ເຈົ້ແຂວງສະຫວັນນະເຂດ ລົງຊຸກຍູ້ວຽກງານຢູ່ຈຸດສຸມຈຽງຕູບ

ທ່ານ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ທ່ານ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມພາກສ່ວນກ່ຽວຂ້ອງໄດ້ລົງຊຸກຍູ້ວຽກງານຢູ່ຈຸດສຸມຈຽງຕູບ ຫວ່າງບໍ່ດົນມານີ້. ໃນການລົງພົບປະຢ້ຽມຢາມຄັ້ງນີ້ ທ່ານເຈົ້າແຂວງ ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ນຳເອົາເຄື່ອງຝາກຂອງຕ້ອນ ເປັນຕົ້ນ: ອຸປະກອນການຮຽນ, ອຸປະກອນກິລາ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງໃຊ້ໃນຄົວເຮືອນ ມອບໃຫ້ນັກຮຽນ ແລະ ຄູ-ອາຈານ ເພື່ອເປັນຂວັນກຳລັງໃຈໃນການຮ່ຳຮຽນ ແລະ ການສິດສອນຂອງຄູ-ອາຈານ ທີ່ຕັ້ງໜ້າບຸກບືນ ແລະ ມີຄວາມອົດທົນພະຍາຍາມ ໃນການສ້າງອະນາຄົດຂອງຊາດ ຢູ່ເຂດພູດອຍຫ່າງໄກສອກຫຼີກ ເຖິງຈະມີບັນຫາຄວາມຫຍຸ້ງຍາກນາໆປະການ ກໍຍັງພ້ອມກັນຜ່ານຜ່າມາໄດ້.
ໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໃນນາມຜູ້ຊີ້ນຳຈຸດສຸມຈຽງຕູບ ໄດ້ໃຫ້ສຳພາດແກ່ນັກຂ່າວແຂວງວ່າ: ໃນການລົງມາຊີ້ນຳຈຸດສຸມຈຽງຕູບຄັ້ງນີ້ ຈຸດປະສົງຫຼັກກໍເພື່ອພັດທະນາໃຫ້ຈຸດສຸມດັ່ງກ່າວນີ້ ໃຫ້ກາຍເປັນຕົວເມືອງນ້ອຍ, ສ້າງໃຫ້ກາຍເປັນບ້ານພົ້ນທຸກ, ຄອບຄົວພົ້ນທຸກ ໃນອະນາຄົດອັນໃກ້ນີ້. ເມື່ອຢາກເຮັດໄດ້ແນວນັ້ນ ທາງຄະນະນຳຂອງແຂວງ ກໍຄືລັດຖະບານ ໄດ້ທຸ່ມງົບປະມານຈຳນວນໜຶ່ງ ເພື່ອເລັ່ງປັບປຸງ ແລະ ພັດທະນາ ຊຶ່ງກ່ອນອື່ນໝົດ ກໍຕ້ອງເລັ່ງໃສ່ປັບປຸງລະບົບການເມືອງໃຫ້ມີຄວາມເຂັ້ມແຂງ, ໂດຍມອບໃຫ້ຄະນະພັກເມືອງເຊໂປນ ໄດ້ລົງປັບປຸງ ແລະ ແຕ່ງຕັ້ງຄະນະພັກຮາກຖານຂອງຈຸດສຸມແຫ່ງນີ້ຄືນໃໝ່, ໂດຍເນັ້ນໃສ່ໂຄງປະກອບທີ່ມີການຕິດພັນ, ໃນນັ້ນ ປະກອບມີ: ຄະນະພັກເມືອງ ເປັນເລຂາພັກຮາກຖານ, ມີກຳລັງ ປກສ ເປັນຮອງ, ກຳລັງ ປກຊ ເປັນຮອງ, ນອກນັ້ນມີ: ຫ້ອງການກະສິກຳ-ປ່າໄມ້, ສຶກສາທິການ-ກິລາ, ສາທາລະນະສຸກ, ອົງການຈັດຕັ້ງມະຫາຊົນ ພ້ອມອຳນາດການປົກຄອງຂັ້ນບ້ານ ເປັນກຳມະການ ຈາກນັ້ນ. ຈຶ່ງໄດ້ມີການສ້າງແຜນພັດທະນາພື້ນຖານໂຄງລ່າງ ຢ່າງມີຈຸດສຸມ ເປັນຕົ້ນ: ພັດທະນາເສັ້ນທາງໃຫ້ສາມາດທຽວໄດ້ 2 ລະດູ, ພ້ອມນັ້ນ ກໍຈະໄດ້ສ້າງຂົວຂ້າມເຊບັ້ງຫຽງ ເພື່ອຂ້າມໄປຫາຈຸດສຸມລະໂກ, ຈະໄດ້ມີການສ້າງໂຮງໝໍນ້ອຍ ທີ່ທັນສະໄໝ ສາມາດຜ່າຕັດນ້ອຍໄດ້ ໂດຍຈະໄດ້ມີການປະກອບບຸກຄະລາກອນໃຫ້ພຽງພໍ, ປັບປຸງພັດທະນາໂຮງຮຽນກິນນອນຊົນເຜົ່າ ເພື່ອໃຫ້ລູກຫຼານ, ນັກຮຽນໃຫ້ໄດ້ເຂົ້າຮຽນທຸກຄົນ, ສ່ວນປະຊາຊົນຜູ້ທີ່ບໍ່ຮູ້ໜັງສື ກໍສາມາດເຂົ້າຮຽນຫຼັກສູດບຳລຸງ ເພື່ອໃຫ້ຮູ້ພາສາລາວຫຼາຍຂຶ້ນ, ຈາກນັ້ນ ກໍຕ້ອງມີການຈັດສັນທີ່ດິນ ໃນການທຳມາຫາກິນໃຫ້ປະຊາຊົນແຕ່ລະຄົວເຮືອນ ເພື່ອຈະໄດ້ເຮັດການຜະລິດ, ສ້າງຕະຫຼາດຊຸມຊົນ ໃຫ້ມີບ່ອນແລກປ່ຽນຊື້-ຂາຍ, ສ້າງຄີວລົດໂດຍສານ ເພື່ອຄວາມສະດວກໃນການ ໄປ-ມາ ຫາສູ່ຢ່າງທົ່ວເຖິງ ແລະ ບັນຫາອື່ນໆ ກໍສາມາດພັດທະນາໄປພ້ອມໆກັນ. ໂອກາດນີ້ ທ່ານເຈົ້າແຂວງຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ໂຄງການທີ່ກ່າວມານີ້ ຈະເລີ່ມລົງມືແຕ່ດຽວນີ້ ຄາດວ່າອີກ 2 ປີຕໍ່ໜ້າ (ຮອດປີ 2025) ຈະໃຫ້ເຫັນຜົນ ແລະ ຈະໃຫ້ຈຸດສຸມຈຽງຕູບມີໃບໜ້າໃໝ່ຢ່າງແນ່ນອນ.
 (ຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ທາບທາມຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ ຢູ່ ລາວ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ

ທາບທາມຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ ຢູ່ ລາວ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ

ໃນວັນທີ 2-3 ເມສານີ້ ທີ່ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາບທາມຄໍາເຫັນຕໍ່ ຮ່າງດໍາລັດ ວ່າດ້ວຍການເຄື່ອນໄຫວວຽກງານສື່ມວນຊົນ ຢູ່ ສປປ ລາວ ຂອງສື່ມວນຊົນ, ສໍານັກງານຜູ້ຕາງໜ້າ ແລະ ອົງການຈັດຕັ້ງຕ່າງປະເທດ ສໍາລັບ 8 ແຂວງພາກເໜືອ ຂຶ້ນໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ທໍາມະວົງສາ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສຳນານ ສົນທະນີ ຄະນະປະຈໍາພັກແຂວງ, ໂດຍມີບັນດາຜູ້ຕາງໜ້າຈາກກະຊວງ, ອົງການອ້ອມຂ້າງສູນກາງ ແລະ 8 ແຂວງພາກເໜືອ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ທ່ານ ພົຕ ສົມຫວັງ ທໍາມະສິດ ສະແດງທັດສະນະຕໍ່ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ

ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ (ປກສ)ປະຊາຊົນລາວ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ທ່ານ ພົຕ ສົມຫວັງ ທໍາມະສິດ ພະນັກງານປະຕິວັດອາວຸໂສບໍານານ ອະດີດຄະນະປະຈໍາພັກກະຊວງ ອະດີດຮອງລັດຖະມົນຕີກະຊວງ ປກສ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງສູງມາຍັງພັກ-ລັດ ແລະ ການນໍາກະຊວງ ປກສ ທີ່ໄດ້ເອົາໃຈ ໃສ່ປະຕິບັດນະໂຍບາຍເປັນຢ່າງດີ ຕໍ່ພະນັກງານປະຕິວັດອາວຸໂສບໍານານ ໃນຕະຫຼອດໄລຍະຜ່ານມາ, ພ້ອມທັງໃຫ້ທັດສະນະ ແລະ ເລົ່າຄືນຄວາມໝາຍສຳຄັນການກຳເນີດ ແລະ ເຕີບໃຫຍ່ຂອງກຳລັງ ປກສ ຜ່ານສື່ມວນຊົນປ້ອງກັນຄວາມສະຫງົບໃນວັນທີ 24 ມີນາຜ່ານມາ.
ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ຊີ້ແຈງຄວາມຮ້ອນທົ່ວປະເທດ ພ້ອມເຕືອນຝຸ່ນ PM 2.5 ຂ້າມແດນ

