ເຈົ້າແຂວງສະຫວັນນະເຂດມອບເຄື່ອງຊ່ວຍເຫຼືອພະນັກງານບຳນານສູນເສຍອົງຄະແລະນັກຮົບແຂ່ງຂັນ

ເຈົ້າແຂວງສະຫວັນນະເຂດມອບເຄື່ອງຊ່ວຍເຫຼືອພະນັກງານບຳນານສູນເສຍອົງຄະແລະນັກຮົບແຂ່ງຂັນ
ເນື່ອງໃນໂອກາດວັນຊາດທີ2ທັນວາຄົບຮອບ48ປີ, ທາງຄະນະພັກ-ຄະນະນຳຂັ້ນສູງຂອງແຂວງສະຫວັນນະເຂດນຳໂດຍທ່ານບຸນໂຈມອຸບົນປະເສີດກຳມະການສູນກາງພັກເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ, ທ່ານພູວັງເກດແກ້ວພົມພອນຮອງເລຂາພັກແຂວງຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານຂັ້ນແຂວງພ້ອມຄະນະນຳຈາກພະແນກການ, ກົມກອງອ້ອມຂ້າງແຂວງ, ກອງບັນຊາປກຊ-ປກສແຂວງໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມພ້ອມທັງມອບເຄື່ອງຊ່ວຍເຫຼືອພະນັກງານບຳນານສູນເສຍອົງຄະເຊ17(C17) ແລະນັກຮົບແຂ່ງຂັນເມືອງພີນໃນວັນທີ2ທັນວາຜ່ານມາ, ໂດຍການຕ້ອນຮັບຂອງທ່ານສຸດໃຈໄຊຍະວົງວ່າການເຈົ້າເມືອງໆພີນພ້ອມຫົວໜ້າສູນເຊ17ແລະພາກສ່ວນຕ່າງໆຂອງເມືອງໃຫ້ການຕ້ອນຮັບ.
ໃນວາລະດັ່ງກ່າວ, ທ່ານພອນປະສິດຈັນທະວີໄຊຫົວໜ້າການເມືອງກອງຮ້ອຍສູນເສຍອົງຄະເຊ17ໄດ້ລາຍງານໃຫ້ຮູ້ວ່າ: ສູນເສຍອົງຄະC17ໄດ້ກໍ່ຕັ້ງຂຶ້ນໃນວັນທີ2ກຸມພາ1971ຢູ່ບ້ານຖໍ້າຜາພິລາງເມືອງວິລະບູລີ, ມີຈຳນວນພົນທັງໝົດ33ທ່ານ, ປີ1984ໄດ້ຍ້າຍມາຕັ້ງຢູ່ບ້ານໂນນໄຊເມືອງພີນຈົນຮອດປັດຈຸບັນແລະໃນລະຫວ່າງປີ2020-2021ໄດ້ມີການມອບ-ໂອນການຄຸ້ມຄອງນາຍແລະພົນທະຫານທີ່ໄດ້ຮັບອຸດໜູນບຳນານເສຍອົງຄະຍ້ອນການສູ້ຮົບແລະຮັບໃຊ້ການສູ້ຮົບແລ້ວ, ອີງຕາມການນຳສະເໜີຂອງບັນດາທ່ານຫົວໜ້າສູນແລະຍ້ອນອາຍຸການເຮັດໜ້າທີ່ອັນຍາວນານຂອງພວກທ່ານຈຶ່ງໄດ້ນຳສະເໜີຂໍພັກຜ່ອນຈາກໜ້າທີ່ສະນັ້ນ, ມາໃນວັນທີ6ກໍລະກົດ2023ທາງຄະນະພັກ-ຄະນະບັນຊາກອງບັນຊາກການທະຫານແຂວງຈຶ່ງໄດ້ມາປະກາດການຈັດຕັ້ງຮັກສາການຫົວໜ້າແລະຮອງຫົວໜ້າກອງຮ້ອຍສູນC17ຂຶ້ນເພື່ອປະຕິບັດໜ້າທີ່ປະຈຳການຕໍ່.
