການອອກວີຊາ ເຂົ້າ-ອອກ ສະຫະລັດ ອາເມຣິກາ ສຳລັບພົນລະເມືອງຈາກບາງປະເທດ.
ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ

ເມື່ອບໍ່ດົນຜ່ານມານີ້, ທີ່ ນະຄອນຫຼວງວຽງຈັນ, ກະຊວງການຕ່າງປະເທດ ໃນຖານະຈຸດປະສານງານ ກໍຄື ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບປະເທດດ້ອຍພັດທະນາໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງປະຕິບັດແຜນຍຸດທະສາດການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍພັດທະນາ ສຳລັບພາກສ່ວນເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ, ໂດຍການເປັນປະທານຂອງ ທ່ານ ນ. ມຸກດາວັນ ສີສຸລິດ, ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ຊຶ່ງມີຜູ້ເຂົ້າຮ່ວມຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນດາບໍລິສັດເອກະຊົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມລວມທັງໝົດປະມານ 100 ທ່ານ.
ເພີ່ມເຕີມ