ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບວົງແຄບ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ: “ການນຳທາງອະນາຄົດຂອງອາຊຽນຮ່ວມກັນ” (Navigating Our Future, Together) ໂດຍການເປັນປະທານ ຂອງ ຟິລິບປິນ ໃນວັນທີ 28-29 ມັງກອນ 2026 ທີ່ ເຊບູ, ຟີລິບປິນ ແລະ ຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງຈາກບັນດາປະເທດສະມາຊິກອາຊຽນຈໍານວນໜຶ່ງ.
ສານອວຍພອນວັນຊາດກຳປູເຈຍ
ວັນທີ 9 ພະຈິກ 2026, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີພະມະຫາກະສັດ ແຫ່ງຣາຊະອານາຈັກກໍາປູເຈຍ ທີ່ນະຄອນຫຼວງພະນົມເປັນ ຊຶ່ງມີເນື້ອໃນວ່າ:ພະບາດສົມເດັດ;ເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ຣາຊະອານາຈັກກໍາປູເຈຍທີ່ຈະໄດ້ໝູນວຽນມາຄົບຮອບ73ປີ, ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະພອນໄຊອັນປະເສີດ ມາຍັງພະບາດສົມເດັດແລະປະຊາຊົນກໍາປູເຈຍ ອ້າຍນ້ອງ ທຸກຖ້ວນໜ້າ.
ຄໍາເຫັນ