ໂອກາດນີ້, ທ່ານບຸນໂຈມອຸບົນປະເສີດກໍໄດ້ຕາງໜ້າຄະນະພັກ-ຄະນະນຳຂອງແຂວງສະຫວັນນະເຂດກ່າວຢື້ຢາມຖາມຂ່າວພະນັກງານບຳນານສູນເສຍອົງຄະເຊ17ຊຶ່ງຍາມໃດພັກ-ລັດພວກເຮົາກໍມີຄວາມເປັນຫ່ວງເປັນໃຍຕໍ່ຊີວິດການເປັນຢູ່ຂອງພວກທ່ານຊຶ່ງພໍດີກົງກັບວັນຊາດທີ2ທັນວາຄົບຮອບ48ປີ, ທາງການນຳຂອງແຂວງພວກເຮົາກໍໄດ້ຖືໂອກາດດັ່ງກ່າວນີ້ລົງມາຢ້ຽມຢາມແລະນຳເຄື່ອງຊ່ວຍເຫຼືອພ້ອມທັງທຶນຮອນຈຳນວນໜຶ່ງມາມອບໃຫ້ພະນັກງານບຳນານພາຍໃນສູນແຫ່ງນີ້ເພື່ອຕອບແທນບຸນຄຸນແລະຄຸນງາມຄວາມດີຂອງບັນດາທ່ານພ້ອມນີ້, ທ່ານເຈົ້າແຂວງຍັງໄດ້ສອບຖາມເຖິງຂໍ້ຫຍຸ້ງຍາກແລະຮັບຟັງຄຳສະເໜີຂອງບັນດາທ່ານພະນັກງານບຳນານພາຍໃນສູນຊຶ່ງຫຼາຍທ່ານໄດ້ຮຽກຮ້ອງໃຫ້ພາກລັດຊ່ວຍເພີ່ມເງິນນະໂຍບາຍຂຶ້ນອີກ, ໂດຍທ່ານເຈົ້າແຂວງກໍຮັບປາກຈະຊ່ວຍແກ້ໄຂແລະຈະໃຫ້ການຊ່ວຍເຫຼືອໃນການປະກອບຂາທຽມໃຫ້ຜູ້ທີ່ເສຍອົງຄະ(ຂາ)ຈຳນວນ10ກວ່າທ່ານຂອງສູນເຊ17ໂດຍເນັ້ນໃຫ້ພາກສ່ວນຮັບຜິດຊອບເລັ່ງປະສານສົມທົບຫາແຂວງໂດຍໄວເພື່ອໃຫ້ການຊ່ວຍເຫຼືອບັນດາທານພະນັກງານບຳນານຜູ້ເສຍອົງຄະ(ຂາ) ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ມີຜົນງານແລະຄຸນງາມຄວາມດີຕໍ່ກັບປະເທດຊາດພວກເຮົາສະນັ້ນ, ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງເພິ່ນໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າແຕ່ກ່ອນ.
ໃນການລົງເຄື່ອນໄຫວຄັ້ງນີ້, ທ່ານບຸນໂຈມອຸບົນປະເສີດພ້ອມຄະນະກໍໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ, ຢາປົວພະຍາດ, ເຂົ້າສານ, ເສື້ອກັນໜາວແລະອື່ນໆພ້ອມທັງທຶນຮອນຈຳນວນໜຶ່ງມອບໃຫ້ແກ່ສູນເສຍອົງຄະເຊ17ແລະມອບໃຫ້ນັກຮົບແຂ່ງຂັນແຫ່ງຊາດ3ທ່ານຄື: ທ່ານພັອຄຳເມິງ, ທ່ານພັຕທອງຄຳ (ເມືອງອຸທຸມພອນ) ແລະປ້າສີຍອນ(ເມືອງພີນ). ຈາກນັ້ນ, ຄະນະການນຳຂັ້ນແຂວງແລະເມືອງກໍໄດ້ລົງຢ້ຽມຢາມເບິ່ງພື້ນທີ່ປູກຢາງພາລາຂອງບໍລິສັດກວາຊາເຊຣູໂກນຳອີກ.  ນອກຈາກນີ້, ໃນວັນທີ1 ທັນວາ2023, ທ່ານເຈົ້າແຂວງຍັງໄດ້ເຄື່ອນໄຫວຢ້ຽມຢາມແລະມອບເຄື່ອງຊ່ວຍເຫຼືອສູນພິການຕາແລະໂຮງຮຽນເດັກSOSຕື່ມອີກ.
(ຂ່າວ-ພາບ: ສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ມວນຊົນຊາວຫຼວງພະບາງ ຮ່ວມງານໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ຢ່າງຫຼວງຫຼາຍ

