ວັນທີ 2 ພະຈິກ 2023 ນີ້ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ ຕ້ອນຮັບທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມຄະນະ ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊກອງ.
ໃນໂອກາດນີ້, ທ່ານເຈົ້າແຂວງເຊກອງ ກໍໄດ້ກ່າວຕ້ອນຮັບ ແລະ ລາຍງານການພັດທະນາເສດຖະກິດ-ສັງຄົມ, ການນໍາພາ-ຊີ້ນໍາຕໍ່ວຽກງານພາຍໃນ ຊຶ່ງຍາມໃດກໍຖືເປັນວຽກບຸລິມະສິດ ຄະນະພັກ-ອົງການປົກຄອງແຂວງໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຕິດແທດ ໂດຍສະເພາະແມ່ນວຽກງານແກ້ໄຂບັນຫາເຂດແດນເຊື່ອມຕໍ່, ວຽກງານກໍານົດຕໍາແໜ່ງງານ ຕິດພັນກັບການປັບປຸງກົງຈັກການຈັດຕັ້ງ, ວຽກງານຄຸ້ມຄອງພົນລະເມືອງ, ຊົນເຜົ່າ-ສາສະໜາ, ວຽກງານແຂ່ງຂັນ-ຍ້ອງຍໍ, ການຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການສ້າງບ້ານ-ກຸ່ມບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.
ທ່ານ ນາງ ລີວົງ ລາວລີ ກໍໄດ້ກ່າວສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໂດຍຈຸດປະສົງການມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງຄັ້ງນີ້ ເພື່ອຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພາຍໃນ ເປັນຕົ້ນ, ການຄຸ້ມຄອງພົນລະເມືອງ, ການຂຶ້ນທະບຽນ, ເກັບກໍາຂໍ້ມູນ-ສະຖິຕິພົນລະເມືອງ, ວຽກງານແຂ່ງຂັນ-ຍ້ອງຍໍ, ການກໍານົດຕໍາແໜ່ງງານ, ວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານອື່ນໆໃຫ້ມີຜົນສໍາເລັດ ຕາມລະດັບຄາດໝາຍ ແລະ ແຜນການທີ່ວາງໄວ້.
ຂ່າວ-ພາບ: ສັນຍາ

ຄໍາເຫັນ