ພິທີເຊັນໄດ້ມີຂຶ້ນເມື່ອວັນທີ 6 ມິຖຸນາຜ່ານມາ ທີ່ ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ເຊັນໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຝ່າຍບໍລິສັດຜູ້ລົງທຶນ ທັງ 3 ບໍລິສັດ.
ໂຄງການດັ່ງກ່າວ ຕັ້ງຢູ່ເຂດດ່ານສາກົນແດນສະຫວັນ ເມືອງເຊໂປນ ແຂວງສະຫວັນນະເຂດ, ເນື້ອທີ່ຂອງໂຄງການ 34.73 ເຮັກຕາ ເຊິ່ງຈະໄດ້ຕິດຕັ້ງຊິງຊັ່ງທີ່ທັນສະໄໝ ແລະ ພັດທະນາສະຖານີຄ່ຽນຖ່າຍສິນຄ້າ ໂດຍກິດຈະກຳຫຼັກປະກອບມີ: ຊັ່ງນ້ຳໜັກລົດບັນທຸກ, ຕູ້ສິນຄ້າ, ສິນຄ້າ, ຄ່ຽນຖ່າຍສິນຄ້າ, ສາງເກັບມ້ຽນສິນຄ້າແບບຄົບວົງຈອນ, ລານເກັບຕູ້ສິນຄ້າ, ບັນຈຸ ຫຸ້ມຫໍ່ ແຍກ ແລະ ຈັດສົ່ງສິນຄ້າ, ບ່ອນພັກສິນຄ້າ ເປັນຕົ້ນ.

ຄໍາເຫັນ