ທ່ານ ທອງໃສ ໄຊຍະວົງຄໍາດີ ເຈົ້າເມືອງອຸທຸມພອນ ແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຜູ້ປະການລ້ຽງໝູພັນພາຍໃນເມືອງ ຫວ່າງບໍ່ດົນມານີ້ ຊຶ່ງໄດ້ຮັບການຕ້ອນຮັບຈາກຜູ້ປະກອບການລ້ຽງໝູພັນ ໂດຍການລົງຊຸກຍູ້ການລ້ຽງໝູພັນພາຍໃນເມືອງອຸທຸມພອນ ຂອງທ່ານເຈົ້າເມືອງ ແລະ ຄະນະຄັ້ງນີ້ແມ່ນໄດ້ລົງຕິດຕາມເບິ່ງຟາມລ້ຽງໝູພັນ ມຸກສະຫວັນ ຕັ້ງຢູ່ບ້ານໄຊອຸດົມ ຊຶ່ງມີໝູແມ່ພັນ 105 ໂຕ, ພໍ່ພັນ 5 ໂຕ ແລະ ໝູຂຸນອີກຈໍານວນ 260 ໂຕ ແລະ ຟາມໝູພັນ ສຸກສາຄອນ ອຸດົມສິນ ຕັ້ງຢູ່ບ້ານກາງໂພສີ ຊຶ່ງມີໝູທັງໝົດ 600 ກວ່າໂຕ.
ສໍາລັບຜູ້ປະກອບການລ້ຽງໝູພັນ ຍັງໄດ້ສະເໜີໃຫ້ທ່ານເຈົ້າເມືອງຊ່ວຍແກ້ໄຂບັນຫາທີ່ຜູ້ປະກອບການກໍາລັງປະສົບພົບພໍ້ຢູ່ໃນປັດຈຸບັນກໍຄືບັນຫາລາຄາໝູຕົກຕໍ່າ, ຄ່າຫົວອາຫານແພງ ບວກໃສ່ກັບແມ່ຄ້າຄົນກາງມາກົດໜ່ວງລາຄາໝູລົງອີກ ອັນໄດ້ເຮັດໃຫ້ຜູ້ປະກອບການລ້ຽງໝູພັນ ຝືດເຄືອງຫຼາຍ ສະນັ້ນຢາກໃຫ້ຂັ້ນເທິງເຂົ້າມາຊ່ວຍເຫຼືອທາງດ້ານລາຄາໝູ, ຄ່າຂົນສົ່ງຫົວອາຫານ ແລະ ແກ້ໄຂໂດຍດ່ວນເພື່ອຈະເຮັດໃຫ້ການລ້ຽງໝູຢູ່ລອດ, ນອກຈາກນີ້ ກໍຍັງມີການລັກລອບໜີພາສີນໍາເຂົ້າລູກປາທີ່ບໍ່ຖືກຕ້ອງພາຍໃນເມືອງ ອັນໄດ້ສ້າງຜົນກະທົບທີ່ບໍ່ດີຕໍ່ຜູ້ປະກອບການຈໍາໜ່າຍລູກປາພາຍໃນເມືອງອີກດ້ວຍ
ໂອກາດດັ່ງກ່າວ, ທ່ານເຈົ້າເມືອງກ່າວວ່າ: ໃນການລົງມາຢ້ຽມຢາມເທື່ອນີ້ ກໍເພື່ອຕິດຕາມເບິ່ງສະພາບຄວາມເປັນຈິງຂອງຜູ້ປະກອບການລ້ຽງໝູພັນ ຄໍາສະເໜີທີ່ຜູ້ປະກອບການສະເໜີມາກໍຈະຊອກຫາທາງອອກຊ່ວຍກັນໂດຍໄວທີ່ສຸດ ເພື່ອແກ້ໄຂບັນຫາໃຫ້ຖືກກັບເປົ້າໝາຍ, ພ້ອມນີ້ທ່ານຍັງໄດ້ເນັ້ນໃຫ້ຜູ້ປະກອບການລ້ຽງໝູທີ່ມີພື້ນທີ່ເປົ່າວ່າງກວ້າງຂວາງທີ່ມີເງື່ອນໄຂນອກຈາກລ້ຽງໝູແລ້ວ ກໍຢາກໃຫ້ລ້ຽງໄກ່ລາດຕື່ມ ເພາະວ່າຕະຫຼາດມີຄວາມຕ້ອງການຫຼາຍ,ໂດຍສະເພາະແມ່ນສາມຫຼ່ຽມປີ້ງໄກ່ເຊໂນແມ່ນເນັ້ນໃສ່ແຕ່ໄກ່ລາດເປັນຫຼັກ.
ກ່ອນໜ້າຈະລົງຊຸກຍູ້ຜູ້ປະກອບການລ້ຽງໝູພັນ ທ່ານເຈົ້າເມືອງຍັງໄດ້ພົບປະໂອ້ລົມພະນັກງານຫ້ອງການກະສິກໍາ-ປ່າໄມ້ເມືອງໂດຍທ່ານເນັ້ນວ່າ: ຢາກໃຫ້ບັນດາທ່ານກວດກາຄືນຫ້ວຍ, ຮ່ອງ, ຄອງບຶງ ທີ່ຈະຕັນນໍ້າໄວ້ປູກພືດລະດູ ແລ້ງປີນີ້ໃຫ້ພຽງພໍ, ພ້ອມທັງເບິ່ງທ່າແຮງຄວາມພ້ອມ ແລະ ຄວາມເໝາະສົມວ່າເຂດໃດເໝາະແກ່ການປູກພືດ, ການລ້ຽງສັດ ຕ້ອງໄດ້ສົ່ງເສີມເພື່ອເປັນຈຸດຂາຍ ໂດຍສະເພາະແມ່ນຢາກໃຫ້ປູກຜັກ, ໝາກຮຸ່ງ, ໝາກແຕງ, ໝາກຖົ່ວ ແລະ ຜັກສ້ຽນໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອບໍ່ຢາກໃຫ້ນໍາເຂົ້າ ອັນໃດທີ່ເຮົາເຮັດໄດ້ກໍຕ້ອງຊຸກຍູ້ສົ່ງເສີມໃຫ້ຫຼາຍ ເພື່ອຕອບສະ ໜອງຄວາມຕ້ອງການຂອງຕະຫຼາດໃຫ້ພຽງພໍ ເພາະວ່າເມືອງອຸທຸມພອນເປັນເມືອງພັດທະນາຕາມແຜນທີ່ວາງໄວ້ໃນປີ 2025.
(ຂ່າວ-ພາບ: ບຸນຊູ ພົມມະເທບ)

ຄໍາເຫັນ