ດັ່ງນັ້ນ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງປະຊາຊົນລາວບັນດາເຜົ່າ ເພື່ອຊາບ ແລະ ພິຈາລະນາຫຼີກລ່ຽງການຍື່ນຄໍາຮ້ອງຂໍວີຊາເພື່ອເດີນທາງເຂົ້າປະເທດ ສະຫະລັດ ອາເມຣິກາ ໃນໄລຍະດັ່ງກ່າວ, ເນື່ອງຈາກວ່າ ການສະເໜີຂໍວີຊາຈະບໍ່ໄດ້ຮັບການພິຈາລະນາ ແລະ ຈະເສຍເງິນຄ່າທໍານຽມ ໂດຍປາສະຈາກການໄດ້ຮັບວີຊາ.
ສໍາລັບພົນລະເມືອງລາວທີ່ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ຊຶ່ງມີຈຸດປະສົງເຂົ້າໄປປະຕິບັດໜ້າທີ່ການທູດ, ທາງການ ຫຼື ເຂົ້າຮ່ວມກອງປະຊຸມສາກົນ ຕາມການເຊື້ອເຊີນ ແມ່ນຍັງສາມາດເດີນທາງເຂົ້າປະເທດ ສະຫະລັດ ອາເມຣິກາ ໄດ້ຢ່າງເປັນປົກກະຕິ.
ຄໍາເຫັນ