ເມື່ອບໍ່ດົນມານີ້, ທ່ານເຫຼັກໄຫຼສີວິໄລເຈົ້າແຂວງເຊກອງພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວພົບປະຢ້ຽມຢາມແລະໂອ້ລົມປະຊາຊົນ6ບ້ານທີ່ຂຶ້ນກັບເຂດຈຸດສຸມພັດທະນາທີII ບ້ານກົກພຸງໃຕ້ເມືອງທ່າແຕງໂດຍມີທ່ານສຸພົນໄຊສະຫງ່າຮອງເຈົ້າເມືອງທ່າແຕງພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານນິກອນສີສຸພັນຫົວໜ້າເຂດຈຸດສຸມພັດທະນາທີII ບ້ານກົກພຸງໃຕ້ໄດ້ລາຍງານໃຫ້ຮູ້ວ່າ: ເຂດII ປະກອບມີ6ບ້ານຄື: ບ້ານກົກພຸງໃຕ້, ກົກພຸງເໜືອ, ຕະກຽວ, ຕຸມຍໍ, ໝື່ນໃໝ່ແລະບ້ານໝື່ນກາງ, ມີ554ຫຼັງຄາເຮືອນ580ຄອບຄົວແລະມີພົນລະເມືອງທັງໝົດ3.270ຄົນ, ຍິງ1.637ຄົນ. ໃນໄລຍະຜ່ານມາ, ຄະນະພັກ-ອົງການປົກຄອງບ້ານໄດ້ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດດ້ວຍການນຳເອົາແນວທາງ, ແຜນນະໂຍບາຍແລະນິຕິກຳຕ່າງໆຂອງຄະນະພັກຂັ້ນເທິງມາເຜີຍແຜ່ໃຫ້ປະຊາຊົນເປັນປົກກະຕິ; ເອົາໃຈໃສ່ນໍາພາ-ຊີ້ນໍາ, ປຸກລະດົມຂົນຂວາຍແລະຊຸກຍູ້ການຜະລິດກະສິກໍາ (ປູກຝັງ-ລ້ຽງສັດ) ເພື່ອພັດທະນາຊີວິດການເປັນຢູ່ຂອງຄອບຄົວໃຫ້ດີຂຶ້ນດີ. ໃນ5ບ້ານມີເນື້ອທີ່ສວນກາເຟ775,2ເຮັກຕາ, ສວນມັນຕົ້ນ1.139,9ເຮັກຕາ, ສວນກ້ວຍ48,7ເຮັກຕາ, ສວນໝາກນັດ52,8ເຮັກຕາ, ສວນຖົ່ວດິນ45,51ເຮັກຕາ, ນາປີ334,3ເຮັກຕາ, ນາສັກ17,6ເຮັກຕາ, ຖົ່ວຝັກຍາວ20ເຮັກຕາ, ສາລີຫວານ84,5ເຮັກຕາແລະເນື້ອທີ່ປູກພືດຜັກອື່ນໆ54,7ເຮັກຕາ. ນອກນີ້, ຍັງມີສັດລ້ຽງປະເພດງົວ, ຄວາຍ, ແບ້, ໝູແລະສັດປີກລວມທັງໝົດ3.405ໂຕ. ໂດຍລວມແລ້ວປະຊາຊົນມີຊີວິດການເປັນຢູ່ດີຂຶ້ນ.
ໂອກາດນີ້, ທ່ານເຫຼັກໄຫຼສີວິໄລໄດ້ມີຄໍາເຫັນໂອ້ລົມໂດຍໄດ້ກ່າວສະແດງຄວາມຢ້ຽມຢາມຖາມຂ່າວເຖິງການດຳລົງຊີວິດຂອງປະຊາຊົນ, ຍ້ອງຍໍຊົມເຊີຍແລະຕີລາຄາສູງຕໍ່ຜົນສໍາເລັດການນໍາພາປະຊາຊົນຢູ່ດີກິນດີແລະມີແບບແຜນການດຳລົງຊິວິດທີ່ໝັ້ນຄົງ. ພ້ອມທັງຊີ້ນໍາໃຫ້ສືບຕໍ່ນໍາໃຊ້ທ່າແຮງບົ່ມຊ້ອນ, ຂະຫຍາຍເນື້ອທີ່ການຜະລິດໃຫ້ຫຼາຍຂຶ້ນ, ຮັບປະກັນໃຫ້ກຸ້ມຢູ່ກຸ້ມກິນແລະຂາຍເປັນສິນຄ້າ; ສືບຕໍ່ຂະຫຍາຍການຈັດຕັ້ງພັກແລະກໍ່ສ້າງພັກຕາມ5ຫຼັກການໃຫ້ມີຄຸນນະພາບ; ສືບຕໍ່ໂຄສະນາສຶກສາອົບຮົມ, ເຜີຍແຜ່ແນວທາງຂອງພັກ, ກົດໝາຍ-ນິຕິກໍາໃຕ້ກົດໝາຍໃຫ້ປະຊາຊົນເປັນປົກກະຕິເພື່ອສ້າງຄວາມຮັບຮູ້ເຂົ້າໃຈແລະປະຕິບັດກົດໝາຍໃຫ້ເຂັ້ມງວດ; ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລະບໍລິໂພກຂໍ້ມູນ-ຂ່າວສານຜ່ານສື່ສັງຄົມອອນລາຍຢ່າງມີສະຕິ, ມີເຫດມີຜົນ, ສາມາດຈຳແນກມິດແລະສັດຕູໄດ້ຢ່າງຈະແຈ້ງ.
ໃນໂອກາດນີ້, ທ່ານເຈົ້າແຂວງໄດ້ມອບປຶ້ມ-ບິກຂຽນແລະອຸປະກອນກິລາຈໍານວນໜຶ່ງໃຫ້ອົງການປົກຄອງບ້ານນໍາໃຊ້ເຂົ້າໃນວຽກງານສຶກສາແລະກິລາໃຫ້ເກີດປະໂຫຍດສູງສຸດ.
(ຂ່າວ-ພາບ: ສັນຍາ)

ຄໍາເຫັນ