ຕອນເຊົ້າວັນທີ່ 22 ສີງຫານີ້, ອົງການປົກຄອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໃນໂອກາດບຸນຫໍ່ເຂົ້າປະດັບດິນ ຊ່ວງເຮືອເດືອນເກົ້າ ປະຈຳປີ ພສ 2568 ຄສ 2025, ມີທ່ານ ສົມສະຫວາດ ເລັ່ງສະຫັວດ ອະດິດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ນະຄອນ-ເມືອງ, ຕະຫຼອດຮອດມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ ເປັນຈຳນວນຫຼວງຫຼາຍ ເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.
ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ເດືອນ 9 ປະເພນີບຸນຫໍ່ເຂົ້າປະດັບດິນຂອງຊາວພຸດ

ບຸນຫໍ່ເຂົ້າປະດັບດິນ ເປັນໜຶ່ງໃນຮີດຄອງປະເພນີຂອງຊາວພຸດທີ່ເຄີຍສືບທອດປະຕິບັດກັນມາຈົນເທົ່າທຸກວັນນີ້. ບຸນຫໍ່ເຂົ້າປະດັບດິນຍັງນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ. ເມື່ອຮອດມື້ແຮມ 14 ຄໍ່າເດືອນ 9 ລາວຂອງທຸກໆປີ ຫຼື ເອີ້ນວ່າບຸນເດືອນເກົ້າ ຊຶ່ງປີນີ້ແມ່ນກົງກັບວັນທີ 23 ສິງຫາ 2025. ບຸນຫໍ່ເຂົ້າປະດັບດິນ ຍັງເປັນບຸນເຮັດເພື່ອອຸທິດສ່ວນບຸນກຸສົນໃຫ້ຜີເຜດ ຫຼື ຍາດພີ່ນ້ອງ, ເພື່ອນມິດສະຫາຍທີ່ໄດ້ລ່ວງລັບໄປແລ້ວນັ້ນ.
ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມືອງຫຼວງນ້ຳທາ ໄດ້ຮັບເຄື່ອງຊ່ວຍເຫຼືອ

ເມື່ອບໍ່ດົນມານີ້ ທີ່ສະໂມສອນເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ, ບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ໄດ້ນໍາເອົາເຄື່ອງຊ່ວບເຫຼືອມາມອບໃຫ້ຫ້ອງວ່າການ ເມືອງຫຼວງນ້ຳທາ ໂດຍການເຂົ້າຮ່ວມຂອງການ ຄໍາຫຼ້າ ແຫຼ່ງໄຊຍະທໍາ ຮັກສາການເຈົ້າເມືອງຫຼວງນໍ້າທາ ແລະ ທ່ານ ຈາງຍີ້ ຮອງປະທານບໍລິສັດການຄ້າ ແລະ ການລົງທຶນ ຈີນ-ລາວ ຊຽງຈຽງ ຂາເຂົ້າ-ຂາອອກ ຈໍາກັດ ພ້ອມດ້ວຍພາກສ່ວນທ່ກຽ່ຂ້ອງເຂົ້າຮ່ວມ.
ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ

ພິທີປະກາດການຈັດຕັ້ງຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ຈັດຂຶ້ນໃນວັນທີ 21 ສິງຫາ ນີ້ ທີ່ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ຮອງປະທານ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຜູ້ປະຈຳການ ຊຶ່ງມີຕາງໜ້າຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງການເງິນ ຕະຫຼອດຮອດພະນັກງານທັງໝົດເຂົ້າຮ່ວມ.
ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ເຈົ້າແຂວງວຽງຈັນ ລົງພົບປະໂອ້ລົມພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ

