ຂ່າວລະບຸວ່າ: ໃນປີເລີ່ມຕົ້ນຈັດຕັ້ງປະຕິບັດແຜນພັດທະນາ 5 ປີຄັ້ງທີ 15, ຄຸນນະພາບສິ່ງແວດລ້ອມທາງດ້ານນິເວດວິທະຍາຂອງຈີນນັບມື້ນັບດີຂຶ້ນ ແລະ ຕົວຊີ້ວັດຕົ້ນຕໍໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງຈະແຈ້ງ. 7 ເດືອນຕົ້ນປີນີ້, ຄວາມຂຸ້ນສະເລ່ຍຂອງ PM 2.5 ໃນທົ່ວປະເທດຈີນໄດ້ຫຼຸດລົງ 6.2%; ອັດຕາສ່ວນມື້ທີ່ມີຄຸນນະພາບອາກາດດີໄດ້ເພີ່ມຂຶ້ນ 3.9%.
ໂດຍຜ່ານຈາກການຄຸ້ມຄອງຢ່າງເປັນລະບົບ, ຈີນພະຍາຍາມເຮັດໃຫ້ຄວາມຂຸ້ນຂອງ PM 2.5 ໃນທົ່ວປະເທດຫຼຸດລົງຕ່ຳກວ່າ 27 ໄມໂຄຣກຣາມຕໍ່ແມັດກ້ອນເມື່ອຮອດປີ 2030, ອັດຕາສ່ວນທີ່ມີຄຸນນະພາບດີຂອງສິ່ງແວດລ້ອມທາງນ້ຳ ແລະ ລະບົບນິເວດທາງນ້ຳໄດ້ເພີ່ມຂຶ້ນເປັນ 85%, ຈະສຳເລັດການຟື້ນຟູສະພາບແວດລ້ອມຂອງບ້ານບໍລິຫານ 8 ໝື່ນບ້ານ. ໃນຂະນະດຽວກັນ, ກໍເພີ່ມທະວີການຄຸ້ມຄອງສິ່ງມົນລະພິດໃໝ່ຕ່າງໆ ແລະ ຊຸກຍູ້ໃຫ້ການພັດທະນາເສດຖະກິດ-ສັງຄົມຫັນໄປຕາມທິດສີຂຽວຢ່າງຮອບດ້ານ.
ຄໍາເຫັນ