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ອອກມາຖະແຫຼງຂ່າວຊີ້ແຈງກ່ຽວກັບສະພາບໄຟໄໝ້ລາມປ່າ ແລະ ຜົນການຈັດຕັ້ງປະຕິບັດຄຳສັ່ງເລກທີ 11/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງປ່າໄມ້ ແລະ ຕ້ານໄຟໄໝ້ລາມປ່າ ໃນໄລຍະ 3 ເດືອນຜ່ານມາ (ມັງກອນ-ມີນາ 2026).
ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ໂຮມຊຸມນຸມ ສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 65 ປີ

ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 65 ປີ (5 ເມສາ 1961-5 ເມສາ 2026) ຂຶ້ນໃນວັນທີ 3 ເມສານີ້ ທີ່ສະໂມສອນກະຊວງ ປກສ ໂດຍການເປັນປະທານຂອງທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງ ປກສ, ພະນັກງານປະຕິວັດອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ບໍລິສັດລາວໂກເດີນອວຍພອນການນຳແຂວງຊຽງຂວາງ

ໃນວັນທີ3ເມສາ2026 ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງ ທ່ານ ປ້າວ ຈິວ ລີ່ ຮອງຜູ້ອຳນວຍການ, ຫົວໜ້າຝ່າຍຜະລິດ ບໍລິສັດ ລາວໂກເດີນຣີຊອດພັດທະນາ ແຮ່ທາດ ຈຳກັດຜູດຽວ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນການນຳແຂວງ
ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2ສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງຄຳມ່ວນ ຊຸຸດທີ IV ໄດ້ໄຂຂຶ້ນໃນວັນທີ 3 ເມສາ 2026, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ IV ພ້ອມດ້ວຍຄະນະ, ເປັນກຽດເຂົ້າຮ່ວມມີທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາທ່ານຄະນະກຳມະການປົກຄອງແຂວງ, ບັນດາການນຳຂອງແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 12, ສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ສະຫຼຸບການຈັດຕັ້ງປະຕິບັດວຽກງານ

ກອງປະຊຸມຮ່ວມ ລະຫວ່າງ ສະພາປະຊາຊົນແຂວງ ແລະ ອົງການປົກຄອງແຂວງເຊກອງ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 2 ມີນານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກຄອງແຂວງ, ທ່ານ ແພງສີ ສີລາວີ ຮອງປະທານສະພາປະຊາຊົນແຂວງ, ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ພະແນກການ ເຂົ້າຮ່ວມ.
ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

ສະຫຼຸບວຽກງານການເງິນ 2025 ແລະ ວາງທິດທາງແຜນການ 2026

‎ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເງິນປະຈຳປີ 2025 ແລະ ວາງທິດທາງແຜນການປະຈຳປີ 2026 ຂຶ້ນໃນວັນທີ 2 ເມສານີ້ ທີ່ສະໂມສອນເມືອງ, ໂດຍການເປັນປະທານຮ່ວມຂອງທ່ານ ຄຳຂອດ ໝື່ນຫຼວງ ປະທານຄະນະກຳມະການປົກຄອງເມືອງປາກຊ່ອງ, ທ່ານ ສະນັ່ນ ສີດາວົງ ຫົວໜ້າພະແນກການເງິນ ແຂວງຈຳປາສັກ, ມີບັນດາທ່ານຫົວໜ້າຄະນະຫ້ອງການອ້ອມຂ້າງເມືອງ, ເຂົ້າຮ່ວມ.
ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສຊປລ ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ

ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 30 ມີນາຜ່ານມາ ທີ່ ສຊປລ ໂດຍພາຍໃຕ້ການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ ສຊປລ, ມີຮອງເລຂາຄະນະບໍລິຫານງານພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກ, ສະມາ ຊິກພັກ-ພະນັກງານທົ່ວ ສຊປລ ເຂົ້າຮ່ວມ 149 ສະຫາຍ ຍິງ 68 ສະຫາຍ.
ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ເນື່ອງໃນໂອກາດຄົບຮອບ 71 ປີ ວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຈະຈັດກິດຈະກໍາ “ຍ່າງເພື່ອສຸຂະພາບ” ສະເຫຼີມສະຫຼອງວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ໃນວັນທີ 3 ເມສາ 2026 ທີ່ເຂດເສດຖະກິດພິເສດບຶງທາດຫຼວງ ແລະ ຈະມີການຄວບຄຸມ ການຈະລາຈອນຊົ່ວຄາວໃນບາງເສັ້ນທາງ ເລີ່ມແຕ່ເວລາ 16:00 ຫາ 20:00 ໂມງ.
ເພີ່ມເຕີມ