ວັນທີ 21 ສິງຫາຜ່ານມາ, ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ ໄດ້ລົງພົບປະໂອ້ລົມ ພໍ່ແມ່ປະຊາຊົນກຸ່ມບ້ານເມືອງໝື່ນ, ເມືອງໝື່ນ ແຂວງວຽງຈັນ ຕິດພັນກັບການລົງໂຄສະນາເຜີຍແຜ່ມູນເຊື້ອວັນສຳຄັນຕ່າງໆຂອງພັກ ຂອງຊາດ ຂອງແຂວງ, ມີທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງໝື່ນ, ການນຳແຂວງ, ການນຳເມືອງໝື່ນ, ອຳນາດການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນເຂດດັ່ງກ່າວເຂົ້າຮ່ວມ.
ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຫຼາຍພາກສ່ວນ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ

ຕອນເຊົ້າວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງເຊກອງ, ບໍລິສັດ ດາກຈຶງ ສໍາຫຼວດແຮ່ທາດ ໂຄງການພັດທະນາບໍ່ແຮ່ ເຂດດາກປຣາ ເມືອງດາກຈຶງ ແຂວງເຊກອງ ໄດ້ມອບເງິນ 500 ລ້ານກີບ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ສາຂາ ແຂວງເຊກອງ ມອບເງິນ 20 ລ້ານກີບ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ຈະໄຂຂຶ້ນໃນທ້າຍເດືອນສິງຫານີ້, ໂດຍກ່າວຮັບຂອງທ່ານ ບຸນຫຼາຍ ບຸດທິ ຮັກສາການແທນເຈົ້າແຂວງເຊກອງ,.
ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ອຸປະຖຳກອງປະຊຸມໃຫຍ່ແຂວງຊຽງຂວາງ

ຫຼາຍພາກສ່ວນສືບຕໍ່ໃຫ້ການອຸປະຖຳກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຊຽງຂວາງ ສະ ໄໝທີ IX ຂຶ້ນ ໃນວັນທີ 21 ສິງຫານີ້ ທີ່ຫ້ອງວ່າການແຂວງ ໂດຍມີທ່ານ ໄຊທອງ ໄຊຍະວົງ ປະທານບໍລິສັດ ຈັນສຸດາ ສຳຫຼວດ-ອອກແບບ ແລະ ກໍ່ສ້າງຈຳກັດຜູ້ດຽວ ໄດ້ອຸປະຖຳເງິນ 50 ລ້ານກີບ ແລະ ນ້ຳດື່ມ 50 ແພັກ ມູນຄ່າ 3 ລ້ານກວ່າກີບ,
ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ສະຫະພັນແມ່ຍິງ 6 ແຂວງພາກໃຕ້ ທາບທາມບຸກຄະລາກອນ ເຂົ້າໃນຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ

ວັນທີ 20 ສິງຫານີ້, ທ່ານ ນາງ ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ເປັນປະທານກອງປະຊຸມທາບທາມເນື້ອໃນ ແລະ ບຸກຄະລາກອນ ເຂົ້າໃສ່ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວ ທົ່ວປະເທດ ສະໄໝທີ IX ຮອບທີ 2 ຂອງສະຫະພັນແມ່ຍິງ 6 ແຂວງພາກໃຕ້ ປະກອບມີ: :ແຂວງສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ, ອັດຕະປື ແລະ ແຂວງຄໍາມ່ວນ ຊຶ່ງຈັດຂຶ້ນທີ່ ແຂວງສະຫວັນນະເຂດ.
ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ຄໍາມ່ວນ ປຶກສາຫາລື ການກະກຽມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ສະໄໝທີ XI

ກອງປະຊຸມປຶກສາຫາລື, ແນະນຳ ກ່ຽວກັບການກະກຽມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຄໍາມ່ວນ ສະໄໝທີ XI ໄດ້ຈັດຂຶ້ນໃນວັນທີ 21 ສິງຫານີ້ ທີ່ເຮືອນຮັບແຂກ ເລກ 1 ແຂວງຄໍາມ່ວນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄຳມ່ວນ.
ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ເພີ່ມເຕີມ