ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ປະທານປະເທດ ຈະເດີນທາງເຂົ້າຮ່ວມເປັນແຂກກິດຕິມະສັກ ໃນພິທີລົງນາມ ສົນທິສັນຍາ ອົງການ ສປຊ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ໃນລະຫວ່າງວັນທີ 24-26 ຕຸລາ 2025, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະເດີນທາງເຂົ້າຮ່ວມພິທີລົງນາມສົນທິສັນຍາ ອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານອາຊະຍາກໍາທາງໄຊເບີ ທີ່ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເພື່ອເປັນແຂກກິດຕິມະສັກ ແລະ ສັກຂີພິຍານ ໃນການລົງນາມສົນທີສັນຍາດັ່ງກ່າວ ຂອງ ສປປ ລາວ.

 

ພິທີລົງນາມດັ່ງກ່າວ ແມ່ນການເປັນເຈົ້າພາບຮ່ວມ ລະຫວ່າງ ສສ ຫວຽດນາມ ແລະ ອົງການສະຫະປະຊາຊາດ, ໂດຍການເປັນປະທານຂອງ ພະນະທ່ານ ເລືອງ ເກືອງ ປະທານປະເທດ ເເຫ່ງ ສສ ຫວຽດນາມ ແລະ ທ່ານ ອັນໂຕນີໂອ ກູເຕີເຣສ (Antonio Guterres) ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ຊຶ່ງ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຈະໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ລົງນາມສົນທິສັນຍາດັ່ງກ່າວ ຊຶ່ງເປັນການສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ແລະ ຄວາມຕັ້ງໜ້າຂອງ ສປປ ລາວ ໃນວຽກງານການສະກັດກັ້ນ ແລະ ຕ້ານອາຊະຍາກຳທາງໄຊເບີ. ສົນທິສັນຍາວ່າດ້ວຍການຕ້ານອາຊະຍາກຳທາງໄຊເບີນີ້ ໄດ້ລິເລີ່ມຂຶ້ນໂດຍການເຈລະຈາສ້າງຮ່າງສົນທິສັນຍາແຕ່ປີ 2021 ເປັນຕົ້ນມາ, ຊຶ່ງວົງຄະນະຍາດສາກົນໄດ້ຮ່ວມກັນປະກອບສ່ວນ ປະກອບຄຳຄິດເຫັນ ແລະ ເຫັນດີຕໍ່ຮ່າງສະບັບສຸດທ້າຍ ໃນນີ້ລວມເຖິງ ສປປ ລາວ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສານຊົມເຊີຍຮອງປະທານປະເທດຫວຽດນາມ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ນາງ ຫວໍ ທິ ແອັງ ຊວນ ເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຊຶ່ງມີເນື້ອໃນວ່າ: ສະຫາຍ ຫວໍ ທິ ແອັງ ຊວນ ທີ່ນັບຖື ແລະ ຮັກແພງ; ຂ້າພະ ເຈົ້າມີຄວາມຮູ້ສຶກປິຕິຍິນດີເປັນຢ່າງຍິ່ງເມື່ອຊາບຂ່າວວ່າ ໃນກອງປະຊຸມຄັ້ງປະຖົມມະລືກຂອງ ສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ ຊຸດທີ XVI, ສະຫາຍໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງ ໃຫ້ສືບຕໍ່ດໍາ ລົງຕໍາແໜ່ງ ເປັນຮອງປະທານປະເທດ ແຫ່ງ ສສ ຫວຽດນາມ.
ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສານຊົມເຊີຍ ຈາກສະຫາຍ ກິມ ເຈິງອຸນ

ສະຫາຍ ກິມ ເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານຄະນະກຳມະການກິດຈະການແຫ່ງລັດແຫ່ງ ສາທາລະນະລັດປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້ສົ່ງສານຊົມເຊີຍເຖິງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ
ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ສານຊົມເຊີຍຈາກຜູ້ນຳ ເບລາຣຸດຊີ

ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີແຫ່ງ ສາທາລະນະລັດ ເບລາຣຸດຊີ ໄດ້ສົ່ງສານ ຊົມເຊີຍເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສານຊົມເຊີຍ ສະຫາຍ ເຈິນແທັງເໝີີ້ນ

ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ເຈິນແທັງເໝີີ້ນ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ປະທານສະພາແຫ່ງຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຊຶ່ງມີເນື້ອໃນວ່າ:
ສານຊົມເຊີຍ ສະຫາຍ ໂຕເລິມ

ສານຊົມເຊີຍ ສະຫາຍ ໂຕເລິມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍ ເຖິງ ສະຫາຍ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຊຶ່ງມີເນື້ອໃນວ່າ: ສະຫາຍ ໂຕເລິມ ທີ່ນັບຖື ແລະ ຮັກແພງ,
ສານຊົມເຊີຍ

ສານຊົມເຊີຍ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານຊົມເຊີຍເຖິງ ສະຫາຍ ກິມ ເຈິງ ອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ທີ່ ພຽງຢາງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ແຈ້ງການຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ,
ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ຜູ້ນຳພັກ-ລັດ ສສ ຫວຽດນາມ ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳແໜ່ງຂອງ ສປປ ລາວ

ໃນວັນທີ 23 ມີນາ ນີ້ ບັນດາສະຫາຍ ການນຳພັກ-ລັດ ແຫ່ງ ສສ ຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງຄູ່ຮ່ວມຕຳ ແໜ່ງ ການນຳພັກ-ລັດ ຂອງ ສປປ ລາວ ຕາມລຳດັບດັ່ງນີ້:
ສະຫາຍ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ສົ່ງສານຊົມເຊີຍ ເຖິງສະຫາຍ ທອງລຸນ ສີສຸລິດ

ສະຫາຍ ເລຂາທິການໃຫຍ່ ແລະ ປະທານປະເທດ ແຫ່ງ ສສ ຫວຽດນາມ ສົ່ງສານຊົມເຊີຍ ເຖິງສະຫາຍ ທອງລຸນ ສີສຸລິດ

ໃນວັນທີ 23 ມີນານີ້, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍມີເນື້ອໃນວ່າ: ​ ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ຊາບຂ່າວວ່າ: ສະຫາຍໄດ້ຮັບເລືອກຕັ້ງ ເປັນປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອີກສະໄໝໜຶ່ງ ໃນກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X. ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມ, ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ສະໜິດສະໜົມທີ່ສຸດມາຍັງ ສະຫາຍ.
ເພີ່ມເຕີມ